| 2 Peter ພຣະທັມ 2 ເປໂຕ |
|
![]() |
|
ພຣະທັມ
2 ເປໂຕ
ຈົດຫມາຍສະບັບທີ່ສອງ
ຂອງ
ເປໂຕ
1
ຊີໂມນ
ເປໂຕ
ຂ້ອຍໃຊ້
ແລະອັຄສາວົກຂອງພຣະເຢຊູຄຣິດ
ຮຽນ
ທ່ານທັງຫລາຍທີ່ໄດ້ຮັບຄວາມເຊື່ອອັນປະເສີດເທົ່າທຽມກັນກັບເຮົາດ້ວຍຄວາມຊອບທັມແຫ່ງພຣະເຈົ້າຂອງພວກເຮົາ
ຄືພຣະເຢຊູຄຣິດພຣະຜູ້ໂຜດໃຫ້ພົ້ນຂອງພວກເຮົາທັງຫລາຍ
2
ຂໍໃຫ້ພຣະຄຸນແລະສັນຕິສຸກ
ຈົ່ງເພີ້ມທະວີຄູນແກ່ທ່ານທັງຫລາຍ
ໂດຍການຮູ້ຈັກໃນພຣະເຈົ້າ
ແລະໃນພຣະເຢຊູອົງພຣະຜູ້ເປັນເຈົ້າຂອງພວກເຮົາ
ການຊົງເອີ້ນແລະການຊົງເລືອກທ່ານ
3
ດ້ວຍເຫັນແລ້ວວ່າຣິດເດດຂອງພຣະອົງໄດ້ຊົງປະທານສິ່ງສາຣະພັດແກ່ພວກເຮົາ
ທີ່ຈະໄດ້ມີຊີວິດແລະຄວາມເຫລື້ອມໃສໃນພຣະເຈົ້າ
ໂດຍຮູ້ຈັກພຣະອົງຜູ້ທີ່ຊົງເອີ້ນພວກເຈົ້າດ້ວຍສະງ່າຣາສີ
ແລະຄວາມລ້ຳເລີດຂອງພຣະອົງເອງ
4
ດ້ວຍສິ່ງເຫລົ່ານີ້ພວກທ່ານຈຶ່ງຈະຫນີພົ້ນໄດ້ຈາກການເສື່ອມໂຊມທີ່ມີຢູ່ໃນໂລກນີ້ເພາະຕັນຫາ
ແລະຈະໄດ້ຮັບສ່ວນໃນສະພາບຂອງພຣະອົງ
5
ເພາະເຫດນີ້ແຫລະ,
ທ່ານທັງຫລາຍຈົ່ງອົດສາພຍາຍາມຈົນສຸດກຳລັງ
ເພື່ອຈະເອົາຄຸນຄວາມດີເພີ້ມຄວາມເຊື່ອ,
ແລະເອົາຄວາມຮູ້ເພີ້ມຄຸນຄວາມດີ
6
ເອົາຄວາມຮູ້ຈັກບັງຄັບຕົນເພີ້ມຄວາມຮູ້,
ເອົາຄວາມຫມັ້ນໃຈເພີ້ມຄວາມບັງຄັບຕົນ,
ເອົາຄວາມເຫລື້ອມໃສໃນພຣະເຈົ້າເພີ້ມຄວາມຫມັ້ນໃຈ
7
ເອົາຄວາມຮັກພີ່ນ້ອງເພີ້ມຄວາມເຫລື້ອມໃສໃນພຣະເຈົ້າ,
ແລະເອົາຄວາມຮັກຄົນທົ່ວໄປເພີ້ມຄວາມຮັກພີ່ນ້ອງ
8
ດ້ວຍວ່າສິ່ງເຫລົ່ານີ້ມີຢູ່ໃນພວກທ່ານຢ່າງບໍຣິບູນແລ້ວ
ກໍຈະເຮັດໃຫ້ພວກທ່ານເປັນຄົນດຸຫມັ່ນ
