2 Thessalonians ພຣະທັມ 2 ​ເທ​ຊະ​ໂລ​ນິກ

 

ພຣະທັມ 2 ​ເທ​ຊະ​ໂລ​ນິກ

 

1

2

3

 

ຈົດ​ຫ​ມາຍສະ​ບັບ​ທີ່​ສອງ ​ຂອງ​ໂປ​ໂລ

ທີ່​ມີ​ໄປ​ເຖິງ​ຄ​ຣິ​ສ​ຕະ​ຈັກ​ໃນ​ເມືອງ

 

ເທ​ຊະ​ໂລ​ນິກ

1.

1   ໂປ​ໂລ ກັ​ບ​ຊີລາ​ວານ ແລະ​ຕີ​ໂມ​ທຽວ

ເຖິງ ຄຣິ​ສ​ຕະ​ຈັກ​ຂອງ​ຊາວ​ເທ​ຊະ​ໂລ​ນິກໃນ​ພຣະບິ​ດາ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແລະ​ໃນ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ

2   ຂໍ​ໃຫ້​ພຣະ​ຄຸນ ແລະ​ສັນ​ຕິ​ສຸກ ຊຶ່ງ​ມາ​ຈາກ​ພຣະ​ບິ​ດາ​ເຈົ້າ ແລະ​ຈາກ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຈົ່ງ​ມີ​ແກ່​ເຈົ້າ​ທັງ​ຫລາຍ

3   ພີ່​ນ້ອງ​ທັງ​ຫລາຍ​ເອີຍ ພວກ​ເຮົາ​ຈຳ​ເປັນ​ຕ້ອງຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ເພາະ​ເຈົ້າ​ທັງ​ຫລາຍຢູ່​ສເມີ ແລະ​ເປັນ​ການ​ສົມ​ຄວນ​ຢູ່ ດ້ວຍ​ວ່າ​ຄວາມ​ເຊື່ອຂອງ​ພວກ​ເຈົ້າ​ກໍ​ຈະ​ເຣີນ​ຫລາຍ​ຂຶ້ນ ແລະ​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ​ຂອງ​ເຈົ້​ທຸກ​ຄົນ​ກໍ​ທະ​ວີ​ຂຶ້ນ​ຢ່າງ​ຫລວງ​ຫລາຍ​ດ້ວຍ

4   ຈົນ​ວ່າ​ພວກ​ເຮົາ​ໄດ້​ຍົກ​ເອົາ​ເຈົ້າ​ທັງ​ຫລາຍ​ຂຶ້ນ​ມາ ອວດ​ໃນ​ຖ້າມ​ກາງ​ຫມູ່​ຄ​ຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ ເພາະ​ເຫດ​ຄວາມ​ພາກ​ພຽນ​ຂອງ​ພວກ​ເຈົ້າ ແລະຍ້​ອນ​ຄວາມ​ເຊື່ອ​ໃນ​ເວ​ລາ​ພວກ​ເຈົ້າ​ຖືກ​ຂົ່ມ​ເຫັງ​ນາໆ​ປະ​ການ ແລະ​ອົດ​ທົນ​ຄວາມ​ທຸກ​ລຳ​ບາກຢູ່ນັ້ນ

ການ​ພິ​ພາກ​ສາ​ເມື່ອ​ພຣະຄຣິດ​ສະ​ເດັດ​ກັບ​ມາ

5   ເຣື່ອງ​ນີ້​ສະ​ແດງ​ໃຫ້​ເຫັນ​ຄັກ​ເຖິງ​ການ​ຊົງ​ພິ​ພາກ​ສາ​ອັນ​ຍຸດ​ຕິ​ທັມ​ຂອງ​ພຣະ​ເຈົ້າ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຊົງ​ຖື​ວ່າ ເປັນ​ຜູ້​ສົມ​ຄວນ​ກັບ​ພຣະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ເພາະ​ເຫັນ​ແກ່​ຣາ​ຊ​ອາ​ນາ​ຈັກ​ນັ້ນ​ແຫລະ ພວກ​ເຈົ້າ​ຈຶ່ງ​ອົດ​ທົນ​ຄວາມ​ທຸກ​ລຳ​ບາກ​ຢູ່

