| 2 Timothy ພຣະທັມ 2 ຕິໂມທຽວ |
|
![]() |
|
ພຣະທັມ
2 ຕິໂມທຽວ
ຈົດຫມາຍສະບັບທີ່ສອງຂອງໂປໂລ
ທີ່ມີໄປເຖິງ
ຕີໂມທຽວ
1
ໂປໂລ
ອັຄສາວົກຂອງພຣະເຢຊູຄຣິດດ້ວຍທາງນ້ຳພຣະທັຍຂອງພຣະເຈົ້າ
ຕາມພຣະສັນຍາທີ່ຈະຊົງປະທານຊີວິດຊຶ່ງມີຢູ່ໃນພຣະເຢຊູຄຣິດ
2
ເຖິງ
ຕີໂມທຽວ
ທີ່ຮັກຂອງເຮົາ
ຂໍພຣະຄຸນ
ພຣະເມດຕາ
ແລະສັນຕິສຸກ
ຊຶ່ງມາຈາກພຣະບິດາເຈົ້າຂອງພຣະເຢຊູຄຣິດ
ອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ
ຈົ່ງມີຢູ່ກັບເຈົ້າເທີນ
ການຂອບພຣະຄຸນ
ແລະຫນຸນນ້ຳໃຈ
3
ເມື່ອເຮົາລະນຶກເຖິງເຈົ້າສເມີໃນການອ້ອນວອນທູນຂໍ
ທັງກາງເວັນແລະກາງຄືນນັ້ນ
ເຮົາໄດ້ຂອບພຣະຄຸນພຣະເຈົ້າ
ຜູ້ຊຶ່ງເຮົາໄດ້ບົວລະບັດຢູ່ດ້ວຍໃຈສຳນຶກຜິດແລະຊອບອັນບໍຣິສຸດ
ເຫມືອນຢ່າງປູ່ຍ່າຕາຍາຍຂອງເຮົາ
4
ຂນະເມື່ອລະນຶກເຖິງນ້ຳຕາຂອງເຈົ້າ
ເຮົາກໍປາຖນາທີ່ຈະໄດ້ພົບເຈົ້າເພື່ອເຮົາຈະໄດ້ມີຄວາມຍິນດີຢ່າງເຕັມໃຈ
5
ເຮົາລະນຶກເຖິງຄວາມເຊື່ອອັນຈິງໃຈຂອງເຈົ້າ
ອັນເປັນຄວາມເຊື່ອຊຶ່ງເມື່ອກ່ອນໄດ້ມີຢູ່ໃນນາງໂລອິສແມ່ເຖົ້າຂອງເຈົ້າ
ແລະໃນນາງອູນິເກແມ່ຂອງເຈົ້າ
ບັດນີ້ເຮົາເຊື່ອແນ່ວ່າມີຢູ່ໃນເຈົ້າເຫມືອນກັນ
6
ເຫດສັນນັ້ນເຮົາຂໍເຕືອນສະຕິເຈົ້າໃຫ້ເປົ່າຄຸນທັມຂອງພຣະເຈົ້າ
ທີ່ມີຢູ່ໃນເຈົ້າດ້ວຍການວາງມືຂອງເຮົານັ້ນໃຫ້ລຸກຮຸ່ງເຮືອງຂຶ້ນໃຫມ່
7
ເພາະວ່າພຣະເຈົ້າບໍ່ໄດ້ຊົງປະທານໃຈອັນຢ້ານກົວໃຫ້ແກ່ເຮົາ
ແຕ່ໄດ້ຊົງປະທານໃຈອັນປະກອບດ້ວຍຣິດອຳນາດ
ຄວາມຮັກ
ແລະການບັງຄັບຕົນໃຫ້ແກ່ເຮົາ
8
ເຫດສັນນັ້ນ
ຢ່າລະອາຍທີ່ຈະເປັນພຍານຝ່າຍອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ
ຫລືຝ່າຍຕົວເຮົາທີ່ຖືກຈຳຈອງຢູ່ເພາະເຫັນແກ່ພຣະອົງ
ແຕ່ຈົ່ງມີສ່ວນໃນການລຳບາກເພື່ອເຫັນແກ່ຂ່າວປະເສີດ
ໂດຍອາໄສຣິດອໍານາດແຫ່ງພຣະເຈົ້າ
9
