Galatians ພຣະທັມ​ຄາ​ລາ​ເຕັຽ

 

ພຣະທັມ​ຄາ​ລາ​ເຕັຽ

 

1

2

3

4

5

6

 

ຈົດ​ຫມາຍ​ຂອງ​ໂປ​ໂລ

ທີ່​ມີ​ໄປ​ເຖິງຄ​ຣິ​ສ​ຕະ​ຈັກ​ໃນ​ແຂວງ

 

ຄາ​ລາ​ເຕັຽ

 

1.

1   ໂປ​ໂລ ຜູ້​ເປັນ​ອັ​ຄ​ສາ​ວົກ (ບໍ່​ໃຊ່​ມະ​ນຸດ​ແຕ່ງ​ຕັ້ງ ຫລື​ມະ​ນຸດ​ເປັນ​ຕົວ​ແທນ​ແຕ່ງ​ຕັ້ງ ແຕ່​ວ່າ​ພຣະ​ເຢ​ຊູ​ຄຣິດ​ ແລະ​ພຣະ​ບິ​ດາ​ເຈົ້​ຜູ້​ຊົງ​ບັນ​ດານ​ໃຫ້​ພຣະ​ເຢ​ຊູ​ຄືນ​ພຣະ​ຊົນ​ໄດ້​ຊົງ​ແຕ່ງ​ຕັ້ງ)

2   ກັບ​ບັນ​ດາ​ພີ່​ນ້ອງ​ທີ່ຢູ່​ນຳ​ເຮົາເຖິງ ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາຍ​ທີ່​ຢູ່​ໃນ​ແຂວງ​ຄາ​ລາ​ເຕັຽ

3   ຂໍ​ໃຫ້​ພຣະ​ຄຸນ​ແລະ​ສັນ​ຕິ​ສຸກ ຊຶ່ງ​ມາ​ຈາກ​ພຣະ​ບິ​ດາ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ແລະ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຈົ່ງ​ສະ​ຖິດ​ຢູ່​ນຳ​ເຈົ້​ທັງ​ຫລາຍ​ເທີນ

4   ພຣະ​ເຢ​ຊູ​ຊົງ​ສ​ລະ​ພຣະ​ກາຍ​ຂອງ​ພຣະ​ອົງ​ແທນ​ຄວາມ​ຜິດ​ບາບ​ຂອງ​ເຮົາ​ທັງ​ຫລາຍ ເພື່ອ​ຈະ​ໂຜດ​ໃຫ້​ເຮົ​ພົ້ນ​ຈາກ​ສໄຫມ​ປັດ​ຈຸ​ບັນ​ອັນ​ຊົ່ວ​ຮ້າຍ​ນີ້ ຕາມ​ນ້ຳ​ພຣະ​ທັຍ​ພຣະ​ເຈົ້ ຄື​ພຣະ​ບິ​ດາ​ຂອງ​ເຮົາ​ທັງ​ຫລາຍ

5   ຈົ່ງ​ຖ​ວາຍ​ກຽດ​ຕິ​ຍົດ​ແດ່​ພຣະ​ອົງ​ນັ້ນ​ສືບໆ ໄປ​ເປັນ​ນິດ ອາ​ແມນ

ບໍ່ມີຂ່າວປະເສີດອື່ນອີກ

6   ເຮົາ​ຮູ້​ສຶກ​ປ​ລາດ​ໃຈ​ທີ່​ເຈົ້າ​ທັງ​ຫລາຍ​ພາ​ກັນ​ລະ​ຖິ້ມ​ພຣະ​ອົງ​ຢ່າງ​ຮີບ​ດ່ວນ ພຣະ​ອົງ​ຊົງ​ເອີ້ນ​ພວກ​ເຈົ້​ມາ​ດ້ວຍ​ພຣະ​ຄຸນ​ຂອງ​ພຣະຄຣິດ ແຕ່​ພວກ​ເຈົ້​ຕ່າວ​ຄືນ​ໄປ​ຫາ​ຂ່າວ​ປະ​ເສີດ​ອັນ​ແຕກ​ຕ່າງ​ເສັຽ

7   ທີ່​ຈິງ, ຂ່າວ​ປະ​ເສີດ​ອັນ​ອື່ນ​ບໍ່​ມີ ແຕ່​ວ່າ​ມີ​ບາງ​ຄົນ​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ວຸ້ນ​ວາຍ ແລະ​ປາ​ຖ​ນາ​ທີ່​ຈະ​ປ່ຽນ​ແປງ​ຂ່າວ​ປະ​ເສີດ​ເຣື່ອງພຣະຄຣິດ

8   ແຕ່​ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ຫລື​ເທວະ​ດາ​ຈາກ​ສວັນ​ກໍ​ດີ ຈະ​ປະ​ກາດ​ຂ່າວ​ປະ​ເສີດ​ໃຫ້​ແກ່​ເຈົ້າ​ທັງ​ຫລາຍ ນອກ​ຈາກ​ຂ່າວ​ປະ​ເສີດ​ທີ່​ເຮົາ​ໄດ້​ປະ​ກາດ​ແກ່​ພວກ​ເຈົ້າ​ແລ້ວ​ນັ້ນ ກໍ​ໃຫ້​ຜູ້​ນັ້ນ​ຖືກ​ປ້ອຍ​ດ່າ

9   ເຫມືອນ​ດັ່ງ​ພວກ​ເຮົາ​ໄດ້​ບອກ​ໄວ້​ກ່ອນ​ແລ້ວ ບັດ​ນີ້​ເຮົາ​ບອກ​ອິກວ່າ ຖ້າ​ຜູ້​ໃດປະ​ກາດ​ຂ່າວ​ປະ​ເສີດ​ອື່ນ​ແກ່​ເຈົ້າ​ທັງ​ຫລາຍ​ຄື​ອັນ​ທີ່​ຂັດ​ກັບ​ຂ່າວປະ​ເສີດ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ໄວ້​ແລ້ວ ກໍ​ໃຫ້​ຜູ້​ນັ້ນ​ຖືກ​ປ້ອຍ​ດ່າ

10 ບັດ​ນີ້ ເຮົາ​ກຳ​ລັງ​ຊອກ​ຫາ​ເອົາ​ໃຈ​ມະ​ນຸດ​ຫລື ຫລື​ວ່າ​ຊອກ​ໃຫ້​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ເຈົ້າ ເຮົາ​ພ​ຍາ​ຍາມ​ເພື່ອ​ໃຫ້​ຖືກ​ໃຈ​ມະ​ນຸດ​ຫລື ຖ້າ​ເຮົາ​ພຍາ​ຍາມ​ເພື່ອ​ໃຫ້ຖືກ​ໃຈ​ມະ​ນຸດ​ແລ້ວ ເຮົາ​ກໍ​ບໍ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະຄຣິດ

ການທີ່ໂປໂລເປັນອັຄສາວົກ

(ກ​ຈກ 9)

11 ພີ່​ນ້ອງທັງ​ຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກ​ເຈົ້​ຮູ້​ວ່າ ຂ່າວ​ປະ​ເສີດ​ທີ່​ເຮົາໄດ້​ປະ​ກາດ​ແກ່​ເຈົ້າ​ທັງຫລາຍ​ນັ້ນ ບໍ່​ແມ່ນ​ຂອງ​ມະ​ນຸດ

