1 John ພຣະທັມ 1 ​ໂຢຮັນ

 

ພຣະທັມ 1 ​ໂຢຮັນ

 

1

2

3

4

5

 

ຈົດ​ຫມາຍສະ​ບັບ​ຕົ້ນຂອງ

ໂຢ​ຮັນ

 

1. ພຣະ​ທັມ​ອັນ​ຊົງ​ຊີ​ວິດ

 (ຢ​ຮ 1:1-5)

1   ຊຶ່ງ​ມີ​ຢູ່​ແຕ່​ປະ​ຖົມ​ມະ​ການ, ຊຶ່ງ​ເຮົາ​ໄດ້​ຍິນ, ຊຶ່ງ​ເຮົາ​ໄດ້​ເຫັນ​ກັບ​ຕາ, ຊຶ່ງ​ເຮົາ​ໄດ້​ພິ​ຈາ​ຣະ​ນາ​ເບິ່ງ ແລະ​ມື​ຂອງ​ເຮົາ​ໄດ້​ຈັບ​ຕ້ອງ​ນັ້ນ ກ່ຽວ​ກັບ​ພຣະ​ທັມ​ອັນ​ຊົງ​ຊີ​ວິດ

2   (ຊີ​ວິດ​ນັ້ນ​ໄດ້​ປາ​ກົດ​ມາ ເຮົາ​ໄດ້​ເຫັນແລະ​ເປັນ​ພຍານ ຈຶ່ງ​ໄດ້​ປະ​ກາດ​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ​ນັ້ນ​ແກ່​ທ່ານ​ທັງ​ຫລາຍ ຄື​ຊີ​ວິດ​ທີ່​ດຳ​ຣົງ​ຢູ່​ກັບ​ພຣະ​ບິ​ດາ ແລະ​ໄດ້​ປາ​ກົດ​ແກ່ເຮົາ​ທັງ​ຫລາຍ)

3   ຊຶ່ງ​ເຮົາ​ໄດ້​ເຫັນ​ແລະ​ໄດ້​ຍິນ​ນັ້ນ ເຮົາ​ກໍ​ໄດ້​ປະ​ກາດ​ແກ່​ທ່ານ​ທັງ​ຫລາຍ​ເຫມືອນ​ກັນ ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ເຂົ້າ​ຮ່ວມ​ສາ​ມັກ​ຄີ​ທັມ​ກັບ​ພວກ​ເຮົ ພວກ​ເຮົາ​ກໍ​ຮ່ວມ​ສາ​ມັກ​ຄີ​ກັບ​ພຣະ​ບິ​ດາ ແລະ​ກັບພຣະ​ບຸດ​ຂອງ​ພຣະ​ອົງຄື​ພຣະ​ເຢ​ຊູ​ຄຣິດ

4   ຂໍ້​ຄວາມ​ເຫລົ່າ​ນີ້​ແຫລະ, ເຮົາ​ຂຽນ​ມາ​ເພື່ອ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ຂອງ​ເຮົາ​ຈະ​ໄດ້​ເຕັມ​ບໍ​ຣິ​ບູນ

ພຣະ​ເຈົ້​ຊົງ​ເປັນ​ຄວາມ​ສວ່າງ

5   ນີ້​ແຫລະ, ເປັນ​ຂ່າວ​ສານ​ທີ່​ເຮົາ​ໄດ້​ຍິນ​ຈາກ​ພຣະ​ອົງ​ແລ​ໄດ້​ປະ​ກາດ​ແກ່​ທ່ານ​ທັງ​ຫລາຍ​ວ່າ ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ສວ່າງ ໃນ​ພຣະ​ອົງ​ບໍ່​ມີ​ຄວາມ​ມືດ​ເລີ

6   ຖ້າ​ເຮົາ​ຈະ​ວ່າ​ເຮົາ​ຮ່ວມ​ສາ​ມັກ​ຄີ​ທັມ​ກັບ​ພຣະ​ອົງ ແລະ​ຍັງ​ດຳ​ເນີນ​ຊີ​ວິດ​ຢູ່​ໃນ​ຄວາມ​ມືດ ເຮົາ​ກໍ​ເວົ້າ​ຕົວະ​ແລະ​ບໍ່​ປະ​ຕິ​ບັດ​ຕາມ​ຄວາມ​ຈິງ

7   ແຕ່​ຖ້າ​ເຮົາ​ທັງ​ຫລາຍ​ດຳ​ເນີນ​ຊີ​ວິດຢູ່​ໃນ​ຄວາມ​ສວ່າງ​ເຫມືອນ​ຢ່າງ​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ໃນ​ຄວາມ​ສວ່າງ ພວກ​ເຮົາ​ກໍ​ຮ່ວມ​ສາ​ມັກ​ຄີ​ທັມ​ເຊິ່ງ​ກັນ​ແລະ​ກັນ ແລະ​ພຣະ​ໂລ​ຫິດ​ຂອງ​ພຣະ​ເຢ​ຊູ​ພຣະ​ບຸດ​ຂອງ​ພຣະ​ອົງ ກໍ​ຊຳ​ຮະ​ລ້າງ​ເຮົາ​ທັງ​ຫລາຍ​ຈາກ​ຜິດ​ບາບຫມົດ​ສິ້ນ

8   ຖ້າ​ເຮົາ​ທັງ​ຫລາຍ​ເວົ້າ​ວ່າ​ພວກ​ເຮົາ​ບໍ່​ມີ​ບາບ ພວກ​ເຮົາ​ກໍ​ຫລອກ​ລວງ​ຕົນ​ເອງ ແລະ​ຄວາມ​ຈິງ​ບໍ່​ໄດ້​ຢູ່​ໃນ​ພວກ​ເຮົາ

9   ຖ້າ​ເຮົາ​ທັງ​ຫລາຍ​ສາ​ຣະ​ພາບ​ຜິດ​ບາບ​ຂອງ​ພວກ​ເຮົ ພຣະ​ອົງ​ຊົງ​ສັດ​ຊື່​ແລະ​ທ່ຽງ​ທັມ ຈະ​ຊົງ​ໂຜດ​ຍົກ​ບາບ​ຂອງ​ພວກ​ເຮົາ ແລະ​ຈະ​ຊົງ​ໂຜດ​ຊຳ​ຮະ​ລ້າງ​ເຮົາ​ທັງ​ຫລາຍ​ຈາກ​ການ​ອະ​ທັມ​ຫມົດ​ສິ້

10 ຖ້າ​ເຮົາ​ທັງ​ຫລາຍ​ເວົ້າ​ວ່າ​ພ​ວກ​ເຮົາ​ບໍ່​ໄດ້​ເຮັດ​ບາບ ກໍ​ທໍ່​ກັບ​ວ່າ​ພວກ​ເຮົາ​ໄດ້​ເຮັດ​ໃຫ້​ພຣະ​ອົງ​ເປັນ​ຜູ້​ຕົວະ ແລະ​ພຣະ​ທັມ​ຂອງ​ພຣະ​ອົງ​ກໍ​ບໍ່​ຢູ່ໃນ​ພວກ​ເຮົາ​ແລ້ວ​

 

2. ພຣະ​ເຢ​ຊູ​ຊົງ​ເປັນ​ທະ​ນາຍ​ຄວາມ​ເພື່ອ​ເຮົາ

1   ລູກ​ນ້ອຍ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ຂໍ້​ຄວາມ​ເຫລົ່າ​ນີ້​ມາ​ເຖິງ​ພວກ​ເຈົ້າ ເພື່ອ​ພວກ​ເຈົ້​ຈະ​ບໍ່​ໄດ້​ເຮັດ​ຜິດ ແຕ່​ຖ້າ​ຄົນ​ໃດ​ເຮັດ​ຜິດ ພວກ​ເຮົາ​ກໍ​ມີ​ທະ​ນາຍ​ຄວາມ ຄື​ພຣະ​ເຢ​ຊູ​ຄຣິດ​ຜູ້​ຊົງ​ທ່ຽງ​ທັມ​ທີ່​ສະ​ຖິດ​ຢູ່​ກັບ​ພຣະ​ບິ​ດາ

2   ແມ່ນ​ດ້ວຍ​ພຣະ​ອົງ​ນີ້​ແຫລະ​, ທີ່​ພຣະ​ເຈົ້າ​ຊົງ​ຍົກ​ຜິດ​ບາບ​ຂອງ​ພວກ​ເຮົາ​ເສັຽ ແລະ​ບໍ່​ແມ່ນ​ແຕ່​ຜິດ​ບາບ​ຂອງ​ພວກ​ເຮົາ​ພວກ​ດຽວ ແຕ່​ທັງ​ຜິດ​ບາບ​ຂອງ​ມະ​ນຸດ​ທັງ​ປວງ​ໃນ​ໂລກ​ເຫມືອນ​ກັນ

