| 1 Peter ພຣະທັມ 1 ເປໂຕ |
|
![]() |
|
ພຣະທັມ
1 ເປໂຕ
ຈົດຫມາຍສະບັບຕົ້ນຂອງ
ເປໂຕ
1
ເປໂຕ
ອັຄສາວົກຂອງພຣະເຢຊູຄຣິດ
ຮຽນ
ພວກທີ່ຖືກຊົງເລືອກໄວ້
ແລະທີ່ກະຈັດກະຈາຍໄປເປັນຜູ້ພັກເຊົາໃນແຂວງປົນໂຕ
ແຂວງຄາລາເຕັຽ
ແຂວງກັປປາໂດເກັຽ
ແຂວງອາເຊັຽ
ແລະແຂວງບິທີເນັຽ
2
ຄືຜູ້ທີ່ພຣະເຈົ້າພຣະບິດາໄດ້ຊົງເລືອກໄວ້ແລ້ວ
ຕາມທີ່ພຣະອົງໄດ້ຊົງຮູ້ລ່ວງຫນ້າໄວ້ກ່ອນ
ເພື່ອພຣະວິນຍານຈະຊົງຊຳຮະໃຫ້ບໍຣິສຸດ
ຈະໃຫ້ນົບນ້ອມເຊື່ອຟັງພຣະເຢຊູຄຣິດ
ແລະຈະໃຫ້ຮັບການຊິດດ້ວຍພຣະໂລຫິດຂອງພຣະອົງ
ຂໍພຣະຄຸນແລະສັນຕິສຸກຈົ່ງບັງເກີດທະວີຄູນແກ່ທ່ານທັງຫລາຍເທີນ
ຄວາມຫວັງອັນມີຊີວິດຢູ່
3
ສາທຸການແດ່ພຣະເຈົ້າພຣະບິດາແຫ່ງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ
ຜູ້ໄດ້ຊົງພຣະມະຫາກະຣຸນາແກ່ພວກເຮົາ,
ຊົງໂຜດໃຫ້ພວກເຮົາບັງເກີດໃຫມ່
ເຂົ້າສູ່ຄວາມຫວັງໃຈອັນມີຊີວິດຢູ່
ໂດຍການຄືນພຣະຊົນຂອງພຣະເຢຊູຄຣິດ
4
ເພື່ອໃຫ້ໄດ້ຮັບມໍຣະດົກຊຶ່ງບໍ່ຮູ້ເປື່ອຍເນົ່າ,
ບໍ່ຖືກຊົ່ວມົວຫມອງ,
ແລະຫ່ຽວແຫ້ງໄປບໍ່ໄດ້
ຊຶ່ງໄດ້ຮັກສາໄວ້ໃນມະຫາສວັນເພື່ອທ່ານທັງຫລາຍ
5
ຊຶ່ງເປັນຜູ້ທີ່ຣິດເດດຂອງພຣະເຈົ້າຊົງເຝົ້າຮັກສາໄວ້ດ້ວຍຄວາມເຊື່ອ
ຈົນໄດ້ເຖິງຄວາມພົ້ນຊຶ່ງພ້ອມແລ້ວທີ່ຈະປາກົດໃນເວລາສຸດທ້າຍ
6
ໃນສິ່ງນີ້ແຫລະ,
ຈົ່ງຊົມຊື່ນຍິນດີຫລາຍ
ເຖິງແມ່ນວ່າດຽວນີ້ຈຳເປັນທີ່ພວກທ່ານຈະຕ້ອງທົນຄວາມທຸກໂສກ
ດ້ວຍການຖືກທົດລອງຕ່າງໆໃນຊົ່ວເວລານຶ່ງ
7
ເຖິງແມ່ນວ່າຄຳກໍຍັງຖືກລອງເບິ່ງດ້ວຍໄຟ
ແຕ່ຄວາມເຊື່ອທີ່ຖືກລອງກໍປະເສີດກວ່າຄຳທີ່ຍ່ອມຮູ້ສູນຫາຍໄປ
ດັ່ງນັ້ນ
ການທົດລອງຕ່າງໆກໍເກີດຂຶ້ນເພື່ອໃຫ້ຄວາມເຊື່ອທີ່ລອງແລ້ວນັ້ນ
ປາກົດວ່າຄວນຮັບຄວາມສັຣເສີນ,
ສະງ່າຣາສິ,
ແລະກຽດຕິຍົດ
ໃນເວລາທີ່ພຣະເຢຊູຄຣິດຈະສະເດັດມາປາກົດ
8
ພຣະອົງຜູ້ທີ່ທ່ານຍັງບໍ່ໄດ້ເຫັນ
ແຕ່ພວກທ່ານກໍຍັງຮັກພຣະອົງຢູ່
ເຖິງແມ່ນວ່າຂນະທີ່ພວກທ່ານບໍ່ເຫັນພຣະອົງ
ແຕ່ຍັງເຊື່ອແລະຊື່ນຊົມຍິນດີດ້ວຍຄວາມຍິນດີອັນຮຸ່ງເຮືອງຊຶ່ງເຫລືອທີ່ຈະອະທິບາຍໄດ້
9
ແລ້ວທ່ານທັງຫລາຍຈຶ່ງໄດ້ຮັບຕາມຈຸດປະສົງແຫ່ງຄວາມເຊື່ອຂອງພວກທ່ານ
ຄືວິນຍານຈິດຂອງພວກທ່ານຈະໄດ້ລອດພົ້ນ
10 ບັນດາຜູ້ປະກາດພຣະທັມຜູ້ໄດ້ທຳນວາຍເຖິງພຣະຄຸນ
ຊຶ່ງຈະບັງເກີດແກ່ທ່ານທັງຫລາຍກໍຄົ້ນຄວ້າ
ແລະສືບຖາມຫາຢ່າງຖ້ວນຖີ່ກ່ຽວກັບເຣື່ອງຄວາມພົ້ນນີ້
11 ເຂົາໄດ້ສືບຄົ້ນຫາວ່າ
ພຣະວິນຍານຂອງພຣະຄຣິດຜູ້ຊົງສະຖິດຢູ່ໃນເຂົາ
ໄດ້ຊົງບົ່ງໄວ້ເຖິງຄາວໃດ
ແລະເວລາຢ່າງໃດ
ເມື່ອພຣະອົງຊົງທຳນວາຍໄວ້ເຖິງຄວາມທຸກທໍຣະມານຂອງພຣະຄຣິດ
ແລະເຖິງສະງ່າຣາສີທີ່ຈະມາພາຍຫລັງຄວາມທຸກທໍຣະມານນັ້ນ
12 ກໍຊົງສະແດງໃຫ້ພວກຜູ້ປະກາດພຣະທັມນັ້ນຊາບວ່າ
