| 1 Corinthians ພຣະທັມ 1 ໂກຣິນໂທ |
|
![]() |
|
ພຣະທັມ
1 ໂກຣິນໂທ
ຈົດຫມາຍຂອງໂປໂລ
ທີ່ມີໄປເຖິງ
ຄຣິສຕະຈັກໃນເມືອງ
ໂກຣິນໂທ
ສະບັບຕົ້ນ
1
ໂປໂລ
ຜູ້ທີ່ພຣະເຈົ້າຊົງເອີ້ນໄວ້ເປັນອັຄສາວົກຂອງພຣະເຢຊູຄຣິດ ຕານໍ້າພຣະທັຍຂອງພຣະອົງ
ກັບໂຊຊະເທນຜູ້ເປັນນ້ອງ
2
ເຖິງ
ຄຣິສຕະຈັກຂອງພຣະເຈົ້າທີ່ຢູ່ເມືອງໂກຣິນໂທ
ຜູ້ໄດ້ຮັບການຊົງຊຳຮະໃຫ້ບໍຣິສຸດໃນພຣະເຢຊູຄຣິດ ຊຶ່ງພຣະອົງໄດ້ຊົງເອີ້ນໃຫ້ເປັນໄພ່ພົນດ້ວຍກັນກັບຄົນທັງປວງທຸກບ່ອນ
ທີ່ຮ້ອງອອກພຣະນາມຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ
ຄືພຣະຜູ້ເປັນເຈົ້າຂອງເຂົາແລະຂອງພວກເຮົາດ້ວຍ
3
ຂໍພຣະຄຸນແລະສັນຕິສຸກຈາກພຣະບິດາເຈົ້າຂອງເຮົາທັງຫລາຍ
ແລະຈາກພຣະເຢຊູຄຣິດເຈົ້າ
ຈົ່ງມີແກ່ເຈົ້າທັງຫລາຍເທີນ
ພຣະພອນທີ່ມາໂດຍທາງພຣະຄຣິດ
4
ເຮົາໂມທະນາພຣະຄຸນພຣະເຈົ້າຂອງເຮົາໃນເຣື່ອງເຈົ້າທັງຫລາຍຢູ່ສເມີ ເພາະພຣະຄຸນຂອງພຣະເຈົ້າຊຶ່ງຊົງປະທານແກ່ພວກເຈົ້າໃນພຣະເຢຊູຄຣິດ
5
ເພາະໃນພຣະອົງນັ້ນເຈົ້າທັງຫລາຍໄດ້ຄົບເຕັມບໍຣິບູນດ້ວຍທຸກສິ່ງ
ທັງຝ່າຍວາຈາແລະຄວາມຮູ້ທຸກຢ່າງ
6
ດ້ວຍວ່າຄຳພຍານເຣື່ອງພຣະຄຣິດນັ້ນເປັນທີ່ຮັບຮອງແນ່ນອນໃນຖ້າມກາງພວກເຈົ້າດ້ວຍ
7
ຈົນເຈົ້າທັງຫລາຍບໍ່ໄດ້ຂາດເຂີນຂອງພຣະຣາຊທານຈັກຢ່າງ
ໃນຂນະທີ່ເຈົ້າທັງຫລາຍຄອຍຖ້າການສະເດັດມາປາກົດຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາ
8
ພຣະອົງຈະຊົງບັນດານໃຫ້ເຈົ້າທັງຫລາຍຕັ້ງຫມັ້ນຄົງຢູ່ຈົນເຖິງທີ່ສຸດ
ເພື່ອໃຫ້ພວກເຈົ້າພົ້ນຈາກການຖືກຕີ
ໃນວັນຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ
9
ພຣະເຈົ້າຜູ້ຊົງທ່ຽງທັມ
ພຣະອົງໄດ້ຊົງເອີ້ນພວກເຈົ້າໃຫ້ເຂົ້າສຳພັນສນິດກັບພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ
ການແບ່ງແຍກໃນຄຣິສຕະຈັກ
10 ພີ່ນ້ອງທັງຫລາຍເອີຍ,
ເຮົາອ້ອນວອນເຈົ້າທັງຫລາຍໃນພຣະນາມພຣະເຢຊູຄຣິດ
ເຈົ້າຂອງເຮົາທັງຫລາຍ
ຂໍໃຫ້ພວກເຈົ້າໃຊ້ຄວາມເວົ້າຢ່າງຖືກຕ້ອງປອງດອງກັນ
ຢ່າຖືພັກຖືພວກ
ແຕ່ໃຫ້ເຈົ້າທັງຫລາຍຮ່ວມເຂົ້າສນິດກັນເປັນນ້ຳນຶ່ງໃຈດຽວ
ມີຈຸດປະສົງອັນດຽວກັນ
11 ພີ່ນ້ອງທັງຫລາຍຂອງເຮົາເອີຍ,
ເຫດວ່າມີບາງຄົນທີ່ມາຈາກນາງຂະໂລເອ
ໄດ້ເລົ່າເຣື່ອງຂອງເຈົ້າທັງຫລາຍໃຫ້ເຮົາຟັງວ່າ
ເກີດມີການຜິດຖຽງກັນໃນຖ້າມກາງພວກເຈົ້າ
12 ດັ່ງນີ້ເຮົາຫມາຍຄວາມວ່າ
ຄືພວກເຈົ້າຕ່າງຄົນກໍຕ່າງກ່າວວ່າ,
“ຂ້ອຍເປັນຝ່າຍໂປໂລ”
ຫລື
“ຂ້ອຍເປັນຝ່າຍອາໂປໂລ”
ຫລື
“ຂ້ອຍເປັນຝ່າຍເກຟາ”
ຫລື “ຂ້ອຍເປັນຝ່າຍພຣະຄຣິດ”
13 ພຣະຄຣິດແບ່ງອອກເປັນຫລາຍອົງແລ້ວຫລື
ໂປໂລໄດ້ຖືກຄຶງໄວ້ເພື່ອພວກເຈົ້າຫລື
ເຈົ້າໄດ້ຮັບບັບຕິສະມາໃນນາມຂອງໂປໂລຫລື
14 ເຮົາຂອບພຣະຄຸນພຣະເຈົ້າທີ່ເຮົາບໍ່ໄດ້ທຳພິທີບັບຕິສະມາໃຫ້ຜູ້ໃດໃນພວກເຈົ້າ
ເວັ້ນແຕ່ທ່ານກີສະໂປກັບທ່ານຄາໂຍ
15 ດັ່ງນັ້ນຈຶ່ງບໍ່ມີຜູ້ໃດຈະເວົ້າໄດ້ວ່າ
ພວກເຈົ້າໄດ້ຮັບບັບຕິສະມາໃນນາມຂອງເຮົາ
16 (ເຮົາໄດ້ໃຫ້ບັບຕິສະມາແກ່ຄອບຄົວຂອງສະເຕຟານາດ້ວຍ
ນອກຈາກຄົນເຫລົ່ານັ້ນແລ້ວ
ເຮົາກໍບໍ່ຮູ້ວ່າ ເຮົາໄດ້ໃຫ້ບັບຕິສະມາແກ່ຜູ້ໃດອີກ)
17 ເພາະວ່າພຣະຄຣິດບໍ່ໄດ້ຊົງໃຊ້ເຮົາໄປເພື່ອທຳພິທີບັບຕິສະມາ
ແຕ່ຊົງໃຊ້ໄປເພື່ອປະກາດຂ່າວປະເສີດ