3   ໃນ​ຂໍ້​ນີ້​ແຫລະ​, ເຮົາ​ທັງ​ຫລາຍ​ຄົງ​ສັງ​ເກດ​ໄດ້​ວ່າ​ພວກ​ເຮົາ​ຮູ້​ຈັກ​ກັບ​ພຣະ​ອົງ ຄື​ວ່າ​ຖ້າ​ພວກ​ເຮົາ​ຖື​ຮັກ​ສາ​ບັນ​ດາ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ

4   ຄົນ​ໃດ​ທີ່​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຮູ້​ຈັກ​ກັບ​ພຣະ​ອົງ” ແຕ່​ບໍ່​ຖື​ຮັກ​ສາ​ບັນ​ດາ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ ຜູ້​ນັ້ນ​ເປັນ​ຄົນ​ເວົ້າ​ຕົວະ ແລະ​ຄວາມ​ຈິງ​ບໍ່​ໄດ້​ຢູ່​ໃນ​ຄົນ​ນັ້ນ​ແລ້ວ

5   ແຕ່​ຜູ້​ໃດ​ທີ່​ຖື​ຮັກ​ສາ​ພຣະ​ທັມ​ຂອງ​ພຣະ​ອົງ ຜູ້​ນັ້ນ​ແຫລະ, ເປັນ​ຜູ້​ຮັກ​ສາ​ພຣະ​ເຈົ້າ​ຢ່າງ​ຄົບ​ຖ້ວນ ດ້ວຍ​ອາ​ການ​ຢ່າງ​ນີ້ແຫລະ​, ເຮົາ​ທັງ​ຫລາຍ​ຈຶ່ງ​ຮູ້​ວ່າ​ພ​ວ​ກ​ເຮົາ​ຢູ່​ໃນ​ພຣະ​ອົງ

6   ຜູ້​ໃດ​ເວົ້າ​ວ່າ​ຕົນ​ຢູ່​ໃນ​ພຣະ​ອົງ ຜູ້​ນັ້ນ​ກໍ​ຄວນ​ດຳ​ເນີນ​ຊີ​ວິດ​ຕາມ​ທາງ​ທີ່​ພຣະຄຣິດ​ຊົງ​ດຳ​ເນີນ​ນັ້ນ​ເຫມືອນ​ກັນ

ພຣະ​ບັນ​ຍັດ​ໃຫ​ມ່

7   ພວກ​ທີ່​ຮັກ​ເອີຍ, ເຮົາ​ບໍ່​ໄດ້​ຂ​ຽ​ນຂໍ້​ບັນ​ຍັດ​ໃຫມ່​ມາ​ເຖິງ​ເຈົ້​ທັງ​ຫລາຍ ແຕ່​ເປັນ​ຂໍ້​ບັນ​ຍັດ​ເກົ່າ​ຊຶ່ງ​ເຈົ້​ທັງ​ຫລາຍ​ມີ​ຢູ່​ຕັ້ງ​ແຕ່​ເດີມ​ແລ້ວ ຂໍ້​ບັນ​ຍັດ​ເກົ່າ​ນັ້ນ ຄື​ພຣະ​ທັມ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ມາ​ແລ້ວ

8   ເຖິງ​ຢ່າງ​ນັ້ນ​ກໍ​ກ່າວ​ໄດ້​ວ່າ ເຮົາ​ຂຽນ​ຂໍ້​ບັນ​ຍັດ​ໃຫມ່​ມາ​ເຖິງ​ເຈົ້າ​ທັງ​ຫລາຍ ທີ່​ວ່າໃຫມ່​ທັງ​ຝ່າຍ​ພຣະ​ອົງ​ແລະ​ຝ່າຍ​ເຈົ້າ​ທັງ​ຫລາຍ​ນັ້ນ ກໍ​ເພາະ​ຄວາມ​ມືດ​ນັ້ນ​ກຳ​ລັງ​ຜ່ານ​ພົ້ນ​ໄປ ແລະ​ຄວາມ​ສວ່າງ​ແທ້​ກໍ​ສ່ອງ​ຢູ່​ແລ້ວ

9   ຜູ້​ໃດ​ທີ່​ເວົ້າ​ວ່າ​ຕົນ​ຢູ່​ໃນ​ຄວາມ​ສວ່າງ ແຕ່​ຍັງ​ກຽດ​ຊັງ​ພີ່​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ຍັງ​ຢູ່ໃນ​ຄວາມ​ມືດ​ຈົນ​ເຖິງ​ດຽວ​ນີ້

10 ຜູ້​ທີ່ຮັກ​ພີ່​ນ້ອງ​ຂອງ​ຕົນ​ກໍ​ຕັ້ງ​ຢູ່​ໃນ​ຄວາມ​ສວ່າງ ແລະ​ເຫດ​ທີ່​ຈະ​ໃຫ້​ສະ​ດຸດ​ໃຈ​ກໍ​ບໍ່​ມີ​ໃນ​ຄົນ​ນັ້ນ

11 ແຕ່​ຜູ້​ທີ່​ກຽດ​ຊັງ​ພີ່​ນ້ອງ​ຂອງ​ຕົນ​ກໍ​ຢູ່​ໃນ​ຄວາມ​ມືດ ແລະ​ທ່ຽວ​ໄປ​ໃນ​ຄວາມ​ມືດ ແລ້ວ​ບໍ່​ຮູ້​ວ່າ​ຕົນ​ກຳ​ລັງ​ໄປ​ໃສ ເພາະ​ຄວາມ​ມືດ​ໄດ້​ເຮັດ​ໃຫ້​ຕາ​ຂອ​ງຕົນ​ບອດ​ເສັຽ​ແລ້ວ

12 ລູກ​ນ້ອຍທັງ​ຫລາຍ​ເອີຍ, ເຮົາ​ຂຽນ​ຈົດ​ຫມາຍ​ເຖິງ​ເຈົ້າ​ທັງ​ຫລາຍ ເພາະ​ວ່າ​ໄດ້​ຊົງ​ໃຫ້​ອະ​ພັຍ​ບາບ​ຂອງ​ພວກ​ເຈົ້າ​ແລ້ວ ເພາະ​ເຫັນ​ແກ່​ພຣະ​ນາມ​ຂອງ​ພຣະ​ອົງ

13 ພໍ່​ທັງ​ຫລາຍ​ເອີຍ, ເຮົາ​ຂຽນ​ຈົດ​ຫມາຍ​ມາ​ເຖິງ​ພວກ​ເຈົ້າ ເພາະ​ພວກ​ເຈົ້າ​ຮູ້​ຈັກ​ກັ​ບ​ພຣະ​ອົງ ຜູ້​ຊົງ​ດຳ​ຣົງ​ຢູ່​ຕັ້ງ​ແຕ່​ປະ​ຖົມ​ມະ​ການ ຄົນ​ຫນຸ່ມ​ທັງ​ຫລາຍ​ເອີຍ, ເຮົາ​ຂຽນ​ຈົດ​ຫມາຍເຖິງ​ພວກ​ເຈົ້າ ເພາະ​ພວກ​ເຈົ້າ​ໄດ້​ຊະ​ນະ​ມານ​ຮ້າຍ​ນັ້ນ​ແລ້ວ

14 ລູກ​ທັງ​ຫລາຍ​ເອີຍ, ເຮົາ​ຂຽນ​ຈົດ​ຫມາຍ​ມາ​ເຖິງ​ພວກ​ເຈົ້າ ເພາະ​ພວ​ກ​ເຈົ້າ​ຮູ້​ຈັກ​ກັບ​ພຣະບິດາ​ແລ້ວ ພໍ່​ທັງ​ຫລາຍ​ເອີຍ, ເຮົາ​ຂຽນ​ຈົດ​ຫມາຍ​ມາ​ເຖິງ​ພວກ​ເຈົ້າ ເພາະ​ພວກ​ເຈົ້​ຮູ້​ຈັກ​ກັບ​ພຣະ​ອົງ​ຜູ້​ຊົງ​ດຳ​ຣົງຢູ່​ຕັ້ງ​ແຕ່​ປະ​ຖົມ​ມະ​ການ​ແລ້ວ ຄົນ​ຫນຸ່ມ​ທັງ​ຫລາຍ​ເອີຍ, ເຮົ​ຂຽນ​ຈົດ​ຫມາຍ​ມາ​ເຖິງ​ພວກ​ເຈົ້ ເພາະ​ພວກ​ເຈົ້າ​ໄດ້​ຊນະ​ມານ​ຮ້າຍ​ແລ້ວ