ທີ່ເຂົາເຫລົ່ານັ້ນໄດ້ປະຕິບັດໃນເຫດການທັງປວງນັ້ນ
ບໍ່ແມ່ນສຳລັບເຂົາເອງແຕ່ສຳລັບທ່ານທັງຫລາຍ
ບັດນີ້
ຄົນເຫລົ່ານັ້ນທີ່ປະກາດຂ່າວປະເສີດແກ່ທ່ານທັງຫລາຍ
ໄດ້ກ່າວສິ່ງເຫລົ່ານັ້ນແກ່ພວກທ່ານແລ້ວ
ໂດຍພຣະວິນຍານບໍຣິສຸດຜູ້ຊົງຮັບໃຊ້ມາຈາກສວັນ
ເຫດການເຫລົ່ານີ້ເປັນສິ່ງຊຶ່ງພວກເທວະດາປາຖນາຈະພິຈາຣະນາເບິ່ງ
ຊົງບັນຊາໃຫ້ດຳເນີນຊີວິດຢ່າງບໍຣິສຸດ
13 ເຫດສັນນັ້ນ
ຈົ່ງຕຽມຕົວຕຽມໃຈຂອງພວກທ່ານໃຫ້ດີ
ຈົ່ງມີສະຕິລະວັງຕົວ
ແລະຈົ່ງຕັ້ງຄວາມຫວັງໃຫ້ເຕັມບໍຣິບູນໃນພຣະຄຸນ
ຄືພຣະຄຸນຊຶ່ງຈະຊົງໂຜດປະທານແດ່ພວກທ່ານ
ເມື່ອພຣະເຢຊູຈະສະເດັດມາປາກົດ
14 ໂດຍທີ່ພວກທ່ານເປັນລູກທີ່ຟັງຄວາມ
ຢ່າໄດ້ດຳເນີນຊີວິດຕາມກິເລດຕັນຫາແບບເກົ່າ
ຢ່າງເມື່ອພວກທ່ານຍັງໂງ່ຢູ່
15 ແຕ່ເພາະພຣະອົງຜູ້ຊົງເອີ້ນທ່ານທັງຫລາຍນັ້ນບໍຣິສຸດ
ຝ່າຍພວກທ່ານຈົ່ງກາຍເປັນຜູ້ບໍຣິສຸດໃນກິຣິຍາວາຈາທຸກປະການເຫມືອນກັນ
16 ເພາະມີຄຳຂຽນໄວ້ແລ້ວວ່າ,
“ເຈົ້າທັງຫລາຍຈົ່ງເປັນບໍຣິສຸດ
ເພາະຝ່າຍເຮົາບໍຣິສຸດ”
17 ແລະຖ້າພວກທ່ານອ້ອນວອນທູນຂໍຕໍ່ພຣະອົງ
ຜູ້ຊົງພິພາກສາທຸກຄົນຕາມກິຈການຂອງເຂົາໂດຍບໍ່ເລືອກຫນ້າຜູ້ໃດ
ເຖິງແມ່ນວ່າພວກທ່ານເອີ້ນພຣະອົງວ່າ
“ພຣະບິດາ”
ກໍຕາມ
ຈົ່ງປະຕິບັດໄປດ້ວຍຄວາມຢຳເກງຕລອດເວລາທີ່ພວກທ່ານອາໄສຢູ່ໃນໂລກນີ້
18 ທ່ານທັງຫລາຍຮູ້ແລ້ວວ່າ
ພຣະອົງຊົງໄຖ່ພວກທ່ານອອກຈາກການດຳເນີນຊີວິດອັນບໍ່ມີປໂຍດ
ຊຶ່ງພວກທ່ານໄດ້ຮັບຕໍ່ຈາກບັນພະບຸຣຸດຂອງພວກທ່ານ
ບໍ່ແມ່ນໄຖ່ໄວ້ດ້ວຍສິ່ງຂອງທີ່ເສື່ອມສູນໄປ
ຄືເງິນແລະຄຳ
19 ແຕ່ຊົງໄຖ່ດ້ວຍພຣະໂລຫີດອັນຊົງມີຄ່າຂອງພຣະຄຣິດ
ເຫມືອນດັ່ງເລືອດລູກແກະທີ່ບໍ່ມີຕຳຫນິຫລືຮອຍດ່າງ
20 ພຣະເຈົ້າໄດ້ຊົງກຳນົດພຣະຄຣິດນັ້ນໄວ້ກ່ອນຊົງສ້າງໂລກ
ແຕ່ໄດ້ຊົງໃຫ້ພຣະອົງປາກົດໃນເວລາສຸດທ້າຍນີ້ເພື່ອທ່ານທັງຫລາຍ
21 ເພາະດ້ວຍພຣະຄຣິດນັ້ນ
ພວກທ່ານຈຶ່ງວາງໃຈເຊື່ອໃນພຣະເຈົ້າ,
ຜູ້ຊົງບັນດານໃຫ້ພຣະຄຣິດເປັນຄືນມາຈາກຕາຍ,
ແລະຊົງປະທານສະງ່າຣາສີໃຫ້ແກ່ພຣະອົງ
ຈົນກວ່າຄວາມເຊື່ອແລະຄວາມຫວັງໃຈຂອງພວກທ່ານຈຶ່ງຕັ້ງຢູ່ໃນພຣະເຈົ້າ
22 ທີ່ທ່ານທັງຫລາຍໄດ້ຊຳຮະຈິດໃຈຂອງຕົນໃຫ້ບໍຣິສຸດດ້ວຍຄວາມເຊື່ອຟັງຄວາມຈິງ
ຈົນມີຄວາມຮັກພວກພີ່ນ້ອງຢ່າງຈິງໃຈ,
ພວກທ່ານຈົ່ງຮັກເຊິ່ງກັນແລະກັນດ້ວຍເຕັມໃຈ
23 ດ້ວຍວ່າທ່ານທັງຫລາຍໄດ້ເກີດໃຫມ່ແລ້ວ
ບໍ່ແມ່ນເກີດຈາກແນວປູກທີ່ອາດເປື່ອຍເນົ່າ
ແຕ່ເກີດຈາກແນວປູກທີ່ບໍ່ອາດເປື່ອຍເນົ່າ
ຄືເກີດຈາກພຣະທັມຂອງພຣະເຈົ້າອັນຊົງຊີວິດແລະຕັ້ງຫມັ້ນຄົງ
24 ເພາະວ່າ,
“ບັນດາມະນຸດທັງຫມົດເປັນເຫມືອນຕົ້ນຫຍ້າ
ແລະບັນດາສະງ່າຣາສີຂອງເຂົາກໍເປັນເຫມືອນດອກຫຍ້າ
ຕົ້ນຫຍ້າກໍຫ່ຽວແຫ້ງໄປ