ແລະເກີດຜົນໃນການຮູ້ຈັກພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ
9
ເພາະວ່າຜູ້ໃດທີ່ຂາດສິ່ງເຫລົ່ານີ້ກໍເປັນຄົນຕາບອດຕາສັ້ນ
ແລະລືມໄປວ່າຕົນໄດ້ຮັບການຊຳຮະລ້າງຈາກຜິດບາບອັນເກົ່າກ່ອນຂອງຕົນເສັຽແລ້ວ
10 ເພາະເຫດນັ້ນ
ພີ່ນ້ອງທັງຫລາຍເອີຍ,
ຈົ່ງອົດສາພຍາຍາມຫລາຍກວ່າເກົ່າ
ເຮັດຕົນໃຫ້ເປັນໄປຕາມທີ່ພຣະເຈົ້າຊົງເອີ້ນແລະຊົງເລືອກໄວ້ນັ້ນ
ເພາະວ່າຖ້າເຮັດຢ່າງນັ້ນແຫລະ,
ພວກທ່ານກໍຈະບໍ່ສະດຸດລົ້ມລົງຈັກເທື່ອ
11 ດ້ວຍທາງນີ້ແຫລະ,
ພຣະເຈົ້າຈະຊົງປະທານສິດສົມບູນແກ່ທ່ານທັງຫລາຍ
ໃຫ້ເຂົ້າໄປໃນຣາຊແຜ່ນດິນອັນຕລອດໄປເປັນນິດຂອງພຣະເຢຊູຄຣິດເຈົ້າ
ພຣະຜູ້ຊົງໂຜດໃຫ້ພົ້ນຂອງພວກເຮົາ
12 ເຫດສັນນັ້ນ
ເຖິງແມ່ນວ່າທ່ານທັງຫລາຍຮູ້ຈັກແລະຕັ້ງຫມັ້ນຄົງຢູ່ໃນຄວາມຈິງທີ່ມີຢູ່ແລ້ວກໍດີ
ຂ້າພະເຈົ້າກໍພ້ອມຢູ່ສເມີທີ່ຈະເຕືອນສະຕິພວກທ່ານໃຫ້ລະນຶກເຖິງສິ່ງເຫລົ່ານີ້
13 ຕາບໃດທີ່ຂ້າພະເຈົ້າຍັງອາໄສຢູ່ໃນຮ່າງກາຍນີ້
ຂ້າພະເຈົ້າເຫັນສົມຄວນທີຈະປຸກເຕືອນພວກທ່ານໃຫ້ລະນຶກເຖິງຂໍ້ຄວາມເຫລົ່ານີ້
14 ເພາະຂ້າພະເຈົ້າຮູ້ຢູ່ວ່າອີກບໍ່ເຫິງ
ຂ້າພະເຈົ້າກໍຈະປະຖິ້ມຮ່າງກາຍນີ້ເສັຽ
ເຫມືອນດັ່ງທີ່ພຣະເຢຊູຄຣິດເຈົ້າຂອງພວກເຮົາໄດ້ຊົງສະແດງແກ່ຂ້າພະເຈົ້າແລ້ວ
15 ແລະຂ້າພະເຈົ້າຈະພຍາຍາມຫາທາງໃຫ້ທ່ານທັງຫລາຍລະນຶກເຖິງສິ່ງເຫລົ່ານີ້ໄດ້ທຸກເວລາ
ເມື່ອຂ້າພະເຈົ້າຈາກໂລກນີ້ໄປແລ້ວ
16 ເພາະເມື່ອເຮົາໄດ້ປະກາດໃຫ້ທ່ານທັງຫລາຍຊາບເຖິງຣິດເດດແລະການສະເດັດມາຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາ
ເຮົາບໍ່ໄດ້ກ່າວຕາມນິຍາຍທີ່ເຂົາແຕ່ງຂຶ້ນດ້ວຍຄວາມສລາດ