15 ຢ່າ​ຮັກ​ໂລກ​ຫລື​ສິ່ງຂອງ​ທີ່​ຢູ່​ໃນ​ໂລກ ຖ້າ​ຜູ້​ໃດ​ຮັກ​ໂລກ ຄວາມ​ຮັກ​ຕໍ່​ພຣະ​ບິ​ດາ​ບໍ່​ຢູ່​ໃນ​ຜູ້​ນັ້ນ

16 ເພາະ​ສາ​ຣະ​ພັດ​ທີ່​ມີ​ຢູ່​ໃນ​ໂລກ ຄື​ຕັນ​ຫາ​ຂອງ​ເນື້ອ​ກາຍ, ຕັນ​ຫາ​ຂອງ​ຕາ, ແລະ​ຄວາມອວດ​ອ້າງ​ເປົ່າໆ​ໃນ​ຊີ​ວິດ​ນີ້ ບໍ່ໄດ້​ເກີດ​ມາ​ຈາກ​ພຣະ​ບິ​ດາ ແຕ່​ເກີດ​ມາ​ຈາກ​ໂລກ

17 ສ່ວນ​ໂລກ​ກັບ​ຕັນ​ຫາ​ຂອງ​ໂລກ​ກຳ​ລັງ​ເສື່ອມ​ສູນ​ໄປ ແຕ່​ຜູ້​ເຮັດ​ຕາມ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ​ຈະ​ຕັ້ງ​ຢູ່​ເປັນ​ນິດ

ສັດ​ຕ​ຣູ​ຂອງ​ພຣະຄຣິດ

18 ລູກ​ທັງ​ຫ​ລາຍ​ເອີຍ, ບັດນີ້​ເປັນ​ເວ​ລາ​ສຸດ​ທ້າຍແລ້ວ ແລະ​ຕາມ​ທີ່​ເຈົ້າ​ທັງ​ຫລາຍ​ໄດ້​ຍິນ​ໄດ້​ຟັງ​ມາ​ແລ້ວ​ວ່າ ຜູ້​ຕໍ່​ສູ້​ພຣະຄຣິດ​ຈະ​ມາ​ ບັດ​ນີ້​ຜູ້​ຕໍ່​ສູ້​ພຣະຄຣິດ​ກໍ​ເກີດ​ມີ​ມາ​ຫລາຍ​ແລ້ວ ສັນ​ນັ້ນ​ພວກ​ເຮົາ​ຈຶ່ງ​ຮູ້​ວ່າ​ເປັນ​ເວ​ລາ​ສຸດ​ທ້າຍ

19 ເຂົາ​ເຫລົ່າ​ນັ້ນ​ໄດ້​ອອກ​ໄປ​ຈາກ​ພວກ​ເຮົ ແຕ່​ເຂົາ​ບໍ່​ແມ່ນ​ຝ່າຍ​ພວກ​ເຮົາ ເພາະ​ວ່າ​ຖ້າ​ເຂົາ​ແມ່ນ​ຝ່າຍ​ພວກ​ເຮົາ ເຂົາ​ກໍ​ຈະ​ໄດ້​ຕັ້ງ​ຢູ່​ກັບ​ພ​ວກ​ເຮົາ​ຕໍ່​ໄປ (ແຕ່​ເຂົາ​ໄດ້​ອອກ​ໄປ​ແລ້ວ) ເພື່ອ​ປາ​ກົດ​ແຈ້ງວ່າ​ເຂົາ​ເຫລົ່​ນັ້ນ​ບໍ່​ແມ່ນ​ຝ່າຍ​ພວກ​ເຮົາ​ຈັກ​ຄົນ

20 ແຕ່​ຝ່າຍ​ເຈົ້າ​ທັງ​ຫລາຍ​ໄດ້​ຮັບ​ການ​ຊົງ​ຫົດ​ສົງ​ຈາກ​ພຣະ​ອົງ​ຜູ້​ບໍ​ຣິ​ສຸດ​ແລ້ວ ພວກ​ເຈົ້​ທຸກ​ຄົນ​ກໍ​ມີ​ຄວາມ​ຮູ້

21 ເຮົາ​ໄດ້​ຂຽນ​ຈົດ​ຫມາຍ​ມາ​ເຖິງ​ເຈົ້າ​ທັງ​ຫລາຍ ບໍ່​ແມ່ນ​ເພາະ​ພວກ​ເຈົ້າ​ບໍ່​ຮູ້​ຄວາມ​ຈິງ ແຕ່​ເພາະ​ເຈົ້​ທັງ​ຫລາຍ​ຮູ້​ແລ້ວ ແລະ​ເພາະ​ວ່າ​ຄຳ​ຕົວະ​ຂໍ້​ໃດ​ບໍ່​ໄດ້​ມາ​ຈາກ​ຄວາມ​ຈິງ

22 ແມ່ນ​ໃຜ​ເປັນ​ຜູ້​ເວົ້າ​ຕົວະ ຄັນ​ບໍ່​ແມ່ນ​ຜູ້​ນັ້ນ​ທີ່​ປະ​ຕິ​ເສດ​ວ່າ​ພຣະ​ເຢ​ຊູ​ບໍ່​ແມ່ນ​ພຣະຄຣິດ ຜູ້​ທີ່​ປະ​ຕິ​ເສດ​​ພຣະ​ບິ​ດາ​ກັບພຣະ​ບຸດ ຜູ້​ນັ້ນ​ແຫລະ, ເປັນ​ຜູ້​ຕໍ່​ສູ້​ພຣະຄຣິດ

23 ຜູ້​ໃດ​ທີ່​ປະ​ຕິ​ເສດ​ພຣະ​ບຸດ ຜູ້​ນັ້ນ​ກໍ​ບໍ່​ມີ​ພຣະ​ບິ​ດາ ຜູ້​ໃດ​ທີ່​ຮັບ​ຮູ້​ພຣະ​ບຸດ ຜູ້​ນັ້ນ​ກໍ​ມີ​ພຣະ​ບິ​ດາ​ເຫມືອນ​ກັນ

24 ຝ່າຍ​ເຈົ້າ​ທັງ​ຫລາຍ, ຈົ່ງ​ໃຫ້​ຂໍ້​ຄວາມ​ທີ່ພວ​ກ​ເຈົ້າ​ໄດ້​ຍິນ​ຕັ້ງ​ແຕ່​ຕົ້ນ​ມາ​ນັ້ນ​ຕັ້ງ​ຢູ່​ກັບ​ພວກ​ເຈົ້າ ຖ້າ​ຂໍ້​ຄວາມ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ແຕ່​ຕັ້ນ​ມາ​ນັ້ນ​ຫາກ​ຕັ້ງ​ຢູ່​ກັບ​ພວກເຈົ້າ ພວກ​ເຈົ້​ກໍ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ພຣະ​ບຸດ​ແລະ​ໃນ​ພຣະ​ບິ​ດາ​ເຫມືອນກັ

25 ນີ້​ແຫລະ, ເປັນ​ພຣະ​ສັນ​ຍາ​ທີ່​ພຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້​ແກ່​ເຮົາ​ທັງ​ຫລາຍ​ຄື​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ

26 ຂໍ້​ຄວາມ​ເຫລົ່າ​ນີ້​ເຮົາ​ໄດ້​ຂຽນ​ມາ​ເຖິງ​ເຈົ້​ທັງ​ຫລາຍ ກ່ຽວ​ເຖິງ​ເຣື່ອງ​ຄົນ​ເຫລົ່​ນັ້ນ​ທີ່​ຢາກ​ໃຫ້​ພວກ​ເຈົ້​ຫລົງ​ໄປ