6   ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ເຫັນ​ວ່າ​ເປັນ​ການ​ຍຸດ​ຕິ​ທັມ​ແລ້ວ ທີ່​ຈະ​ຊົງ​ເອົາ​ຄວາມ​ຍາກ​ລຳ​ບາກ​ໄປ​ຕອບ​ແທນ​ຄົນ​ເຫລົ່າ​ນັ້ນ ທີ່ກໍ່​ຄວາມ​ຍາກ​ລຳ​ບາກ​ໃຫ້​ແກ່​ພວກ​ເຈົ້າ

7   ແລະ​ທີ່​ຈະ​ຊົງ​ໂຜດ​ໃຫ້​ເຈົ້າ​ທັງ​ຫລາຍ​ຜູ້​ຖືກ​ຄວາມ​ຍາກ​ລຳ​ບາກ​ນັ້ນ​ໄດ້​ຮັບ​ຄວາມ​ບັນ​ເທົາ​ດ້ວຍ​ກັນ​ກັບ​ພວກ​ເຮົາ ເມື່ອ​ເວ​ລາ​ພຣະ​ເຢ​ຊູ​ເຈົ້າ​ຈະ​ຊົງ​ປາ​ກົດ​ຈາກ​ຟ້າ​ສວັນ ໃນ​ແປວ​ໄຟ​ອັນ​ຮ້ອນ​ກ້າ​ພ້ອມ​ດ້ວຍ​ຫມູ່​ເທວະ​ດາ​ຕົນ​ມີ​ຣິດ​ຂອງ​ພຣະ​ອົງ

8   ເພື່ອ​ຈະ​ລົງ​ໂທດ​ຕອບ​ແທນ​ຄົນ​ທັງ​ປວງ​ທີ່​ບໍ່​ຣູ້​ຈັກ​ພຣະ​ເຈົ້າ ແລະ​ແກ່​ຄົນ​ທີ່​ບໍ່​ຍອມ​ເຊື່ອ​ຟັງ​ຂ່າວ​ປະ​ເສີດ​ເຣື່ອງພຣະ​ເຢ​ຊູ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ

9   ຄົນ​ພວກ​ນັ້​ນ​ຈະ​ໄດ້​ຖືກ​ໂທດ ຄື​ຄວາມ​ວິ​ນາດ​ຈິບ​ຫາຍ​ເປັນ​ນິດ ແລະ​ແຍກ​ຫ່າງ​ຈາກ​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ ແລະ​ຈາກ​ຣິດ​ທາ​ນຸ​ພາບ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ

10 ໃນ​ວັນ​ນັ້ນ ຄື​ເມື່ອ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ເພື່ອ​ຊົງ​ຮັບພຣະ​ກຽດ​ຕິ​ຍົດ ເພາະ​ພວກ​ໄພ່​ພົນ​ທັງ​ປວງ​ຂອງ​ພຣະ​ອົງ ແລະ​ເພື່ອ​ໃຫ້​ເປັນ​ທີ່​ນິ​ຍົມ​ຊົມ​ຊື່ນ​ແກ່​ຄົນ​ທັງ​ປວງທີ່​ໄດ້​ເຊື່ອ (ເພາະ​ເຈົ້າ​ທັງ​ຫລາຍ​ໄດ້​ເຊື່ອ​ຄຳ​ພຍານ​ຂອງ​ພວກ​ເຮົາ​ແລ້ວ)

11 ເພາະ​ເຫດ​ສັນ​ນັ້ນ​ແຫລະ, ພວກ​ເຮົາ​ຈຶ່ງ​ອ້ອນວອນ​ສຳ​ລັບ​ເຈົ້າ​ທັງ​ຫລາຍ​ຢູ່​ສເມີ ຂໍ​ໃຫ້​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ຊົງ​ໂຜດ​ຖື​ວ່າ ພວ​ກ​ເຈົ້​ເປັນ​ຜູ້​ເຫມາະ​ສົມ​ແກ່​ການ​ທີ່ພຣະ​ອົງ​ຊົງ​ເອີ້ນ​ເອົາ​ນັ້ນ ແລະ​ຂໍ​ຊົງ​ບັນ​ດານ​ດ້ວຍຣິດ​ອຳ​ນາດ​ຂອງ​ພຣະ​ອົງ​ໃຫ້​ຄວາມ​ຕັ້ງ​ໃຈ​ດີ​ທຸກ​ປະ​ການ ກັບ​ການ​ງານ​ຂອງ​ຄວາມ​ເຊື່ອ​ທຸກ​ຢ່າງ​ໃຫ້​ສຳ​ເຣັດ