ແຕ່ເຮົາເປັນພຍານຜູ້ຮູ້ເຫັນເດຊານຸພາບຂອງພຣະອົງ
17 ເພາະວ່າພຣະອົງໄດ້ຊົງຮັບກຽດແລະສະງ່າຣາສີຈາກພຣະບິດາ
ຄາວເມື່ອພຣະສຸຣະສຽງຈາກຣັສມີອັນຮຸ່ງເຮືອງຊົງກ່າວແກ່ພຣະອົງວ່າ,
“ທ່ານຜູ້ນີ້ແຫລະ,
ເປັນບຸດທີ່ຮັກຂອງເຮົາ
ເຮົາຊອບໃຈຫລາຍໃນທ່ານ”
18 ຝ່າຍພວກເຮົາກໍໄດ້ຍິນພຣະສຸຣະສຽງນີ້ຈາກສວັນ ເມື່ອພວກເຮົາໄດ້ຢູ່ກັບພຣະອົງທີ່ພູອັນສັກສິດນັ້ນ
19 ສັນນັ້ນພວກເຮົາຍຶດຖືຄຳທຳນວາຍຢ່າງແນ່ນອນກວ່າເກົ່າ
ຈະເປັນການດີຖ້າທ່ານທັງຫລາຍຈະຖືຕາມຄຳທຳນວາຍນັ້ນ
ເພາະຄຳນັ້ນເປັນເຫມືອນແສງໂຄມທີ່ສ່ອງສວ່າງໃນບ່ອນມືດຈົນເຖິງວັນຮຸ່ງເຊົ້າແລະດາວເພັກຈະສ່ອງຂຶ້ນໃນໃຈຂອງພວກທ່ານ
20 ກ່ອນອື່ນທ່ານທັງຫລາຍຈະຕ້ອງເຂົ້າໃຈຂໍ້ນີ້
ຄືຜູ້ນຶ່ງຜູ້ໃດຈະຕີຄວາມຫມາຍຂອງຄຳທຳນວາຍໃນພຣະຄັມພີເອົາເອງບໍ່ໄດ້
21 ເພາະວ່າຄຳທຳນວາຍນັ້ນບໍ່ໄດ້ມາຈາກນ້ຳໃຈຂອງມະນຸດຈັກເທື່ອ
ແຕ່ມະນຸດໄດ້ກ່າວຄຳທີ່ມາຈາກພຣະເຈົ້າ
ຕາມທີ່ພຣະວິນຍານບໍຣິສຸດຊົງດົນໃຈ
1
ແຕ່ວ່າໄດ້ມີຜູ້ປະກາດພຣະທັມປອມເກີດຂຶ້ນໃນຖ້າມກາງພົລເມືອງນັ້ນເຫມືອນກັບຈະມີຜູ້ສອນປອມເກີດຂຶ້ນໃນຖ້າມກາງພວກທ່ານ
ເຂົາຈະນຳເອົາລັດທິອັນໃຫ້ເຖິງຄວາມຈິບຫາຍລອບເຂົ້າມາສ້ຽມສອນ
ຈົນເຖິງກັບປະຕິເສດອົງພຣະຜູ້ເປັນເຈົ້າຜູ້ຊົງໄຖ່ເຂົາໄວ້
ຊຶ່ງຈະນໍາຄວາມຈິບຫາຍມາເຖິງຕົວເຂົາໂດຍໄວ
2
ຈະມີຫລາຍຄົນຕິດຕາມການຊົ່ວອັນຕ່ຳຊ້າຂອງເຂົາ
ແລະເພາະເນື່ອງຈາກຄົນເຫລົ່ານັ້ນເປັນເຫດທາງຂອງຄວາມຈິງຈະຖືກປມາດ
3
ແລະດ້ວຍໃຈໂລບເຂົາຈະໄດ້ກຳໄຣຈາກພວກທ່ານດ້ວຍກ່າວຄຳຕົວະ
ການລົງໂທດຄົນເຫລົ່ານັ້ນທີ່ໄດ້ຖືກພິພາກສາດົນນານມາແລ້ວກໍບໍ່ເສີຍຊ້າຢູ່