ແຕ່ບໍ່ແມ່ນອາໄສຄວາມເວົ້າອັນສລາດສລຽວ
ເພາະຢ້ານວ່າໄມ້ກາງແຂນຂອງພຣະຄຣິດຈະເສັຽປໂຍດ
ພຣະຄຣິດຄືຣິດອຳນາດແລະພຣະປັນຍາຂອງພຣະເຈົ້າ
18 ຝ່າຍຄົນທັງຫລາຍທີ່ກຳລັງຈິບຫາຍນັ້ນ
ເຂົາເຫັນວ່າເຣື່ອງໄມ້ກາງແຂນເປັນເຣື່ອງໂງ່
ແຕ່ສຳລັບເຮົາທັງຫລາຍທີ່ກຳລັງຊົງໂຜດໃຫ້ພົ້ນ
ກໍເຫັນວ່າເປັນຣິດອຳນາດຂອງພຣະເຈົ້າ
19 ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ,
“ເຮົາຈະທຳລາຍປັນຍາຂອງຄົນມີປັນຍາ
ແລະຈະໃຫ້ຄວາມສລາດຂອງຄົນສລາດສູນເສັຽໄປ”
20 ຄົນມີປັນຍາຢູ່ໃສ
ນັກທັມຢູ່ໃສ
ນັກໂຕ້ຕອບບັນຫາສະໄຫມນີ້ຢູ່ໃສ
ພຣະເຈົ້າບໍ່ໄດ້ຊົງກະທຳໃຫປັນຍາຂອງໂລກກາຍເປັນຄວາມໂງ່ຫລື
21 ເພາະຕາມພຣະສະຕິປັນຍາຂອງພຣະເຈົ້າຊົງເຫັນວ່າ
ມະນຸດບໍ່ສາມາດຮູ້ຈັກພຣະເຈົ້າໄດ້ດ້ວຍປັນຍາຂອງຕົນ
ພຣະເຈົ້າຈຶ່ງຊອບພຣະທັຍຊົງໂຜດຄົນທັງຫລາຍທີ່ເຊື່ອນັ້ນ
ໃຫ້ພົ້ນດ້ວຍຄຳເທສນາເຣື່ອງທີ່ເຂົາຖືວ່າໂງ່
22 ຝ່າຍພວກຢິວກໍຂໍເຫັນການສຳຄັນ
ແລະພວກຕ່າງຊາດກໍຊອກຫາປັນຍາ
23 ແຕ່ພວກເຮົາປະກາດເຣື່ອງພຣະຄຣິດຜູ້ຊົງຄຶງໄວ້ທີ່ໄມ້ກາງແຂນນັ້ນ
ອັນເປັນສິ່ງທີ່ໃຫ້ພວກຢິວຊູນສະດຸດ
ແລະເປັນເຣື່ອງທີ່ພວກຕ່າງຊາດຖືວ່າໂງ່
24 ແຕ່ຄົນທັງຫລາຍທີ່ພຣະເຈົ້າຊົງເອີ້ນໄວ້ແລ້ວນັ້ນ
ທັງຄົນຢິວກັບຄົນຕ່າງຊາດ
ກໍຖືວ່າພຣະຄຣິດເປັນຣິດອຳນາດແລະພຣະສະຕິປັນຍາຂອງພຣະເຈົ້າ
25 ດ້ວຍວ່າຄວາມໂງ່ຂອງພຣະເຈົ້າກໍຍັງສລາດກວ່າປັນຍາຂອງມະນຸດ
ແລະຄວາມອ່ອນແຮງຂອງພຣະເຈົ້າກໍເຂັ້ມແຂງກວ່າກຳລັງຂອງມະນຸດ
26 ພີ່ນ້ອງທັງຫລາຍເອີຍ,
ຈົ່ງພິຈາຣະນາເບິ່ງວ່າ
ພວກເຈົ້າທີ່ພຣະເຈົ້າໄດ້ຊົງໂຜດເອີ້ນມານັ້ນເປັນຄົນຢ່າງໃດ
ຄືຄົນທີ່ມະນຸດຖືວ່າສລາດກໍມີຫນ້ອຍຄົນ
ຄົນທີ່ມີອຳນາດກໍມີຫນ້ອຍຄົນ
ຄົນທີ່ມີຖານະສູງກໍມີຫນ້ອຍຄົນ
27 ແຕ່ພຣະເຈົ້າໄດ້ຊົງເລືອກສິ່ງທີ່ມະນຸດຖືວ່າໂງ່ນັ້ນ
ເພື່ອຈະໃຫ້ຄົນສລາດຖືກອັບອາຍ
ແລະໄດ້ຊົງເລືອກເອົາສິ່ງທີ່ມະນຸດຖືວ່າອ່ອນກຳລັງ
ເພື່ອໃຫ້ຄົນທີ່ມີກຳລັງຖືກອັບອາຍ
28 ພຣະເຈົ້າໄດ້ຊົງເລືອກເອົາສິ່ງທີ່ມະນຸດຖືວ່າຕ່ຳຕ້ອຍແລະດູຫມິ່ນ
ແລະເຫັນວ່າບໍ່ສຳຄັນ
ເພື່ອທຳລາຍສິ່ງທີ່ມະນຸດເຫັນວ່າສຳຄັນ
29 ເພື່ອບໍ່ໃຫ້ມະນຸດຈັກຄົນອວດຕົວໄດ້ຕໍ່ພຣະພັກພຣະເຈົ້າ
30 ໂດຍພຣະອົງນັ້ນເຈົ້າທັງຫລາຍຈຶ່ງຢູ່ໃນພຣະຄຣິດ
ເພາະພຣະເຈົ້າໄດ້ຊົງຕັ້ງພຣະອົງໃຫ້ເປັນສະຕິປັນຍາແລະຄວາມຊອບທັມຂອງເຮົາ
ແລະເປັນຜູ້ຊົງຕັ້ງເຮົາໄວ້ເປັນໄພ່ພົນຂອງພຣະເຈົ້າ
ແລະຊົງໄຖ່ເຮົາໃຫ້ພົ້ນ
31 ເພື່ອໃຫ້ເປັນໄປຕາມຄຳທີ່ຂຽນໄວ້ໃນພຣະຄັມພີແລ້ວວ່າ,
“ຜູ້ອວດອ້າງນັ້ນຈົ່ງເອົາພຣະອົງເຈົ້າມາອວດອ້າງ”
1
ພີ່ນ້ອງທັງຫລາຍເອີຍ,
ເມື່ອເຮົາໄດ້ມາຫາເຈົ້າທັງຫລາຍ
ເຮົາບໍ່ໄດ້ມາເພື່ອປະກາດຄຳພຍານເຣື່ອງພຣະເຈົ້າແກ່ພວກເຈົ້າ
ດ້ວຍຖ້ອຍຄຳອັນຫນ້າຟັງ
ຫລືດ້ວຍສະຕິປັນຍາ
2
ເພາະວ່າເຮົາຕັ້ງໃຈວ່າຈະບໍ່ສະແດງຄວາມຮູ້ເຣື່ອງໃດໆໃນຖ້າມກາງພວກເຈົ້າ ເວັ້ນແຕ່ເຣື່ອງພຣະເຢຊູຄຣິດ
ແລະການທີ່ພຣະອົງຊົງຖືກຄຶງໄວ້ທີ່ໄມ້ກາງແຂນນັ້ນ
3
ແລະເມື່ອເຮົາຢູ່ກັບພວກເຈົ້າທັງຫລາຍ ເຮົາກໍອ່ອນກຳລັງ ແລະມີຄວາມຢ້ານຫລາຍຈົນຕົວສັ່ນ
4
ຄຳເວົ້າແລະຄຳເທສນາຂອງເຮົາບໍ່ແມ່ນຄຳທີ່ສລາດສລຽວກ່ອມໃຈ ແຕ່ເປັນຄຳຊຶ່ງສະແດງພຣະວິນຍານແລະຣິດອຳນາດ
5