12 ເພື່ອ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຈະ​ໄດ້​ກຽດ​ຕິ​ຍົດ​ເພາະ​ພວກ​ເຈົ້ ແລະ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ກຽດ​ຕິ​ຍົດ​ເພາະ​ພຣະ​ອົງ ຕາມ​ພຣະ​ຄຸນ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແລະ​ແຫ່ງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ

 

2. ຜູ້​ຊົ່ວ​ອະ​ທັມ

1   ພວກ​ພີ່​ນ້ອງເອີຍ, ເຣື່ອງ​ການ​ທີ່​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທງ​ຫລາຍ​ຈະ​ສະ​ເດັດ​ມາ ແລະ​ການ​ທີ່​ພຣະອົງ​ຈະ​ຊົງ​ຮວບ​ຮວມ​ພວກ​ເຮົາ​ໄປ​ເປັນ​ຂອງ​ພຣະ​ອົງ​ນັ້ນ ເຮົາ​ວອນ​ຂໍ​ພ​ວກ​ເຈົ້າ​ວ່າ,

2   “ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ທັງ​ຫລຍ​ປັ່ນ​ປ່ວນ​ໂດຍ​ງ່າຍ ຫລື​ສະ​ທ້ານ​ຕົກ​ໃຈ ບໍ່​ວ່າ​ຈະ​ມາ​ດ້ວຍທາງວິນ​ຍານ ຫລື​ມາ​ທາງ​ຄໍາເວົ້າ ຫລື​ທາງ​ຈົດ​ຫມາຍ​ທີ່​ອ້າງວ່າ​ມາ​ຈາກ​ເຮົາ ໂດຍ​ອ້າງວ່າ​ວັນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ແລ້ວ

3   ຢ່າ​ໃຫ້​ໃຜ​ຫລອກ​ລວງ​ເຈົ້າ​ທັງ​ຫລາຍ​ດ້ວຍ​ທາງ​ນຶ່ງ​ທາງ​ໃດ ເພາະ​ວ່າ​ວັນ​ນັ້ນ​ຈະ​ບໍ່​ທັນມາ​ເຖິງ ຈົນ​ກວ່າ​ຈະ​ມີ​ການ​ທໍ​ຣະ​ຍົດ​ເກີດ​ຂຶ້ນ​ເສັຽກ່ອນ ແລະ​ຜູ້​ຊົ່ວ​ຮ້າຍ​ນັ້ນ​ຈະ​ອອກ​ມາ​ປາ​ກົດ​ຄື​ຜູ້​ຖືກ​ຊົງ​ຫມາຍ​ໄວ້​ສຳ​ລັບ​ຄວາມ​ວິ​ນາດ​ຈິບ​ຫາຍ

4   ຄື​ຜູ້​ຄັດ​ຄ້ານ ແລະ​ຍົກ​ຕົວ​ຂຶ້ນ​ຕໍ່​ສູ້​ທຸກໆ​ສິ່ງ​ທີ່​ມີ​ຊື່​ວ່າ​ເປັນພຣະ ຫ​ລື​ທີ່​ເຂົາ​ໄຫວ້ນະ​ມັ​ສ​ການ​ນັ້ນ​ມັນ​ຈຶ່ງ​ຈະ​ໄດ້​ນັ່ງ​ລົງ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ສ​ແດງ​ຕົວ​ເປັນ​ເຫມືອນ​ພຣະ​ເຈົ້າ

5   ເຈົ້າ​ທັງ​ຫລາຍ​ບໍ່​ຈື່​ຫລື​ວ່າ ເມື່ອ​ເຮົາ​ຍັງ​ຢູ່​ນຳ​ພວກ​ເຈົ້າ ເຮົາ​ກໍ​ເຄີຍບອກ​ສິ່ງ​ທັງ​ຫລາຍ​ນີ້​ໃຫ້​ເຈົ້າ​ຊາບຢູ່​ແລ້ວ

6   ແລະ​ເຈົ້າທັງ​ຫລາຍ​ກໍ​ຮູ້​ຈັກ​ສິ່ງ​ທີ່​ກຳ​ລັງ​ຫນ່ວງ​ມັນ​ໄວ້​ໃນ​ເວ​ລາ​ນີ້ ຈົນ​ກວ່າ​ມັນ​ຈະ​ອອກ​ມາ​ປາ​ກົດ​ໄດ້​ຕາມ​ເວ​ລາ​ກຳ​ນົດ​ຂອງ​ມັນ