ຄວາມຈິບຫາຍທີ່ຈະເກີດກັບເຂົານັ້ນກໍບໍ່ໄດ້ລືມເຂົາ
4
ເພາະວ່າພຣະເຈົ້າບໍ່ໄດ້ຊົງຍົກເວັ້ນຝູງເທວະດາທີ່ໄດ້ເຮັດບາບນັ້ນ
ແຕ່ໄດ້ຊົງຊຸກເຂົາລົງໄປສູ່ພື້ນທໍຣະນີ
ຂັງເຂົາໄວ້ໃນຂຸມມືດ
ຄຸມໄວ້ຈົນກວ່າວັນພິພາກສາ
5
ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນມະນຸສໂລກຄາວບູຮານ
ແຕ່ໄດ້ຮັກສາໂນອາຜູ້ປະກາດຄວາມຊອບທັມກັບຄົນອື່ນອີກເຈັດຄົນ
ເມື່ອຄາວທີ່ພຣະອົງໄດ້ຊົງບັນດານໃຫ້ນ້ຳຖ້ວມໂລກຂອງຄົນທີ່ບໍ່ນັບຖືພຣະເຈົ້າ
6
ພຣະເຈົ້າໄດ້ຊົງເຜົາເມືອງໂຊໂດມ
ແລະເມືອງໂກໂມຣາໃຫ້ກາຍເປັນເຖົ່າ
ຊຶ່ງເປັນການລົງໂທດໃຫ້ຈິບຫາຍເພື່ອເປັນຕົວຢ່າງແກ່ຄົນທັງຫລາຍທີ່ບໍ່ນັບຖືພຣະເຈົ້າໃນເວລາຕໍ່ໄປ
7
ແລະໄດ້ຊົງໂຜດເອົາໂລດຜູ້ຊອບທັມນັ້ນໃຫ້ພົ້ນ
ຄືຜູ້ທີ່ມີຄວາມທຸກໃຈຫລາຍຍ້ອນກິຣິຍາທີ່ຂາດສິນທັມຂອງຄົນຊົ່ວເຫລົ່ານັ້ນ
8
(ເພາະເມື່ອຄົນຊອບທັມຜູ້ນີ້ຢູ່ໃນຫມູ່ຄົນຊົ່ວນັ້ນ
ການອະທັມຂອງເຂົາທີ່ທ່ານໄດ້ເຫັນແລະໄດ້ຍິນ
ກໍເຮັດໃຫ້ຈິດໃຈທີ່ຊອບທັມຂອງຕົນເປັນທຸກລຳບາກທຸກໆວັນ)
9
ດັ່ງນັ້ນ
ອົງພຣະຜູ້ເປັນເຈົ້າຊົງຊາບວິທີຈະໂຜດເອົາຄົນທີ່ນັບຖືພຣະເຈົ້າໃຫ້ພົ້ນຈາກການທົດລອງ
ແລະຊົງຊາບວິທີຄຸມຮັກສາຄົນອະທັມໄວ້
ເພື່ອລົງໂທດເມື່ອວັນພິພາກສາ
10 ເປັນຕົ້ນຈະຊົງລົງໂທດແກ່ຄົນເຫລົ່ານັ້ນທີ່ປ່ອຍຕົວໄປຕາມກິເລດຕັນຫາ
ແລະຫມິ່ນປມາດຕໍ່ອຳນາດທັງຫມົດ
ຄຣູສອນປອມເຫລົ່ານີ້ມີໃຈກ້າກັ່ນແລະເຮັດຕາມອຳເພີໃຈ
ເຂົາບໍ່ສະທ້ານຕົກໃຈເມື່ອກ່າວປະນາມຕໍ່ຜູ້ມີຍົດສັກ