ຜູ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ
ແລະຊົງເອີ້ນເອົາເຮົາທັງຫລາຍໃຫ້ເປັນໄພ່ພົນຂອງພຣະອົງ
ບໍ່ໃຊ່ເພາະເຫັນແກ່ການດີທີ່ເຮົາໄດ້ເຮັດນັ້ນ
ແຕ່ເພາະເຫັນແກ່ພຣະປະສົງຂອງພຣະອົງເອງ
ແລະພຣະຄຸນຊຶ່ງຊົງປະທານແກ່ພວກເຮົາໃນພຣະເຢຊູຄຣິດຕັ້ງແຕ່ດຶກດຳບັນມານັ້ນ
10 ແລະບັດນີ້ໄດ້ຊົງສະແດງໃຫ້ແຈ່ມແຈ້ງ
ໂດຍການທີ່ພຣະເຢຊູຄຣິດ ພຣະຜູ້ຊົງໂຜດໃຫ້ພົ້ນຂອງເຮົາທັງຫລາຍ
ສະເດັດສ່ອງສວ່າງມາປາກົດ
ຜູ້ໄດ້ຊົງກຳຈັດຄວາມຕາຍໃຫ້ສູນສິ້ນໄປ
ແລະໄດ້ຊົງນຳຊີວິດແລະສະພາບອະມະຕະໃຫ້ປາກົດແຈ້ງໂດຍຂ່າວປະເສີດ
11 ສຳລັບຂ່າວປະເສີດນັ້ນເຮົາໄດ້ຮັບຊົງແຕ່ງຕັ້ງໃຫ້ເປັນຜູ້ປະກາດ
ເປັນອັຄສາວົກ
ແລະເປັນຄຣູສອນ
12 ເພາະເຫດນີ້ແຫລະ
ເຮົາຈຶ່ງອົດທົນເອົາສິ່ງທັງຫລາຍນີ້
ເຖິງປານນັ້ນເຮົາກໍບໍ່ມີຄວາມລະອາຍ
ເພາະວ່າເຮົາຮູ້ຈັກພຣະອົງຜູ້ທີ່ເຮົາໄດ້ເຊື່ອແລະໄວ້ວາງໃຈນັ້ນ
ແລະເຮົາເຊື່ອຫມັ້ນວ່າພຣະອົງຊົງສາມາດຮັກສາ
ຊຶ່ງເຮົາໄດ້ມອບໄວ້ກັບພຣະອົງຈົນເຖິງວັນນັ້ນ
13 ຈົ່ງເຮັດຕາມແບບຢ່າງແຫ່ງຄຳສອນອັນມີຫລັກ
ທີ່ເຈົ້າໄດ້ຍິນຈາກເຮົາດ້ວຍຄວາມເຊື່ອແລະຄວາມຮັກທີ່ມີຢູ່ໃນພຣະເຢຊູຄຣິດ
14 ຈົ່ງຮັກສາສິ່ງອັນດີທີ່ໄດ້ຊົງມອບໄວ້ກັບເຈົ້າໂດຍພຣະວິນຍານບໍຣີສຸດ
ຊຶ່ງຊົງສະຖິດພາຍໃນເຮົາທັງຫລາຍ
15 ເຈົ້າກໍຮູ້ແລ້ວວ່າ
ຄົນທັງປວງທີ່ຢູ່ແຂວງອາເຊັຽນັ້ນກໍຫລົບຫນ້າຫນີຈາກເຮົາຫມົດ
ໃນພວກນັ້ນມີ
ຟຸເຄໂລ
ແລະເຮຣະໂມເຄນຮ່ວມດ້ວຍ
16 ຂໍໃຫ້ອົງພຣະຜູ້ເປັນເຈົ້າຊົງໂຜດເມດຕາແກ່ຄອບຄົວໂອເນຊີໂຟໂຣ
ເພາະຫລາຍເທື່ອໆທ່ານໄດ້ເຣັດໃຫ້ເຮົາຊື່ນໃຈ
ແລະທ່ານໄດ້ເອົາໃຈໃສ່ຊອກຫາເຮົາຈົນພົບ
17 (ຂໍອົງພຣະຜູ້ເປັນເຈົ້າຊົງໂຜດໃຫ້ທ່ານໄດ້ຮັບພຣະເມດຕາຈາກພຣະອົງໃນວັນນັ້ນ)
ແລະທ່ານໄດ້ບົວລະບັດເຮົາທີ່ເມືອງເອເຟໂຊຫລາຍປານໃດ
ເຈົ້າກໍຮູ້ດີຢູ່ແລ້ວ