7   ເພາະ​ວ່າ​ການ​ຊົ່ວ​ຮ້າຍ​ອັນ​ເລິກ​ລັບ​ກໍ​ກຳ​ລັງ​ເຮັດ​ລັບໆ​ຢູ່ ແຕ່​ຜູ້​ທີ່​ຫນ່ວງ​ມັນ​ຢູ່ດຽວ​ນີ້​ນັ້ນ​ຈະ​ຍັງ​ຫນ່ວງ​ຢູ່ ຈົນ​ກວ່າ​ຈະ​ໄດ້​ອອກ​ໄປ​ແລ້ວ

8   ຂ​ນະ​ນັ້ນ​ແຫລະ ຜູ້​ຊົ່ວ​ຮ້າຍ​ນັ້ນ​ຈະ​ປາ​ກົດ​ຕົວ ແລະ​ພຣະ​ເຢ​ຊູ​ເຈົ້​ຈະ​ຊົງ​ປະ​ຫານ​ມັນ​ເສັຽດ້ວຍ​ລົມພຣະ​ໂອດ​ຂອງ​ພຣະ​ອົງ ແລະ​ຈະ​ຊົງ​ລ້າງ​ຜານ​ມັນ​ໃຫ້​ສູນ​ຫາຍ​ໄປ​ດ້ວ​ຍ​ຄວາມ​ຮຸ່ງ​ເຮືອງ​ທີ່​ຈະ​ສ່ອງ​ປາ​ກົດ​ໃນ​ເວ​ລາ​ພຣະ​ອົງ​ສະ​ເດັດ​ມານັ້

9   ຜູ້​ຊົ່ວ​ຮ້າຍ​ນັ້ນ​ຈະ​ມາ​ດ້ວຍການ​ດົນ​ບັນ​ດານ​ຂອງ​ຊາ​ຕານ ພ້ອມ​ດ້ວຍ​ຣິດ​ອຳ​ນາດທຸກ​ຢ່າງ ແລະ​ດ້ວຍ​ຫມາຍ​ສຳ​ຄັນ​ກັບ​ການ​ອັດສະຈັນ​ທີ່​ຫລອກ​ລວງ

10 ແລະ​ກົນ​ອຸ​ບາຍ​ອັນ​ຊົ່ວ​ຮ້າຍ​ທຸກ​ຢ່າງ​ສຳ​ລັບ​ຄົນ​ພວກ​ນັ້ນ​ທີ່​ກຳ​ລັງ​ຈິບ​ຫາຍ​ໄປ ເພາະ​ເຂົາ​ບໍ່​ໄດ້​ຍອມ​ຮັກ​ຄວາມ​ຈິງ​ທີ່​ຈະ​ໃຫ້​ເຂົາ​ພົ້ນ​ໄດ້

11 ດ້ວຍ​ເຫດ​ນີ້​ແຫລະ ພຣະ​ເຈົ້າ​ຈຶ່ງ​ຊົງ​ໃຫ້​ອິດ​ທິພົນ​ອັນ​ຫລອກ​ລໍ້​ນັ້ນ​ເຮັດ​ການ​ຢູ່​ພາ​ຍ​ໃນ ເພື່ອ​ໃຫ້​ເຂົາ​ເຊື່ອ​ຟັງ​ຄວາມ​ບໍ່​ຈິ

12 ເພື່ອ​ພວກ​ຄົນ​ທີ່​ບໍ່​ເຊື່ອ​ຄວາມ​ຈິງ ແຕ່​ຍິນ​ດີ​ໃນ​ການ​ຊົ່ວ​ຮ້າຍ ຈະ​ໄດ້​ຖືກ​ພິພາກ​ສາ​ລົງ​ໂທດ​ຫມົດ​ທຸກ​ຄົນ

 