ແລະດອກມັນກໍລ່ວງຫລົ່ນໄປ
25 ແຕ່ພຣະທັມຂອງອົງພຣະຜູ້ເປັນເຈົ້າຕັ້ງຫມັ້ນຄົງຢູ່ເປັນນິດ”
ພຣະທັມນັ້ນຄືຂ່າວປະເສີດທີ່ໄດ້ປະກາດໃຫ້ພວກທ່ານຊາບແລ້ວ
1
ເຫດສັນນັ້ນ
ທ່ານທັງຫລາຍຈົ່ງລະຖິ້ມຄວາມຄຶດຮ້າຍທັງປວງ
ກົນອຸບາຍທຸກຢ່າງ
ການຫນ້າຊື່ໃຈຄົດ
ຄວາມອິດສາ
ແລະຄຳເວົ້ານິນທາທັງຫມົດ
2
ເຫມືອນເດັກນ້ອຍໆທີ່ເກີດໃຫມ່ ຈົ່ງຮ້ອນໃຈປາຖນານ້ຳນົມອັນບໍຣິສຸດຝ່າຍວິນຍານ
ເພື່ອດ້ວຍນ້ຳນົມນັ້ນຈະເຮັດໃຫ້ພວກທ່ານຈະເຣີນຂຶ້ນເຖິງຄວາມພົ້ນ
3
ເພາະພວກທ່ານໄດ້ຊິມຣົດຮູ້ແລ້ວວ່າ
ອົງພຣະຜູ້ເປັນເຈົ້າຊົງປະກອບດ້ວຍພຣະກະຣຸນາຄຸນ
4
ຈົ່ງມາຫາພຣະອົງຜູ້ຊົງເປັນພຣະສີລາທີ່ຊົງຊີວິດ
ຊຶ່ງຝ່າຍມະນຸດໄດ້ປະຖິ້ມເສັຽ
ແຕ່ຝ່າຍພຣະເຈົ້າຊົງເລືອກໄວ້
ແລະຊົງຖືວ່າມີຄ່າ
5
ທ່ານທັງຫລາຍກໍເປັນເຫມືອນຫີນທີ່ມີຊີວິດຢູ່
ພວກທ່ານຈົ່ງຍອມໃຫ້ພຣະເຈົ້າຊົງກໍ່ຂຶ້ນເປັນພຣະວິຫານຝ່າຍວິນຍານ,
ເປັນປະໂຣຫິດບໍຣິສຸດເພື່ອຖວາຍເຄື່ອງບູຊາຝ່າຍວິນຍານ
ຊຶ່ງຊອບພຣະທັຍຂອງພຣະເຈົ້າໂດຍທາງພຣະເຢຊູຄຣິດ
6
ເພາະມີຄຳຂຽນໄວ້ໃນພຣະຄັມພີແລ້ວວ່າ,
“ເບິ່ງແມ໋,
ເຮົາວາງຫີນກ້ອນນຶ່ງລົງໃນເມືອງຊີໂອນ
ເປັນຫີນເສົກເອກທີ່ເລືອກໄວ້ແລ້ວ
ແລະເປັນຫີນທີ່ມີຄ່າອັນປະເສີດ
ຜູ້ທີ່ວາງໃຈໃນຫີນນັ້ນກໍຈະບໍ່ໄດ້ຮັບຄວາມອັບອາຍຈັກເທື່ອ”
7
ຄ່າປະເສີດນັ້ນມີສຳລັບທ່ານທັງຫລາຍທີ່ວາງໃຈເຊື່ອ
ແຕ່ສຳລັບຄົນທັງຫລາຍທີ່ບໍ່ເຊື່ອນັ້ນ,
“ຫີນທີ່ຊ່າງກໍ່ຖິ້ມເສັຽແລ້ວ
ຫີນນັ້ນແຫລະ,
ໄດ້ກັບກາຍເປັນຫີນເສົກເອກ”
8
ແລະ,
“ເປັນຫິນທີ່ເຮັດໃຫ້ຕຳສະດຸດ
ແລະເປັນຫີນທີ່ເຮັດໃຫ້ສະດຸດລົ້ມ”
ທີ່ເຂົາສະດຸດນັ້ນກໍເພາະເຂົາບໍ່ໄດ້ເຊື່ອຟັງພຣະທັມ
ເຂົາກໍຖືກຊົງກຳນົດໄວ້ສຳລັບການນີ້ແຫລະ,
9
ແຕ່ຝ່າຍທ່ານທັງຫລາຍເປັນຊາດທີ່ພຣະເຈົ້າຊົງເລືອກໄວ້ແລ້ວ
ເປັນປະໂຣຫິດຫລວງ
ເປັນປະຊາຊາດບໍຣິສຸດ
ເປັນພົລເມືອງຂອງພຣະເຈົ້າເອງ
ເພື່ອທ່ານທັງຫລາຍຈະໄດ້ປະກາດພຣະບາຣະມີຂອງພຣະອົງ
ຜູ້ໄດ້ຊົງເອີ້ນພວກທ່ານໃຫ້ອອກມາຈາກຄວາມມືດ
ເຂົ້າໄປສູ່ຄວາມສວ່າງອັນມະຫັສຈັນຂອງພຣະອົງ
10 ຄືເມື່ອກ່ອນນັ້ນທ່ານທັງຫລາຍບໍ່ມີຊາດ
ແຕ່ບັດນີ້ເປັນພົລເມືອງຂອງພຣະເຈົ້າ
ເມື່ອກ່ອນພວກທ່ານບໍ່ໄດ້ຮັບພຣະກະຣຸນາ
ແຕ່ບັດນີ້ພວກທ່ານໄດ້ຮັບພຣະກະຣຸນາແລ້ວ
ດຳເນີນຊີວິດເຫມືອນເປັນຂ້ອຍຂ້າຂອງ
ພຣະເຈົ້າ
(ຣມ 13:1-5)
11 ທ່ານທີ່ຮັກທັງຫລາຍເອີຍ,
ຂ້າພະເຈົ້າຂໍເຕືອນສະຕິພວກທ່ານ
ເຫມືອນເປັນຄົນຕ່າງຊາດທີ່ທ່ອງທ່ຽວໃນໂລກນີ້
ໃຫ້ງົດເວັ້ນຈາກຕັນຫາແນວມະນຸດ
ຊຶ່ງທຳເສິກຕໍ່ສູ້ຈິດວິນຍານ
12 ຈົ່ງດຳເນີນຊີວິດອັນດີຖ້າມກາງຄົນຕ່າງຊາດ
ເພື່ອໃນກໍຣະນີທີ່ເຂົາຕິຕຽນນິນທາພວກທ່ານວ່າເປັນຄົນເຮັດຊົ່ວນັ້ນ