1
ເຫດສັນນັ້ນ
ລູກຂອງເຮົາເອີຍ
ຈົ່ງເຂັ້ມແຂງຂຶ້ນດ້ວຍພຣະຄຸນຊຶ່ງມີຢູ່ໃນພຣະຄຣິດ ຄືພຣະເຢຊູ
2
ຈົ່ງມອບຄຳສອນທີ່ເຈົ້າໄດ້ຍິນຈາກເຮົາຕໍ່ຫນ້າພຍານຫລາຍຄົນ
ໄວ້ກັບຄົນຊື່ສັດທີ່ສາມາດສອນຄົນອື່ນໄດ້ດ້ວຍ
3
ຈົ່ງມີສ່ວນຮ່ວມທຸກດ້ວຍກັນເຫມືອນເປັນທະຫານທີ່ດີຂອງພຣະເຢຊູຄຣິດ
4
ບໍ່ມີທະຫານຄົນໃດເມື່ອເຂົ້າປະຈຳການແລ້ວຈະຫຍຸ້ງກ່ຽວຢູ່ກັບການງານຝ່າຍພົລເຮືອນ
ດ້ວຍວ່າເຂົາຕ້ອງເຮັດໃຫ້ຜູ້ທີ່ເກນຕົນໄດ້ຮັບຄວາມພໍໃຈ
5
ນັກກິລາຈະບໍ່ໄດ້ສວມພວງມາລັຍ
ຖ້າເຂົາບໍ່ແຂ່ງຂັນຕາມກົດລະບຽບ
6
ຊາວນາຜູ້ເຮັດການຫນັກຫນ່ວງກໍຄວນເປັນຜູ້ຕົ້ນທີ່ໄດ້ຮັບຜົນ
7
ຈົ່ງຄຶດຕຶກຕອງຂໍ້ຄວາມທີ່ເຮົາເວົ້ານັ້ນໃຫ້ຖີ່ຖ້ວນ
ເພາະອົງພຣະຜູ້ເປັນເຈົ້າຈະຊົງປະທານໃຫ້ເຈົ້າເຂົ້າໃຈໃນທຸກສິ່ງ
8
ຈົ່ງລະນຶກເຖິງພຣະເຢຊູຄຣິດ
ຜູ້ໄດ້ຖືກຊົງບັນດານໃຫ້ຄືນພຣະຊົນ
ແລະຊົງສືບເຊື້ອສາຍຈາກດາວິດ
ຕາມຂ່າວປະເສິດທີ່ເຮົາໄດ້ປະກາດນັ້ນ
9
ເພາະເຫດຂ່າວປະເສີດນັ້ນ
ເຮົາຈຶ່ງທົນທຸກ
ແລະຖືກຜູກມັດຢູ່ເຫມືອນດັ່ງຜູ້ຮ້າຍ
ແຕ່ພຣະທັມຂອງພຣະເຈົ້ານັ້ນບໍ່ມີຜູ້ໃດຜູກມັດໄວ້ໄດ້
10 ດ້ວຍເຫດນັ້ນເຮົາຈຶ່ງຍອມທົນເອົາທຸກຢ່າງ
ເພາະເຫັນແກ່ພວກທີ່ຊົງເລືອກໄວ້ນັ້ນ
ເພື່ອເຂົາຈະໄດ້ຮັບຄວາມພົ້ນ
ຊຶ່ງມີຢູ່ໃນພຣະເຢຊູຄຣິດ
ພ້ອມທັງສະງ່າຣາສີອັນຕລອດໄປເປັນນິດ
11 ຂໍ້ນີ້ເປັນຄຳສັດຈິງຄື
“ຖ້າພວກເຮົາໄດ້ຕາຍດ້ວຍກັນກັບພຣະອົງ
ເຮົາກໍຈະມີຊີວິດດ້ວຍກັນກັບພຣະອົງເຫມືອນກັນ
12 ຖ້າພວກເຮົາພຽນອົດທົນເອົາ
ເຮົາກໍຈະໄດ້ສເວີຍຣາຊຮ່ວມກັບພຣະອົງເຫມືອນກັນ
ຖ້າພວກເຮົາປະຕິເສດພຣະອົງ ພຣະອົງກໍຈະຊົງປະຕິເສດເຮົາເຫມືອນກັນ
13 ຖ້າພວກເຮົາບໍ່ສັດຊື່
ພຣະອົງກໍຍັງຊົງສັດຊື່ຫມັ້ນຄົງຢູ່
ເພາະວ່າພຣະອົງຈະບໍ່ຊົງສາມາດປະຕິເສດພຣະອົງເອງໄດ້”
ຄົນງານທີ່ພຣະເຈົ້າຊົງພໍພຣະທັຍ