12 ດ້ວຍ​ວ່າ​ເຮົາ​ບໍ່​ໄດ້​ຮັບ​ຂ່າວປະ​ເສີດ​ນັ້ນ​ຈາກ​ມະ​ນຸດ ຫລື​ບໍ່​ມີ​ມະ​ນຸດ​ຄົນ​ໃດ​ສອນ​ໃຫ້​ເຮົາ ແຕ່​ເຮົາ​ໄດ້​ຮັບ​ຂ່າວ​ປະ​ເສີດ​ນັ້ນ​ໂດຍ​ພຣະ​ເຢ​ຊູ​ຄຣິດ​ຊົງ​ສະ​ແດງ​ແກ່​ເຮົາ

13 ເພາະ​ວ່າ​ເຈົ້າ​ທັງ​ຫລາຍ​ໄດ້​ຍິນ​ເຖິງ​ຊີ​ວິດ​ເບື້ອງ​ຫລັງ​ຂອງ​ເຮົາ ເມື່ອ​ເຮົາ​ຍັງ​ຢູ່​ໃນ​ລັດ​ທິ​ຢິວ​ນັ້ນ ວ່າ​ເຮົາ​ໄດ້​ຂົ່ມ​ເຫັງ​ຄ​ຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ​ຢ່າງ​ຮ້າຍ​ແຮງ​ເຫລືອ​ເກີນ ແລະ​ທຳ​ຮ້າຍ​ຕໍ່​ຄ​ຣິ​ສ​ຕະ​ຈັກ​ນັ້ນ

14 ແລະ​ເມື່ອ​ເຮົ​ໄດ້​ຢູ່​ໃນ​ລັດ​ທິຢິວ​ນັ້ນ ເຮົາ​ໄດ້​ກ້າວ​ຫນ້າ​ເກີນກວ່າ​ເພື່ອນ​ຫລາຍ​ຄົນ​ທີ່​ມີ​ອາ​ຍຸ​ຣຸ່ນ​ດຽວ ແລະ​ທີ່​ເປັນ​ຊາ​ດດຽວ​ກັນ​ກັບ​ເຮົາ ເພາະ​ເຫດ​ທີ່​ເຮົາ​ໄດ້​ມີ​ໃຈ​ຮ້ອນ​ຮົນ​ຫລາຍກວ່າ​ເຂົາ ໃນ​ເຣື່ອງ​ຂ​ນົບ​ທັມ​ນຽມ​ທີ່​ສືບ​ມາ​ແຕ່​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ

15 ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ເລືອກ​ເຮົາ​ໄວ້​ຕັ້ງ​ແຕ່​ຢູ່​ໃນ​ທ້ອງ​ມານ​ດາ ແລະ​ໄດ້​ຊົງ​ໂຜດ​ເອີ້ນ​ເຮົາ​ດ້ວຍ​ພຣະ​ຄຸນ​ມາ​ຮັ​ບ​ໃຊ້​ພຣະ​ອົງ ແລະ​ເມື່ອ​ພຣະ​ອົງ​ຊົງ​ຊອບ​ພຣະ​ທັຍ

16 ທີ່​ຈະໂຜດ​ສະ​ແດງ​ພຣະ​ບຸດ​ຂອງ​ພຣະ​ອົງ​ໃຫ້​ປາ​ກົດ​ແກ່​ເຮົາ ເພື່ອ​ໃຫ້​ເຮົາ​ໄດ້​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ບຸດ​ນັ້ນ​ໃນ​ຖ້າມ​ກາງ​ພວກ​ຕ່າງ​ຊາດ ເຮົາ​ບໍ່​ໄດ້​ປຶກ​ສາ​ກັນ​ກັບ​ມະ​ນຸດ​ຄົນ​ໃດ

17 ເຮົາ​ບໍ່​ໄດ້​ຂຶ້ນ​ເມືອ​ຫາ​ພວກ​ທີ່​ເປັນ​ອັ​ຄ​ສາ​ວົກ​ກ່ອນ​ເຮົາ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ແຕ່​ເຮົາ​ໄດ້​ອອກ​ໄປ​ຍັງ​ປະ​ເທດ​ອາ​ຣະ​ເບັຽ​ທັນ​ທີ ແລ້ວ​ໄດ້​ກັບ​ມາ​ຍັງ​ເມືອງ​ດາ​ມັ​ສ​ກັ​ສ​ອິກ

18 ຫລັງຈາກນັ້ນໄດ້ສາມປິ ເຮົາໄດ້ຂຶ້ນເມືອຫາເກຟາທີ່ກຸງເຢຣູຊາເລັມ ແລະໄດ້ພັກຢູ່ກັບທ່ານສິບຫ້າມື້

19 ແຕ່ອັສາວົກຄົນອື່ນເຮົາບໍ່ໄດ້ພົບ ເວັ້ນແຕ່ຢາໂກໂບນ້ອງຂອງອົງພຣະຜູ້ເປັນເຈົ້ເທົ່ານັ້ນ

20 (ໃນເຣື່ອງທີ່ເຮົາຂຽນມາຍັງເຈົ້າທັງຫລາຍນີ້ ເຮົາກໍບານຕໍ່ພຣະພັກພຣະເຈົ້າວ່າ ເຮົາບໍ່ໄດ້ເວົ້າຕົວະ)

21 ຫລັງຈາກນັ້ນເຮົາໄດ້ໄປໃນເຂດແດນຊີເຣັຽແລະກີລີເກັຽ

22 ສ່ວນສະມາຊິກໃນຣິຕະຈັທັງຫລາຍທີ່ແຂວງຢູດາຍນັ້ນ ຍັງບໍ່ໄດ້ຮູ້ຈັກຫນ້າຂອງເຮົາ

23 ເຂົາພຽງແຕ່ໄດ້ຍີນວ່າ, “ຜູ້ທີ່ແຕ່ກ່ອນເຄີຍໄດ້ກົດຂີ່ຂົ່ມເຫັງພວກເຮົ ບັດນີ້ ໄດ້ປະກາດຂ່າວປະສີເຣື່ອງຄວາມເຊື່ອ ຊຶ່ງແຕ່ກ່ອນຕົນເຄີຍໄດ້ທຳຮ້າຍແລ້ວນັ້ນ

24 ເຂົາທັງຫລາຍຈຶ່ງຖວາພຣະກຽດແກ່ພຣະເຈົ້າເພາະເນື່ອງດ້ວຍເຮົາ

 

2. ອັ​ຄ​ສາ​ວົກ​ອື່ນໆ​ຮັບ​ຮູ້​ໂປ​ໂລ

(ກ​ຈກ 15:1-21)

1   ຫລັງ​ຈາກ​ນັ້ນ​ມາ​ສິບ​ສີ່​ປີ ເຮົາ​ກັ​ບ​ບາ​ຣະ​ນາ​ບາ​ໄດ້​ຂຶ້ນ​ເມືອ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ອີກ ແລະ​ພາ​ຕີ​ໂຕ​ໄປ​ນຳ

2   ເຮົ​ໄດ້​ຂຶ້ນ​ເມືອ​ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ສະ​ແດງ​ແກ່​ເຮົ ແລະ​ເຮົາ​ໄດ້​ເລົ່າ​ຂ່າວ​ປະ​ເສີດ ທີ່​ເຮົາ​ເຄີຍ​ປະ​ກາດ​ແກ່​ພວກ​ຕ່າງ​ຊາດ​ນັ້ນ​ໃຫ້​ເຂົາ​ຟັງ (ແຕ່​ຍັງ​ໄດ້​ເລົ່າ​ໃຫ້​ຄົນ​ສຳ​ຄັນ​ຟັງ​ເປັນ​ສ່ວນ​ຕົວ) ເພາະ​ຢ້ານ​ວ່າ​ເຮົາ​ກຳ​ລັງ​ແລ່ນ​ແຂ່ງ​ກັນ ຫລື​ວ່າ​ໄດ້​ແລ່ນ​ແຂ່ງ​ແລ້ວ​ໂດຍ​ບໍ່​ມີ​ປ​ໂຍດ