ເຂົາກໍຈະສັຣເສີນພຣະເຈົ້າໃນວັນທີພຣະອົງສະເດັດມາ
ເພາະເຂົາໄດ້ແລເຫັນການດີທີ່ພວກທ່ານປະຕິບັດນັ້ນ
13 ເພາະເຫັນແກ່ອົງພຣະຜູ້ເປັນເຈົ້າ
ທ່ານທັງຫລາຍຈົ່ງຍອມຢູ່ໃຕ້ຂໍ້ບັງຄັບທີ່ມະນຸດຕັ້ງໄວ້ທຸກຢ່າງ
ບໍ່ວ່າຜູ້ນັ້ນຈະເປັນມະຫາກະສັດຜູ້ສູງສຸດ
14 ຫລືຈະເປັນຜູ້ປົກຄອງທີ່ໄດ້ຮັບສັ່ງຈາກພຣະມະຫາກະສັດນັ້ນ
ໃຫ້ລົງໂທດຜູ້ທີ່ເຣັດຊົ່ວແລະຍົກຍ້ອງຜູ້ທີ່ເຮັດດີ
15 ເພາະນ້ຳພຣະທັຍຂອງພຣະເຈົ້າເປັນດັ່ງນີ້ແຫລະ,
ຄືດ້ວຍເຮັດການດີ
ດັ່ງນັ້ນ
ພວກທ່ານຈະໄດ້ລະງັບຄວາມໂງ່ຂອງຄົນທີ່ບໍ່ມີສະຕິໃຫ້ມິດເສັຽ
16 ຈົ່ງດຳເນີນຊີວິດຢ່າງຄົນມີເສຣິພາບ
ແຕ່ຢ່າໃຊ້ເສຣິພາບນັ້ນເປັນຂໍ້ອ້າງເພື່ອເຮັດຄວາມຊົ່ວ
ແຕ່ຈົ່ງດຳເນີນຊີວິດເຫມືອນເປັນຂ້ອຍຂ້າຂອງພຣະເຈົ້າ
17 ຈົ່ງໃຫ້ກຽດແກ່ທຸກຄົນ
ຈົ່ງຮັກບັນດາພີ່ນ້ອງ
ຈົ່ງຢຳເກງພຣະເຈົ້າ
ແລະຈົ່ງຖວາຍກຽດແດ່ມະຫາກະສັດ
(ອຊຢ 53:7-9)
18 ທ່ານທັງຫລາຍທີ່ເປັນຜູ້ຮັບໃຊ້ເອີຍ,
ຈົ່ງຍອມຟັງນາຍຂອງຕົນດ້ວຍຄວາມເຄົາຣົບທຸກຢ່າງ
ບໍ່ແມ່ນແຕ່ນາຍທີ່ເປັນຄົນໃຈດີສຸພາບເທົ່ານັ້ນ
ແຕ່ທັງນາຍທີ່ໂຫດຮ້າຍເຫມືອນກັນ
19 ຖ້າຜູ້ໃດຍອມຮັບຄວາມທຸກທໍຣະມານອັນບໍ່ເປັນທັມເພາະເຫັນແກ່ພຣະເຈົ້າ
ນັ້ນແຫລະ,
ເປັນການຊອບ
20 ເພາະຖ້າພວກທ່ານເຮັດການຊົ່ວ
ແລະອົດທົນເອົາການຂ້ຽນຕີເພາະເຮັດຊົ່ວ
ຈະເປັນການດີການຊອບຢ່າງດຽວ
ແຕ່ຖ້າພວກທ່ານເຮັດການດີແລະອົດທົນເອົາຄວາມທຸກທໍຣະມານເພາະການດີນັ້ນ
ດັ່ງນັ້ນແຫລະ,
ເປັນການຊອບຕໍ່ພຣະພັກພຣະເຈົ້າ
21 ເພາະວ່າພຣະເຈົ້າໄດ້ຊົງເອີ້ນພວກທ່ານໄວ້ສຳລັບການນີ້ແຫລະ,
ເພາະພຣະຄຣິດກໍໄດ້ຊົງທົນທຸກທໍຣະມານແທນທ່ານທັງຫລາຍເຫມືອນກັນ
ໂດຍໃຫ້ເປັນແບບຢ່າງແກ່ພວກທ່ານ
ເພື່ອພວກທ່ານຈະໄດ້ຕິດຕາມຮອຍພຣະບາດຂອງພຣະອົງ
22 “ພຣະອົງບໍ່ໄດ້ຊົງເຣັດບາບຈັກປະການ
ແລະຄຳອຸບາຍໃນພຣະໂອດຂອງພຣະອົງກໍຊອກບໍ່ພົບ”
23 ເມື່ອເຂົາກ່າວຄຳຫຍາບຊ້າຕໍ່ພຣະອົງ ພຣະອົງກໍບໍ່ໄດ້ຊົງກ່າວຄຳຫຍາບຊ້າຕອບ
ເມື່ອພຣະອົງຊົງທົນທຸກທໍຣະມານ
ພຣະອົງກໍບໍ່ໄດ້ຊົງຂູ່ເຂັນ
ແຕ່ຊົງມອບເຣື່ອງຂອງພຣະອົງໄວ້ກັບພຣະເຈົ້າ
ຜູ້ຊົງພິພາກສາຢ່າງຍຸດຕິທັມ
24 ໃນພຣະກາຍຂອງພຣະອົງເອງ
ພຣະອົງໄດ້ຊົງຮັບແບກບາບຂອງພວກເຮົາໄປເຖິງຕົ້ນໄມ້ນັ້ນ
ເພື່ອພວກເຮົາຈະໄດ້ຕາຍເສັຽ
ຝ່າຍການບາບ
ແລະມີຊີວິດຝ່າຍຄວາມຊອບທັມ
ດ້ວຍບາດແຜຂອງພຣະອົງ
ທ່ານທັງຫລາຍກໍດີປົກກະຕິແລ້ວ
25 ເພາະວ່າທ່ານທັງຫລາຍເປັນເຫມືອນແກະທີ່ຫລົງທາງໄປ
ແຕ່ບັດນີ້ໄດ້ຕ່າວຄືນມາຫາພຣະຜູ້ລ້ຽງ
ແລະຜູ້ດູແລຈິດວິນຍານຂອງທ່ານທັງຫລາຍແລ້ວ
1
ຝ່າຍທ່ານທັງຫລາຍຜູ້ເປັນພັຣຍາກໍເຫມືອນກັນ
ຈົ່ງຍອມຟັງສາມີຂອງຕົນ
ເພື່ອວ່າຖ້າສາມີຜູ້ໃດບໍ່ເຊື່ອຟັງພຣະທັມຂອງພຣະເຈົ້າ