ເພື່ອຄວາມເຊື່ອຂອງເຈົ້າທັງຫລາຍຈະບໍ່ໄດ້ອາໄສສະຕິປັນຍາຂອງມະນຸດ ແຕ່ອາໄສຣິດອຳນາດຂອງພຣະເຈົ້າ
ການສະແດງທາງພຣະວິນຍານຂອງພຣະເຈົ້າ
6
ເຖິງປານນັ້ນເຮົາກໍເຄີຍກ່າວດ້ວຍສະຕິປັນຍາໃນຖ້າມກາງຄົນທີ່ແກ່ແລ້ວ ແຕ່ບໍ່ແມ່ນດ້ວຍປັນຍາຂອງຄົນສະໄຫມນີ້ ຫລືດ້ວຍປັນຍາຂອງພວກຜູ້ປົກຄອງໃນສະໄຫມນີ້ຊຶ່ງກຳລັງເສື່ອມສູນໄປ
7
ແຕ່ເຮົາກ່າວດ້ວຍພຣະປັນຍາຂອງພຣະເຈົ້າຊຶ່ງເປັນຂໍ້ລັບເລິກ ຄືພຣະສະຕິປັນຍາທີ່ຊົງເຊື່ອງໄວ້ນັ້ນ ແລະທີ່ພຣະເຈົ້າໄດ້ຫຫຊົງກຳນົດໄວ້ກ່ອນປະຖົມມະການ ເພື່ອເປັນສະງ່າຣາສີແດ່ພວກເຮົາ
8
ບໍ່ມີຜູ້ປົກຄອງຄົນໃດໃນສະໄຫມນີ້ໄດ້ຮູ້ເຖິງພຣະປັນຍານັ້ນ ເພາະວ່າຖ້າຮູ້ແລ້ວ ເຂົາຄົງຈະບໍ່ໄດ້ເອົາອົງພຣະຜູ້ເປັນເຈົ້າຜູ້ຊົງຣັສມີຄຶງໄວ້ທີ່ໄມ້ກາງແຂນ
9
ແຕ່ເຫມືອນມີຄຳຂຽນໄວ້ໃນພຣະຄັມພີແລ້ວວ່າ, “ສິ່ງທີ່ຕາບໍ່ໄດ້ເຫັນ, ຫູບໍ່ໄດ້ຍິນ, ແລະສິ່ງທີ່ມະນຸດຄຶດບໍ່ອອກ ຄືສິ່ງນັ້ນທີ່ພຣະເຈົ້າໄດ້ຊົງຈັດແຈງໄວ້ສຳລັບຄົນທີ່ຮັກພຣະອົງ”
10 ແຕ່ພຣະເຈົ້າໄດ້ຊົງສະແດງສິ່ງເຫລົ່ານັ້ນແກ່ເຮົາທັງຫລາຍທາງພຣະວິນຍານ ເພາະວ່າພຣະວິນຍານຊົງຢັ່ງຮູ້ທຸກສິ່ງ ແມ່ນເປັນຄວາມເລິກລັບຂອງພຣະເຈົ້າ
11 ດ້ວຍວ່າໃຜຫນໍ, ອາດຮູ້ຄວາມຄຶດຂອງມະນຸດໄດ້ ເວັ້ນແຕ່ຈິດວິນຍານພາຍໃນມະນຸດຜູ້ນັ້ນເອງ ດັ່ງນັ້ນແຫລະ, ພຣະທັຍຂອງພຣະເຈົ້າບໍ່ມີຜູ້ໃດຮູ້ໄດ້ ເວັ້ນແຕ່ພຣະວິນຍານຂອງພຣະເຈົ້າເທົ່ານັ້ນ
12 ເຮົາທັງຫລາຍບໍ່ໄດ້ຮັບວິນຍານຂອງໂລກ ແຕ່ໄດ້ຮັບພຣະວິນຍານຊຶ່ງມາຈາກພຣະເຈົ້າ ເພື່ອເຮົາທັງຫລາຍຈະໄດ້ຮູ້ເຖິງສິ່ງຕ່າງໆທີ່ພຣະເຈົ້າໄດ້ຊົງໂຜດປະທານແກ່ພວກເຮົານັ້ນ
13 ເຮົາບໍ່ໄດ້ກ່າວສິ່ງເຫລົ່ານີ້ດ້ວຍຖ້ອຍຄຳຊຶ່ງປັນຍາຂອງມະນຸດສອນໄວ້ ແຕ່ດ້ວຍຖ້ອຍຄຳຊຶ່ງພຣະວິນຍານໄດ້ຊົງສັ່ງສອນ ຄືເຮົາໄດ້ອະທິບາຍຄວາມຫມາຍຂອງເຣື່ອງຝ່າຍວິນຍານໃຫ້ຄົນທີ່ມີພຣະວິນຍານຟັງ
14 ແຕ່ມະນຸດທີ່ມີຈິດໃຈທຳມະດາຈະຮັບສິ່ງເຫລົ່ານີ້ນັ້ນ ຊຶ່ງເປັນຂອງພຣະວິນຍານແຫ່ງພຣະເຈົ້າບໍ່ໄດ້ ເພາະວ່າທີ່ຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້ກໍຕ້ອງອາໄສພຣະວິນຍານ
15 ແຕ່ຜູ້ທີ່ຢູ່ຝ່າຍພຣະວິນຍານກໍສັງເກດຮູ້ສິ່ງສາຣະພັດໄດ້ ແຕ່ບໍ່ມີໃຜສັງເກດຮູ້ໃຈຜູ້ນັ້ນໄດ້
16
“ດ້ວຍວ່າຜູ້ໃດຫນໍ ໄດ້ຮູ້ຈັກພຣະທັຍຂອງອົງພຣະຜູ້ເປັນເຈົ້າ ຈຶ່ງຈະສັ່ງສອນພຣະອົງໄດ້”
ແຕ່ຝ່າຍເຮົາທັງຫລາຍກໍມີພຣະທັຍຂອງພຣະຄຣິດ
1
ພີ່ນ້ອງທັງຫລາຍເອີຍ,
ຝ່າຍເຮົາຈະເວົ້າກັບເຈົ້າທັງຫລາຍເຫມືອນກັບເວົ້າກັບຜູ້ທີ່ຢູ່ຝ່າຍພຣະວິນຍານແລ້ວບໍ່ໄດ້
ແຕ່ຕ້ອງເວົ້າກັບເຈົ້າເຫມືອນເວົ້າກັບຄົນທີ່ຢູ່ຝ່າຍມະນຸດທຳມະດາ
ເຫມືອນກັບພວກເຈົ້າເປັນເດັກອ່ອນໃນພຣະຄຣິດ
2
ເຮົາໄດ້ລ້ຽງພວກເຈົ້າດ້ວຍນຳນົມບໍ່ໃຊ້ດ້ວຍອາຫານແຂງ
ເຫດວ່າເມື່ອກ່ອນນັ້ນເຈົ້າຍັງບໍ່ສາມາດຮັບໄດ້
ແລະເຖິງດຽວນີ້ກໍຍັງບໍ່ສາມາດ
3
ເພາະວ່າເຈົ້າທັງຫລາຍຍັງຢູ່ຝ່າຍມະນຸດທຳມະດາ
ດ້ວຍວ່າເມື່ອພວກເຈົ້າຍັງອິດສາກັນແລະຜິດຖຽງກັນ
ເຈົ້າທັງຫລາຍບໍ່ໄດ້ຢູ່ຝ່າຍມະນຸດທຳມະດາ
ແລະບໍ່ໄດ້ດຳເນີນຊີວິດຕາມມະນຸດທຳມະດາດອກຫລື
4
ເພາະເມື່ອຜູ້ນຶ່ງກ່າວວ່າ,
“ຂ້ອຍເປັນຝ່າຍໂປໂລ”
ແລະອີກຜູ້ນຶ່ງກ່າວວ່າ,
“ຂ້ອຍເປັນຝ່າຍອາໂປໂລ”
ເຈົ້າທັງຫລາຍບໍ່ໄດ້ພຽງແຕ່ມະນຸດທຳມະດາຫລື”
5
ຖ້າດັ່ງນັ້ນ,
ອາໂປໂລແມ່ນໃຜ?