11 ເຖິງແມ່ນວ່າພວກເທວະດາທີ່ມີຣິດກໍາລັງຫລາຍກວ່າກໍຍັງບໍ່ນໍາຄວາມຟ້ອງມາກ່າວປະນາມຄົນເຫລົ່ານັ້ນຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າ
12 ແຕ່ຄົນເຫລົ່ານັ້ນເປັນເຫມືອນສັດເດັຽຣະສານທີ່ບໍ່ມີຄວາມຄຶດ
ແລະເກີດມາຕາມທຳມະຊາດເພື່ອຖືກຈັບແລະຖືກຂ້າ
ເຂົາກ່າວປະນາມສິ່ງທີ່ເຂົາບໍ່ເຂົ້າໃຈ
ເຂົາຈະຕ້ອງຈິບຫາຍໄປຢ່າງດຽວກັນກັບສັດເຫລົ່ານັ້ນ
13 ເຂົາຈະໄດ້ການອະທັມເປັນຮາງວັນແຫ່ງການອະທັມຂອງຕົນ
ເຂົາຖືເອົາການຫລິ້ນມ່ວນເຮຮາໃນເວລາກາງເວັນເປັນຂອງສນຸກ
ເຂົາດ່າງພ້ອຍແລະເປື້ອນເປິ
ແລະໃຊ້າການຫລິ້ນເຮຮາຫລອກລວງເມື່ອກຳລັງກິນລ້ຽງຮ່ວມກັບທ່ານທັງຫລາຍ
14 ຕາຂອງເຂົາກໍມັກເບິ່ງແຕ່ຍິງທີ່ລ່ວງປະເວນີ
ບໍ່ຢຸດບໍ່ຢັ້ງໃນການເຮັດບາບ
ເຂົາກ້ຽວກ່ອມຄົນທີ່ມີໃຈບໍ່ທ່ຽງຫມັ້ນ
ເຂົາມີໃຈເກັ່ງໃນການໂລບ
ເປັນຄົນທີ່ຖືກຊົງປ້ອຍດ່າແລ້ວ
15 ເຂົາໄດ້ປະຖິ້ມທາງຊື່ຈຶ່ງຫລົງທາງໄປ
ເຂົາຕິດຕາມທາງຂອງບາລາອາມລູກໂບໂຊຣ໌
ຜູ້ຊຶ່ງຊອບຮາງວັນທີ່ມາຈາກການອະທັມ
16 ແຕ່ບາລາອາມນັ້ນໄດ້ຖືກຕີເພາະການລະເມີດຂອງຕົນ
ລໍຕົວປາກບໍ່ເປັນກໍຍັງໄດ້ປາກພາສາມະນຸດ
ແລະໄດ້ຫ້າມຄວາມບ້າຂອງບາລາອາມຜູ້ທຳນວາຍນັ້ນໃຫ້ເຊົາ
17 ຄົນເຫລົ່ານີ້ເປັນບໍ່ທີ່ຂາດນ້ຳ
ເປັນຫມອກທີ່ຖືກພະຍຸພັດໄປ
ພຣະອົງຊົງຈັດຂຸມແຫ່ງຄວາມມືດອັດເລິກລັບໄວ້ສຳລັບຄົນເຫລົ່ານັ້ນ
18 ເພາະວ່າເຂົາມັກກ່າວຄຳອວດອ້າງອັນເປົ່າໆແລະໃຊ້ຄວາມປາຖນາຊົ່ວທາງກາຍຫລອກລວງຄົນທັງຫລາຍທີ່ກຳລັງຫນີພົ້ນຈາກຜູ້ທີ່ດຳເນີນຊີວິດໃນການຫລົງຜິດ
19 ເຂົາສັນຍາວ່າຈະໃຫ້ຄົນເຫລົ່ານັ້ນມີອິສລະພາບ
ແຕ່ຝ່າຍເຂົາເອງກໍຍັງເປັນຂ້ອຍຂ້າຂອງຄວາມເສື່ອມໂຊມ