14 ຈົ່ງຕັກເຕືອນເຂົາທັງຫລາຍເຖິງຂໍ້ຄວາມເຫລົ່ານີ້
ແລະຈົ່ງສັ່ງເຂົາຕໍ່ພຣະພັກພຣະເຈົ້າ
ບໍ່ໃຫ້ເຂົາຜິດຖຽງກັນດ້ວຍຂໍ້ຄວາມຕ່າງໆຊຶ່ງຫາປໂຍດບໍ່ໄດ້
ແຕ່ກັບເປັນເຫດໃຫ້ຄົນທີ່ຟັງຫລົງຈິບຫາຍໄປ
15 ຈົ່ງອົດສາພຍາຍາມສະແດງຕົນເຫມືອນເປັນຄົນທີ່ພິສູດແລ້ວຕໍ່ພຣະພັກພຣະເຈົ້າ
ເປັນຄົນງານທີ່ບໍ່ຕ້ອງອາຍ
ແລະໃຊ້ພຣະທັມແຫ່ງຄວາມຈິງຢ່າງຖືກຕ້ອງ
16 ຈົ່ງຫລີກເສັຽຈາກຖ້ອຍຄຳອັນບໍ່ເປັນປໂຍດແລະນອກສາສນາ
ເພາະຄຳຢ່າງນັ້ນຈະນໍາຄົນໄປສູ່ຄວາມອະທັມທະວີຫລາຍຂຶ້ນ
ແລະຖ້ອຍຄຳຂອງເຂົາຈະເຫມືອນດັ່ງບາດແຜອັນເປື່ອຍເນົ່າທີ່ກິນລາມໄປ
17 ໃນຈຳພວກນັ້ນມີອີເມນາໂຢກັບຟີເລໂຕເປັນຕົ້ນ
18 ຄົນທັງສອງນັ້ນໄດ້ຫລົງໄປຈາກຄວາມຈິງ
ໂດຍກ່າວວ່າການຄືນຈາກຄວາມຕາຍນັ້ນໄດ້ຜ່ານພົ້ນໄປແລ້ວ
ເຂົາກຳລັງເຮັດໃຫ້ຄວາມເຊື່ອຂອງຜູ້ລາງຄົນລົ້ມລະລາຍໄປ
19 ແຕ່ຮາກຖານອັນແຫນ້ນຊຶ່ງພຣະເຈົ້າຊົງວາງໄວ້ນັ້ນ
ກໍຕັ້ງຫມັ້ນຄົງຢູ່ໂດຍມີກາປະທັບໄວ້ວ່າ,
“ອົງພຣະຜູ້ເປັນເຈົ້າຊົງຮູ້ຈັກຄົນເຫລົ່ານັ້ນທີ່ເປັນຂອງພຣະອົງ”
ແລະ “ໃຫ້ທຸກຄົນຊຶ່ງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າ
ປິ່ນຫນ້າເສັຽຈາກຄວາມຊົ່ວ”
20 ໃນເຮືອນໃຫຍ່ຫລັງໃດບໍ່ແມ່ນມີແຕ່ພາຊນະເງິນ
ແລະຄຳເທົ່ານັ້ນ
ແຕ່ມີພາຊນະໄມ້
ແລະດິນດ້ວຍ
ບາງຢ່າງກໍໃຊ້ເພື່ອເປັນກຽດ
ແລະບາງຢ່າງກໍໃຊ້ການທັມມະດາ
21 ເຫດສັນນັ້ນຖ້າຜູ້ໃດຊໍາຮະຕົວໃຫ້ພົ້ນຈາກສິ່ງຊົ່ວເຫລົ່ານັ້ນ
ກໍຈະເປັນເຫມືອນພາຊນະອັນມີກຽດຕັ້ງໄວ້ຕ່າງຫາກ
ຊຶ່ງເປັນປໂຍດແກ່ເຈົ້າຂອງເຮືອນທີ່ຈັດໄວ້ພ້ອມແລ້ວສຳລັບການດີທຸກຢ່າງ
22 ດັ່ງນັ້ນເຈົ້າຈົ່ງຫລີກຫນີຈາກຣາຄະຕັນຫາຂອງຄົນຫນຸ່ມ
ຈົ່ງຕິດຕາມຄວາມຊອບທັມ
ຄວາມເຊື່ອ
ຄວາມຮັກ
ແລະສັນຕິສຸກ
ຮ່ວມກັບຄົນທັງປວງທີ່ອອກພຣະນາມອົງພຣະຜູ້ເປັນເຈົ້າດ້ວຍໃຈບໍຣິສຸດ