3   ແຕ່​ສ່ວນ​ຕີ​ໂຕ​ຜູ້​ຢູ່​ກັ​ບ​ເຮົາ​ນັ້ນ ເຖິງ​ແມ່ນ​ວ່າ​ເປັນ​ຄົນ​ຕ່າງ​ຊາດ​ກໍ​ຕາມ ເຂົາ​ກໍ​ບໍ່​ໄດ້​ບັງ​ຄັບ​ໃຫ້​ຮັບ​ພິ​ທີ​ຕັດ

4   ແຕ່​ມີ​ພີ່​ນ້ອງ​ທີ່​ແປກ​ປອມ​ໄດ້​ລັກ​ລອບ​ເຂົ້າ​ມາ ເພື່ອ​ສອດ​ແນມ​ເບິ່ງ​ເສ​ຣິ​ພາບຂອງ​ພວກ​ເຮົ ທີ່​ມີຢູ່ເພາະ​ພຣະ​ເຢ​ຊູ​ຄຣິດ ພ​ວກ​ເຂົາ​ຫວັງ​ຈະ​ບັງ​ຄັບ​ພວກ​ເຮົາ​ໃຫ້​ກັບ​ໄປ​ເປັນ​ຂ້ອຍ​ຂ້າ​ອີກ

5   ແຕ່​ພວກ​ເຮົາ​ບໍ່​ໄດ້​ອ່ອນຍອມ​ຕໍ່​ເຂົາ​ແມ່ນ​ແຕ່​ນາ​ທີ​ດຽວ ເພື່ອ​ຈະ​ໄດ້​ຮັກ​ສາ​ຄວາມ​ສັດ​ຈິງ​ຂອງ​ຂ່າວ​ປະ​ເສີດ​ນັ້ນ​ໄວ້​ສຳ​ລັບ​ເຈົ້າ​ທັງ​ຫລາຍ

6   ສ່ວນ​ຄົນ​ເຫລົ່າ​ນັ້ນ​ທີ່​ເຂົາ​ຖື​ວ່າ​ເປັນ​ຄົນ​ສຳ​ຄັນ (ເຂົາ​ຈະ​ເຄີຍ​ເປັນ​ຄົນ​ຢ່າງ​ໃດ​ມາ​ກ່ອນ​ແລ້ວ​ກໍ​ຕາມ ກໍ​ບໍ່​ສຳ​ຄັນ​ຢ່າງ​ໃດ​ສຳ​ລັບ​ເຮົາ ພຣະ​ເຈົ້າ​ບໍ່​ຊົງ​ເຫັນ​ແກ່​ຫນ້າ​ຄົນ​ໃດ) ຄົນ​ເຫລົ່າ​ນັ້ນ​ທີ່​ເຂົາ​ຖື​ວ່າ​ເປັນ​ຄົນ​ສຳ​ຄັນ ກໍ​ບໍ່​ໄດ້​ເພີ້ມ​ເຕີມ​​ສິ່ງ​ໃດ​ແກ່​ເຮົາ

7   ແຕ່​ກົງ​ກັນ​ຂ້າມ, ເມື່ອ​ເຂົາ​ເຫັນ​ວ່າ​ພຣະ​ເຈົ້າ​ຊົງ​ມອບ​ໃຫ້​ເຮົາ​ປະ​ກາດ​ເຣື່ອງ​ຂ່ວ​ປະ​ເສີດ​ແກ່​ຄົນ​ທີ່​ບໍ່​ຖື​ພິ​ທີ​ຕັດ ເຫມືອນ​ດັ່ງ​ພຣະ​ເຈົ້​ໄດ້​ຊົງ​ມອບ​ໃຫ້​ເປ​ໂຕ​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ຄົນ​ທີ່​ຖື​ພິ​ທີ​ຕັດ

8   (ເພາະ​ວ່າ​ພຣະ​ອົງ​ຜູ້​ໄດ້​ຊົງ​ບັນ​ດົນ​ໃຈ​ເປ​ໂຕ​ໃຫ້​ເປັນ​ຜູ້​ໃຊ້​ໄປ​ຫາ​ພວກ​ຄົນ​ທີ່​ຖື​ພິ​ທີ​ຕັດ ກໍ​ໄດ້​ຊົງ​ບັນ​ດົນ​ໃຈ​ຂອງ​ເຮົາ​ໃຫ້​ໄປ​ຫາ​ພວກ​ຕ່າງ​ຊາດ​ເຫມືອນ​ກັນ)

9   ເມື່ອ​ຢາ​ໂກ​ໂບ​ກັບ​ເກ​ຟາ ແລະ​ໂຢ​ຮັນ​ຜູ້​ທີ່​ເຂົາ​ຖື​ວ່າ​ເປັນ​ຫລັກ ໄດ້​ສັງ​ເກດ​ເຫັນ​ພຣະ​ຄຸ​ນ​ທີ່​ໄດ້​ຊົງ​ປະ​ທານ​ແກ່​ເຮົ ທ່ານ​ທັງ​ສາມ​ກໍ​ໄດ້​ຍື່ນ​ມື​ຂວາ​ໃຫ້​ເຮົາ​ກັບ​ບາ​ຣາ​ນາ​ບາ​ຈັບ ເພື່ອ​ສະ​ແດງວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມ​ງານ​ກັນ ເພື່ອ​ໃຫ້​ພວກ​ເຮົາ​ໄປ​ຫາ​ພວກ​ຕ່າງ​ຊາດ ແລະ​ທ່ານ​ເຫລົ່າ​ນັ້ນ​ຈະ​ໄປ​ຫາ​ພວກ​ທີ່​ຖື​ພິ​ທີ​ຕັດ

10 ແຕ່​ທ່ານເຫລົ່າ​ນັ້ນ​ຂໍ​ພຽງ​ບໍ່​ໃຫ້​ເຮົາ​ລືມ​ຄິດ​ເຖິງ​ຄົນ​ຍາກ​ຈົນ ຊຶ່ງ​ເປັນ​ສິ່ງ​ທີ່​ເຮົາ​ເອົາ​ໃຈ​ໃສ່​ທີ່​ຈະ​ເຮັດ​ຢູ່​ແລ້ວ

ໂປໂລຕໍ່ວ່າເປໂຕທີ່ອັນຕີໂອເຂັຽ

11 ແຕ່​ເມື່ອ​ເກ​ຟາ​ມາ​ເຖິງ​ເມືອງ​ອັນ​ຕີ​ໂອ​ເຂັຽ​ແລ້ວ ເຮົາ​ໄດ້​ຄັດ​ຄ້ານ​ທ່ານ​ຕໍ່​ຫນ້າ ເພາະ​ທ່ານ​ມີ​ການ​ຜິດ​ພາດ​ແທ້