ການປະຕິບັດຂອງພັຣຍາກໍອາດຈະຈູງໃຈສາມີໄດ້ໂດຍບໍ່ຕ້ອງເວົ້າຈັກຄຳ
2
ຄືເມື່ອສາມີຈະໄດ້ແລະເຫັນການປະຕິບັດອັນບໍຣິສຸດ
ແລະອ່ອນນ້ອມຂອງພວກທ່ານຜູ້ເປັນພັຣຍາ
3
ການປະຕິບັດຕົກແຕ່ງກາຍນັ້ນ
ຢ່າໃຫ້ເປັນການປະຕິບັດຕົກແຕ່ງພາຍນອກ
ຄືການຖັກຜົມ,
ໃສ່ເຄື່ອງຄຳ,
ແລະເຄື່ອງນຸ່ງ
4
ແຕ່ໃຫ້ເປັນການປະດັບທີ່ຊ່ອນໄວ້ໃນຈິດໃຈ
ແຕ່ງດ້ວຍເຄື່ອງປະດັບທີ່ບໍ່ຮູ້ເສື່ອມສູນ
ຄືດ້ວຍຈິດໃຈອ່ອນສຸພາບ
ແລະສງົບຊຶ່ງເປັນສິ່ງທີ່ມີຄ່າສູງໃນສາຍພຣະເນດຂອງພຣະເຈົ້າ
5
ເຫດວ່າບັນດາແມ່ຍິງຜູ້ມີສິນທັມໃນເຊັ່ນບູຮານຜູ້ຊຶ່ງມີຄວາມຫວັງໃນພຣະເຈົ້າ
ໄດ້ຕົກແຕ່ງກາຍຢ່າງນັ້ນ
ໂດຍໄດ້ຍອມຟັງສາມີຂອງຕົນ
6
ເຫມືອນຢ່າງນາງຊາຣາໄດ້ຍອມຟັງອັບຣາຮາມແລະເອີ້ນທ່ານວ່າ
“ນາຍ”
ຖ້າພວກທ່ານເຮັດດີ
ບໍ່ຕົກໃຈກົວຕໍ່ສິ່ງໃດ
ພວກທ່ານກໍກາຍເປັນລູກຫລານຂອງນາງແລ້ວ
7
ທ່ານທັງຫລາຍທີ່ເປັນສາມີກໍເຫມືອນກັນ
ຈົ່ງຢູ່ກິນກັບພັຣຍາດ້ວຍເຂົ້າໃຈວ່າ
ນາງເປັນເພດອ່ອນແອກວ່າ
ຈົ່ງນັບຖືພັຣຍາເຫມືອນເປັນຜູ້ຮ່ວມກັນຮັບພຣະຄຸນແຫ່ງຊີວິດເປັນມໍຣະດົກ
ເພື່ອບໍ່ໃຫ້ສິ່ງນຶ່ງສິ່ງໃດຂັດຂວາງຄວາມອ້ອນວອນຂອງພວກທ່ານ
ຍອມທົນທຸກຍ້ອນເຮັດການດີ
8
ໃນທີ່ສຸດ
ພວກທ່ານທຸກຄົນຈົ່ງເປັນນ້ຳນຶ່ງໃຈດຽວກັນ
ຈົ່ງເຫັນອົກເຫັນໃຈກັນ
ຈົ່ງຮັກກັນເຫມືອນພີ່ນ້ອງຮ່ວມທ້ອງ
ຈົ່ງມີຈິດໃຈເອັນດູແລະຖ່ອມລົງ
9
ຢ່າຮ້າຍຕອບແທນການຮ້າຍ
ຢ່າດ່າຕອບແທນການດ່າ
ແຕ່ກົງກັນຂ້າມ
ຈົ່ງອວຍພອນແກ່ເຂົາ
ດ້ວຍວ່າພຣະອົງຊົງເອີ້ນພວກທ່ານໃຫ້ເຮັດການຢ່າງນີ້ແຫລະ,
ເພື່ອພວກທ່ານຈະໄດ້ຮັບພຣະພອນມາເປັນມໍຣະດົກ
10 ເພາະວ່າ,
“ຜູ້ທີ່ຢາກຮັບຊີວິດອັນດີ
ແລະປາຖນາທີ່ຈະເຫັນວັນສນຸກ
ກໍໃຫ້ຜູ້ນັ້ນຫ້າມລີ້ນຂອງຕົນ
ບໍ່ໃຫ້ເວົ້າຄວາມຊົ່ວ
ແລະຫ້າມປາກບໍ່ໃຫ້ກ່າວຄຳອຸບາຍລໍ້ລວງ
11 ຈົ່ງໃຫ້ຜູ້ນັ້ນເວັ້ນຫນີຈາກການຊົ່ວ
ແລະເຮັດການດີ
ຈົ່ງໃຫ້ຜູ້ນັ້ນສແວງຫາສັນຕິສຸກແລະພຍາຍາມຕິດຕາມໄປ”
12 “ພຣະເນດຂອງອົງພຣະຜູ້ເປັນເຈົ້າຊົງເຝົ້າເບິ່ງຄົນຊອບທັມ
ແລະພຣະອົງກໍຊົງຮັບຟັງຄຳອ້ອນວອນຂອງເຂົາ
ແຕ່ພຣະພັກຂອງພຣະອົງຊົງຕໍ່ສູ້ບັນດາຄົນທີ່ເຮັດການຊົ່ວ”
13 ຖ້າທ່ານທັງຫລາຍກາຍເປັນຄົນຫມັ້ນໃຈເຮັດການດີ
ໃຜຫນໍຈະເຮັດຮ້າຍແກ່ທ່ານ
14 ແຕ່ເຖິງແມ່ນວ່າທ່ານທັງຫລາຍທົນທຸກເພາະໄດ້ເຮັດການຊອບທັມ
ພວກທ່ານກໍເປັນສຸກ
ແຕ່ຢ່າຊູ່ຢ້ານການທີ່ເຂົາເຮັດໃຫ້ພວກທ່ານສະດຸ້ງຕົກໃຈນັ້ນ
ແລະຢ່າວິຕົກກັງວົນ
15 ແຕ່ໃນໃຈຂອງທ່ານທັງຫລາຍ,
ຈົ່ງເຄົາຣົບນັບຖືພຣະຄຣິດວ່າເປັນອົງພຣະຜູ້ເປັນເຈົ້າ
ຈົ່ງມີໃຈພ້ອມຢູ່ສເມີ
ເພື່ອພວກທ່ານຈະສາມາດຕອບແກ້ຕົວໄດ້ຕໍ່ທຸກຄົນທີ່ຖາມພວກທ່ານວ່າ
ທ່ານມີເຫດຜົນປະການໃດຈຶ່ງມີຄວາມຫວັງຢ່າງນີ້