27 ແຕ່​ຝ່າຍ​ເຈົ້າ​ທັງ​ຫລາຍ, ການ​ຊົງ​ຫົດ​ສົງ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ຈາກ​ພຣະ​ອົງ​ນັ້ນ ກໍ​ຍັງ​ຕັ້ງ​ຢູ່​ກັບ​ພວກ​ເຈົ້ ແລະ​ພວກ​ເຈົ້າ​ບໍ່​ຕ້ອງ​ການ​ໃຫ້​ຜູ້​ໃດ​ອີກ​ສອນ ເພາະ​ການ​ຊົງ​ຫົດ​ສົງ​ຂອງ​ພຣະອົງ​ກຳ​ລັງ​ສັ່ງ​ສອນ​ພວກ​ເຈົ້າ​ເຖິງ​ທຸກ​ສິ່ງ ແລ​ເປັນ​ຄວາມ​ຈິງ​ບໍ່​ແມ່ນ​ການ​ຕົວະ ການ​ຊົງ​ຫົດ​ສົງ​ໄດ້​ສອນ​ເຈົ້າ​ທັງ​ຫລາ​ຍ​ຢ່າງ​ໃດ ພວກ​ເຈົ້າ​ຈົ່ງ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ພຣະ​ອົງ​ຢ່າງ​ນັ້ນ

28 ແລະ​ບັດ​ນີ້ ລູກ​ນ້ອຍ​ທັງ​ຫລາຍ​ເອີຍ, ຈົ່ງ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ພຣະ​ອົງ ເພື່ອ​ວ່າ, ເມື່ອ​ພຣະ​ອົງ​ຊົງ​ປາ​ກົດ ເຮົາ​ທັງ​ຫລາຍ​ຈະ​ໄດ້​ມີ​ໃຈ​ກ້າ ແລະ​ບໍ່​ຫລົບ​ຫນ້າ​ຈາກ​ພຣະ​ອົງ​ດ້ວຍ​ຄວາມ​ລະ​ອາຍ ເມື່ອ​ພຣະ​ອົງ​ສະ​ເດັດ​ມາ

29 ຖ້າ​ເຈົ້າ​ທັງ​ຫລາຍ​ຮູ້​ວ່າ​ພຣະອົງ​ຊົງ​ທ່ຽງ​ທັມ ພວກ​ເຈົ້າ​ກໍ​ຮູ້​ໄດ້​ວ່າ ທຸກ​ຄົນ​ທີ່​ປະ​ຕິ​ບັດ​ຕາມ​ຄວາມ​ທ່ຽງ​ທັມ​ນັ້ນ​ກໍ​ບັງ​ເກີດ​ມາ​ຈາກ​ພຣະ​ອົງ​ເຫມືອນ​ກັນ

 

3. ບັນ​ດາ​ບຸດ​ຂອງ​ພຣະ​ເຈົ້າ

1   ເບິ່ງ​ແມ໋, ພຣະ​ບິ​ດາ​ຊົງ​ໂຜດ​ປະ​ທານ​ຄວາມ​ຮັກ​ແກ່​ເຮົາ​ທັງ​ຫລາຍ​ເປັນ​ຢ່າງ​ໃດ​ທີ່​ພຣະ​ເຈົ້າ​ຊົງ​ເອີ້ນ​ພວກ​ເຮົາ​ວ່າ​ບຸດ​ຂອງ​ພຣະ​ອົງ ແລະ​ພວກ​ເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ ເຫດ​ທີ່​ໂລກ​ບໍ່​ຮູ້​ຈັກ​ເຮົາ​ທັງ​ຫລາຍ ກໍ​ເພາະ​ເຂົາ​ບໍ່​ຮູ້​ຈັກ​ພຣະ​ອົງ​ນັ້ນ​ແຫລະ

2   ພ​ວກ​ທີ່​ຮັກ​ເອີຍ, ບັດ​ນີ້ ເຮົາ​ທັງ​ຫລາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້​ແລ້ວ ແລະ​ຍັງບໍ່​ໄດ້​ຊົງ​ສະ​ແດງ​ໃຫ້ຮູ້​ຄັກ​ວ່າ​ຕໍ່​ໄປ​ພວກ​ເຮົ​ຈະ​ເປັນ​ຢ່າງ​ໃດ ແຕ່​ພວກ​ເຮົາ​ຮູ້​ວ່າ ເມື່ອ​ພຣະ​ອົງ​ນັ້ນ​ຈະ​ສະ​ເດັດ​ມາປ​ກົດ​ນັ້ນ​ເຮົາ​ທັງ​ຫລາຍ​ຈະ​ເປັນ​ເຫມືອນ​ພຣະ​ອົງ ເພາະ​ວ່າ​ພວກ​ເຮົາ​ຈະ​ເຫັນ​ພຣະ​ອົງ​ຢ່າງ​ທີ່​ພຣະ​ອົງ​ຊົງ​ເປັນ​ຢູ່​ນັ້ນ

3   ທຸກ​ຄົນ​ທີ່​ມີ​ຄວາມ​ຫວັງ​ໃນ​ພຣະ​ອົງ​ດັ່ງ​ກ່າວ​ມາ​ນີ້ ກໍ​ຊຳ​ຮະ​ລ້າງ​ຕົນ​ໃຫ້​ບໍ​ຣິ​ສຸດ​ເຫມືອນ​ພຣະຄຣິດ​ຊົງ​ບໍ​ຣິ​ສຸດ

4   ທຸກ​ຄົນ​ທີ່​ເຮັດ​ບາບ​ກໍ​ເຮັດ​ຜິດ​ຕໍ່​ພຣະ​ບັນ​ຍັດ​ເຫມືອນ​ກັນ ບາບ​ເປັນ​ສິ່ງ​ທີ່​ຜິດ​ຕໍ່​ພຣະ​ບັນ​ຍັດ

5   ເຈົ້າ​ທັງ​ຫລາຍ​ຮູ້​ແລ້ວ​ວ່າ​ພຣະຄຣິດ​ໄດ້​ຊົງ​ປາ​ກົດ​ເພື່ອ​ຍົກ​ເອົາ​ຜິດ​ບາບ​ໄປ​ເສັຽ ແລະ​ພຣະ​ອົງ​ນັ້ນບໍ່​ຊົງ​ມີ​ບາບ​ເລີຍ

6   ຜູ້​ໃດ​ຕັ້ງ​ຫມັ້ນ​ຢູ່​ໃນ​ພຣະ​ອົງ ຜູ້​ນັ້ນ​ກໍ​ບໍ່​ເຮັດ​ບາບ​ຕາມ​ເຄີຍ ຜູ້​ໃດ​ທີ່​ຍັງ​ເຮັດ​ບາບ​ຕາມ​ເຄີຍ ຜູ້​ນັ້ນ​ຍັງ​ບໍ່​ເຫັນ​ພຣະ​ອົງ ແລະ​ຍັງ​ບໍ່​ຮູ້​ຈັກ​ພຣະ​ອົງ

7   ລູກ​ນ້ອຍ​ທັງ​ຫລາຍ​ເອີຍ, ຢ່າ​ໃຫ້​ຜູ້​ໃດ​ຊັກ​ຈູງ​ພວກ​ເຈົ້​ໃຫ້​ຫລົງ ຜູ້​ທີ່​ເຮັດ​ຕາມ​ຄວາມ​ທ່ຽງ​ທັມ​ກໍ​ເປັນ​ຜູ້​ທ່ຽງ​ທັມ ເຫມືອນ​ພຣະຄຣິດ​ຊົງ​ທ່ຽງ​ທັມ

8   ຜູ້​ທີ່​ເຮັດ​ບາບ​ຕາມ​ເຄີຍກໍ​ມາ​ຈາກ​ມານ ເພາະ​ວ່າ​ມານ​ໄດ້​ເຮັດ​ບາບ​ຕັ້ງ​ແຕ່​ຕົ້ນ​ເດີມ​ມາ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ໄດ້​ສະ​ເດັດ​ມາ​ປາ​ກົດ​ກໍ​ເພາະ​ເຫດ​ນີ້​ແຫລະ ຄື​ເພື່ອ​ຊົງ​ທຳ​ລາຍ​ກິ​ຈ​ການ​ຂອງ​ມານ​ເສັຽ

9   ຜູ້​ໃດ​ເກີດ​ຈາກ​ພຣະ​ເຈົ້າ​ກໍ​ບໍ່​ເຮັດ​ບາບ​ຕາມ ເພາະ​ສະ​ພາບ​ຂອງ​ພຣະ​ອົງ​ຊົງ​ດຳ​ຣົງ​ຢູ່​ໃນ​ຜູ້​ນັ້ນ ແລະ​ຜູ້​ນັ້ນ​ບໍ່​ອາດ​ເຮັດ​ບາບ​ຕາມ​ເຄີຍ ເພາະ​ຕົນ​ໄດ້​ບັ​ງ​ເກີດ​ມາ​ຈາກ​ພຣະ​ເຈົ້າ