ເພາະວ່າມະນຸດຖືກພ່າຍແພ້ແກ່ສິ່ງໃດແລ້ວ
ເຂົາຈະເປັນຂ້ອຍຂ້າຂອງສິ່ງນັ້ນ
20 ເພາະວ່າຖ້າຫລົງຈາກທີ່ເຂົາພົ້ນແລ້ວຈາກກິເລດຕັນຫາຂອງໂລກນີ້ແລ້ວ
ດ້ວຍການທີ່ເຂົາຮູ້ຈັກພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າແລະຜູ້ໂຜດໃຫ້ພົ້ນ
ເຂົາກັບພົວພັນແລະຖືກພ່າຍແພ້ແກ່ການຊົ່ວຮ້າຍນັ້ນອີກ
ສະພາບບັ້ນປາຍຂອງເຂົາກໍກັບເປັນຊົ່ວຮ້າຍກວ່າບັ້ນຕົ້ນ
21 ເພາະຖ້າເຂົາບໍ່ໄດ້ຮູ້ຈັກທາງຊອບທັມນັ້ນ
ກໍຍັງຈະດີກວ່າທີ່ໄດ້ຮູ້ແລ້ວ
ແຕ່ຍັງກັບຫັນຫລັງໃສ່ຂໍ້ບັນຍັດອັນສັກສິດທີ່ຊົງໂຜດມອບໃຫ້ແກ່ເຂົານັ້ນ
22 ຊຶ່ງເກີດແກ່ເຂົານັ້ນກໍເຫມືອນດັ່ງສຸພາສິດອັນຖືກຕ້ອງທີ່ວ່າ,
“ຫມາໄດ້ຫລົບໄປກິນສິ່ງມັນຮາກອອກ”
ແລະ
“ຫມູທີ່ລ້າງແລ້ວກໍກັບລົງໄປນອນລຸຍໃນບວກອີກ”
1
ພວກທີ່ຮັກເອີຍ,
ນີ້ແຫລະ
ເປັນຈົດຫມາຍສະບັບທີ່ສອງທີ່ຂ້າພະເຈົ້າໄດ້ຂຽນມາເຖິງທ່ານທັງຫລາຍ
ໃນຈົດຫມາຍທັງສອງສະບັບນີ້
ຂ້າພະເຈົ້າໄດ້ປຸກເຕືອນຈິດໃຈອັນຊື່ສັດຂອງພວກທ່ານໃຫ້ລະນຶກເຖິງ
2
ເພື່ອທ່ານທັງຫລາຍຈະໄດ້ຈື່ຈຳຖ້ອຍຄຳທັງຫລາຍທີ່ພວກຜູ້ທຳນວາຍບໍຣິສຸດໄດ້ກ່າວໄວ້ເມື່ອກ່ອນ
ແລະຂໍ້ບັນຍັດຂອງອົງພຣະຜູ້ເປັນເຈົ້າ
ຄືພຣະຜູ້ໂຜດໃຫ້ພົ້ນ
ໂດຍບັນດາອັຄສາວົກຂອງທ່ານທັງຫລາຍ
3
ກ່ອນອື່ນ,
ຈົ່ງຣູ້ຂໍ້ນີ້
ຄືໃນຄາວສຸດທ້າຍຈະມີຄົນເຍາະເຍີ້ຍມາເວົ້າສຽດສີຕາມໃຈປາຖນາຂອງຕົນ
4
ເຂົາຈະຖາມວ່າ,
“ຄຳທີ່ຊົງສັນຍາໄວ້ວ່າພຣະອົງຈະສະເດັດມານັ້ນຢູ່ໃສ
ເພາະວ່າຕັ້ງແຕ່ບັນພະບຸຣຸດລັບລ່ວງໄປແລ້ວ
ສິ່ງທັງປວງກໍເປັນຢູ່ເຫມືອນເປັນຢູ່ຕັ້ງແຕ່ເລີ້ມຕົ້ນຊົງສ້າງໂລກ”
5