12 ດ້ວຍ​ວ່າ​ກ່ອນ​ທີ່​ຄົນ​ຂອງ​ຢາ​ໂກ​ໂບ​ມາ​ເຖິງ​ນັ້ນ ເກ​ຟາ​ກໍ​ໄດ້​ກິນ​ຢູ່​ກັບ​ພວກ​ຕ່າງ​ຊາດ ແຕ່ພໍ​ເມື່ອຄົນ​ພວກ​ນັ້ນ​ໄດ້​ມາ​ເຖິງ​ແລ້ວ ທ່ານກໍ​ໄດ້​ຖອຍ​ຕົວ​ອອກ​ໄປ​ຢູ່​ຕ່າງ​ຫາກ ເພາະ​ຢ້ານ​ພວກ​ທີ່​ຖື​ພິ​ທີ​ຕັດ

13 ແລະ​ພວກ​ຢິວ​ຄົນ​ອື່ນໆ​ກໍ​ໄດ້​ເຂົ້າ​ສ່ວນ​ໃນ​ການ​ບໍ່​ສັດ​ຊື່​ຂອງ​ເກ​ຟາ ເຖິງ​ແມ່ນ​ບາ​ຣະ​ນາ​ບາ​ກໍ​ໄດ້​ຖືກ​ດຶງ​ໄປ​ຕາມ​ຄວາມ​ບໍ່​ຈິງ​ໃຈ​ຂອງ​ຄົນ​ເຫລົ່າ​ນັ້ນ

14 ແຕ່​ເມື່ອ​ເຮົາ​ເຫັນ​ວ່າ​ເຂົາ​ບໍ່​ໄດ້​ດຳ​ເນີນ​ໄປ​ຕາມ​ຄວາມ​ຈິງ​ຂອງ​ຂ່າວ​ປະ​ເສີດ​ນັ້ນ​ ເຮົ​ຈຶ່ງ​ເວົ້າ​ໃສ່​ ​ເກ​ຟາ​ຕໍ່​ຫນ້າ​ຄົນ​ທັງ​ປວງວ່າ, “ຖ້າ​ທ່ານ​ຜູ້​ເປັນ​ຊາດ​ຢິວ ຍອມ​ເຮັດ​ໄປ​ເຫມືອນ​ຄົນ​ຕ່າງຊາດ​ແລະ​ບໍ່​ເຮັດ​ຄື​ຄົນ​ຢິວ ເປັນ​ຫຍັງ​ທ່ານ​ຈຶ່ງ​ບັງ​ຄັບ​ຄົນ​ຕ່າງ​ຊາດ​ໃຫ້​ເຮັດ​ຕາມ​ຮີດ​ຄອງ​ຢິວ​ນັ້ນ”

ພວກ​ຢິວ​ກັບ​ພວກ​ຕ່າງ​ຊາດ​ຕ້ອງ​ພົ້ນ

ໂດຍທາງຄວາມເຊື່ອຢ່າງດຽວກັນ

15 ຝ່າຍ​ພວກ​ເຮົາ​ມີ​ສັນ​ຊາດ​ເປັນຄົນ​ຢິວ ບໍ່​ໃຊ່​ຄົນ​ນອກ​ຊາດ​ທີ່​ມີ​ບາບ

16 ແຕ່​ພວກ​ເຮົ​ກໍ​ຍັງ​ຮູ້​ຢູ່​ວ່າ ບໍ່​ມີ​ຜູ້​ໃດ​ຖືກ​ຊົງ​ຖື​ວ່າ​ຊອບ​ທັມ​ໂດຍ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ ແຕ່​ໂດຍ​ທາງ​ຄວາມ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ ເຖິງ​ແມ່ນ​ພວກ​ເຮົາ​ກໍ​ຍັງ​ເຊື່ອ​ໄວ້​ໃຈ​ໃນ​ພຣະຄຣິດ​ຄື​ພຣະ​ເຢ​ຊູ ເພື່ອ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ໂດຍ​ທາງ​ຄວາມ​ເຊື່ອ​ໃນ​ພຣະ​ຄຣິດ ບໍ່​ໃຊ່​ໂດຍ​ການ​ປະ​ຕິບັດ​ຕາມ​ພຣະ​ບັນ​ຍັດ ເພາະ​ວ່າ​ໂດຍ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ນັ້ນ “ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ໄດ້”

17 ແຕ່​ຖ້າ​ພວກ​ເຮົາ​ພຍາ​ຍາມ​ເພື່ອ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ໂດຍພຣະ​ເຢ​ຊູ​ຄຣິດ ພວ​ກ​ເຮົາ​ເອງ​ກໍ​ຍັງ​ປາ​ກົດ​ເປັນ​ຄົນ​ບາບ​ຢູ່ ສັນ​ນັ້ນ​ພຣະຄຣິດ​ຈະ​ຊົງ​ເປັນ​ຜູ້​ສົ່ງ​ເສີມ​ຄວາມ​ບາບ​ຫລືບໍ່​ເປັນ​ຢ່າງ​ນັ້ນ​ດອ​ກ

18 ເພາະ​ວ່າ​ຖ້າ​ເຮົາ​ກໍ່​ສິ່ງ​ທີ່​ເຮົາ​ທຳ​ລາຍ​ລົງ​ແລ້ວ​ນັ້ນ​ຂຶ້ນ​ອີກ ເຮົາ​ກໍ​ສະ​ແດງ​ຕົວ​ເອົງ​ວ່າ​ເປັນ​ຜູ້​ລ່ວງ​ລະ​ເມີດ

19 ເຫດ​ວ່າ​ໂດຍ​ທາງ​ພຣະ​ບັນ​ຍັດ​ນັ້ນ​ເຮົາ​ໄດ້​ຕາຍ​ຈາກ​ພຣະ​ບັນ​ຍັດ​ແລ້ວ ເພື່ອ​ເຮົາ​ຈະ​ໄດ້​ມີ​ຊີ​ວິດ​ຢູ່​ສຳ​ລັບ​ພຣະ​ເຈົ້າ ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດ​ແລ້ວ

20 ເຮົາ​ຈຶ່ງ​ບໍ່​ມີ​ຊີ​ວິດ​ຢູ່ ແຕ່​ແມ່ນ​ພຣະຄຣິດ​ເປັນ​ຜູ້​ຊົງ​ມີ​ຊີ​ວິດ​ຢູ່​ໃນ​ເຮົາ ຊີ​ວິດ​ທີ່​ເຮົາ​ມີ​ຢູ່​ໃນ​ຮ່າງ​ກາຍ​ເວ​ລາ​ນີ້​ນັ້ນ ເຮົາ​ກໍ​ມີ​ຢູ່​ໂດຍ​ທາງ​ຄວາມ​ເຊື່ອ​ໃນ​ພຣະ​ບຸດ​ຂອງ​ພຣະ​ອົງ​ເຈົ້ ຜູ້​ຊົງ​ຮັກ​ເຮົາ​ແລະ​ຊົງ​ສ​ລະ​ພຣະ​ອົງ​ເອງ​ແທ​ນ​ເຮົາ

21 ເຮົາບໍ່ໄດ້ເຮັດໃຫ້ພຣະຄຸຂອງພຣະເຈົ້າເປັນໂມຄະ ເພາະວ່າຖ້າຄວາມຊອບທັມໄດ້ມາໂດຍທາງພຣະບັນຍັດແລ້ວ ພຣະຄຣິດກໍຊົງສິ້ນພຣະຊົນໂດຍບໍ່ມີໂຍດ

 

3. ພຣະບັນຍັດ ຫລື ຄວາມເຊື່ອ

(ຣມ 4:1-25)