10 ດັ່ງ​ນີ້ແຫລະ​, ຈຶ່ງ​ເຫັນ​ໄດ້​ວ່າ​ຜູ້​ໃດ​ເປັນ​ບຸດ​ຂອງ​

ພຣະ​ເຈົ້າ ແລະ​ຜູ້​ໃດ​ເປັນ​ລູກ​ຂ​ອງ​ມານ ຄື​ວ່າ​ຜູ້​ໃດ​ທີ່​ບໍ່​ໄດ້​ເຮັດ​ຕາມ​ຄວາມ​ທ່ຽງ​ທັມ ຫລື​ບໍ່​ຮັກ​ພີ່​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ

ຈົ່ງ​ຮັກ​ກັນ​ແລະ​ກັນ

 (ມ​ທ 22:39)

11 ດ້ວຍ​ວ່າ​ນີ້ແຫລະ, ເປັນ​ຂໍ້​ຄວາມ​ທີ່​ເຈົ້າ​ທັງ​ຫລາຍ​ໄດ້​ຍິນ​ໄດ້​ຟັງ​ຕັ້ງ​ແຕ່​ເດີມ​ແລ້ວ ຄື​ໃຫ້​ພວກ​ເຮົາ​ຮັກ​ເຊິ່ງ​ກັນ​ແລະກັນ

12 ຢ່າ​ໃຫ້​ເປັນ​ເຫມືອນ​ກາ​ອິນ​ຜູ້​ມາ​ຈາກ​ມານ ແລະ​ໄດ້​ຂ້າ​ນ້ອງ​ຂອງ​ຕົນ​ເສັຽ ດ້ວຍ​ເຫດ​ໃດ​ເຂົາຈຶ່ງ​ຂ້າ​ນ້ອງ​ກໍ​ເພາະ​ການ​ເຮັດ​ຂອງ​ຕົນ​ຊົ່ວ ແລະ​ການ​ເຮັດ​ຂອງ​ນ້ອງ​ນັ້ນຊອບ​ທັມ

13 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຖ້າ​ໂລກ​ນີ້ກຽດ​ຊັງ​ພວກ​ເຈົ້າ​ຢ່າ​ປ​ລາດ​ໃຈ

14 ຝ່າຍ​ເຮົາ​ທັງ​ຫລາຍ​ຮູ້​ແລ້ວ​ວ່າ ພວກ​ເຮົາ​ໄດ້​ຍ້າຍ​ອອກ​ຈາກ​ຄວາມ​ຕາຍ​ເຂົ້າ​ສູ່​ຊີ​ວິດ​ແລ້ວ ກໍ​ເພາະ​ພວກ​ເຮົາ​ຮັກ​ພີ່​ນ້ອງ ຜູ້​ໃດ​ທີ່​ບໍ່​ຮັກ ຜູ້​ນັ້ນກໍ​ຍັງ​ຢູ່​ໃນ​ຄວາມ​ຕາຍ

15 ຜູ້ໃດ​ທີ່​ກຽດ​ຊັງ​ພີ່​ນ້ອງ​ຂອງ​ຕົນ​ກໍ​ເປັນ​ຜູ້​ຂ້າ​ຄົນ ແລະ​ເຈົ້າ​ທັງ​ຫລາຍ​ຮູ້​ແລ້ວ​ວ່າ ຜູ້​ຂ້າ​ຄົນ​ບໍ່​ມີ​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ​ຕັ້ງ​ຢູ່​ໃນ​ຕົນ​ຈັກ​ຄົນ

16 ດັ່ງ​ນີ້ແຫລະ, ເຮົ​ທັງ​ຫລາຍ​ຈຶ່ງ​ຮູ້​ຈັກ​ຄວາມ​ຮັກ ໂດຍ​ທີ່​ພຣະຄຣິດ​ໄດ້​ຊົງ​ຍອມ​ສລະ​ພຣະ​ຊົນ​ຂອງພຣະ​ອົງ​ເພື່ອເຮົາ​ທັງ​ຫລາຍ ຝ່າຍ​ພວກ​ເຮົາ​ຄວນຈະ​ສ​ລະ​ຊີ​ວິດ​ຂອງ​ພວກ​ເຮົາ​ເພື່ອ​ພີ່​ນ້ອງ​ເຫມືອນ​ກັນ

17 ແຕ່​ຖ້າ​ຜູ້​ໃດ​ມີ​ຊັບ​ສົມ​ບັດ​ໃນ​ໂລກ​ນີ້ ແລະ​ເຫັນ​ພີ່​ນ້ອງ​ຂອງ​ຕົນ​ຂັດ​ສົນ ແລະ​ຍັງ​ບໍ່​ຍອມ​ມີ​ໃຈ​ເມດ​ຕາ​ຊ່ອຍ​ເຫລືອ​ຜູ້​ນັ້ນ ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ​ຈະ​ດຳ​ຣົງ​ຢູ່​ໃນ​ຕົນ​ໄດ້​ຢ່າງ​ໃດ

18 ລູກນ້ອຍທັງ​ຫລາຍ​ເອີຍ, ຢ່າ​ໃຫ້​ເຮົາ​ຮັກ​ດ້ວຍ​ຄວາມ​ເວົ້າ ແລະ​ດ້ວຍ​ປາກເທົ່າ​ນັ້ນ ແຕ່​ຈົ່ງ​ສະ​ແດງ​ຄວາມ​ຮັກ​ອັນ​ແທ້​ຈິງ​ດ້ວຍກນ​ກະ​ທຳ

ຄວາມ​ແນ່​ໃຈ​ໃນ​ພຣະ​ເຈົ້າ

19 ດ້ວຍ​ເຫດ​ນີ້ແຫລະ, ເຮົ​ທັງ​ຫລາຍ​ກໍ​ຮູ້​ແລ້ວ​ພວກ​ເຮົາ​ຢູ່​ຝ່າຍ​ຄວາມ​ຈິງ ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ແນ່​ໃຈ​ຕໍ່​ພຣະ​ພັກ​ພຣະ​ອົງ

20 ເພາະ​ວ່າ​ຖ້າ​ໃຈ​ຂອງ​ພວກ​ເຮົາ​ກ່າວ​ໂທດ​ໃສ່​ຕົວ​ເຮົາ​ເມື່ອ​ໃດ ພຣະ​ເຈົ້າ​ຊົງ​ເປັນ​ໃຫຍ່ກວ່າ​ໃຈ​ຂອງ​ພວກ​ເຮົາ ແລະ​ພຣະ​ອົງ​ຊົງ​ຊາບ​ທຸກ​ສິ່ງ

21 ພວກ​ທີ່​ຮັ​ກ​ເອີຍ, ຖ້າ​ໃຈ​ຂອງ​ເຮົາ​ບໍ່​ກ່າວ​ໂທດ​ໃສ່​ຕົວ​ເຮົາ ເຮົາ​ກໍ​ມີ​ຄວາມ​ແນ່​ໃຈ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ

22 ແລະ​ພວກ​ເຮົາ​ຂໍ​ສິ່ງ​ໃດ ເຮົາກໍ​ໄດ້​ສິ່ງ​ນັ້ນ​ຈາກ​ພຣະ​ອົງ ເພາະ​ວ່າ​ພວກ​ເຮົາ​ຖື​ຮັກ​ສາ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ ແລ​ປະ​ຕິ​ບັດ​ຕາມ​ຊອບ​ພຣະ​ທັຍ​ພຣະ​ອົງ

23 ນີ້​ແຫລະ, ເປັນ​ຂໍ້​ບັນ​ຍັດ​ຂອງ​ພຣະ​ເຈົ້ ຄື​ວ່າ​ໃຫ້​ເຮົາ​ທັງ​ຫລາຍ​ວາງ​ໃຈ​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ພຣະ​ບຸດ​ຂອງ​ພຣະ​ອົງ ແລະ​ໃຫ້​ພວກ​ເຮົາ​ຮັກ​ເຊິ່ງ​ກັນ​ແລະ​ກັນ ຕາມ​ທີ່​ພຣະ​ຄຣິດ​ໄດ້​ຊົງ​ບັນ​ຍັດ​ໄວ້​ແກ່​ພວກ​ເຮົາ