ເພາະວ່າເຂົາແກ້ງລືມຂໍ້ນີ້ເສັຽ
ຄືດ້ວຍພຣະທັມຂອງພຣະເຈົ້າຟ້າສວັນຈຶ່ງໄດ້ມີຢູ່ຕັ້ງແຕ່ບູຮານ
ແລະແຜ່ນດິນໂລກຈຶ່ງໄດ້ເກີດຂຶ້ນຈາກນ້ຳແລະດ້ວຍທາງນ້ຳ
6
ດ້ວຍນ້ຳນັ້ນແຫລະ,
ມະນຸສໂລກທີ່ມີຢູ່ໃນຂນະນັ້ນໄດ້ຈິບຫາຍໄປດ້ວຍນ້ຳຖ້ວມ
7
ໂດຍພຣະທັມອັນດຽວກັນນັ້ນແຫລະ,
ຟ້າແລະດິນທີ່ມີຢູ່ໃນປັດຈຸບັນນີ້
ກໍຊົງຮັກສາໄວ້ສຳລັບໃຫ້ໄຟເຜົາຜານເສັຽ
ຄືຊົງຮັກສາໄວ້ຈົນກວ່າຈະເຖິງວັນທີ່ບັນດາມະນຸດຊຶ່ງບໍ່ນັບຖືພຣະເຈົ້າຈະຖືກຊົງພິພາກສາແລະຈິບຫາຍໄປ
8
ແຕ່ພວກທີ່ຮັກເອີຍ,
ຢ່າລືມຂໍ້ນີ້ວ່າ
ຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າວັນດຽວກໍເຫມືອນກັບພັນປີ
ແລະພັນປີກໍເຫມືອນກັບວັນດຽວ
9
ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງເສີຍຊ້າໃນເຣື່ອງພຣະສັນຍາຂອງພຣະອົງ
ເຫມືອນດັ່ງບາງຄົນ
ຄຶດວ່າຊ້າ
ແຕ່ພຣະອົງຊົງອົດກັ້ນພຣະທັຍໄວ້ດົນນານເພາະເຫັນແກ່ທ່ານທັງຫລາຍ
ພຣະອົງບໍ່ຊົງປະສົງທີ່ຈະໃຫ້ຜູ້ນຶ່ງຜູ້ໃດຈິບຫາຍເສັຽ
ແຕ່ຊົງປາຖນາທີ່ຈະໃຫ້ຄົນທັງປວງມາເຖິງການຖິ້ມໃຈເກົ່າເອົາໃຈໃຫມ່
10 ວັນຂອງອົງພຣະຜູ້ເປັນເຈົ້າຈະມາເຖິງເຫມືອນດັ່ງຂະໂມຍມາ
ໃນວັນນັ້ນທ້ອງຟ້າຈະລ່ວງເສັຽໄປດ້ວຍສຽງດັງກ້ອງສນັ່ນ
ໂລກ ທາດຈະສລາຍໄປດ້ວຍໄຟ
ແລະແຜ່ນດິນໂລກກັບສາຣະພັດທຸກສິ່ງຈະໄຫມ້ເສັຽຫມົດ
11 ເມື່ອຮູ້ແລ້ວວ່າສິ່ງທັງປວງຈະສລາຍໄປຢ່າງນີ້
ທ່ານທັງຫລາຍຄວນຈະເປັນຄົນຢ່າງໃດ
ໃນການດໍາເນີນຊີວິດອັນບໍຣິສຸດແລະການນັບຖືພຣະເຈົ້າ
12 ຈົ່ງຄອຍຖ້າແລະເຮ່ງຮີບໃຫ້ວັນຂອງພຣະເຈົ້າມາເຖິງ
ຊຶ່ງໃນວັນນັ້ນທ້ອງຟ້າຈະຖືກໄຟເຜົາສລາຍໄປ