ຖືກ​ຊົງ​ເລືອກ​ໄວ້​ສຳ​ລັບ​ຄວາມ​ພົ້ນ

13 ພວກ​ພີ່​ນ້ອງ​ຜູ້​ເປັນ​ທີ່​ຮັກ​ຂອງ​ພຣະ​ອົງ​ເຈົ້າ​ເອີຍ, ເຮົາ​ຈຳ​ເປັນ​ຕ້ອງ​ຂອບ​ພຣະ​ຄຸ​ນ​ພຣະ​ເຈົ້າ​ເພາະ​ເຈົ້​ທັ​ງ​ຫລາຍ​ຢູ່​ສເມີ ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ເລືອກ​ພວ​ກ​ເຈົ້າ​ໄວ້​ຕັ້ງ​ແຕ່​ຕົ້ນ​ເດີມ ເພື່ອ​ຊົງ​ໂຜດ​ໃຫ້​ພົ້ນ​ໂດຍ​ພຣະ​ວິນ​ຍານ​ຊົງ​ຊຳ​ຮະ​ເຈົ້າ​ໃຫ້​ບໍ​ຣິ​ສຸດ ແລະ​ໂດຍ​ເຈົ້າ​ໄດ້​ເຊື່ອ​ຄວາມ​ຈີງ

14 ພຣະ​ອົງ​ໄດ້​ຊົງ​ເອີ້ນ​ເອົາ​ພວກ​ເຈົ້າ​ໃຫ້​ມາ​ເຖິງ​ຄວາ​ມ​ພົ້ນ​ນັ້ນ​ໂດຍ​ທາງ​ຂ່າວ​ປະ​ເສີດ​ຂອງ​ເຮົາ ເພື່ອ​ຈະ​ໄດ້​ຮັບ​ຍົດ​ຖາ​ບັນ​ດາ​ສັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ

15 ເຫດ​ສັນ​ນັ້ນ​ແຫລະ ພີ່​ນ້ອງ​ເອີຍ, ຈົ່ງ​ຕັ້ງ​ຫມັ້ນ​ຄົງ​ຢູ່ ແລະ​ຍຶດ​ຖື​ເອົາ​ຄຳ​ສອນ​ທີ່​ສືບ​ມາ ຊຶ່ງ​ພວກ​ເຮົາ​ໄດ້​ສອນ​ພວກ​ເຈົ້າ​ນັ້ນ​ບໍ່​ວ່າ​ຈະ​ເປັນ​ທາງວາ​ຈາ​ຫລື​ທາງ​ຈົດ​ຫມາຍ​ຂອງ​ພວ​ກ​ເຮົາ​ກໍ​ດີ

16 ຂໍ​ໃຫ້​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາທັງ​ຫລາຍ ແລະ​ພຣະ​ບິ​ດາ​ເຈົ້າ​ຂອງ​ພວກ​ເຮົາ ຜູ້​ຊົງ​ຮັກ​ເຮົາ​ທັ​ງ​ຫລາຍ ແລະ​ຊົງ​ໂຜດປະ​ທານ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຊູ​ໃຈ​ເປັນ​ນິດ ແລະ​ຄວາມ​ຫວັງ​ໃຈ​ອັນ​ດີ​ໂດຍ​ພຣະ​ຄຸນ​ນັ້ນ

17 ຊົງ​ຊູ​ໃຈ ແລະ​ຕັ້ງ​ເຈົ້າ​ໄວ້​ໃຫ້​ຫມັ້ນ​ຄົງ​ໃນ​ການ​ງານ ແລະ​ໃນ​ວາ​ຈາ​ອັນ​ທຸກ​ຢ່າງ

 

3. ຈົ່ງ​ອ້ອນວອນ​ສຳ​ລັບ​ພວກ​ເຮົາ

1   ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ທ້າຍ​ສຸດ​ນີ້ ຈົ່ງ​ອ້ອນວອນ​ສຳ​ລັບ​ພວກ​ເຮົາ ເພື່ອ​ພຣະ​ທັ​ມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ແຜ່​ໄປ ແລະ​ຈະ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ສໍ​ຣະ​ເສີນ​ເຫມືອນ​ດັ່ງ​ທີ່​ໄດ້​ເປັນ​ໄປ​ໃນ​ຖ້າມ​ກາງ​ພວກ​ເຈົ້າ​ແລ້ວ

2   ແລະ​ເພື່ອ​ພວກ​ເຮົາ​ຈະ​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ຄົນ​ພານ​ຊົ່ວ​ຮ້າຍ ເພາະ​ວ່າ​ຄົນ​ທີ່​ເຊື່ອ​ນັ້ນ​ບໍ່​ແມ່ນ​ທຸກ​ຄົນ