1   ໂອ​ ຊາວ​ຄາ​ລາ​ເຕັຽ​ຜູ້​ບໍ່​ມີ​ຄວາມ​ຄຶດ​ເອີຍ ໃຜ​ໄດ້​ສະ​ກົດ​ດວງ​ຈິດ​ຂອງ​ເຈົ້າ​ທັງ​ຫລາຍ​ໃຫ້​ຫລົງ​ເຊື່ອ​ໄປ ການ​ທີ່ພຣະ​ເຢ​ຊູ​ຊົງ​ຖືກ​ຄຶງ​ໄວ້​ນັ້ນ ກໍ​ໄດ້​ສະ​ແດງ​ຕໍ່​ຕາ​ຂອງ​ພວກ​ເຈົ້າ​ຢ່າງ​ຄັກ​ແນ່​ແລ້ວ

2   ເຮົາ​ຢາກ​ຮູ້​ຂໍ້​ດຽວ​ຈາກ​ພວກ​ເຈົ້​ວ່າ ເຈົ້າ​ທັງ​ຫລາຍ​ໄດ້​ຮັບ​ພຣະ​ວິນ​ຍານ​ນັ້ນ​ໂດຍ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຫລື ຫລື​ວ່າ​ໄດ້​ຮັບ​ໂດຍ​ການ​ເຊື່ອ​ຟັງ​ຂໍ້​ຄວາມ​ທີ່​ໄດ້​ຍິນ​ນັ້ນ

3   ເຈົ້​ທັງ​ຫລາຍ​ຍັງ​ໂງ່​ເຖິງ​ພຽງ​ນັ້ນ​ຫລື ພວກ​ເຈົ້​ໄດ້​ຕັ້ງ​ຕົ້ນ​ໂດຍ​ທາງ​ພຣະ​ວິ​ນຍານ​ແລ້ວ ບັດ​ນີ້ ພວກ​ເຈົ້​ຈະ​ສຳ​ເຣັດ​ລົງ​ໂດຍ​ທາງ​ທັມ​ມະ​ດາ​ມະ​ນຸດ​ຫລື

4   ການ​ທີ່​ເຈົ້າທັງ​ຫລາຍ​ໄດ້​ອົດ​ທົນ​ມາ​ຫລາຍ​ແລ້ວ​ນັ້ນ​ເປັນ​ການ​ເສັຽ​ປໂຍດ​ຫລື ຖ້າ​ເປັນ​ເສັຽ​ປ​ໂຍດ​ແທ້

5   ພຣະ​ອົງ​ຜູ້​ຊົງ​ປະ​ທານ​ພຣະ​ວິນ​ຍານ​ແກ່ເຈົ້າ​ທັງ​ຫລາຍ ແລະ​ຊົງ​ສະ​ແດງ​ອີດ​ທິ​ຣິດ​ຖ້າມ​ກາງ​ພວກ​ເຈົ້າ ຊົງ​ກະ​ທຳ​ການ​ເຫລົ່າ​ນັ້ນ​ເພາະ​ດ້ວຍ​ການ​ປ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຫລື ຫລື​ວ່າ​ເພາະ​ດ້ວຍ​ການ​ເຊື່ອ​ຟັງ​ຂໍ້​ຄວາມ​ທີ່​ໄດ້​ຍິນ​ນັ້ນ

6   ເຫມືອນ​ດັ່ງ​ອັບ​ຣາ​ຮາມ​ນັ້ນ​ແຫລະ, “ທ່ານ​ໄດ້​ເຊື່ອ​ພຣະ​ເຈົ້ ແລະ​ຄວາມ​ເຊື່ອ​ນັ້ນ​ພຣະ​ເຈົ້າ​ຊົງ​ນັບ​ວ່າ​ເປັນ​ຄວາມ​ຊອບ​ທັມ​ແກ່​ທ່ານ”

7   ສັນນັ້ນເຈົ້າທັງຫລາຍຈົ່ງຮູ້ວ່າ ຄົນທີ່ເຊື່ອນັ້ນແຫລະ, ເປັນລູກຂອງອັບຣາຮາມ

8   ແລະພຣະຄັມພີຮູ້ລ່ວງຫນ້າກ່ອນວ່າ ພຣະເຈົ້ຈະຊົງຖືວ່າຄົນຕ່າງຊາດເປັນຄົນຊອບທັໂດຍທາງຄວາມເຊື່ອ ຈຶ່ງໄດ້ປະກາດເຣື່ອງຂ່າວປະສີລ່ວງຫນ້າແກ່ອັບຣາຮາມວ່າ, “ຊົນຊາດທັງຫລາຍຈະໄດ້ຮັບພຣະພອນເພາະເຈົ້າ

9   ເຫດສັນນັ້ນ ຄົນທີ່ເຊື່ອຈຶ່ງໄດ້ຮັບພຣະພອນດ້ວຍກັນກັບອັບຣາຮາມຜູ້ເຊື່ອນັ້ນ

10 ເພາະວ່າທຸຄົນທີ່ອາສັຍການປະຕິບັດຕາມພຣະບັນຍັດກໍຢູ່ໃຕ້ຄວາມປ້ອຍດ່າ ເພາະພຣະຄັມພີຂຽນໄວ້ວ່າ, “ທຸກຄົນທີ່ບໍ່ໄດ້ເຮັດຕາມຂໍ້ຄວາມທີ່ຂຽນໄວ້ໃນຫນັງສືພຣະບັນຍັດທຸກຂໍ້ກໍຖືກປ້ອຍດ່າ

11 ເປັນທີ່ຮູ້ແຈ້ງແລ້ວວ່ ບໍ່ມີມະນຸດຄົນໃດທີ່ຊົງຖືວ່າເປັນຄົນຊອບທັມຕໍ່ພຣະພັກພຣະເຈົ້າໂດຍປະຕິບັດຕາມພຣະບັນຍັດ ເພາະວ່າຜູ້ທີ່ຊົງຖືວ່າເປັນຄົນຊອບທັມເພາະດ້ວຍຄວາມເຊື່ອ ຜູ້ນັ້ນແຫລະ, ຈະໄດ້ຊີວິດ

12 ແຕ່ພຣະບັນຍັດນັ້ນບໍ່ໄດ້ອາສັຍຄວາມເຊື່ອ ເພາະຜູ້ທີ່ໄດ້ປະຕິບັດຕາມພຣະບັນຍັດກໍຈະໄດ້ດຳເນີນຊີວິດຢູ່ໂດຍພຣະບັນຍັດນັ້ນ

13 ພຣະຄຣິດໄດ້ຊົງໄຖ່ພວກເຮົາໃຫ້ພົ້ນຈາກຄວາມປ້ອຍດ່າຂອງພຣະບັນຍັດ ໂດຍການທີ່ພຣະອົງຊົງຍອມຖືກປ້ອຍດ່າແທນພວກເຮົາ (ເພາະພຣະຄັມພີຂຽນໄວ້ວ່າ, “ທຸກຄົນທີ່ຖືກແຂວນໄວ້ທີ່ຕົ້ນໄມ້ກໍຖືກປ້ອຍດ່າແລ້ວ

14 ເພື່ອພຣະພອນທາງອັບຣາຮາມຈະໄດ້ມາເຖິງຄົນຕ່າງຊາດທັງຫລາຍເພາະພຣະເຢຊູຄຣິດ ເພື່ອພວກເຮົາຈະໄດ້ຮັບພຣະວິນຍານຕາມພຣະສັນຍາໂດຍຄວາມເຊື່ອ

ພຣະບັນຍັ ແລະ ພຣະສັນຍາ

(ປ​ຖ​ມ 12:1-3)