23 ການຖົກຖຽງກັນແບບໂງ່ໆທີ່ບໍ່ເປັນແກ່ນສານນັ້ນ
ຈົ່ງຫລີກເສັຽ
ດ້ວຍຮູ້ແລ້ວວ່າ
ການເຫລົ່ານັ້ນພາໃຫ້ເກີດການວິວາດຜິດຖຽງກັນ
24 ຝ່າຍຜູ້ຣັບໃຊ້ຂອງອົງພຣະຜູ້ເປັນເຈົ້າບໍ່ຕ້ອງວິວາດຜິດຖຽງກັນແຕ່ຕ້ອງມີໃຈເມດຕາຕໍ່ຄົນທັງປວງ
ເປັນຄຣູທີ່ເຫມາະສົມ
ແລະມີໃຈພາກພຽນອົດທົນ
25 ຊີ້ແຈງໃຫ້ຄົນທີ່ຂັດຂວາງຕໍ່ສູ້ນັ້ນດ້ວຍໃຈອ່ອນສຸພາບ
ວ່າພຣະເຈົ້າອາດຊົງໂຜດໃຫ້ເຂົາຖິ້ມໃຈເກົ່າເອົາໃຈໃຫມ່
ແລະມາເຖິງການສັງເກດຮູ້ຄວາມຈິງ
26 ແລະໃຫ້ເຂົາຮູ້ສຶກຕື່ນຕົວຈຶ່ງຫລຸດພົ້ນຈາກບ້ວງແຮ້ວຂອງມານ
ຜູ້ຊຶ່ງຈັບເຂົາໄວ້ໃຫ້ເຮັດຕາມຄວາມປະສົງຂອງມັນ
1
ແຕ່ຈົ່ງຮູ້ຈັກຂໍ້ຄວາມເຫລົ່ານີ້ວ່າ
ໃນຄາວທີ່ສຸດນັ້ນຈະເກີດຄວາມລຳບາກຢ່າງຮ້າຍແຮງ
2
ເພາະວ່າຄົນທັງຫລາຍຈະເຫັນແກ່ຕົວ
ເປັນແກ່ເງິນຄຳ
ອວດຕົວ
ຈອງຫອງ
ຊອບດ່າວ່າ
ບໍ່ເຊື່ອຟັງຄວາມພໍ່ແມ່
ເນຣະຄຸນ ເປັນຄົນບໍ່ມີສິນທັມ
3
ເປັນຄົນຂາດມະນຸສທັມ ບໍ່ຍອມຜ່ອນຜັນຜູ້ໃດ
ໃສ່ຮ້າຍປ້າຍສີກັນ
ບໍ່ຮູ້ຈັກບັງຄັບຕົນ
ມີໃຈໂຫດຮ້າຍ
ເປັນຄົນບໍ່ຮັກການດີ
4
ເປັນຄົນທໍຣະຍົດ
ດື້ດ້ານ
ອວດສະຫາວ
ແລະເປັນຄົນຮັກຄວາມສນຸກຫລາຍກວ່າຮັກພຣະເຈົ້າ
5
ເຂົາກໍເຮັດເຫມືອນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງ
ແຕ່ວ່າຣິດອຳນາດຂອງການນັບຖືນັ້ນ
ເຂົາກໍປະຕິເສດເສັຽ
ເຈົ້າຈົ່ງຫລີກຫນີເສັຽຈາກຄົນຢ່າງນັ້ນ
6
ເພາະໃນບັນດາຄົນເຫລົ່ານັ້ນ
ມີຄົນທີ່ມັກລ່ວງເຂົ້າໄປຕາມບ້ານເຮືອນ
ກ້ຽວກ່ອມເອົາໃຈຜູ້ຍິງທີ່ເບົາປັນຍາຫນາດ້ວຍຄວາມຜິດບາບ
ແລະຫລົງໄຫລໄປດ້ວຍຕັນຫາຕ່າງໆເອົາໄປເປັນຊະເລີຍ
7
ຍິງພວກນີ້ກໍຍອມຮ່ຳຮຽນຢູ່ສເມີແຕ່ບໍ່ອາດຈະເຖິງການສັງເກດຮູ້ຄວາມຈິງໄດ້ຈັກເທື່ອ
8
ຢານເນສ
ແລະຢຳເບຣສຂັດຂວາງຕໍ່ສູ້ກັບໂມເຊສັນໃດ
ຄົນເຫລົ່ານີ້ກໍຂັດຂວາງຕໍ່ສູ້ກັບຄວາມຈິງສັນນັ້ນເຫມືອນກັນ