3   ແຕ່​ວ່າອົງ​ພຣະ​ຜູ້​ເປັນ​ເຈົ້​ຊົງ​ທ່ຽງ​ທັມ ພຣະ​ອົງ​ຈະ​ຊົງ​ຕັ້ງ​ພວກ​ເຈົ້າ​ໃຫ້​ຫມັ້ນ​ຄົງ ທັງ​ຈະ​ຊົງ​ຄຸ້ມ​ຄອງ​ປ້ອງ​ກັນ​ເຈົ້າ​ໄວ້​ຈາກ​ອັນ​ຊົ່ວ​ຮ້າຍ​ນັ້ນ

4   ພວກ​ເຮົາ​ມີ​ຄວາມ​ໄວ້​ວາງ​ໃຈ​ໃນ​ເຈົ້າ​ທັງ​ຫລາຍ​ເນື່ອງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ພວກ​ເຈົ້າ​ກຳ​ລັງ​ເຮັດ ແລະ​ຈະ​ເຮັດ​ຕໍ່​ໄປ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ພວກ​ເຈົ້າ​ແລ້ວ

5   ຂໍ​ໃຫ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນຳ​ໃຈ​ເຈົ້າ​ທັງ​ຫລາຍ​ໄປ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ​ເຖິງ​ຄວາມ​ພາກ​ພຽ​ນ​ຂອງ​ພຣະຄຣິດ

ຄວາມ​ຈຳ​ເປັນ​ຕ້ອງ​ເຮັດ​ການ

6   ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຮົາ​ສັ່ງ​ເຈົ້າ​ທັງ​ຫລາຍ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູຄຣິດ​ເຈົ້າ​ວ່າ ຈົ່ງ​ຜີກ​ອອກ​ຈາກ​ພີ່​ນ້ອງ​ທຸກ​ຄົນ​ທີ່​ດຳ​ເນີນ​ຊີ​ວິດນອກ​ລະ​ບຽບ ແລະ​ບໍ່​ເຮັດ​ຕາມ​ຄຳ​ສອນ​ທີ່​ສືບ​ມາ ຊຶ່ງ​ພວກ​ເຮົາ​ໄດ້​ສອນ​ພວກ​ເຈົ້າ​ແລ້ວ​ນັ້ນ

7   ເຫດ​ວ່າ​ຕົວ​ເຈົ້າ​ທັງ​ຫລາຍ​ເອງ​ກໍ​ຮູ້​ຢູ່​ແລ້ວ​ວ່າ ຈຳ​ເປັນ​ຕ້ອງ​ເອົາ​ຕາມ​ແບບ​ຢ່າງ​ຂອງ​ເຮົາ ເມື່ອ​ເຮົາ​ຢູ່​ໃນ​ຖ້າມ​ກາງ​ພວກ​ເຈົ້າ​ເຮົາ​ບໍ່​ໄດ້​ຢູ່ນອກ​ລະ​ບຽບ

8   ເຮົາ​ບໍ່​ໄດ້​ແກ່ມ​ອາ​ຫານ​ການ​ກິນ​ກັບ​ໃຜ ແຕ່​ເຮົາ​ໄດ້​ອອກ​ເຫື່ອ​ແຮງ​ເຮັດ​ການ​ຫນັກ​ຫນ່ວງ​ທັງ​ກາງ​ເວັນ ແລະ​ກາງ​ຄືນ ເພື່ອ​ບໍ່​ໃຫ້​ເປັນ​ພ​ຣະ​ອັນ​ຫນັກແກ່​ຜູ້​ນຶ່ງ​ຜູ້​ໃດ​ໃນ​ພວກ​ເຈົ້າ

9   ການ​ເປັນ​ດັ່ງ​ນີ້​ບໍ່​ແມ່ນ ເພາະ​ເຮົ​ບໍ່​ມີ​ສິດ ແຕ່​ວ່າ​ເພື່ອ​ເຮົາ​ຈະ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ເຈົ້າ​ທັງ​ຫລາຍ ເພື່ອ​ພວກ​ເຈົ້າ​ຈະ​ເອົາ​ຕາມ​ແບບ​ຂອງ​ເຮົ