15 ພີ່​ນ້ອງ​ທັງ​ຫ​ລາຍ​ເອີຍ, ເຮົາ​ຂໍ​ຍົກ​ຕົວ​ຢ່າງ​ຈັກ​ເຣື່ອງ​ນຶ່ງມາ​ກ່າວ ເຖິງ​ແມ່ນ​ເປັນ​ຄຳ​ສັນ​ຍາ​ຂອງ​ມະ​ນຸດ ເມື່ອ​ໄດ້​ຮັບ​ຮອງ​ກັນ​ແລ້ວ ບໍ່​ມີ​ຜູ້​ໃດ​ຈະ​ລົ້​ມ​ເລີກ ຫລື​ເພີ້ມ​ເຕີມ​ອິກ​ໄດ້

16 ບັນ​ດາ​ພຣະ​ສັນ​ຍາ​ທີ່​ໄດ້​ຊົງ​ກ່າວ​ໄວ້​ແກ່​ອັບ​ຣາ​ຮາມ ແລະ​ແກ່​ເຊື້ອ​ສາຍ​ຂອງ​ທ່ານ​ນັ້ນ ບໍ່​ໄດ້​ຊົງ​ກ່າວ​ວ່າ, “ແລະ​ແກ່​ເຊື້ອ​ສາຍ​ທັງ​ຫລາຍ” ເຫ​ມືອນ​ກັບ​ວ່າ​ແກ່ຄົນ​ຫລາຍ​ຄົນ ແຕ່​ເຫມືອນ​ກັບ​ວ່າ​ແກ່​ຄົນ​ຜູ້​ດຽວ​ຄື “ແກ່​ເຊື້ອ​ສາຍ​ຂອງ​ທ່ານ” ຊຶ່ງ​ເປັນພຣະຄຣິດ

17 ເຮົ​ຈຶ່ງ​ເວົ້າ​ຢ່າງ​ນີ້​ວ່າ ພຣະ​ບັນ​ຍັດ​ທີ່​ມາ​ພາຍ​ຫລັງ​ເຖິງ​ສີ່​ຮ້ອຍ​ສາມ​ສິບ​ປີ ຈະ​ທຳ​ລາຍ​ພຣະ​ສັນ​ຍາ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້​ກ່ອນ​ນັ້ນ​ໃຫ້​ເປັນ​ໂມ​ຄະ​ບໍ່​ໄດ້

18 ເພາະ​ວ່າ​ຖ້າ​ໄດ້​ຮັບ​ມໍ​ຣະ​ດົກ​ໂດຍ​ທາງ​ພຣະ​ບັນ​ຍັດ ກໍ​ບໍ່​ໃຊ່​ໄດ້​ໂດຍ​ທາງ​ພຣະ​ສັນ​ຍາ​ອີກ​ຕໍ່​ໄປ ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ປະ​ທານ​ມໍ​ຣະ​ດົກ​ນັ້ນ​ໃຫ້​ແກ່​ອັບ​ຣາ​ຮາມ​ໂດຍ​ທາງ​ພຣະ​ສັນ​ຍາ

19 ຖ້າ​ດັ່ງ​ນັ້ນ​ແລ້ວ, ມີ​ພຣະ​ບັນ​ຍັດ​ໄວ້​ເພື່ອ​ຫຍັງ ທີ່​ເພີ້ມ​ພຣະ​ບັນ​ຍັດ​ໄວ້ ກໍ​ເພື່ອ​ຄວາມ​ຜິດ​ບາບ​ຈະ​ປາ​ກົດ​ເປັນ​ການ​ລ່ວງ​ລະ​ເມີດ ຈົ​ນ​ກວ່າ​ເຊື້ອ​ສາຍ​ທີ່​ໄດ້​ຮັບ​ພຣະ​ສັນ​ຍາ​ນັ້ນ​ຈະ​ມາ​ເຖິງ ພວກ​ເທວະ​ດາ​ໄດ້​ຕັ້ງ​ພຣະ​ບັນ​ຍັດ​ນັ້ນ​ໄວ້​ໂດຍ​ມື​ຂອງ​ຄົນ​ກາງ

20 ເມື່ອ​ມີ​ຝ່າຍ​ດຽວ​ກໍ​ບໍ່​ຕ້ອງ​ການ​ຄົນ​ກາງ ແລະ​ພຣະ​ເຈົ້າ​ຊົງ​ເປັນ​ຝ່າຍ​ດຽວ​ນັ້ນ

ຈຸດ​ປະ​ສົງ​ຂອງ​ພຣະ​ບັນ​ຍັດ

21 ຖ້າ​ດັ່ງ​ນັ້ນ, ພຣະ​ບັນ​ຍັດ​ຂັດ​ແຍ້ງ​ກັບ​ພຣະ​ສັນ​ຍາ​ຂອງ​ພຣະ​ເຈົ້​ຫລື ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ເພາະ​ວ່າ​ຖ້າ​ຊົງ​ປະ​ທານ​ພຣະ​ບັນ​ຍັດ​ອັນ​ອາດ​ໃຫ້​ມີ​ຊິ​ວິດຢູ່​ໄດ້ ການ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ຄົງ​ຈະ​ໄດ້​ມີ​ຢູ່​ໂດຍ​ພຣະ​ບັນ​ຍັດ​ນັ້ນ​ແທ້

22 ແຕ່​ພຣະ​ຄັມ​ພີ​ໄດ້​ຮວບ​ຮວມ​ສິ່ງ​ທັງ​ຫມົດ ໃຫ້​ເຂົ້​ຢູ່​ພາຍ​ໃຕ້​ອຳ​ນາດ​ຄວາມ​ຜິດ​ບາບ ເພື່ອ​ວ່າ​ທຸກ​ຄົນ​ທີ່​ເຊື່ອ​ຈະ​ໄດ້​ຮັບ​ຮອງ​ຂອງ​ປະ​ທານ​ຕາມ​ທີ່​ຊົງ​ສັນ​ຍາ

ໄວ້ ຊຶ່ງ​ໄດ້​ຊົງ​ໂຜດ​ປະ​ທານ​ໂດຍ​ອາ​ສັຍ​ຄວາມ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຫລັກ

23 ເມື່ອ​ຄວາມ​ເຊື່ອ​ຍັງ​ບໍ່​ທັນ​ມາ​ນັ້ນ ພວກ​ເຮົາ​ໄດ້​ຕົກ​ຢູ່​ໃນ​ຂອບ​ເຂດ​ອຳ​ນາດ​ຂອງ​ພຣະ​ບັນ​ຍັດ ຖືກ​ຄວບ​ຄຸມ​ໄວ້​ຈົນ​ເຖິງ​ຄວາມ​ເຊື່ອ​ຈະ​ໄດ້​ມາ​ປາ​ກົດ

24 ເພາະ​ສັນ​ນັ້ນ ພຣະ​ບັນ​ຍັດ​ຈຶ່ງ​ປົກ​ຄອງ​ນຳ​ພາ​ພວກ​ເຮົາ​ໄປ​ຈົນ​ເຖິງ​ພຣະຄຣິດ​ສະ​ເດັດ​ມາ ເພື່ອ​ພວກ​ເຮົາ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນຊອບ​ທັມ​ໂດຍ​ອາ​ສັຍ​ຄວາມ​ເຊື່ອ