ເຂົາເປັນຄົນມີໃຈຊົ່ວຮ້າຍ
ແລະໃນດ້ານຄວາມເຊື່ອນັ້ນເຂົາໃຊ້ບໍ່ໄດ້
9
ແຕ່ເຂົາຈະກ້າວຫນ້າຕໍ່ໄປອີກບໍ່ໄດ້
ເພາະວ່າຄວາມໂງ່ຂອງເຂົານັ້ນຈະປາກົດແຈ້ງແກ່ຄົນທັງປວງເຫມືອນດັ່ງຄວາມໂງ່ຂອງຊາຍສອງຄົນນັ້ນ
ສິ່ງສຸດທ້າຍທີ່ໂປໂລສັ່ງໄວ້ກັບຕີໂມທຽວ
10 ບັດນີ້ເຈົ້າກໍໄດ້ຕິດຕາມເຮົາໃນດ້ານຄຳສອນ
ກິຣິຍາ
ຄວາມມຸ້ງຫມາຍ
ຄວາມເຊື່ອ
ຄວາມພຽນ ຄວາມຮັກ
ຄວາມຫນັກແຫນ້ນຫມັ້ນຄົງ
11 ແລະການຖືກຂົ່ມເຫັງກັບການທົນທຸກລຳບາກຕ່າງໆຂອງເຮົາ
ຄືສີ່ງທີ່ໄດ້ເກີດແກ່ເຮົາໃນເມືອງເມືອງອັນຕິໂອເຂັຽ
ເມືອງອີໂກນີອົນ
ແລະລີຊະທາ
ການຂົ່ມເຫັງຕ່າງໆທີ່ພວກເຮົາໄດ້ທົນເອົານັ້ນ
ອົງພຣະຜູ້ເປັເຈົ້າໄດ້ຊົງໂຜດດຶງເຮົາອອກຈາກສິ່ງເຫລົ່ານັ້ນທັງຫມົດ
12 ແທ້ຈິງ
ບັນດາຄົນທີ່ປາຖນາຈະດຳເນີນຊີວິດຄຣິສະຕຽນເປັນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງ
ກໍຈະຖືກກົດຂີ່ຂົ່ມເຫັງ
13 ແຕ່ຄົນຊົ່ວຮ້າຍແລະຄົນປອມຕົວຈະກຳເລີບທະວີຂຶ້ນໄປ
ລໍ້ລວງຄົນອື່ນໃຫ້ຫລົງ
ແລະຕົວເຂົາເອງກໍຈະຖືກລໍ້ລວງເຫມືອນກັນ
14 ແຕ່ຝ່າຍເຈົ້າ
ຈົ່ງດຳເນີນຕໍ່ໄປໃນສິ່ງທີ່ເຈົ້າໄດ້ຮຽນຮູ້ແລ້ວ
ແລະໄດ້ເຊື່ອຢ່າງຫມັ້ນຄົງ
ເຈົ້າກໍຮູ້ແລ້ວວ່າເຈົ້າໄດ້ຮຽນມາຈາກຜູ້ໃດ
15 ແລະຮູ້ແລ້ວວ່າ
ຕັ້ງແຕ່ນ້ອຍມາແລ້ວເຈົ້າກໍຮູ້ພຣະທັມຄັມພີອັນສັກສິດ
ຊຶ່ງສາມາດໃຫ້ເຈົາມີປັນຍາທີ່ນຳເຈົ້າໄປເຖິງຄວາມພົ້ນໄດ້
ດ້ວຍທາງຄວາມເຊື່ອໃນພຣະຄຣິດ ຄືພຣະເຢຊູ
16 ພຣະຄັມພີທຸກຕອນໄດ້ຮັບການຊົງບັນດົນໃຈຈາກພຣະເຈົ້າ
ແລະເປັນປໂຍດໃນການສອນ
ການກ່າວຕັກເຕືອນວ່າກ່າວ
ການປັບປຸງແກ້ໄຂໃຫ້ຖືກຕ້ອງ
ແລະການອົບຮົມໃນທາງຊອບທັມ
17 ເພື່ອຄົນຂອງພຣະເຈົ້າຈະບັນລຸຜົນສຳເຣັດ
ແລະຈັດຕຽມໄວ້ພ້ອມສຳລັບການດີທຸກຢ່າງ
1
ເຮົາສັ່ງເຈົ້າຕໍ່ພຣະພັກພຣະເຈົ້າ
ແລະຕໍ່ພຣະພັກພຣະເຢຊູຄຣິດ