16 ແຕ່ຈົ່ງຕອບດ້ວຍໃຈສຸພາບແລະຢຳເກງ
ແລະໃຫ້ມີໃຈສຳນຶກຜິດແລະຊອບອັນເສາະໃສເພື່ອວ່າ,
ເມື່ອພວກທ່ານຖືກປມາດນິນທາ
ຄົນທີ່ກ່າວຫຍາບຊ້າຕໍ່ທັມນຽມຄຣິສະຕຽນອັນດີຂອງພວກທ່ານນັ້ນ
ກໍຈະໄດ້ຮັບຄວາມອັບອາຍ
17 ເພາະວ່າຖ້ານ້ຳພຣະທັຍຂອງພຣະເຈົ້າຊົງເຫັນດີໃຫ້ພວກທ່ານທົນທຸກຍ້ອນການເຮັດດີ
ກໍດີກວ່າຕ້ອງທົນທຸກຍ້ອນເຮັດການຊົ່ວ
18 ດ້ວຍວ່າພຣະຄຣິດກໍເຫມືອນກັນ,
ໄດ້ສິ້ນພຣະຊົນເທື່ອດຽວເປັນການສິ້ນສຸດ
ເພື່ອແທນຄວາມຜິດບາບ
ຄືພຣະອົງຜູ້ຊອບທັມແທນຜູ້ບໍ່ຊອບທັມ
ເພື່ອຈະນຳເຮົາທັງຫລາຍໄປເຖິງພຣະເຈົ້າ ຝ່າຍກາຍພຣະອົງຊົງຖືກປະຫານເສັຽ
ແຕ່ຝ່າຍວິນຍານພຣະອົງຖືກຊົງບັນດານໃຫ້ຄືນພຣະຊົນ
19 ແລະໂດຍທາງວິນຍານນັ້ນພຣະອົງໄດ້ສະເດັດໄປປະກາດແກ່ບັນດາວິນຍານ
ທີ່ຖືກຄຸກຢູ່
20 ຊຶ່ງເມື່ອກ່ອນນັ້ນບໍ່ໄດ້ຍອມເຊື່ອຟັງພຣະເຈົ້າ
ຄືເມື່ອພຣະເຈົ້າຊົງສະແດງຄວາມອົດທົນດົນນານໃນສະໄຫມຂອງໂນອາ
ຂນະທີ່ທ່ານກຳລັງສ້າງນາວາຢູ່
ໃນນາວານັ້ນມີຄົນຈຳນວນຫນ້ອຍ
ຄືແປດຄົນທີ່ໄດ້ຜ່ານພົ້ນນ້ຳຖ້ວມນັ້ນ
21 ນ້ຳນັ້ນຫມາຍເຖິງພິທີບັບຕິສະມາທີ່ໃຫ້ພວກທ່ານລອດພົ້ນດຽວນີ້
ບັບຕິສະມານີ້ບໍ່ແມ່ນການຊຳຮະສິ່ງເປື້ອນເປິທາງຮ່າງກາຍ
ແຕ່ເປັນການຮຽນຂໍຕໍ່ພຣະເຈົ້າດ້ວຍໃຈສຳນຶກຜິດແລະຊອບອັນເສາະໃສ
ບັບຕິສະມານີ້ໃຫ້ເຖິງທີ່ພົ້ນ
ເພາະດ້ວຍການທີ່ພຣະເຢຊູຄຣິດຊົງເປັນຄືນມາຈາກຕາຍ
22 ຜູ້ໄດ້ສະເດັດເຂົ້າໃນມະຫາສວັນ
ແລະຊົງສະຖິດຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ
ໂດຍມີຝູງເທວະດາແລະບັນດາຜູ້ມີອຳນາດແລະຣິດເດດ
ຖືກມອບໄວ້ໃຫ້ຜູ້ໃຕ້ອຳນາດຂອງພຣະອົງແລ້ວ
1
ສັນນັ້ນໂດຍເຫດທີ່ພຣະຄຣິດໄດ້ຊົງທົນທຸກທໍຣະມານທາງພຣະກາຍແລ້ວ
ທ່ານທັງຫລາຍກໍຈົ່ງມີຄວາມຄຶດຢ່າງດຽວກັນນັ້ນເປັນເຄື່ອງອາວຸດເຫມືອນກັນ
ເພາະວ່າຜູ້ທີ່ທົນທຸກທໍຣະມານທາງກາຍກໍໄດ້ຢຸດເສັຽຈາກການຜິດບາບ
2
ເພື່ອຈະບໍ່ດຳເນີນຊີວິດທີ່ຍັງເຫລືອຢູ່ໃນໂລກຕາມຄວາມປາຖນາຂອງມະນຸດ
ແຕ່ດຳເນີນໄປຕາມນ້ຳພຣະທັຍຂອງພຣະເຈົ້າ
3
ດ້ວຍວ່າຄາວທີ່ລ່ວງພົ້ນໄປແລ້ວນັ້ນ
ທີ່ໄດ້ເຮັດຕາມໃຈຊອບຂອງຄົນຕ່າງຊາດກໍພຽງພໍແລ້ວ
ຄືຄາວເມື່ອໄດ້ເຮັດຕາມຣາຄະຕັນຫາ,
ຕາມໃຈປາຖນາອັນຊົ່ວ
ດື່ມເຫລົ້າເມົາສຸຣາ
ລ້ຽງກັນຢ່າງເຖິງໃຈ
ຮ່ວມກັນກິນເຫລົ້າເກີນສ່ວນ
ແລະຂາບໄຫວ້ພຣະທຽມຊຶ່ງຜິດທັມ
4
ໃນເຣື່ອງນີ້ເຂົາກໍປລາດໃຈທີ່ພວກທ່ານບໍ່ຍອມແລ່ນໄປເຂົ້າສ່ວນກັບເຂົາ
ໃນການຊົ່ວຮ້າຍອັນເຫລືອລົ້ນເຫມືອນຢ່າງເຂົາ
ແລະເຂົາກໍກ່າວຄຳນິນທາໃສ່ພວກທ່ານ
5
ຄົນເຫລົ່ານັ້ນຈະຕ້ອງໃຫ້ການແກ່ພຣະອົງ
ຜູ້ພ້ອມແລ້ວທີ່ຈະຊົງພິພາກສາທັງຄົນເປັນແລະຄົນຕາຍ
6
ດ້ວຍເຫດນີ້ແຫລະ,
ຂ່າວປະເສີດໄດ້ຊົງປະກາດແກ່ພວກຄົນທີ່ຕາຍໄປແລ້ວເຫມືອນກັນ