24 ຜູ້​ໃດທີ່​ຖື​ຮັກ​ສາ​ບັນ​ດາ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ ກໍ​ຕັ້ງ​ຢູ່​ໃນ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ໃນ​ຜູ້​ນັ້ນ ດ້ວຍ​ເຫດ​ນີ້ແຫລະ​, ເຮົາ​ທັງ​ຫລາຍ​ຈຶ່ງ​ຮູ້​ວ່າ

ພຣະ​ອົງ​ຊົງສະ​ຖິດ​ຢູ່​ໃນ​ພວກ​ເຮົາ ຄື​ດ້ວຍ​ພຣະ​ວິນ​ຍານ​ທີ່​ພຣະ​ອົງ​ຊົງ​ໂຜດປະ​ທານ​ແກ່​ພວກ​ເຮົາ​ແລ້ວ

 

4. ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ ແລະ​ວິນ​ຍານ​ຂອງ​ຜູ້​ຕໍ່​ສູ້​ພຣະຄຣິດ

1   ພ​ວກ​ທີ່​ຮັກ​ເອີຍ, ຢ່າ​ເຊື່ອ​ວິນ​ຍານ​ທຸກໆ​ດວງ ແຕ່​ຈົ່ງ​ພິ​ສູດ​ວິນ​ຍານ​ທັງ​ຫລາຍ​ນັ້ນ​ວ່າ​ມາ​ຈາກ​ພຣະ​ເຈົ້​ຫລື​ບໍ່ ເພາະ​ວ່າ​ມີ​ຜູ້​ທຳ​ນວຍ​ປອມ​ຫລາຍ​ຄົນ​ໄດ້​ອອກ​ໄປ​ໃນ​ໂລກ

2   ດ້ວຍ​ຂໍ້​ນີ້ແຫລະ​, ເຈົ້າ​ທັງ​ຫລາຍ​ກໍ​ຈະ​ຮູ້ຈັກ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ ຄື​ວິນ​ຍານ​ທັງ​ປວງ​ທີ່​ຍອມ​ຮັບ​ຮູ້​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເດັດ​ລົງ​ມາ​ຮັບ​ຊາດ​ເປັນ​ມະ​ນຸດ ວິນ​ຍານ​ນັ້ນ​ກໍ​ມາ​ຈາກ​ພຣະ​ເຈົ້າ

3   ແລະ​ວິນ​ຍານທັງ​ປວງ​ທີ່​ບໍ່​ຍອມ​ຮັບ​ຮູ້​ພຣະ​ເຢ​ຊູ ວິນ​ຍານ​ນັ້ນ​ກໍ​ບໍ່​ໄດ້​ມາ​ຈກ​ພຣະ​ເຈົ້າ ວິນ​ຍານ​ນັ້ນ​ແຫລະ, ເປັນ​ວິນ​ຍານ​ຂອງ​ຜູ້​ຕໍ່​ສູ້​ພຣະຄຣິດ ຊຶ່ງ​ເຈົ້າ​ທັງ​ຫລາຍ​ໄດ້​ຍິນ​ວ່າ​ຈ​ມາ ແລະ​ບັດ​ນີ້​ກໍ​ຢູ່​ໃນ​ໂລກ​ແລ້ວ

4   ລູກ​ນ້ອຍທັງ​ຫລາຍ​ເອີຍ, ສ່ວນ​ເຈົ້າ​ທັງ​ຫລາຍ​ກໍ​ເປັນ​ຝ່າຍ​ພຣະ​ເຈົ້າ ແລະ​ໄດ້ນະ​ເຂົາ​ເຫລົ່າ​ນັ້ນ​ແລ້ວ ເພາະ​ວ່າ​ພຣະ​ອົງ​ຜູ້​ຊົງ​ສະ​ຖິດຢູ່​ໃນ​ພວກ​ເຈົ້າ ຊົງ​ເປັນ​ໃຫຍ່ກວ່າ​ຜູ້​ນັ້​ນ​ທີ່​ຢູ່​ໃນ​ໂລກ

5   ສ່ວນ​ເຂົາ​ເຫລົ່າ​ນັ້ນ​ກໍ​ເປັນ​ຝ່າຍ​ໂລກ ເຫດ​ສັນ​ນັ້ນ​ເຂົາ​ຈຶ່ງ​ເວົ້າ​ຕາມ​ໂລກ ແລະ​ໂລກ​ກໍ​ເຊື່ອ​ຟັງ​ເຂົາ

6   ສ່ວນ​ເຮົາ​ທັງ​ຫລາຍ​ເປັນ​ຝ່າຍ​ພຣະ​ເຈົ້າ ຜູ້​ທີ່​ຮູ້​ຈັກ​ພຣະ​ເຈົ້​ກໍ​ເຊື່ອ​ຟັງ​ພວກ​ເຮົາ ຜູ້​ທີ່​ບໍ່​ຢູ່​ຝ່າຍ​ພຣະ​ເຈົ້າ​ກໍ​ບໍ່​ເຊື່ອ​ຟັງ​ພວກ​ເຮົາ ດັ່ງ​ນີ້​ແຫລະ, ເຮົາ​ທັງ​ຫລາຍ​ຈຶ່ງ​ຮູ້​ວິນ​ຍານ​ຂອງ​ຄວາມ​ຈິງ​ແລະ​ວິນ​ຍານ​ຂອງ​ຄວາມ​ຜິດ

ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ຮັກ

 (ຢຮ 3:16)

7   ພວກ​ທີ່​ຮັກ​ເອີຍ, ຈົ່ງ​ໃຫ້​ເຮົາທັງ​ຫລາຍ​ຮັກ​ເຊິ່ງ​ກັນ​ແລະ​ກັນ ເພາະ​ວ່າ​ຄວາມ​ຮັກ​ມາ​ຈາກ​ພຣະ​ເຈົ້ ທຸກ​ຄົນ​ທີ່​ຮັກ​ກໍ​ບັງ​ເກີດ​ມາ​ຈາກ​ພຣະ​ເຈົ້າ ແລະ​ຮູ້​ຈັກ​ພຣະ​ເຈົ້

8   ຜູ້​ທີ່​ບໍ່​ຮັກ​ກໍ​ບໍ່​ຮູ້​ຈັກ​ພຣະ​ເຈົ້ ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ຮັກ

9   ດ້ວຍ​ຂໍ້​ນີ້​ແຫລະ, ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ເຮົາ​ທັງ​ຫລາຍ​ໄດ້​ປາ​ກົດ​ແຈ້ງ ຄື​ພຣະ​ເຈົ້າ​ໄດ້​ຊົງ​ໃຊ້​ພຣະ​ບຸດ​ອົງ​ດຽວ​ຂອງພຣະ​ອົງ​ເຂົ້​ມາ​ໃນ​ໂລກ ເພື່ອ​ເຮົາ​ທັງ​ຫລາຍ​ຈະ​ໄດ້​ມີ​ຊີ​ວິດ​ດ້ວຍ​ພຣະ​ບຸດ​ນັ້ນ

10 ຄວາມ​ຮັກ​ທີ່​ເຮົາ​ກ່າວ​ເຖິງ​ນີ້ແຫລະ, ບໍ່​ແມ່ນ​ເຮົາ​ທັງ​ຫລາຍ​ໄດ້​ຮັກ​ພຣະ​ເຈົ້າ ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ຮັກ​ພວກ​ເຮົາ ແລະ​ຊົງ​ໃຊ້​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ​ເພື່ອ​ເປັນ​ທາງ​ຊົງ​ຍົກ​ຜິດ​ບາບ​ຂອງ​ພວກ​ເຮົາ

11 ພວກ​ທີ່​ຮັກ​ເອີຍ, ຖ້າ​ພຣະ​ເຈົ້າ​ໄດ້​ຊົງ​ຮັກ​ເຮົາ​ທັງ​ຫລາຍ​ຢ່າງນັ້ນ ພວກ​ເຮົາ​ຄວນ​ຈະ​ຮັກ​ເຊິ່ງ​ກັນ​ແລະ​ກັນ

12 ຝ່າຍ​ພຣະ​ເຈົ້າ​ບໍ່​ມີ​ໃຜ​ໄດ້​ເຫັນຈັກ​ເທື່ອ ຖ້າ​ເຮົາ​ທັງ​ຫລາຍ​ຮັກ​ເຊິ່ງ​ກັນ​ແລະ​ກັນ ພຣະ​ເຈົ້າ​ກໍ​ຊົງ​ສະ​ຖິດຢູ່​ໃນ​ເຮົາ​ທັງ​ຫລາຍ ແລະ​ຄວາມ​ຮັກ​ຂອງ​ພຣະ​ອົງ​ກໍ​ສົມ​ບູນ​ໃນ​ພວກ​ເຮົາ