ຜູ້ຊົງພິພາກສາທັງຄົນເປັນ
ແລະຄົນຕາຍ
ໂດຍອ້າງເຖິງການທີ່ພຣະອົງຈະຊົງສ່ອງສວ່າງມາປາກົດ
ແລະອ້າງເຖິງຣາຊອານາຈັກຂອງພຣະອົງວ່າ,
2
ຈົ່ງປະກາດພຣະທັມ ຈົ່ງເອົາໃຈໃສ່ເຮັດການທັງໃນເວລາທີ່ມີໂອກາດແລະບໍ່ມີໂອກາດ
ຈົ່ງຊັກຊວນດ້ວຍເຫດຜົນ
ຈົ່ງເຕືອນສະຕິ
ແລະຕັກເຕືອນ
ດ້ວຍຄວາມພຽນອົດທົນທຸກຢ່າງໃນການສອນ
3
ເພາະຈະມີເວລານຶ່ງທີ່ເຂົາຈະບໍ່ທົນຮັບເອົາຄຳສອນອັນມີຫລັກ
ແຕ່ຕາມຄວາມປາຖນາຂອງເຂົານັ້ນ
ເຂົາຈະຮວບຮວມຄຣູໄວ້ສຳລັບເຂົາເອງ
ເພື່ອບັນເທົາຫູຄັນຂອງເຂົາ
4
ເຂົາຈະອວ່າຍຫູຫນີຈາກຄວາມທ່ຽງທັມ
ຕ່າວໄປຟັງນິຍາຍຕ່າງໆ
5
ແຕ່ຝ່າຍເຈົ້າ
ຈົ່ງລະວັງຕົວໃຫ້ດີໃນການທັງປວງ
ຈົ່ງອົດທົນຕໍ່ການຍາກລຳບາກ
ຈົ່ງເຮັດຫນ້າທີ່ຂອງຜູ້ປະກາດຂ່າວປະເສີດ
ແລະຈົ່ງປະຕິບັດຫນ້າທີ່ການຂອງເຈົ້ານັ້ນໃຫ້ສຳເຣັດ
6
ເພາະວ່າຝ່າຍຕົວເຮົາ
ກຳລັງຈະຕົກເປັນເຄື່ອງບູຊາຢູ່ແລ້ວ
ແລະເຖິງເວລາແລ້ວທີ່ເຮົາຈະຈາກໄປ
7
ເຮົາໄດ້ອົດສາສູ້ໃນການແຂ່ງຂັນ
ເຮົາໄດ້ແລ່ນແຂ່ງຂັນຈົນເຖິງທີ່ສຸດ
ເຮົາໄດ້ຮັກສາຄວາມເຊື່ອໄວ້ແລ້ວ
8
ແຕ່ນີ້ຕໍ່ໄປພວງມາລັຍຄືຮາງວັນແຫ່ງຄວາມຊອບທັມ
ຊົງຈັດໄວ້ຖ້າເຮົາແລ້ວ
ຊຶ່ງອົງພຣະຜູ້ເປັນເຈົ້າຜູ້ພິພາກສາອັນຍຸດຕິທັມ
ຈະຊົງປະທານແກ່ເຮົາໃນວັນນັ້ນ
ແລະບໍ່ແມ່ນແກ່ເຮົາຜູ້ດຽວ
ແຕ່ຈະຊົງປະທານແກ່ຄົນທັງປວງທີ່ມີໃຈຍິນດີໃນການຊົງສ່ອງສວ່າງມາປາກົດຂອງພຣະອົງ
ຄຳແນະນຳເຣື່ອງສ່ວນຕົວ
9
ຈົ່ງຮີບຮ້ອນໃຈມາຫາເຮົາໄວໆ
10 ເພາະວ່າເດມາໄດ້ຫລົງຮັກໂລກປັດຈຸບັນນີ້ເສັຽແລ້ວ
ແລະໄດ້ປະຖິ້ມເຮົາໄປຍັງເມືອງເທຊະໂລນິກ
ເກເຊັນໄດ້ໄປຍັງແຂວງຄາລາເຕັຽ
ແລະຕີໂຕໄດ້ໄປຍັງເມືອງດານມາເຕັຽ
11 ລູກາຜູ້ດຽວເທົ່ານັ້ນ
ທີ່ຍັງຢູ່ນຳເຮົາ
ຈົ່ງຊອກຫາມາຣະໂກເອົາມາພ້ອມເຈົ້າ
ເພາະທ່ານເປັນປໂຍດແກ່ເຮົາຫລາຍສຳລັບການຮັບໃຊ້