25 ແຕ່​ບັດ​ນີ້​ຄວາມ​ເຊື່ອ​ໄດ້​ມາ​ແລ້ວ ເຮົາ​ທັງ​ຫລາຍ​ຈຶ່ງ​ບໍ່​ໄດ້​ຢູ່​ໃຕ້​ບັງ​ຄັບ​ຂອງ​ຜູ້​ປົກ​ຄອງ​ນຳ​ພາ​ນັ້ນ​ຕໍ່​ໄປ

26 ເພາະວ່າເຈົ້າທັຫລາຍກໍເປັນພຣະບຸດຂອງພຣະເຈົ້າ ຮ່ວມໃນພຣະເຢຊູຄຣິດໂດຍທາງຄວາມເຊື່ອ

27 ດ້ວຍວ່າຝ່າຍພວກເຈົ້າຄົນໃດທີ່ໄດ້ຮັບບັບຕິສະມາໃນພຣະຄຣິດແລ້ວ ຄົນນັ້ນກໍໄດ້ຫົ່ມຊີວິດພຣະຄຣິດ

28 ຈະບໍ່ເປັນຊາດຢິວຫລືຄົນຕ່າງຊາດ ຈະບໍ່ເປັນຂ້ອຍຂ້າຫລືເປັນອິຣະ ຈະບໍ່ເປັນຊາຍຫລືຍິ ເພາະວ່າເຈົ້າທັປວງເປັນອັນນຶ່ງອັນດຽວກັນໃນພຣະຄຣິດຄືພຣະເຢຊູ

29 ແລະຖ້າເຈົ້ທັງຫລາຍເປັນຂອງພຣະຄຣິດແລ້ວ ເຈົ້າກໍເປັນເຊື້ອສາຍຂອງອັບຣາຮາມ ຄືເປັນຜູ້ຮັບມໍຣະດົກຕາມພຣະສັນຍາ

 

4.

1   ເຮົາ​ກ່າວ​ດັ່ງ​ນີ້​ວ່າ ຕາບ​ໃດ​ເຈົ້າ​ຂອງ​ມໍ​ຣະ​ດົກ​ນັ້ນ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່ ກໍ​ບໍ່​ຕ່າງ​ກັບ​ຢ່າງ​ໃດ​ກັບ​ຂ້ອຍ​ຂ້າ ເຖິງ​ແມ່ນ​ວ່າ​ຕົນ​ຈະ​ເປັນ​ເຈົ້າຂອງ​ຊັບ​ທັງ​ປວງ​ກໍ​ຕາມ

2   ແຕ່​ກໍ​ຍັງ​ຢູ່​ໃຕ້​ບັງ​ຄັບ​ຜູ້​ປົກ​ຄອງ ແລະ​ຜູ້ດູ​ແລ​ຊັບ ຈົນ​ເຖິງ​ເວ​ລາ​ທີ່​ບິ​ດາ​ໄດ້​ກຳ​ນົດ​ໄວ້

3   ຝ່າຍ​ພວກ​ເຮົາ​ກໍ​ເຫມືອນ​ກັນ ເມື່ອ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່ ພວກ​ເຮົາ​ກໍ​ເປັນ​ຂ້ອ​ຍ​ຂ້າ​ຢູ່​ໃຕ້​ອຳ​ນາດ​ສິ່ງ​ສັກ​ສີດ​ທັມ​ມະ​ດາ​ແຫ່ງ​ສາ​ກົນ​ຈັກ​ກະ​ວານ

4   ແຕ່​ເມື່ອ​ຄົບ​ກຳ​ນົດ​ແລ້ວ ພຣະ​ເຈົ້າ​ກໍ​ຊົງ​ໃຊ້​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ ຊົງ​ປະ​ສູດ​ຈາກ​ຜູ້​ຍິງ ແລະ​ຊົງ​ຖື​ກຳ​ເນິດ​ໃຕ້​ພຣະ​ບັນ​ຍັດ

5   ເພື່ອ​ຈະ​ຊົງ​ໄຖ່​ເອົາ​ຄົນ​ເຫລົ່​ນັ້ນ​ທີ່​ຢູ່​ໃຕ້​ພຣະ​ບັນ​ຍັດ ເພື່ອ​ໃຫ້​ພວກ​ເຮົາ​ໄດ້​ຖາ​ນະ​ເປັນ​ບຸດ

6   ແລະ​ເພາະ​ເຈົ້າ​ທັງ​ຫລາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້​ແລ້ວ ພຣະ​ອົງ​ຈຶ່ງ​ຊົງ​ໃຊ້​ພຣະ​ວິນ​ຍານ​ແຫ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກ​ເຮົາ​ແລ້ວ​ຮ້ອງວ່າ “ອັບ​ບາ” ຄື “ພຣະ​ບິ​ດາ”

7   ເຫສັນນັ້ນ, ເພາະໂດຍພຣະເຈົ້າ ພວກເຈົ້າຈຶ່ງບໍ່ເປັນຂ້ອຍຂ້າຕໍ່ໄປແຕ່ເປັນບຸດ ແລະຖ້າເປັນບຸດແລ້ວ ກໍເປັນເຈົ້າຂອງມໍຣະດົກ

ໂປໂລເປັຫ່ວງຜູ້ທີ່ເຊື່ອຖື

8   ແຕ່​ກ່ອນ​ນີ້, ເມື່ອ​ເຈົ້​ທັງ​ຫລາຍ​ຍັງ​ບໍ່​ຮູ້​ຈັກ​ພຣະ​ເຈົ້າ ພວກ​ເຈົ້າ​ກໍ​ເປັນ​ຂ້ອຍຂ້າ​ຂອງ​ສິ່ງ​ຕ່າງໆຊຶ່ງ​ຕາມ​ທັມ​ມະ​ດາ​ແລ້ວ​ມັນ​ບໍ່​ແມ່ນ​ພຣະ​ແທ້

9   ແຕ່​ບັດ​ນີ້ ເຈົ້າທັງ​ຫລາຍ​ຮູ້​ຈັກ​ພຣະ​ເຈົ້າ​ແລ້ວ (ຫລື​ຈະ​ເວົ້າ​ໃຫ້​ຖືກກວ່າ ກໍ​ວ່າ​ພຣະ​ເຈົ້າ​ຊົງ​ຮູ້​ຈັກ​ເຈົ້າ​ທັງ​ຫລາຍ​ແລ້ວ) ດ້ວຍ​ເຫດ​ໃດ ພວກ​ເຈົ້​ຈຶ່ງ​ຈະ​ກັບ​ໄປ​ຫາ​ອຳ​ນາດ​ສິ່ງ​ສັກ​ສິດ​ທັມ​ມະ​ດາອັນ​ອ່ອນ​ແອ​ແລະ​ບໍ່​ມີ​ປ​ໂຍດ ພວກ​ເຈົ້​ຢາກ​ຕົກ​ເປັນ​ຂ້ອຍ​ຂ້າ​ຂອງມັນ​ອີກ​ຫລື

10 ພວກ​ເຈົ້າ​ຖື​ວັນ ຖື​ເດືອນ ຖື​ຣະ​ດູ ແລະ​ປີ

11 ເຮົາ​ວິ​ຕົກ​ນຳ​ເຈົ້​ທັງ​ຫລາຍ ຢ້ານ​ວ່າ​ການ​ຫນັກ​ຫນ່ວງ​ທີ່​ເຮົາ​ໄດ້​ເຮັດ​ສຳ​ລັ​ບ​ເຈົ້າ​ນັ້ນ​ຈະ​ບໍ່​ເປັນ