13 ດັ່ງ​ນີ້ແຫລະ, ເຮົາ​ທັງ​ຫລາຍ​ຈຶ່ງ​ຮູ້​ວ່າ​ພວກ​ເຮົາ​ຢູ່​ໃນ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ໃນ​ພວກ​ເຮົາ ເພາະ​ພຣະ​ອົງ​ໄດ້​ຊົງ​ໂຜດ​ປະ​ທານ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ແກ່​ພວກ​ເຮົາ

14 ຝ່າຍ​ເຮົາ​ທັງ​ຫລາຍ​ໄດ້​ເຫັນ​ແລະ​ເປັນ​ພຍານ​ວ່າ ພຣະ​ບິ​ດາ​ໄດ້​ຊົງ​ໃຊ້​ພຣະ​ບຸດ​ມາ​ເປັນ​ຜູ້​ໂຜດ​ມະ​ນຸ​ສ​ໂລກ​ໃຫ້​ລອດ​ພົ້ນ

15 ຜູ້​ໃດ​ຍອມ​ຮັບ​ວ່າ​ພຣະ​ເຢ​ຊູ​ຊົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້ ພຣະ​ເຈົ້​ກໍ​ຊົງ​ສະ​ຖິດ​ຢູ່​ໃນ​ຜູ້​ນັ້ນ ແລະ​ຜູ້​ນັ້ນ​ກໍ​ຕັ້ງ​ຢູ່​ໃນ​ພຣະ​ເຈົ້າ

16 ຝ່າຍ​ເຮົາ​ທັງ​ຫລາຍ​ໄດ້​ຮູ້​ຈັກ​ແລະ​ໄດ້​ເຊື່ອໃນ​ຄວາມ​ຮັກທີ່​ພຣະ​ເຈົ້າ​ໄດ້​ຊົງ​ມີ​ຕໍ່​ພວກ​ເຮົາ ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ຮັກ ຜູ້​ໃດ​ທີ່​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ກໍ​ຢູ່​ໃນ​ພຣະ​ເຈົ້າ ແລະ​ພຣະ​ເຈົ້າ​ກໍ​ຊົງ​ສະ​ຖິດຢູ່​ໃນຜູ້​ນັ້ນ

17 ໃນ​ຂໍ້​ນີ້ແຫລະ, ຄວາມ​ຣັກ​ເປັນ​ທີ່​ສຳ​ເຣັດ​ໃນ​ເຮົາ​ທັງ​ຫລາຍ ເພື່ອ​ວ່າ​ພວກ​ເຮົາ​ຈະ​ໄດ້​ມີ​ຄວາມ​ແນ່​ໃຈ​ໃນ​ວັນ​ພິ​ພາກ​ສາ ​ເພາະ​ພຣະຄຣິດ​ຊົງ​ເປັນ​ຢ່າງ​ໃດ ເຮົາ​ທັງຫລາຍ​ໃນ​ໂລກ​ກໍ​ເປັນຢ່າງ​ນັ້ນ

18 ໃນ​ຄວາມ​ຮັກ​ນັ້ນ​ບໍ່​ມີ​ຄວາມ​ຢ້ານ ແຕ່​ຄວາມ​ຮັກ​ທີ່​ສຳ​ເຣັດ​ນັ້ນ​ກໍ​ຂັບ​ໄລ່​ຄວາມຢ້ານ​ອອກ​ເສັຽ ເພາະ​ຄວາມ​ຢ້ານ​ກ່ຽວກັບ​ການ​ລົງ​ໂທດ ແລະ​ຜູ້​ທີ່​ຢ້ານ​ກໍ​ຍັງ​ບໍ່​ສຳ​ເຣັດ​ໃນ​ຄວາມ​ຮັກ

19 ຝ່າຍ​ເຮົາ​ທັງ​ຫລາຍ​ໄດ້​ຮັກ​ເພາະ​ພຣະ​ອົງ​ໄດ້​ຊົງ​ຮັກ​ພວກ​ເຮົາ​ກ່ອນ

20 ຖ້າ​ຜູ້​ໃດ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຮັກ​ພຣະ​ເຈົ້າ” ແລະ​ຍັງ​ກຽດ​ຊັງ​ພີ່​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ເປັນ​ຄົນ​ເວົ້າ​ຕົວະ ເພາະ​ຜູ້​ທີ່​ບໍ່​ຮັກ​ພີ່​ນ້ອງ​ຂອງ​ຕົນ​ທີ່​ຕາ​ເຫັນ​ແລ້ວ ກໍ​ບໍ່​ສາ​ມາດ​ຈະ​ຮັກ​ພຣະ​ເຈົ້າ​ທີ່​ຕາ​ບໍ່​ເຫັນ​ນັ້ນ

21 ຂໍ້​ບັນ​ຍັດ​ນີ້​ເຮົາ​ທັງ​ຫ​ລາຍ​ກໍ​ໄດ້​ມາ​ຈາກ​ພຣະ​ອົງ ຄື​ວ່າ​ໃຫ້​ຜູ້​ທີ່​ຮັກ​ພຣະ​ເຈົ້າ​ນັ້ນ ຈົ່ງ​ຮັກ​ພີ່​ນ້ອງ​ຂອງ​ຕົນ​ເຫມືອນ​ກັນ

 

5. ຄວາມ​ເຊື່ອ​ໄຊ​ຊນະ​ເຫນືອ​ໂລກ

1   ຜູ້​ໃດ​ທີ່​ເຊື່ອ​ວ່າ​ພຣະ​ເຢ​ຊູ​ຊົງ​ເປັນ​ພຣະຄຣິດ ຜູ້​ນັ້ນ​ກໍ​ເກີດ​ຈາກ​ພຣະ​ເຈົ້າ ທຸກ​ຄົນ​ທີ່​ຮັກ​ພຣະ​ເຈົ້າ​ຜູ້​ຊົງ​ໃຫ້​ກຳ​ເນີດ ຜູ້​ນັ້ນ​ກໍ​ຮັກ​ລູກ​ຂອງ​ພຣະ​ອົງ​ເຫມືອນ​ກັນ

2   ໂດຍ​ຂໍ້​ນີ້ແຫລະ, ເຮົາ​ທັງ​ຫລາຍ​ຈຶ່ງ​ຮູ້​ວ່າ​ພວກ​ເຮົາ​ຮັກ​ລູກ​ທັງ​ຫລາຍ​ຂອງ​ພຣະ​ເຈົ້າ ຄື​ເມື່ອ​ພວກ​ເຮົາ​ຮັກ​ພຣະ​ເຈົ້າ ແລະ​ຖື​ຮັກ​ສາ​ບັນ​ດາ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ

3   ເພາະ​ນີ້​ແຫລະ, ເປັນ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ຄື​ໃຫ້​ເຮົາ​ທັງ​ຫລາຍ​ຖື​ຮັກ​ສາ​ບັນ​ດາ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ ແລະ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ​ນັ້ນ​ກໍ​ບໍ່​ຍາກ​ນັກ

4   ເພາະ​ທຸກ​ຄົນ​ທີ່​ເກີດ​ຈາກ​ພຣະ​ເຈົ້າ​ກໍ​ມີ​ໄຊ​ຕໍ່​ໂລກ ແລະ​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ​ນີ້ແຫລະ​ເປັນ​ໄຊ​ຊະ​ນະ​ທີ່​ຊະ​ນະ​ໂລກ

5   ໃຜ​ຫນໍ​ທີ່​ໄຊ​ຊະ​ນະ​ຕໍ່​ໂລກ ຖ້າ​ບໍ່​ແມ່ນ​ຜູ້​ທີ່​ເຊື່ອ​ວ່າ​ພຣະ​ເຢ​ຊູ​ຊົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ

ພຍານ​ກ່ຽວ​ກັບ​ພຣະ​ບຸດ

6   ນີ້ແຫລ, ຄື​ຜູ້​ທີ່​ໄດ້​ມາ​ໂດຍ​ນ້ຳ​ແລະ​ພຣະ​ໂລ​ຫິດ ຄື​ພຣະ​ເຢ​ຊູ​ຄຣິດ ບໍ່​ແມ່ນ​ດ້ວຍ​ນ້ຳ​ສິ່ງ​ດຽວ ແຕ່​ດ້ວຍ​ນ້ຳ​ແລະ​ພຣະ​ໂລ​ຫິດ ແລະ​ພຣະ​ວິນ​ຍານ​ຊົງ​ເປັນ​ພຍານ ເພາະ​ພຣະ​ວິນ​ຍານ​ຊົງ​ເປັນ​ຄວາມ​ຈິງ