12 ເຮົາໄດ້ໃຊ້ຕີຂີໂກໄປຍັງເມືອງເອເຟໂຊແລ້ວ
13 ເມື່ອເຈົ້າມາ
ຈົ່ງເອົາເສື້ອຄຸມທີ່ເຮົາໄດ້ປະໄວ້ກັບກາຣະໂປທີ່ເມືອງໂທອາດນັ້ນມານຳດ້ວຍ
ພ້ອມກັບຫນັງສືທັງຫລາຍ
ເປັນຕົ້ນວ່າຫນັງສືທີ່ຂຽນໃສ່ແຜ່ນຫນັງນັ້ນ
14 ອາເລກຊັນໂດຊ່າງທອງແດງນັ້ນ
ໄດ້ທຳຮ້າຍຕໍ່ເຮົາຫລາຍຢ່າງ
ອົງພຣະຜູ້ເປັນເຈົ້າຈະຊົງຕອບແທນໃຫ້ສົມກັບການທີ່ເຂົາເຮັດນັ້ນ
15 ເຈົ້າຈົ່ງລະວັງຕົວເຂົາໃຫ້ດີດ້ວຍ
ເພາະເຂົາໄດ້ຂັດຂວາງຕໍ່ສູ້ຖ້ອຍຄຳຂອງເຮົາຢ່າງແຂງແຮງ
16 ເມື່ອເຮົາໄດ້ເວົ້າແກ່ຄະດີເທື່ອທຳອິດນັ້ນບໍ່ມີໃຜເຂົ້າຂ້າງເຮົາຈັກຄົນ
ທຸກຄົນໄດ້ປະຖິ້ມເຮົາຫມົດ
(ຂໍຢ່າຊົງຖືເປັນໂທດແກ່ເຂົາ)
17 ແຕ່ອົງພຣະຜູ້ເປັນເຈົ້າໄດ້ຊົງເຂົ້າຂ້າງເຮົາ
ແລະຊົງຊູກຳລັງຂອງເຮົາຂື້ນ
ໃຫ້ເຮົາປະກາດພຣະທັມຢ່າງຄົບຖ້ວນ
ເພື່ອໃຫ້ພວກຕ່າງຊາດທັງຫມົດໄດ້ຍິນ
ແລະອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ເຮົາຫລຸດພົ້ນຈາກປາກສິງໂຕນັ້ນ
18 ອົງພຣະຜູ້ເປັນເຈົ້າຈະຊົງໂຜດໃຫ້ເຮົາພົ້ນຈາກການຊົ່ວຮ້າຍທຸກຢ່າງ
ແລະຊົງໂຜດເຮົາລອດພົ້ນເຂົ້າສູ່ຣາຊອານາຈັກ
ຄືແຜ່ນດິນສວັນຂອງພຣະອົງ ພຣະຣັສມີຈົ່ງມີແກ່ພຣະອົງສືບໆໄປເປັນນິດ
ອາແມນ
ຄຳສະແດງຄວາມຄຶດເຖິງໃນຕອນທ້າຍ
19 ຂໍຝາກຄວາມຄຶດເຖິງມາຍັງປີຊະກາ
ກັບອາກີລາ
ແລະຄົນໃນຄົວເຮືອນຂອງໂອເນຊີໂຟ
20 ເອຣາຊະໂຕໄດ້ຄ້າງຢູ່ທີ່ເມືອງໂກຣິນໂທ
ແຕ່ສ່ວນໂທຟີໂມ
ເຮົາກໍປະໄວ້ທີ່ເມືອງມີເລໂຕເພາະທ່ານຍັງປ່ວຍຢູ່
21 ຈົ່ງອົດສາຮ້ອນໃຈມາຫາເຮົາກ່ອນຣະດູຫນາວ
ຢູບູໂລ
ປູເດ ລີໂນ
ກລາວເດັຽ
ແລະພີ່ນ້ອງທັງປວງ
ຝາກຄວາມຄຶດເຖິງມາຍັງເຈົ້າເຫມືອນກັນ
22 ຂໍໃຫ້ອົງພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບວິນຍານຈິດຂອງເຈົ້າເທີນ
ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ກັບເຈົ້າທັງຫລາຍເທີນ