ເພື່ອເຂົາຈະໄດ້ຖືກຊົງພິພາກສາໃນເນື້ອກາຍເຫມືອນຢ່າງມະນຸດທົ່ວໆໄປ
ແລ້ວຈະໄດ້ມີຊີວິດທາງຈິດວິນຍານຢ່າງດຽວກັບພຣະເຈົ້າ
7
ອະວະສານຂອງສິ່ງທັງປວງໃກ້ຈະມາເຖິງແລ້ວ
ເຫດສັນນັ້ນທ່ານທັງຫລາຍຈົ່ງມີສະຕິອັນດີ
ແລະຄອຍລະວັງຕົວສຳລັບການອ້ອນວອນ
8
ທີ່ສຳຄັນກວ່າສິ່ງອື່ນໆທັງຫມົດກໍຄືຈົ່ງຮັກເຊິ່ງກັນແລະກັນດ້ວຍເຕັມໃຈ
ເພາະຄວາມຮັກປົກບັງຄວາມຜິດບາບໄວ້ຢ່າງຫລວງຫລາຍ
9
ທ່ານທັງຫລາຍຈົ່ງຕ້ອນຮັບເຊິ່ງກັນແລະກັນໂດຍບໍ່ຈົ່ມ
10 ຕາມທີ່ທຸກຄົນໄດ້ຮັບສິ່ງທີ່ຊົງປະທານໃຫ້ແລ້ວ
ກໍໃຫ້ໃຊ້ຂອງປະທານນັ້ນເພື່ອປໂຍດແກ່ກັນແລະກັນ
ເຫມືອນຜູ້ຮັບມອບຫມາຍຜູ້ດີທີ່ຮັບໃຊ້ພຣະຄຸນນາໆປະການຂອງພຣະເຈົ້າ
11 ຖ້າຜູ້ໃດກ່າວ
ກໍໃຫ້ເຫມືອນຜູ້ກ່າວພຣະທັມຂອງພຣະເຈົ້າ
ຖ້າຜູ້ໃດເປັນຜູ້ບໍຣິຫານການຮັບໃຊ້
ກໍໃຫ້ບໍຣິຫານຮັບໃຊ້ເຫມືອນຜູ້ຮັບກຳລັງທີ່ພຣະເຈົ້າຊົງໂຜດປະທານໃຫ້
ເພື່ອວ່າພຣະເຈົ້າຈະຊົງໄດ້ກຽດໃນການທັງປວງໂດຍທາງພຣະເຢຊູຄຣິດ
ສະງ່າຣາສີແລະຣິດທານຸພາບຊົງມີແກ່ພຣະອົງສືບໆໄປເປັນນິດ
ອາແມນ
ການຍອມທົນທຸກຢ່າງຄຣິສະຕຽນ
12 ພວກທີ່ຮັກເອີຍ,
ຢ່າປລາດໃຈທີ່ພວກທ່ານໄດ້ຮັບຄວາມທຸກຮ້ອນຢ່າງແສນສາຫັດເປັນການລອງໃຈ
ເຫມືອນກັບວ່າເປັນເຫດອັນແປກປລາດເກີດຂື້ນກັບພວກທ່ານ
13 ແຕ່ທ່ານທັງຫລາຍຈົ່ງຊົມຊື່ນຍິນດີທີ່ໄດ້ມີສ່ວນໃນຄວາມທຸກທໍຣະມານຂອງພຣະຄຣິດ
ເພື່ອວ່າ
ເມື່ອສະງ່າຣາສີຂອງພຣະອົງປາກົດຂຶ້ນ
ພວກທ່ານກໍຈະໄດ້ຊົມຊື່ນຍິນດີຢ່າງຫລວງຫລາຍເຫມືອນກັນ
14 ຖ້າທ່ານທັງຫລາຍຖືກຫມິ່ນປມາດເພາະພຣະນາມຂອງພຣະຄຣິດ
ພວກທ່ານກໍເປັນສຸກ
ເພາະວ່າພຣະວິນຍານຜູ້ຊົງສະງ່າຣາສີ
ຄືພຣະວິນຍານຂອງພຣະເຈົ້າຊົງສະຖິດຢູ່ກັບພວກທ່ານ
15 ແຕ່ວ່າຢ່າໃຫ້ຜູ້ໃດໃນພວກທ່ານໄດ້ຮັບຄວາມທຸກເພາະເປັນຜູ້ຂ້າຄົນ,
ເປັນຂະໂມຍ,
ເປັນຜູ້ທຳຮ້າຍ,
ຫລືເປັນຜູ້ທຽວຫຍຸ້ງກ່ຽວກັບກິດທຸຣະຂອງຄົນອື່ນ
16 ແຕ່ຖ້າຜູ້ໃດໄດ້ຮັບທຸກເພາະມີຊື່ວ່າເປັນຄຣິສະຕຽນ
ກໍຢ່າໃຫ້ຜູ້ນັ້ນມີຄວາມລະອາຍ
ແຕ່ໃຫ້ຖວາຍພຣະກຽດແດ່ພຣະເຈົ້າເພາະຊື່ນັ້ນ
17 ດ້ວຍວ່າເຖິງເວລາແລ້ວທີ່ການຊົງພິພາກສາຈະຕ້ອງເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ
ແລະຖ້າການພິພາກສານັ້ນເລີ້ມຕົ້ນທີ່ພວກເຮົາກ່ອນ
ປາຍທາງຂອງຄົນເຫລົ່ານັ້ນທີ່ບໍ່ເຊື່ອຟັງຂ່າວປະເສີດເຣື່ອງພຣະເຈົ້າຈະເປັນຢ່າງໃດ
18 ຖ້າຄົນຊອບທັມຈະລອດພົ້ນໄດ້ດ້ວຍຍາກ
ຄົນປມາດພຣະເຈົ້າແລະຄົນຜິດບາບຈະໄປຢູ່ໃສ
19 ເຫດສັນນັ້ນໃຫ້ຄົນທັງຫລາຍທີ່ທົນທຸກທໍຣະມານຕາມນ້ຳພຣະທັຍຂອງພຣະເຈົ້າ
ຈົ່ງຝາກຈິດວິນຍານຂອງຕົນໄວ້ກັບພຣະອົງ
ດ້ວຍການປະຕິບັດອັນດີ
ຄືໃຫ້ຝາກໄວ້ກັບພຣະອົງຜູ້ຊົງສ້າງ
ຜູ້ທ່ຽງທັມ
1
ເຫດສັນນັ້ນ