ແລະໂລກທາດຈະຖືກໄຟຜານສລາຍໄປ
13 ແຕ່ວ່າຕາມພຣະສັນຍາຂອງພຣະອົງ
ເຮົາທັງຫລາຍຄອຍຖ້າຟ້າອາກາດໃຫມ່ແລະແຜ່ນດິນໂລກໃຫມ່
ຊຶ່ງຄວາມຊອບທັມຈະຕັ້ງຢູ່ທີ່ນັ້ນ
14 ເຫດສັນນັ້ນພວກທີ່ຮັກເອີຍ,
ເມື່ອທ່ານທັງຫລາຍກຳລັງຄອຍຖ້າສິ່ງເຫລົ່ານີ້ຢູ່
ຈົ່ງອົດສາພຍາຍາມໃຫ້ພຣະອົງຊົງພົບພວກທ່ານຢູ່ໃນຄວາມສງົບ
ໂດຍບໍ່ມີຈຸດດ່າງພ້ອຍແລະຂໍ້ຕຳຫນິ
15 ຈົ່ງຖືວ່າການທີ່ອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍຊົງອົດກັ້ນພຣະທັຍໄວ້ດົນນານນັ້ນ
ກໍເພື່ອໂຜດພວກເຮົາໃຫ້ລອດພົ້ນເຫມືອນດັ່ງໂປໂລນ້ອງທີ່ຮັກຂອງເຮົາ
ໄດ້ຂຽນຈົດຫມາຍເຖິງທ່ານທັງຫລາຍຕາມສະຕິປັນຍາທີ່ໄດ້ຊົງປະທານແກ່ທ່ານນັ້ນ
16 ໃນຈົດຫມາຍທຸກສະບັບຂອງທ່ານກໍກ່າວເຖິງເຫດການເຫລົ່ານີ້ໄວ້ແລ້ວ
ໃນຈົດຫມາຍເຫລົ່ານັ້ນມີບາງຂໍ້ທີ່ເຂົ້າໃຈຍາກ
ຊຶ່ງຄົນທັງຫລາຍທີ່ຮູ້ເທົ່າບໍ່ເຖິງການແລະທີ່ມີໃຈບໍ່ຫມັ້ນຄົງແນ່ນອນໄດ້ບິດເບືອນຂໍ້ຄວາມເສັຽເຫມືອນຢ່າງທີ່ເຂົາໄດ້ບິດເບືອນຂໍ້ອື່ນໆໃນພຣະຄັມພີອັນເປັນເຫດໃຫ້ຕົນເອງຈິບຫາຍ
17 ເພາະເຫດນັ້ນພວກທີ່ຮັກເອີຍ,
ເມື່ອພວກທ່ານຮູ້ເຣື່ອງນີ້ກ່ອນແລ້ວກໍຈົ່ງລະວັງໃຫ້ດີ
ເພາະຢ້ານວ່າພວກທ່ານຈະຫລົງໄປເຮັດຜິດ
ຕາມການຜິດຂອງຄົນຂາດສິນທັມເຫລົ່ານັ້ນ
ແລະທ່ານທັງຫລາຍຈະຕົກເສັຽຈາກຄວາມຫນັກແຫນ້ນຫມັ້ນຄົງຂອງຕົນ
18 ແຕ່ຂໍໃຫ້ທ່ານທັງຫລາຍຈະເຣີນຂຶ້ນໃນພຣະຄຸນແລະໃນຄວາມຮູ້
ຊຶ່ງມາຈາກພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າ
ພຣະຜູ້ໂຜດໃຫ້ພົ້ນຂອງເຮົາທັງຫລາຍ
ພຣະກຽດຈົ່ງມີແດ່ພຣະອົງນັ້ນທັງໃນປັດຈຸບັນແລະຕລອດໄປເປັນນິດ
(ອາແມນ)