10 ເພາະ​ເມື່ອ​ເວ​ລາ​ເຮົາ​ຍັງ​ຢູ່​ນຳ​ພວກ​ເຈົ້າ ເຮົາ​ໄດ້​ສັ່ງ​ເຈົ້າ​ແລ້ວ​ວ່າດ “ຖ້າ​ຜູ້​ໃດ​ບໍ່​ມີ​ນ້ຳ​ໃຈ​ຢາກ​ເຮັດ​ການ​ກໍ​ຢ່າ​ໃຫ້​ຜູ້​ນັ້ນ​ກິນ”

11 ດ້ວຍ​ວ່າ​ພວກ​ເຮົາ​ໄດ້​ຍິນ​ຂ່າວ​ວ່າ ມີ​ບາງ​ຄົນ​ໃນ​ພວກ​ເຈົ້າ​ຢູ່ນອກ​ລະ​ບຽບ​ບໍ່​ເຮັດ​ການ​ຫຍັງ ແຕ່​ທ່ຽວ​ຫາ​ຫຍຸ້ງ​ກ່ຽວ​ກັບ​ກິດ​ທຸ​ຣະ​ຂອງ​ຄົນ​ອື່ນ

12 ໃນ​ພຣະ​ນາມ​ພຣະ​ເຢຊູ​ຄຣິດ​ເຈົ້າ ພວກ​ເຮົາ​ສັ່ງ ແລະ​ເຕືອນ​ສະ​ຕິ​ຄົນ​ທັງ​ຫລາຍ​ທີ່​ເຮັດ​ຢ່າງ​ນັ້ນ​ວ່າ ໃຫ້​ເຂົາ​ເຮັດ​ການ​ດ້ວຍ​ໃຈ​ສ​ງົບ ແລະ​ກິນ​ອາ​ຫານ​ຂອງ​ຕົນ​ເອງ

13 ແຕ່​ພີ່​ນ້ອງ​ເອີຍ ເຈົ້າ​ທັງ​ຫລາຍ​ຢ່າ​ອ່ອນ​ກຳ​ລັງ​ໃຈ​ທີ່​ຈະ​ເຮັດ​ການ​ດີ

14 ຖ້າ​ຜູ້​ນຶ່ງ​ຜູ້​ໃດ​ບໍ່​ຟັງ​ຂໍ້​ຄວາມ​ຂອງ​ພວກ​ເຮົາ​ໃນ​ຈົດ​ຫມາຍ​ສະ​ບັບ​ນີ້ ຈົ່ງ​ຫມາຍ​ຜູ້​ນັ້ນ​ໄວ້ ຢ່າ​ຄົບ​ຫາ​ສະ​ມາ​ຄົມ​ກັບ​ຜູ້​ນັ້ນ​ເພື່ອ​ເຂົາຈະ​ໄດ້​ລະ​ອາຍ

15 ແລະ​ຢ່າ​ຖືຜູ້​ນັ້ນ​ວ່າ​ເປັນ​ສັດ​ຕູ ແຕ່​ເຕືອນ​ສະ​ຕິ​ເຫມືອນ​ດັ່ງ​ພີ່​ນ້ອງ

 

ຄຳ​ອວຍ​ພອນ

16 ຂໍ​ໃຫ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ສັນ​ຕິ​ສຸກ ຊົງ​ໂຜດ​ປະ​ທານ​ສັນ​ຕິ​ສຸກ​ໃຫ້​ແກ່​ເຈົ້າ​ທັງ​ຫລາຍ​ທຸກ​ເວ​ລາ​ແລະ​ທຸກ​ຢ່າງ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ສະ​ຖິດ​ຢູ່​ນຳ​ເຈົ້າ​ທັງ​ປວງ​ເທີນ

17 ຄວາມ​ຄຳ​ນັບ​ນີ້​ເປັນ​ລາຍ​ມື​ຂອງ​ເຮົາ ເຮົາ​ຈະ​ລົງ​ຊື່​ໄວ້​ວ່າ ໂປ​ໂລ ເປັນ​ເຄື່ອງ​ຫມາຍ​ໃນ​ຈົດ​ຫມາຍ​ທຸກ​ສະ​ບັບ ເຮົາ​ເຄີຍ​ຂຽນ​ດັ່ງ​ນີ້​ແຫລະ

18 ຂໍ​ໃຫ້​ພຣະ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ​ສະ​ຖິດ​ຢູ່​ນຳ​ເຈົ້າ​ທັງ​ຫລາຍ​ເທີນ