| 2 John ພຣະທັມ 2 ໂຢຮັນ |
|
![]() |
|
ພຣະທັມ
2 ໂຢຮັນ
ຈົດຫມາຍສະບັບທີ່ສອງ
ຂອງ
1
ຈາກ
ຂ້າພະເຈົ້າຜູ້ເຖົ້າແກ່
ຮຽນ
ທ່ານຍິງທີ່ຊົງເລືອກໄວ້ກັບບັນດາລູກຂອງທ່ານ
ຊຶ່ງຂ້າພະເຈົ້າຮັກເນື່ອງດ້ວຍຄວາມຈິງ
ບໍ່ແມ່ນແຕ່ຂ້າພະເຈົ້າຜູ້ດຽວ
ແຕ່ຄົນທັງປວງທີ່ຮູ້ຈັກຄວາມຈິງກໍຮັກເຫມືອນກັນ
2
ຍ້ອນຄວາມຈິງທີ່ຕັ້ງຢູ່ໃນເຮົາທັງຫລາຍ
ແລະຊຶ່ງຈະດຳຣົງຢູ່ກັບພວກເຮົາສືບໆໄປເປັນນິດ
3
ພຣະຄຸນ,
ພຣະເມດຕາ,
ແລະສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ
ແລະຈາກພຣະເຢຊູຄຣິດພຣະບຸດຂອງພຣະບິດານັ້ນ
ຈະສະຖິດຢູ່ກັບພວກເຮົາທັງຫລາຍໃນຄວາມຈິງແລະໃນຄວາມຮັກ
4
ຂ້າພະເຈົ້າໄດ້ມີຄວາມຍິນດີຫລວງຫລາຍ
ເພາະໄດ້ພົບລູກຂອງທ່ານລາງຄົນດຳເນີນຊີວິດຕາມຄວາມຈິງ
ຕາມທີ່ເຮົາທັງຫລາຍໄດ້ຮັບຂໍ້ບັນຍັດຈາກພຣະບິດາ
5
ທ່ານຍິງເອີຍ,
ຂ້າພະເຈົ້າຂໍເຊີນທ່ານໃຫ້ເຮົາທັງຫລາຍຮັກເຊິ່ງກັນແລະກັນ
ບໍ່ແມ່ນເຫມືອນກັບວ່າເຮົາໄດ້ຂຽນຂໍ້ບັນຍັດໃຫມ່ມາຍັງທ່ານ
ແຕ່ເປັນຂໍ້ບັນຍັດທີ່ທ່ານທັງຫລາຍໄດ້ມີມາແລ້ວຕັ້ງແຕ່ເດີມ
6
ນີ້ແຫລະ,
ເປັນຄວາມຮັກ
ຄືໃຫ້ເຮົາທັງຫລາຍປະຕິບັດຕາມບັນດາຂໍ້ບັນຍັດຂອງພຣະອົງ
ນີ້ແຫລະ, ເປັນຂໍ້ບັນຍັດທີ່ທ່ານທັງຫລາຍໄດ້ຍິນໄດ້ຟັງຕັ້ງແຕ່ຕົ້ນເດີມນັ້ນ
ເພື່ອພວກທ່ານຈະໄດ້ປະຕິບັດຕາມ
7
ເພາະວ່າມີຜູ້ຫລອກລວງເປັນຈຳນວນຫລາຍໄດ້ອອກໄປໃນໂລກ
ຄົນເຫລົ່ານີ້ບໍ່ຍອມຮັບວ່າພຣະເຢຊູຄຣິດໄດ້ສະເດັດລົງມາຮັບຊາດເປັນມະນຸດ
ຄົນນັ້ນແຫລະ,
ເປັນຜູ້ຫລອກລວງແລະເປັນຜູ້ຕໍ່ສູ້ພຣະຄຣິດ
8
ທ່ານທັງຫລາຍຈົ່ງລະວັງຕົວໃຫ້ດີ
ເພື່ອພວກທ່ານຈະບໍ່ເສັຽຜົນປໂຍດໃນການເຮັດຂອງຕົນ
ແຕ່ເພື່ອພວກທ່ານຈະໄດ້ຮັບບຳເຫນັດເຕັມສ່ວນ
9
ຜູ້ໃດລ່ວງເກີນແລະບໍ່ດຳຣົງຢູ່ໃນພຣະໂອວາດຂອງພຣະຄຣິດຜູ້ນັ້ນກໍບໍ່ມີພຣະເຈົ້າ
ຜູ້ໃດດຳຣົງຢູ່ໃນພຣະໂອວາດນີ້
ຜູ້ນັ້ນແຫລະ,
ທັງມີພຣະບິດາແລະມີພຣະບຸດ
10 ຖ້າຜູ້ໃດມາຫາພວກທ່ານແລະບໍ່ນັບຖືພຣະໂອວາດນີ້ມານຳ
ຢ່າຮັບຜູ້ນັ້ນໄວ້ໃນເຮືອນ
ແລະຢ່າສະແດງຄວາມຄຳນັບຕໍ່ຜູ້ນັ້ນ
11 ເພາະວ່າຜູ້ທີ່ສະແດງຄວາມຄຳນັບຕໍ່ເຂົາ
ກໍເຂົ້າສ່ວນໃນການຊົ່ວຂອງເຂົາ
ຄຳສະແດງຄວາມນັບຖືຕອນທ້າຍ
12 ຂ້າພະເຈົ້າຍັງມີຂໍ້ຄວາມອີກຫລາຍຂໍ້ທີ່ຈະຂຽນເຖິງທ່ານທັງຫລາຍ
ແຕ່ກໍບໍ່ຢາກໃຊ້ເຈັ້ຽແລະນ້ຳຫມຶກຂຽນ
ແຕ່ຂ້າພະເຈົ້າຫວັງວ່າຈະມາຫາພວກທ່ານແລະສົນທະນາກັນປາກຕໍ່ປາກ
ເພື່ອຄວາມຍິນດີຂອງພວກເຮົາຈະໄດ້ຄົບເຕັມ
13 ບັນດາລູກນ້ອງສາວຂອງທ່ານທີ່ຊົງເລືອກໄວ້ນັ້ນ
ກໍຝາກຄວາມຄຶດເຖິງມາຍັງທ່ານ