ໂປໂລແມ່ນໃຜ?
ກໍແມ່ນຜູ້ຮັບໃຊ້ຊຶ່ງໄດ້ສອນພວກເຈົ້າໃຫ້ເຊື່ອ
ເຮົາແຕ່ລະຄົນໄດ້ຮັບໃຊ້ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງກຳນົດໃຫ້
6
ເຮົາເປັນຜູ້ປູກ
ອາໂປໂລເປັນຜູ້ຫົດນ້ຳ
ແຕ່ພຣະເຈົ້າຊົງບັນດານໃຫ້ໃຫຍ່ຂຶ້ນ
7
ເພາະສັນນັ້ນຜູ້ປູກຫລືຜູ້ຫົດນ້ຳຈຶ່ງບໍ່ສຳຄັນອັນໃດ
ແຕ່ພຣະເຈົ້າຜູ້ຊົງບັນດານໃຫ້ໃຫຍ່ຂຶ້ນນັ້ນກໍສຳຄັນ
8
ຜູ້ປູກກັບຜູ້ຫົດນ້ຳກໍສເມີກັນ
ແຕ່ທຸກຄົນກໍຈະໄດ້ຮັບຮາງວັນຕາມການຂອງຕົນ
9
ເພາະວ່າເຮົາທັງຫລາຍເປັນຜູ້ຮ່ວມກັນທຳງານຂອງພຣະເຈົ້າ
ພວກເຈົ້າເປັນໄຣ່ນາຂອງພຣະເຈົ້າ
10
ເຈົ້າທັງຫລາຍເປັນຕຶກຂອງພຣະອົງ ໂດຍພຣະຄຸນຂອງພຣະເຈົ້າທີ່ຊົງໂຜດປະທານແກ່ເຮົາແລ້ວ
ເຮົາໄດ້ວາງຮາກລົງເຫມືອນນາຍຊ່າງຜູ້ຊຳນານ
ແລະຄົນອື່ນກໍມາກໍ່ຂຶ້ນ
ແຕ່ທຸກຄົນຈົ່ງລະວັງໃຫ້ດີວ່າຈະກໍ່ຂຶ້ນຢ່າງໃດ
11
ເພາະວ່າຜູ້ໃດຈະວາງຮາກອື່ນອີກບໍ່ໄດ້
ນອກຈາກຮາກທີ່ຊົງວາງໄວ້ແລ້ວນັ້ນຄືພຣະເຢຊູຄຣິດ
12
ຖ້າຜູ້ໃດເອົາຄຳ,
ເອົາເງິນ,
ເອົາເພັດພອຍ,
ເອົາໄມ້,
ເອົາຫຍ້າແຫ້ງ,
ເອົາເຟືອງກໍດີ,
ມາກໍ່ຂຶ້ນເທິງຮາກນັ້ນ
ການຂອງທຸກຄົນກໍຈະໄດ້ປາກົດແຈ້ງ
13
ດ້ວຍວ່າເວລານັ້ນຈະໃຫ້ເຫັນໄດ້ແຈ່ມແຈ້ງ
ເພາະຈະເຫັນແຈ່ມແຈ້ງໄດ້ດ້ວຍໄຟ
ໄຟນັ້ນຈະທົດລອງເບິ່ງວ່າການຂອງທຸກຄົນນັ້ນເປັນຢ່າງໃດ
14
ຖ້າການງານຂອງຜູ້ໃດທີ່ກໍ່ຂຶ້ນທົນຢູ່ໄດ້
ຜູ້ນັ້ນກໍຈະໄດ້ຣັບຮາງວັນ
15
ຖ້າການງານຂອງຜູ້ໃດຖືກເຜົາໄຫມ້ເສັຽ
ຜູ້ນັ້ນຈະຂາດຮາງວັນ
ແຕ່ຕົນເອງກໍຈະໄດ້ພົ້ນແຕ່ເຫມືອນຜ່ານພົ້ນໄຟ
16
ເຈົ້າທັງຫລາຍບໍ່ຮູ້ຫລືວ່າພວກເຈົ້າເປັນວິຫານຂອງພຣະເຈົ້າ
ແລະພຣະວິນຍານຂອງພຣະເຈົ້າຊົງສະຖິດຢູໃນພວກເຈົ້າ
17
ຖ້າຜູ້ໃດທຳລາຍວິຫານຂອງພຣະເຈົ້າ ພຣະເຈົ້າຈະຊົງທຳລາຍຜູ້ນັ້ນ
ເພາະວິຫານຂອງພຣະເຈົ້າເປັນທີ່ສັກສິດ
ເຈົ້າທັງຫລາຍແຫລະ,
ເປັນວິຫານນັ້ນ
18
ຢ່າໃຫ້ຜູ້ໃດຫລອກລໍ້ຕົນເອງ
ຖ້າຜູ້ໃດໃນພວກເຈົ້າຄຶດວ່າຕົນເປັນຄົນມີປັນຍາໃນສະໄຫມນີ້
ຈົ່ງໃຫ້ຜູ້ນັ້ນຍອມເປັນຄົນໂງ່
ເພື່ອຈະກາຍເປັນຄົນມີປັນຍາໄດ້
19
ເພາະວ່າປັນຍາຂອງໂລກນີ້ເປັນຄວາມໂງ່ຕໍ່ພຣະພັກພຣະເຈົ້າ
ດ້ວຍມີຄຳຂຽນໄວ້ໃນພຣະຄັມພີວ່າ,
“ພຣະອົງຊົງຈັບຄົນທີ່ມີປັນຍາດ້ວຍອຸບາຍຂອງເຂົາເອງ”
20
ແລະມີຄຳຂຽນໄວ້ໃນພຣະຄັມພີອີກວ່າ,
“ພຣະເຈົ້າຊົງຊາບວ່າ
ຄວາມຄຶດຂອງຄົນທີ່ມີປັນຍານັ້ນເປັນການເປົ່າໆ”
21
ເຫດສັນນັ້ນຢ່າໃຫ້ຜູ້ໃດຍົກມະນຸດຂຶ້ນອວດ
ດ້ວຍວ່າສິ່ງສາຣະພັດເປັນຂອງເຈົ້າທັງຫລາຍແລ້ວ
22
ເຖິງແມ່ນວ່າໂປໂລກໍດີ
ອາໂປໂລ
ແລະເກຟາກໍດີ
ໂລກກັບຊີວິດແລະຄວາມຕາຍກໍດີ
ຫລືສິ່ງທີ່ມີໃນປັດຈຸບັນແລະອະນາຄົດກໍດີ
ສິ່ງສາຣະພັດນັ້ນກໍເປັນຂອງພວກເຈົ້າ
23
ແລະພວກເຈົ້າເປັນຂອງພຣະຄຣິດ
ແລະພຣະຄຣິດຊົງເປັນຂອງພຣະເຈົ້າ
1
ໃຫ້ທຸກຄົນຖືວ່າພວກເຮົາເປັນຜູ້ຣັບໃຊ້ຂອງພຣະຄຣິດ
ທັງເປັນຜູ້ປ້ອງກັນຮັກສາຂໍ້ເລິກລັບຂອງພຣະເຈົ້າ
2 ປະການນຶ່ງ,
ຜູ້ປ້ອງກັນຮັກສານັ້ນຈຳເປັນຕ້ອງເປັນຄົນສັດຊື່
3 ສຳລັບເຮົາ