7   ມີ​ພຍານ​ຢູ່​ສາມ​ປະ​ການ,

8   ຄື​ພຣະ​ວິນ​ຍານ, ນ້ຳ ແລະ​ພຣະ​ໂລຫິດ ແລະ​ພຍານ​ທັງ​ສາມ​ນີ້​ສອດ​ຄ້ອງກັ

9   ຖ້າ​ເຮົາ​ທັງ​ຫ​ລາຍ​ຮັບ​ພຍານ​ຫລັກ​ຖານ​ຂອ​ງມະ​ນຸດ ພຍານ​ຫລັກ​ຖານ​ຂອງ​ພຣະ​ເຈົ້າ​ກໍ​ໃຫ​ຍ່ກວ່າ ເພາະ​ວ່າ​ນີ້​ແຫລະ​, ພຍານ​ຫລັກ​ຖານ​ຂອງ​ພຣະ​ເຈົ້າ ຄື​ພຣະ​ອົງ​ໄດ້​ຊົງ​ເປັນ​ພຍານ​ອ້າງ​ເຖິງ​ພຣະ​ບຸດ​ຂອງ​ພຣະອົ

10 ຜູ້ທີ່​ເຊື່ອ​ໃນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ກໍ​ມີ​ພຍານ​ຢູ່​ໃນ​ຕົວ​ເອງ ຜູ້​ທີ່​ບໍ່​ເຊື່ອ​ພຣະ​ເຈົ້າ​ກໍ​ໄດ້​ເຮັດ​ໃຫ້​ພຣະ​ອົງ​ເປັນ​ຜູ້​ຕົວະ ເພາະ​ຕົນ​ບໍ່​ໄດ້​ເຊື່ອ​ຄຳ​ພຍານ​ທີ່ພຣະ​ເຈົ້າ​ໄດ້​ຊົງ​ເປັນ​ພຍານ ອ້າງ​ເຖິງ​ພຣະ​ບຸດ​ຂອງ​ພຣະ​ອົງ

11 ນີ້ແຫລະ​, ເປັນພຍານ​ຫລັກ​ຖານ​ນັ້ນ ຄື​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ປະ​ທານ​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ​ໃຫ້​ເຮົາ​ທັງ​ຫລາຍ ແລະ​ຊີ​ວິດ​ນີ້​ມີ​ຢູ່​ໃນ​ພຣະ​ບຸດ​ຂອງ​ພຣະ​ອົງ

12 ຜູ້​ທີ່​ມີ​ພຣະ​ບຸດ​ກໍ​ມີ​ຊີ​ວິດ ຜູ້​ທີ່​ບໍ່​ມີ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ກໍ​ບໍ່​ມີ​ຊີ​ວິດ

ຄວາມ​ຮູ້​ເຣື່ອງ​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ

13 ຂໍ້​ຄວາມ​ເຫລົ່າ​ນີ້ ເຮົາ​ຂ​ຽນ​ມາ​ເຖິງ​ເຈົ້​ທັງ​ຫລາຍ​ທີ່​ເຊື່ອ​ໃນ​ພຣະ​ນາມພຣະ​ບຸດ​ຂອງ​ພຣະ​ເຈົ້າ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຮູ້​ວ່າ​ພວກ​ເຈົ້າ​ມີ​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ

14 ນີ້ແຫລະ, ເປັນ​ຄວາມ​ແນ່​ໃຈ​ທີ່​ເຮົາ​ທັງ​ຫລາຍ​ມີ​ຢູ່​ຕໍ່​ພຣະ​ອົງ ຄື​ຖ້າ​ພວກ​ເຮົ​ທູນ​ຂໍ​ສິ່ງ​ໃດ​ທີ່​ເປັນ​ຕາມ​ພຣະ​ທັຍ​ຂອງ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ໂຜດ​ຟັງ​ພວກ​ເຮົາ

15 ແລະ​ຖ້າ​ເຮົາທັງ​ຫລາຍ​ຮູ້​ວ່າ​ພຣະ​ອົງ​ຊົງ​ໂຜດ​ຟັງ​ແລ້ວ ເມື່ອ​ພວກ​ເຮົາ​ທູນ​ຂໍ​ສິ່ງ​ໃດ ພວກ​ເຮົາ​ຈຶ່ງ​ຮູ້​ວ່າ​ພວກ​ເຮົາ​ໄດ້​ຮັບ​ສິ່ງ​ທີ່​ພວກ​ເຮົາ​ຂໍ​ຈາກ​ພຣະ​ອົງ​ນັ້ນ

16 ຖ້າ​ຜູ້​ໃດ​ເຫັນ​ພີ່​ນ້ອງ​ຂອງ​ຕົນ​ເຮັດ​ຜິດ​ບາບ​ທີ່​ບໍ່​ນໍາ​ໄປ​ສູ່​ຄວາມ​ຕາຍ ຜູ້​ນັ້ນ​ຈົ່ງ​ທູນ​ຂໍ ແລະ​ພຣະ​ອົງ​ຈະ​ຊົງ​ໂຜດ​ປະ​ທານ​ຊີ​ວິດ​ແກ່​ຜູ້​ທີ່​ໄດ້​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ ຜິດ​ບາບ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່ ເຮົາ​ບໍ່​ໄດ້​ເວົ້າ​ວ່າ​ໃຫ້​ອ້ອນວອນ​ໃນ​ເຣື່ອງ​ຜິດ​ບາບ​ຢ່າງ​ນັ້ນ

17 ການ​ອະ​ທັມ​ທຸກ​ຢ່າງ​ກໍ​ເປັນ​ຜິດ​ບາບ ແຕ່​ການ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່

18 ເຮົາ​ທັງ​ຫລາຍ​ຮູ້​ແລ້ວ​ວ່າ​ຄົນ​ທີ່​ເກີດ​ຈາກ​ພຣະ​ເຈົ້າ​ກໍ​ບໍ່​ເຮັດ​ໃຫ້​ບາບ​ຕາມ​ເຄີຍ ແຕ່​ພຣະ​ອົງ​ຜູ້​ຊົງ​ບັງ​ເກີດ​ແຕ່​ພຣະ​ເຈົ້າ ກໍ​ຊົງ​ຮັກ​ສາ​ຄົນ​ນັ້ນ​ແລະ​ມານ​ຮ້າຍ​ບໍ່​ຈັບ​ຕ້ອງ​ຄົນ​ນັ້ນ

19 ເຮົາ​ທັງ​ຫລາຍ​ຮູ້​ແລ້ວ​ວ່າ​ພວກ​ເຮົາ​ເກີດ​ຈາກ​ພຣະ​ເຈົ້າ ມະ​ນຸ​ສ​ໂລກ​ທັງ​ຫມົດ​ຈົມ​ຢູ່​ໃຕ້​ອຳ​ນາດ​ຂ​ອງ​ມານ​ຮ້າຍ

20 ເຮົາ​ທັງ​ຫລາຍ​ຮູ້​ວ່າ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ສະ​ເດັດ​ມາ ແລະ​ໄດ້​ຊົງ​ໂຜດ​ປະ​ທານ​ສະ​ຕິ​ປັນ​ຍາ​ໃຫ້ແກ່​ພວກ​ເຮົາ ເພື່ອ​ໃຫ້​ພວກ​ເຮົາ​ຮູ້​ຈັກ​ພຣະ​ຜູ້​ຊົງ​ທ່ຽງ​ແທ້ ແລະ​ເຮົາ​ທັງ​ຫລາຍ​ຢູ່​ໃນ​ພຣະ​ຜູ້​ຊົງ​ທ່ຽງ​ແທ້​ນັ້ນ ຄື​ໃນ​ພຣະ​ເຢ​ຊູ​ຄຣິດພຣະ​ບຸດຂອງ​ພຣະ​ອົງ​ນັ້ນ ນີ້​ແຫລະ, ເປັນ​ພຣະ​ເຈົ້າ​ອົງ​ທ່ຽງ​ແທ້​ແລະ​ເປັນ​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ

21 ລູກ​ນ້ອຍທັງ​ຫລາຍ​ເອີຍ, ຈົ່ງ​ລະ​ວັງ​ຮັກ​ສາ​ຕົນ​ຈາກ​ບັນ​ດາ​ພຣະ​ທຽມ