ຂ້າພະເຈົ້າໃນຖານະທີ່ເປັນເຖົ້າແກ່ຜູ້ນຶ່ງ,
ເປັນພຍານເຖິງຄວາມທຸກທໍຣະມານຂອງພຣະຄຣິດ,
ແລະມີສ່ວນທີ່ຈະຮັບສະງ່າຣາສີຊຶ່ງຈະປາກົດມາພາຍຫລັງ
ຈຶ່ງເຕືອນສະຕິບັນດາເຖົ້າແກ່ໃນຖ້າມກາງທ່ານທັງຫລາຍ
2
ຈົ່ງລ້ຽງຝູງແກະຂອງພຣະເຈົ້າທີ່ຝາກໄວ້ກັບພວກທ່ານ
ຈົ່ງດູແລເຂົາບໍ່ແມ່ນດ້ວຍໃຈຂົມຂື່ນ
ແຕ່ດ້ວຍເຕັມໃຈຕາມນ້ຳພຣະທັຍຂອງພຣະເຈົ້າ
ບໍ່ແມ່ນດ້ວຍເຫັນແກ່ຊັບສິ່ງຂອງທີ່ໄດ້ມາໃນທາງທຸດຈະຣິດ
ແຕ່ດ້ວຍໃຈເຫລື້ອມໃສ
3
ບໍ່ແມ່ນເຫມືອນເປັນເຈົ້ານາຍເຫນືອພວກທີ່ຊົງຝາກໄວ້ກັບພວກທ່ານ
ແຕ່ໃຫ້ເປັນແບບຢ່າງແກ່ຝູງແກະນັ້ນ
4
ແລະເມື່ອພຣະຜູ້ລ້ຽງຜູ້ຍິ່ງໃຫຍ່ຈະສະເດັດມາປາກົດ
ທ່ານທັງຫລາຍຈະໄດ້ຮັບສະງ່າຣາສີເປັນພວງມາລັຍທີບໍ່ຮູ້ຫ່ຽວແຫ້ງໄປ
5
ເຫມືອນດັ່ງນັ້ນແຫລະ,
ພວກທ່ານຜູ້ມີອາຍຸອ່ອນກວ່າ
ຈົ່ງນ້ອມຟັງພວກເຖົ້າແກ່
ພວກທ່ານທຸກຄົນຈົ່ງເອົາຄວາມຖ່ອມໃຈເປັນເຄື່ອງຄາດແອວໄວ້
ໃນການປະຕິບັດເຊິ່ງກັນແລະກັນ
ດ້ວຍວ່າ, “ພຣະເຈົ້າຊົງຕໍ່ສູ້ຄົນທີ່ຈອງຫອງ
ແຕ່ຊົງປະທານພຣະຄຸນແກ່ຄົນທີ່ຖ່ອມໃຈລົງ”
6
ເຫດສັນນັ້ນທ່ານທັງຫລາຍ
ຈົ່ງຖ່ອມໃຈລົງໃຕ້
ພຣະຫັດອັນຊົງຣິດຂອງພຣະເຈົ້າ
ເພື່ອວ່າພຣະອົງຈະຊົງຍົກພວກທ່ານຂຶ້ນເມື່ອເຖິງເວລາອັນຄວນ
7
ຈົ່ງປະຄວາມກະວົນກະວາຍຂອງພວກທ່ານໄວ້ກັບພຣະອົງ
ເພາະວ່າພຣະອົງຊົງຫ່ວງໄຍພວກທ່ານຢູ່
8
ທ່ານທັງຫລາຍຈົ່ງຄອຍລະວັງຕົວແລະເຝົ້າຢູ່
ດ້ວຍວ່າສັດຕຣູຂອງພວກທ່ານຄືມານ
ທຽວວົນວຽນໄປມາເຫມືອນໂຕສິງທີ່ແຜດສຽງຊອກຫາຄົນທີ່ມັນຈະກັດກິນໄດ້
9
ຈົ່ງຕໍ່ສູ້ກັບສັດຕຣູນັ້ນດ້ວຍໃຈຫມັ້ນຄົງໃນຄວາມເຊື່ອ
ໂດຍຮູ້ແລ້ວວ່າ
ພີ່ນ້ອງຂອງພວກທ່ານທົ່ວໂລກກໍປະສົບກັບຄວາມທຸກລຳບາກຢ່າງດຽວກັນນີ້
10 ແລະເມື່ອທ່ານທັງຫລາຍໄດ້ທົນທຸກຢູ່ຊົ່ວຂນະນຶ່ງແລ້ວ
ພຣະເຈົ້າຜູ້ຊົງພຣະຄຸນທັງຫມົດ,
ຜູ້ໄດ້ຊົງເອີ້ນພວກທ່ານໃຫ້ເຂົ້າໃນສະງ່າຣາສີອັນຕລອດໄປໃນພຣະຄຣິດ ພຣະອົງເອງຈະຊົງໂຜດແປງໃຈພວກທ່ານໃຫ້ຕັ້ງຂຶ້ນໃຫມ່
ແລະຕັ້ງຫມັ້ນຄົງຢູ່ໃຫ້ມີກຳລັງຂຶ້ນ
ແລະຊົງບັນດານໃຫ້ມີຮາກອັນແຫນ້ນຫນາ
11 ຣິດທານຸພາບຈົ່ງມີແຕ່ພຣະອົງຕລອດໄປເປັນນິດ
ອາແມນ
ຄຳສະແດງຄວາມຄຳນັບຕອນທ້າຍ
12 ຂ້າພະເຈົ້າໄດ້ຂຽນຢ່າງຫຍໍ້ໆມາຍັງທ່ານທັງຫລາຍ
ໂດຍຜ່ານທາງຊີລາວານ
ຊຶ່ງຂ້າພະເຈົ້າຖືວ່າເປັນພີ່ນ້ອງຜູ້ສັດຊື່ຄົນນຶ່ງ
ເພື່ອເຕືອນສະຕິແລະເປັນພຍານແກ່ພວກທ່ານ
ວ່າພຣະຄຸນນັ້ນເປັນພຣະຄຸນທີ່ແທ້ຈິງຂອງພຣະເຈົ້າ
ຈົ່ງຕັ້ງຫມັ້ນຄົງຢູ່ໃນພຣະຄຸນນັ້ນ
13 ນາງ
ທີ່ຢູ່ເມືອງບາບິໂລນ
ຊຶ່ງຊົງເລືອກໄວ້ຢ່າງດຽວກັບພວກທ່ານ
ແລະມາຣະໂກລູກຂອງເຮົາ
ກໍຝາກຄວາມຄຶດເຖິງມາເຫມືອນກັນ
14 ຈົ່ງທັກທາຍກັນດ້ວຍການຈູບອັນສະແດງຄວາມຮັກ
ຂໍສັນຕິສຸກຈົ່ງມີແກ່ທ່ານທັງຫລາຍທີ່ຢູ່ໃນພຣະຄຣິດເທີນ