ການທີ່ເຈົ້າທັງຫລາຍຫລືມະນຸດຜູ້ໃດຈະຕັດສີນຕົວເຮົານັ້ນ
ເຮົາເຫັນວ່າເປັນເຣື່ອງເລັກນ້ອຍ
ເຖິງແມ່ນເຮົາເອງກໍບໍ່ໄດ້ຕັດສີນຕົວເຮົາ
4 ເພາະເຮົາບໍ່ຮູ້ວ່າເຮົາມີຜິດສິ່ງໃດ
ເຖິງປານນັ້ນເຮົາກໍບໍ່ພົ້ນຈາກການພິພາກສາ
ແຕ່ຜູ້ພິພາກສາຕົວເຮົານັ້ນແມ່ນອົງພຣະຜູ້ເປັນເຈົ້າ
5 ເຫດສັນນັ້ນພວກເຈົ້າຢ່າຕັດສີນສິ່ງໃດກ່ອນເວລາ
ຈົນກວ່າອົງພຣະຜູ້ເປັນເຈົ້າຈະສະເດັດມາ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດໃຫ້ແຈ່ມແຈ້ງ
ແລະຈະຊົງເຜີຍຄວາມຄາດຫມາຍໃນໃຈມະນຸດດ້ວຍ
ເມື່ອນັ້ນແຫລະ,
ທຸກຄົນຈະໄດ້ຮັບຄຳຊົມເຊີຍຈາກພຣະເຈົ້າຕາມສົມຄວນ
6 ພີ່ນ້ອງທັງຫລາຍເອີຍ,
ທີ່ເຮົາໄດ້ນຳເອົາເຣື່ອງຕົວເຮົາກັບເຣື່ອງອາໂປໂລມາກ່າວໄວ້
ກໍເພື່ອປໂຍດຂອງເຈົ້າທັງຫລາຍ
ເພື່ອໃຫ້ພວກເຈົ້າຮຽນເອົາຕາມແບບຢ່າງຂອງພວກເຮົາຄື
“ຢ່າອອກນອກຂອບເຂດຂອງພຣະຄັມພີ”
ບໍ່ໃຫ້ຜູ້ໃດໃນພວກເຈົ້າມີໃຈຈອງຫອງຍົກຜູ້ນຶ່ງແລະຂົ່ມຜູ້ນຶ່ງ
7 ຜູ້ໃດໄດ້ເຮັດໃຫ້ເຈົ້າຕ່າງກັນກັບຄົນອື່ນ
ຫລືມີອັນໃດທີ່ເຈົ້າບໍ່ໄດ້ຮັບມາ
ຖ້າເຈົ້າໄດ້ຮັບແລ້ວ
ເປັນຫຍັງເຈົ້າຈຶ່ງໂອ້ອວດເຫມືອນກັບເຈົາບໍ່ໄດ້ຮັບເລີຍ
8 ດຽວນີ້ເຈົ້າທັງຫລາຍກໍອີ່ມແລ້ວຫນໍ,
ຮັ່ງມີບໍຣິບູນແລ້ວຫນໍ,
ໄດ້ຂຶ້ນສເວີຍຣາຊໂດຍຮ່ວມກັບພວກເຮົາຫນໍ
ແມ່ນຢູ່
ເຮົາກໍປາຖນາຢາກໃຫ້ເຈົ້າທັງຫລາຍໄດ້ຂຶ້ນສເວີຍຣາຊ
ເພື່ອພວກເຮົາຈະໄດ້ຂຶ້ນສເວີຍຣາຊດ້ວຍກັນກັບພວກເຈົ້າ
9 ເພາະເຮົາຄຶດວ່າພຣະເຈົ້າໄດ້ຊົງສະແດງພວກເຮົາ
ຜູ້ເປັນອັຄສາວົກໄວ້ໃນທີ່ສຸດປາຍເຫມືອນຄົນທີ່ຖືກໂທດເຖິງຕາຍ
ເພາະເຮົາກາຍເປັນເຫມືອນໂຕລະຄອນໃຫ້ຈັກກະວານຄືເທວະດາແລະມະນຸດຊົມ
10 ພວກເຮົາເປັນຄົນໂງ່ເພາະເຫັນແກ່ພຣະຄຣິດ
ແຕ່ພວກເຈົ້າເປັນຄົນມີປັນຍາໃນພຣະຄຣິດ
ພວກເຮົາອ່ອນກຳລັງ
ແຕ່ພວກເຈົ້າມີກຳລັງ
ພວກເຈົ້າມີຍົດ
ແຕ່ພວກເຮົາເປັນຄົນອັປຍົດ
11 ຈົນເຖິງປັດຈຸບັນນີ້
ພວກເຮົາກໍຍັງອຶດເຂົ້າຢາກນ້ຳ
ຂາດເຄື່ອງນຸ່ງຫົ່ມ
ຖືກທຸບຕີແລະບໍ່ມີບ່ອນພັກພາອາໄສເປັນຫລັກແຫລ່ງ
12 ພວກເຮົາຍັງອົດສາເຮັດການຫນັກຫນ່ວງລ້ຽງຊີບດ້ວຍມືຂອງເຮົາເອງ
ເມື່ອຖືກປ້ອຍດ່າເຮົາກໍອວຍພອນ
ເມື່ອຖືກຂົ່ມເຫັງເຮົາກໍອົດທົນເອົາ
13 ເມື່ອຖືກນິນທາປມາດເຮົາກໍຊອກຫາທາງປອງດອງ
ເຮົາກາຍເປັນເຫມືອນຂີ້ເຫຍື້ອຂອງໂລກ
ເປັນເຫມືອນຂອງເສດຈາກສິ່ງສາຣະພັດທີ່ໂລກເລືອກຖິ້ມຈົນເຖິງບັດນີ້
14 ເຮົາບໍ່ໃຊ່ໄດ້ຂຽນຂໍ້ຄວາມເຫລົ່ານີ້ເພື່ອໃຫ້ເຈົ້າທັງຫລາຍລະອາຍ
ແຕ່ຂຽນເພື່ອເຕືອນສະຕິພວກເຈົ້າໃນຖານະເປັນລູກທີ່ຮັກຂອງເຮົາ
15 ເພາະເຖິງແມ່ນວ່າໃນພຣະຄຣິດພວກເຈົ້າມີຄວາມຄວບຄຸມຈັກຫມື່ອນຄົນກໍຕາມ
ແຕ່ພວກເຈົ້າກໍບໍ່ມີພໍ່ຫລາຍຄົນ
ເພາະວ່າໃນພຣະເຢຊູຄຣິດແມ່ນເຮົານີ້ແຫລະ,
ໄດ້ໃຫ້ກຳເນີດແກ່ພວກເຈົ້າໂດຍຂ່າວປະເສີດ
16 ເຫດສັນນັ້ນເຮົາຈຶ່ງຂໍໃຫ້ເຈົາທັງຫລາຍເຮັດຕາມແບບຢ່າງຂອງເຮົາໄປ
17 ເພາະເຫດນີ້ເຮົາຈຶ່ງໄດ້ໃຊ້ຕີໂມທຽວລູກທີ່ຮັກຂອງເຮົາ
ຜູ້ສັດຊື່ໃນອົງພຣະຜູ້ເປັນເຈົ້າ
