| 3 John ພຣະທັມ 3 ໂຢຮັນ |
|
![]() |
|
ພຣະທັມ
3 ໂຢຮັນ
ຈົດຫມາຍສະບັບທີ່ສາມ
ຂອງ
1
ຈາກ
ຂ້າພະເຈົ້າຜູ້ເຖົ້າແກ່
ຮຽນ
ທ່ານ
ຄາໂຢທີ່ຮັກ
ຜູ້ຊຶ່ງຂ້າພະເຈົ້າຮັກເນື່ອງດ້ວຍຄວາມຈິງ
2
ທ່ານທີ່ຮັກເອີຍ,
ຂ້າພະເຈົ້າອ້ອນວອນຂໍໃຫ້ທ່ານຈະເຣີນດີຂຶ້ນໃນທຸກສິ່ງ
ແລະມີສຸຂພາບແຂງແຮງເຫມືອນຢ່າງຈິດວິນຍານຂອງທ່ານຈະເຣີນດີຢູ່ນັ້ນ
3
ເພາະວ່າຂ້າພະເຈົ້າມີຄວາມຍິນດີຫລາຍ
ເມື່ອພວກພີ່ນ້ອງລາງຄົນໄດ້ມາ
ແລະເປັນພຍານເຖິງຄວາມສັດຈິງຂອງທ່ານ
ເຫມືອນຢ່າງທ່ານໄດ້ປະຕິບັດຕາມຄວາມສັດຈິງນັ້ນ
4
ບໍ່ມີອັນໃດທີ່ເຮັດໃຫ້ຂ້າພະເຈົ້າຍິນດີຫລາຍກວ່ານີ້
ຄືທີ່ໄດ້ຍິນວ່າລູກທັງຫລາຍຂອງຂ້າພະເຈົ້າປະຕິບັດຕາມຄວາມສັດຈິງ
ຊົມເຊີຍຄາໂຢໃນການຕ້ອນຮັບແຂກ
5
ທ່ານທີ່ຮັກເອີຍ
ເມື່ອທ່ານສລະເຫື່ອແຮງໃຫ້ພວກພີ່ນ້ອງ
ເປັນຕົ້ນວ່າໃຫ້ແກ່ແຂກທີ່ມາເຮືອນ
ກໍເປັນທີ່ສະແດງເຖິງຄວາມຈົ່ງຮັກພັກດີຂອງທ່ານ
6
ເຂົາເຫລົ່ານັ້ນໄດ້ເປັນພຍານຕໍ່ຄຣິສຕະຈັກໃນເຣື່ອງຄວາມຮັກຂອງທ່ານ
ຖ້າທ່ານຈະຊ່ອຍສົ່ງເຂົາເຫລົ່ານັ້ນໃຫ້ສົມກັບການປະຕິບັດພຣະເຈົ້າ
ທ່ານກໍເຮັດດີ
7
ເພາະເຂົາເຫລົ່ານັ້ນໄດ້ອອກໄປເພາະເຫັນແກ່ພຣະນາມຂອງພຣະອົງ
ແລະບໍ່ໄດ້ຮັບສິ່ງໃດຈາກຄົນນອກ
8
ສັນນັ້ນ
ຝ່າຍເຮົາທັງຫລາຍຈຳເປັນຕ້ອງສນັບສນຸນອຸ້ມຊູຄົນຢ່າງນັ້ນ
ເພື່ອພວກເຮົາຈະກາຍເປັນຜູ້ຮ່ວມງານກັນໃນຄວາມຈິງ
9
ຂ້າພະເຈົ້າໄດ້ຂຽນບາງສິ່ງບາງຢ່າງເຖິງຄຣິສຕະຈັກ
ແຕ່ດີໂອເທເຟ
ຜູ້ມັກຕັ້ງຕົວເປັນໃຫຍ່ເຫມືອນຫມູ່
ກໍບໍ່ຍອມຮັບເຮົາ
10 ສັນນັ້ນ
ຖ້າຂ້າພະເຈົ້າມາ
ຂ້າພະເຈົ້າຈະເຜີຍການທີ່ເຂົາເຮັດ
ຄືທີ່ເຂົາໄດ້ກ່າວໃສ່ຮ້າຍຕໍ່ຂ້າພະເຈົ້າດ້ວຍຄວາມບໍ່ມີແກ່ນສານ
ແລະເທົ່ານັ້ນຍັງບໍ່ສົມໃຈ
ຊ້ຳບໍ່ຫນຳເຂົາຍັງປະຕິເສດ
ບໍ່ຍອມຮັບຕ້ອນພີ່ນ້ອງເຫລົ່ານັ້ນ
ແລ້ວຍັງກີດກັນຄົນທັງຫລາຍທີ່ຢາກຮັບຕ້ອນເຂົາ
ກັບທັງຕັດເຂົາອອກເສັຽຈາກຄຣິສຕະຈັກ
ຄໍາພຍານອັນດີກ່ຽວເຣື່ອງເດເມທີໂອ
11 ທ່ານທີ່ຮັກເອີຍ
ຢ່າເອົາການຊົ່ວຮ້າຍເປັນແບບຢ່າງ
ແຕ່ຈົ່ງເອົາການດີງາມ
ຜູ້ທີ່ເຮັດການດີ
ກໍເປັນຂອງພຣະເຈົ້າ
ຜູ້ທີ່ເຮັດການຊົ່ວກໍບໍ່ໄດ້ເຫັນພຣະເຈົ້າ
12 ສ່ວນເດເມທີໂອນັ້ນ
ທຸກຄົນກໍເປັນພຍານວ່າທ່ານເປັນຄົນດີ
ແລະຄວາມຈິງເອງກໍເປັນພຍານ
ຝ່າຍຂ້າພະເຈົ້າກໍເປັນພຍານເຫມືອນກັນ
ແລະທ່ານຮູ້ແລ້ວວ່າຄຳພຍານຂອງຂ້າພະເຈົ້າກໍຈິງ
ຄຳສະແດງຄວາມນັບຖືຕອນທ້າຍ
13 ຂ້າພະເຈົ້າມີຂໍ້ຄວາມຫລາຍຂໍ້ທີ່ຂຽນມາເຖິງທ່ານ
ແຕ່ບໍ່ຢາກຂຽນດ້ວຍປາກກາ
ແລະນ້ຳຫມຶກ
14 ຂ້າພະເຈົ້າຫວັງວ່າຈະໄດ້ເຫັນທ່ານໃນໄວໆນີ້
ແລະຈະໄດ້ເວົ້າກັບປາກຕໍ່ປາກ
15 ຂໍສັນຕິສຸກຈົ່ງມີແກ່ທ່ານ
ບັນດາສະຫາຍທາງນີ້ກໍຝາກຄວາມຄິດເຖິງມາຍັງທ່ານ
ຂໍທ່ານໄດ້ຝາກຄວາມຄິດເຖິງນີ້ແກ່ບັນດາສະຫາຍທາງພຸ້ນດ້ວຍອອກຊື່ຂອງທຸກຄົນ