ໃຫ້ມາຫາພວກເຈົ້າ
ເພື່ອນຳພວກເຈົ້າໃຫ້ລະນຶກເຖິງຫລັກການປະຕິບັດຂອງເຮົາໃນພຣະຄຣິດ
ເຫມືອນທີ່ເຮົາເຄີຍສອນໃນຄຣິສຕະຈັກທົ່ວໆໄປ
18 ແຕ່ມີບາງຄົນໄດ້ອວດຕົວຂຶ້ນ
ເຫມືອນກັບວ່າເຮົາຈະບໍ່ມາຫາພວກເຈົ້າ
19 ແຕ່ຖ້າອົງພຣະຜູ້ເປັນເຈົ້າຊົງພໍພຣະທັຍ
ເຮົາຈະມາຫາເຈົ້າທັງຫລາຍໃນບໍ່ຊ້ານີ້
ແລະເຮົາຈະໄດ້ຢັ່ງຮູ້ບໍ່ໃຊ່ແຕ່ຖ້ອຍຄຳຂອງຄົນທີ່ອວດຕົວຂຶ້ນ
ແຕ່ຈະຢັ່ງຮູ້ຣິດອຳນາດຂອງເຂົານັ້ນ
20 ເພາະວ່າຣາຊອານາຈັກຂອງພຣະເຈົ້າບໍ່ໃຊ່ເຣື່ອງຄຳເວົ້າ
ແຕ່ເປັນເຣື່ອງຣິດອຳນາດ
21 ເຈົ້າທັງຫລາຍຈະເອົາຢ່າງໃດ
ຈະໃຫ້ເຮົາຖືໄມ້ແສ້ມາຫາພວກເຈົ້າ
ຫລືຈະໃຫ້ເຮົາມາດ້ວຍຄວາມຮັກແລະດ້ວຍໃຈອ່ອນສຸພາບ
1
ມີຂ່າວເລົ່າລືກັນວ່າໃນພວກເຈົ້າມີການຜິດຊາຍຍິງ ແລະການຜິດຢ່າງນັ້ນ ເຖິງແມ່ນວ່າໃນພວກຕ່າງຊາດກໍບໍ່ເຄີຍມີ ຄືວ່າມີຊາຍຜູ້ນຶ່ງໄດ້ເອົາແມ່ນ້າຂອງຕົນມາເປັນເມັຽ
2
ແລະເຈົ້າທັງຫລາຍຍັງອວດຕົວຂຶ້ນ
ແທນທີ່ຈະເປັນທຸກຮ້ອນໃຈ
ພວກເຈົ້າຄວນຈະຕັດຜູ້ທີ່ເຮັດການຜິດ່ຢາງນັ້ນອອກເສັຽຈາກພວກເຈົ້າ
3
ເຖິງແມ່ນວ່າຕົວເຮົາບໍ່ໄດ້ຢູ່ນຳພວກເຈົ້າ
ແຕ່ໃຈຂອງເຮົາກໍຢູ່ກັບພວກເຈົ້າ
ເຮົາໄດ້ຕັດສີນລົງໂທດຜູ້ທີ່ໄດ້ເຮັດການຜິດຢ່າງນັ້ນ
ເຫມືອນກັບເຮົາໄດ້ຢູ່ນຳພວກເຈົ້າໃນພຣະນາມຂອງພຣະເຢຊູອົງພຣະຜູ້ເປັນເຈົ້າ
4
ເມື່ອເຈົ້າທັງຫລາຍປະຊຸມກັນແລະໃຈຂອງເຮົາຮວມຢູ່ດ້ວຍ
ພ້ອມທັງຣິດອຳນາດຂອງພຣະເຢຊູອົງພຣະຜູ້ເປັນເຈົ້າຂອງພວກເຮົາ
5
ຈົ່ງມອບຜູ້ນັ້ນໄວ້ໃຫ້ຊາຕາຍທຳລາຍເນື້ອກາຍ
ເພື່ອໃຫ້ຈິດວິນຍານຂອງເຂົາໄດ້ພົ້ນໃນວັນຂອງອົງພຣະຜູ້ເປັນເຈົ້າ
6
ການທີ່ເຈົ້າທັງຫລາຍອວດອ້າງນັ້ນບໍ່ດີດອກ
ພວກເຈົ້າບໍ່ຮູ້ຫລືວ່າເຊື້ອແປ້ງແຕ່ຫນ້ອຍດຽວກໍແຜ່ໄປທົ່ວທັງກ້ອນ
7
ເຫດສັນນັ້ນຈົ່ງຊຳຮະເຊື້ອແປ້ງເກົ່າອອກເສັຽ
ເພື່ອເຈົ້າທັງຫລາຍຈະໄດ້ເປັນກ້ອນໃຫມ່
ເຫມືອນບໍ່ມີເຊື້ອແປ້ງແລ້ວ
ດ້ວຍວ່າພຣະຄຣິດຜູ້ຊົງເປັນປັສຄາຂອງເຮົາທັງຫລາຍ
ໄດ້ຊົງຖືກຂ້າບູຊາແລ້ວ
8
ດ້ວຍເຫດນັ້ນເຮົາທັງຫລາຍຈົ່ງຖືປັສຄານັ້ນ
ບໍ່ໃຊ່ດ້ວຍເຊື້ອເກົ່າຫລືເຊື້ອຂອງຄວາມຊົ່ວຮ້າຍ
ແຕ່ດ້ວຍເຂົ້າຈີ່ບໍ່ມີເຊື້ອແປ້ງຄືຄວາມສັດຊື່ແລະຄວາມຈິງ
9
ເຮົາໄດ້ຂຽນຈົດຫມາຍບອກເຈົ້າທັງຫລາຍແລ້ວວ່າ,
ຢ່າຄົບຫາກັບຄົນຫລິ້ນຊູ້
10 ແຕ່ບໍ່ໃຊ່ຫມາຍເຖິງຊາວໂລກທີ່ຫລິ້ນຊູ້,
ຫລືຄົນໂລບ,
ຄົນຂົ່ມຂູ່,
ຄົນຂາບໄຫວ້ພຣະທຽມກໍດີ
ເພາະວ່າຖ້າຫ້າມຢ່າງນັ້ນແລ້ວ
ເຈົ້າທັງຫລາຍກໍຈະຕ້ອງອອກໄປເສັຽຈາກໂລກນີ້
11 ແຕ່ເຮົາໄດ້ຂຽນມາບອກພວກເຈົ້າວ່າ
ຖ້າຜູ້ໃດໄດ້ຊື່ວ່າເປັນພີ່ນ້ອງແລ້ວ
ແຕ່ຍັງເປັນຄົນຫລິ້ນຊູ້,
ຫລືຄົນໂລບ,
ຄົນຂາບໄຫວ້ພຣະທຽມ,
ຄົນເວົ້າຫຍາບຊ້າ,
ຄົນຂີ້ເຫລົ້າ,
ຄົນຂົ່ມຂູ່ກໍດີ
ຢ່າຄົບຫາກັບຄົນຢ່າງນັ້ນ
ແມ່ນແຕ່ກິນເຂົ້າຮ່ວມກໍຢ່າຊູ່ກິນ
12 ບໍ່ແມ່ນທຸຣະຂອງເຮົາທີ່ຈະໄປຕັດສີນລົງໂທດຄົນພາຍນອກ
ແມ່ນທຸຣະຂອງພວກເຈົ້າທີ່ຈະຕັດສີນລົງໂທດຄົນພາຍໃນ
ບໍ່ແມ່ນຫລື
13 ສ່ວນຄົນພາຍນອກນັ້ນແມ່ນພຣະເຈົ້າຊົງຕັດສີນລົງໂທດ
“ຈົ່ງຂັບໄລ່ຄົນຊົ່ວນັ້ນອອກຈາກພວກເຈົ້າໄປເສັຽ”
1
ເມື່ອຜູ້ໃດໃນພວກເຈົ້າເປັນຄວາມກັນ
ຈະກ້າໄປສູ້ຄວາມກັນຕໍ່ຫນ້າຄົນນອກສາສນາ
ແລະບໍ່ໃຊ່ຕໍ່ຫນ້າໄພ່ພົນຂອງພຣະເຈົ້າຫລື
2
ເຈົ້າທັງຫລາຍບໍ່ຮູ້ຫລືວ່າໄພ່ພົນຂອງພຣະເຈົ້າຈະພິພາກສາໂລກ
ຖ້າພວກເຈົ້າຈະພິພາກສາໂລກເຈົ້າຈະບໍ່ສາມາດຕັດສິນເຣື່ອງເລັກນ້ອຍທີ່ສຸດຫລື
3
ເຈົ້າທັງຫລາຍບໍ່ຮູ້ຫລືວ່າພວກເຮົາຈະພິພາກສາພວກເທວະດາ
ຫລາຍກວ່ານັ້ນອີກເທົ່າໃດ
ເຮົາສົມຄວນຈະຕັດສິນຄວາມເຣື່ອງຂອງຊີວິດນີ້
4
ເມື່ອພວກເຈົ້າເປັນຄວາມກັນໃນເຣື່ອງຊີວິດນີ້
ເປັນຫຍັງເຈົ້າຈຶ່ງເອົາຄົນທີ່ຄຣິສຕະຈັກບໍ່ນັບຖືມາຕັ້ງໄວ້ໃຫ້ເປັນຜູ້ຕັດສິນ
5
ເຮົາກ່າວດັ່ງນີ້ກໍເພື່ອໃຫ້ພວກເຈົ້າເກີດລະອາຍໃຈ
ໃນພວກເຈົ້າບໍ່ມີຈັກຄົນຫລືທີ່ມີປັນຍາພໍສາມາດຈະຕັດສິນຄວາມລະຫວ່າງພວກພີ່ນ້ອງ
6
ແຕ່ພີ່ນ້ອງກັບພີ່ນ້ອງຕ້ອງໄປສູ້ຄວາມກັນຕໍ່ຫນ້າຄົນນອກສາສນາຢ່າງນັ້ນຫລື
7
ທີ່ເຈົ້າທັງຫລາຍມີຄະດີກ່ຽວຂ້ອງກັນແລະກັນນັ້ນ
ກໍເປັນການຂາດສິນທັມແທ້
ເປັນຫຍັງເຈົ້າຈຶ່ງບໍ່ທົນເອົາເມື່ອເຂົາເຮັດການຮ້າຍແກ່ຕົນ
ເປັນຫຍັງຈຶ່ງບໍ່ຍອມໃຫ້ເຂົາໂກງຕົນກໍດີກວ່າ
8
ແຕ່ເຈົ້າທັງຫລາຍຍັງເຮັດຮ້າຍແລະສໍ້ໂກງກັນໃນລະຫວ່າງພວກພີ່ນ້ອງຂອງຕົນ
9
ເຈົ້າທັງຫລາຍບໍ່ຮູ້ຫລືວ່າຄົນອະທັມຈະບໍ່ມີສ່ວນໃນຣາຊອານາຈັກຂອງພຣະເຈົ້າ
ຢ່າເຂົ້າໃຈຜິດວ່າຄົນຫລິ້ນຊູ້ກໍດີ
ຫລືຄົນຂາບໄຫວ້ພຣະທຽມ
ຄົນຜິດຈາກຜົວເມັຽກັນ
ຊາຍຫລິ້ນຄືຍິງ
ຊາຍຫລິ້ນກັບຊາຍ
10 ຄົນຂະໂມຍ
ຄົນໂລບ
ຄົນຂີ້ເຫລົ້າ
ຄົນເວົ້າຫຍາບຊ້າ
ຄົນຂົ່ມຂູ່ກໍດີ
ຈະບໍ່ໄດ້ຮັບສ່ວນໃນຣາຊອານາຈັກຂອງພຣະເຈົ້າ
11 ເມື່ອກ່ອນມີບາງຄົນໃນພວກເຈົ້າເປັນຄົນຢ່າງນັ້ນ
ແຕ່ເຈົ້າທັງຫລາຍໄດ້ຮັບການຊົງຊຳຮະແລ້ວ
ໄດ້ຖືກຊົງຕັ້ງໄວ້ສຳລັບພຣະເຈົ້າແລ້ວ
ໄດ້ຖືກຊົງນັບເປັນຄົນຊອບທັມໃນພຣະນາມຂອງພຣະເຢຊູຄຣິດເຈົ້າ
ແລະໂດຍພຣະວິນຍານແຫ່ງພຣະເຈົ້າຂອງພວກເຮົາ
ຖວາຍກຽດແກ່ພຣະເຈົ້າດ້ວຍຮ່າງກາຍຂອງຕົນ
12 “ເຮົາເຣັດສິ່ງສາຣະພັດໄດ້
ບໍ່ມີໃຜຫ້າມ”
ແຕ່ບໍ່ແມ່ນທຸກສິ່ງທີ່ເຮັດໄດ້ນັ້ນມີປໂຍດ
“ເຮົາເຮັດສິ່ງສາຣະພັດໄດ້
ບໍ່ມີໃຜຫ້າມ”
ແຕ່ວ່າຝ່າຍເຮົາຈະບໍ່ຍອມຢູ່ໃຕ້ອຳນາດຂອງສິ່ງໃດ
13 ອາຫານມີໄວ້ສຳລັບທ້ອງແລະທ້ອງກໍສຳລັບອາຫານ
ແຕ່ພຣະເຈົ້າຈະຊົງໃຫ້ທັງທ້ອງແລະອາຫານສູນຫາຍໄປ
ສ່ວນຮ່າງກາຍນັ້ນບໍ່ໄດ້ມີໄວ້ສຳລັບການຫລິ້ນຊູ້
ແຕ່ມີໄວ້ສຳລັບອົງພຣະຜູ້ເປັນເຈົ້າ
ແລະອົງພຣະຜູ້ເປັນເຈົ້າກໍມີໄວ້ສຳລັບຮ່າງກາຍ
14 ພຣະເຈົາໄດ້ຊົງບັນດານໃຫ້ອົງພຣະຜູ້ເປັນເຈົ້າຄືນຂຶ້ນມາ
ແລະພຣະອົງຈະຊົງບັນດານໃຫ້ເຮົາທັງຫລາຍຄືນມາໃຫມ່
ດ້ວຍຣິດອຳນາດຂອງພຣະອົງ
15 ເຈົ້າທັງຫລາຍບໍ່ຮູ້ຫລືວ່າຮ່າງກາຍຂອງພວກເຈົ້າເປັນອະວັຍວະຂອງພຣະຄຣິດ
ຖ້າເປັນຢ່າງນັ້ນເຮົາຈະເອົາອະວັຍວະຂອງພຣະຄຣິດ
ໄປເປັນອະວັຍວະຂອງຍິງແມ່ຈ້າງຫລື
ຢ່າໃຫ້ເປັນຢ່າງນັ້ນເລີຍ
16 ເຈົ້າທັງຫລາຍບໍ່ຮູ້ຫລືວ່າຜູ້ທີ່ຕິດພັນກັບຍິງແມ່ຈ້າງກໍເປັນກາຍອັນດຽວກັບຍິງນັ້ນ
ເພາະພຣະເຈົ້າໄດ້ຊົງກ່າວໄວ້ວ່າ,
“ເຂົາທັງສອງຈະເປັນກາຍອັນດຽວ”
17 ແຕ່ຜູ້ທີ່ຕິດພົນກັບອົງພຣະຜູ້ເປັນເຈົ້າ
ກໍເປັນຈິດໃຈອັນດຽວກັບພຣະອົງ
18 ຈົ່ງຫລີກຫນີເສັຽຈາກການຫລິ້ນຊູ້
ຜິດບາບທຸກຢ່າງທີ່ມະນຸດເຮັດນັ້ນເປັນບາບນອກກາຍ
ແຕ່ຜູ້ທີ່ຫລິ້ນຊູ້ນັ້ນກໍເຮັດຜິດບາບຕໍ່ຮ່າງກາຍຂອງຕົນເອງ
19 ເຈົ້າທັງຫລາຍບໍ່ຮູ້ຫລືວ່າຮ່າງກາຍຂອງເຈົ້າເປັນວິຫານຂອງພຣະວິນຍານບໍຣິສຸດ
ຜູ້ຊຶ່ງຊົງສະຖິດຢູ່ໃນພວກເຈົ້າຊຶ່ງພວກເຈົ້າໄດ້ຮັບຈາກພຣະເຈົ້າ
ເຈົ້າບໍ່ແມ່ນເຈົ້າຂອງຕົວເອງ
20 ພຣະເຈົ້າໄດ້ຊົງຊື້ເຈົ້າທັງຫລາຍໄວ້ແລ້ວດ້ວຍຣາຄາສູງ
ເຫດສັນນັ້ນຈົ່ງຖວາຍພຣະກຽດຕໍ່ພຣະເຈົ້າດ້ວຍຮ່າງກາຍຂອງຕົນ
1
ເຣື່ອງທີ່ພວກເຈົ້າໄດ້ຂຽນມານັ້ນ
ຂໍຕອບວ່າ
ການທີ່ຜູ້ຊາຍບໍ່ຖືກຕ້ອງກ່ຽວຂ້ອງກັບແມ່ຍິງກໍດີຢູ່
2
ແຕ່ເພື່ອປ້ອງກັນການຫລິ້ນຊູ້
ຜູ້ຊາຍທຸກຄົນຄວນມີເມັຽຂອງຕົນແລະແມ່ຍິງທຸກຄົນຄວນມີຜົວຂອງຕົນ
3
ຜົວຕ້ອງຍອມຮ່ວມຢູ່ກັບເມັຽຕາມສົມຄວນ
ແລະເມັຽກໍຕ້ອງຍອມຮ່ວມຢູ່ກັບຜົວເຫມືອນກັນ
4
ເມັຽບໍ່ມີອຳນາດເຫນືອຮ່າງກາຍຂອງຕົນ
ແຕ່ອຳນາດນັ້ນຢູ່ນຳຜົວ
ຢ່າງດຽວກັນ
ຜົວບໍ່ມີອຳນາດເຫນືອຮ່າງກາຍຂອງຕົນເອງ
ແຕ່ອຳນາດນັ້ນຢູ່ນຳເມັຽ
5
ຢ່າປະຕິເສດການຢູ່ຮ່ວມກັນ
ເວັ້ນແຕ່ໄດ້ຕົກລົງກັນເປັນການຊົ່ວຄາວ
ເພື່ອອຸທິດຕົນໃນການໄຫວ້ວອນ
ແລ້ວຈຶ່ງຄ່ອຍມາຢູ່ຮ່ວມກັນອີກ
ເພື່ອບໍ່ໃຫ້ຊາຕານຊັກຈູງໃຫ້ເຮັດຜິດເພາະຕົນອົດບໍ່ໄດ້
6
ເຮົາກ່າວດັ່ງນີ້ເປັນການອະນຸຍາດ ບໍ່ໃຊ່ເປັນການສັ່ງ
7
ເຮົາປາຖນາໃຫ້ທຸກຄົນເປັນເຫມືອນຕົວເຮົາ ແຕ່ທຸກຄົນກໍໄດ້ຮັບຂອງປະທານຈາກພຣະເຈົ້າອັນເຫມາະສົມກັບຕົວຜູ້ນຶ່ງໄດ້ຮັບຢ່າງນັ້ນ ແລະອີກຜູ້ນຶ່ງໄດ້ຮັບຢ່າງນີ້
8
ເຮົາຂໍກ່າວແກ່ຄົນທີ່ຍັງເປັນໂສດແລະພວກແມ່ຫມ້າຍວ່າ ຖ້າເຂົາຈະຢູ່ເຫມືອນຢ່າງເຮົາກໍດີແລ້ວ
9
ແຕ່ຖ້າເຂົາອົດໃຈບໍ່ໄດ້ກໍໃຫ້ເຂົາແຕ່ງງານເສັຽ ເພາະການແຕ່ງງານນັ້ນດີກວ່າມີໃຈເຜົາຮ້ອນດ້ວຍກາມຣາຄະ
10 ສ່ວນຄົນທີ່ແຕ່ງງານແລ້ວ ເຮົາຂໍສັ່ງ ບໍ່ໃຊ່ເຮົາສັ່ງເອງ ແຕ່ອົງພຣະຜູ້ເປັນເຈົ້າຊົງບັນຊາວ່າ ຢ່າໃຫ້ເມັຽປະຜົວ
11 ແຕ່ຖ້ານາງຫາກປະຜົວໄປ ຢ່າໃຫ້ນາງເອົາຜົວໃຫມ່ ຫລືບໍ່ດັ່ງນັ້ນກໍໃຫ້ນາງກັບມາຄືນດີກັບຜົວອີກ ແລະຂໍຢ່າໃຫ້ຜົວປະຮ້າງເມັຽ
12 ເຮົາຂໍກ່າວແກ່ຄົນອື່ນໆ ນອກຈາກພວກນີ້ (ອົງພຣະຜູ້ເປັນເຈົ້າບໍໄດ້ຊົງກ່າວ) ວ່າຖ້າພີ່ນ້ອງຄົນໃດມີເມັຽທີ່ບໍ່ເຊື່ອໃນອົງພຣະຄຣິດ ແຕ່ນາງກໍພໍໃຈຈະຢູ່ກັບຜົວນັ້ນ ຜົວບໍ່ຄວນຢ່າຮ້າງນາງ
13 ຖ້າຍິງຄົນໃດມີຜົວທີ່ບໍ່ເຊື່ອໃນອົງພຣະຄຣິດ ແຕ່ຜົວກໍພໍໃຈຈະຢູ່ກັບເມັຽນັ້ນ ເມັຽບໍ່ຄວນຢ່າຮ້າງຜົວນັ້ນ
14 ເພາະວ່າຜົວທີ່ບໍ່ມີຄວາມເຊື່ອກໍໄດ້ຮັບການຊົງຊຳຮະຍ້ອນເມັຽ ແລະເມັຽທີ່ບໍ່ມີຄວາມເຊື່ອກໍໄດ້ຮັບການຊົງຊຳຮະຍ້ອນຜົວນັ້ນ ຖ້າບໍ່ດັ່ງນັ້ນລູກຂອງເຈົ້າທັງຫລາຍກໍບໍ່ບໍຣິສຸດ ແຕ່ບັດນີ້ລູກເຫລົ່ານັ້ນກໍບໍຣິສຸດແລ້ວ
15 ແຕ່ຖ້າຜູ້ທີ່ບໍ່ມີຄວາມເຊື່ອຈະແຍກຕົວ