​ປ​ໂຍດ

12 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ວອນ​ຂໍ​ໃຫ້​ພວກ​ເຈົ້າ​ເກີດ​ເປັນ​ເຫມືອນ​ຢ່າງ​ເຮົາ ເພາ​ເຮົາ​ກໍ​ເຄີຍ​ເປັນ​ຢ່າງ​ພວກ​ເຈົ້​ເຫມືອນ​ກັນ ເຈົ້າ​ທັງ​ຫລາຍ​ບໍ່​ໄດ້​ເຮັດ​ຜິດ​ສິ່ງ​ໃດ​ຕໍ່​ເຮົາ

13 ເຈົ້າ​ທັງ​ຫລາຍ​ຮູ້​ຢູ່​ວ່າ​ຕອນ​ຫົວ​ທີ​ເຮົາ​ໄດ້​ປະ​ກາດ​ເຣື່ອງ​ຂ່າວ​ປະ​ເສີດ​ແກ່​ພວກ​ເຈົ້ ກໍ​ເປັນ​ເພາະ​ການ​ເຈັບ​ປ່ວຍ​ທາງ​ຮ່າງ​ກາຍ

14 ເຖິງ​ແມ່ນ​ວ່າ​ສຸ​ຂພາບ​ຂອງ​ເຮົາ​ຈະ​ເປັນ​ການ​ທົດ​ລອງ​ໃຈ​ເຈົ້​ທັງ​ຫລາຍ​ກໍ​ຕາມ ພວກ​ເຈົ້າ​ກໍ​ບໍ່​ໄດ້​ຫມິ່ນ​ປມາດ​ຫລື​ເປີດ​ຫນ່າຍ​ເຮົາ ແຕ່​ໄດ້​ຕ້ອນ​ຮັບ​ເຮົາ​ເຫມືອນ​ກັບ​ເປັນ​ທູດ​ຂອງ​ພຣະ​ເຈົ້ ຫລື​ເຫມືອນ​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ

15 ເຈົ້າ​ທັງ​ຫລາຍ​ລືມ​ຄວາມ​ຍິນ​ດີ​ຂອງ​ພວກ​ເຈົ້​ເສັຽ​ແລ້ວ​ຫລື ເພາະ​ເຮົາ​ເປັນ​ພຍານ​ໃຫ້​ເຈົ້າ​ທັງ​ຫລາຍ​ວ່າ ຖ້າ​ເຮັດ​ໄດ້​ ພວກ​ເຈົ້າ​ກໍ​ຄົງ​ຈະ​ຄວັດ​ຫນ່ວຍ​ຕາ​ຂອງ​ພວກ​ເຈົ້​ອອກ​ໃຫ້​ເຮົາ

16 ເພາະ​ເຮົາ​ໄດ້​ບອກ​ເຈົ້າ​ທັງ​ຫລາຍ​ຕາມ​ຄວາມ​ສັດ​ຊື່ ເຮົາ​ຈຶ່ງ​ກາຍ​ເປັນ​ສັດ​ຕຣູ​ຂອງ​ພວກ​ເຈົ້​ຫລື

17 ຄົນເຫລົ່ນັ້ນເຮັດເອົາອົກເອົາໃຈພວກເຈົ້ ບໍ່ໃຊ່ດ້ວຍຄວາມຫວັງດີ ແຕ່ທີ່ຈິງ, ເຂົາຢາກຈະກີດກັນພວກເຈົ້ ເພື່ອເຈົ້າທັງຫລາຍຈະໄດ້ເອົາອົກເອົາໃຈເຂົາ

18 ການເອົາອົກເອົາໃຈດ້ວຍຄວາມຫວັງດີກໍເປັນການດີຢູ່ທຸກເວລາ ແລະບໍ່ໃຊ່ແຕ່ເມື່ອເວລາເຮົາຢູ່ນຳພວກເຈົ້າເທົ່ານັ້ນ

19 ລູກນ້ອຍຂອງເຮົາເອີຍ, ເຮົາຕ້ອງເຈັບປວດເພາະພວກເຈົ້າອີກເຫມືອນແມ່ເຈັບປວດເມື່ອເກີດລູກ ຈົນກວ່າພຣະຄຣິດຈະໄດ້ຊົງກໍ່ກຳເນິດຂຶ້ນໃນພວກເຈົ້າ

20 ເຮົາປານາຢູ່ກັບພວກເຈົ້າດຽວນີ້ ແລະຢາກປ່ຽນສຽງປາກຂອງເຮົາ ເພາະເຮົາຕົກລັງກັງວົນໃນພວກເຈົ້າ

ຄຳປຽບເຣື່ອງນາງຮາກາແລະນາງຊາຣາ

(ປ​ຖມ 21:8-21; ອ​ຊຢ 54:1)

21 ເຈົ້າ​ທັງ​ຫລາ​ຍທີ່​ຢາກ​ຢູ່​ໃຕ້​ພຣະ​ບັນ​ຍັດ ພວກ​ເຈົ້າ​ບໍ່​ໄດ້​ຍິນ​ພຣະ​ບັນ​ຍັດ​ນັ້ນ​ຫລື ຈົ່ງ​ບອກ​ເຮົາ​ດູ

22 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ ອັບ​ຣາ​ຮາມ​ມີ​ລູກ​ຊາຍ​ສອງ​ຄົນ ຄົນ​ນຶ່ງ​ເກີດ​ຈາກ​ຍິງ​ຂ້ອຍ​ຂ້າ ແລະ​ອີກ​ຄົນ​ນຶ່ງ​ເກີດ​ຈາກ​ຍິງ​ບໍ່​ເປັນ​ຂ້ອຍ​ຂ້າ

23 ລູກ​ທີ່​ເກີດ​ຈາກ​ຍິງ​ຂ້ອຍ​ຂ້າ​ນັ້ນ​ກໍ​ເກີດ​ຕາມ​ທັມ​ມະ​ດາ ແຕ່​ສ່ວນ​ລູກ​ທີ່​ເກີດ​ຈາກ​ຍິງ​ບໍ່​ເປັນ​ຂ້ອຍ​ຂ້າ​ນັ້ນ​ກໍ​ເກີດ​ຕາມ​ພຣະ​ສັນ​ຍາ

24 ຂໍ້​ຄວາມ​ນີ້​ແມ່ນ​ການ​ປຽບ​ທຽບ ເພາະ​ວ່າ​ຍິງ​ທັງ​ສອງ​ນັ້ນ​ໄດ້​ແກ່ຄຳ​ສັນ​ຍາ​ສອງ​ຢ່າງ ຜູ້​ນຶ່ງ​ຄື​ຮາ​ກາ ເກີດ​ລູກ​ທີ່​ເປັນ​ຂ້ອຍ​ຂ້າ​ຈຶ່ງ​ໄດ້​ຄວາມ​ສັນ​ຍາ​ມາ​ຈາກ​ພູຊີນາອີ

25 ນາງ​ຮາ​ກາ​ນັ້ນ​ໄດ້​ແກ່​ພູ​ຊີ​ນາອີໃນ​ປະ​ເເທດ​ອາ​ຣະ​ເບັຽ ກົງ​ກັບ​ກຸງ​ເຢ​ຣູ​ຊາ​ເລັມ​ໃນ​ປັດ​ຈຸ​ບັນ ເພາະ​ກຸງ​ນີ້​ກັບ​ພົລ​ເມືອງ​ເປັນ​ຂ້ອຍ​ຂ້າ​ຢູ່

26 ແຕ່​ວ່າ​ເຢ​ຣູ​ຊາ​ເລັມ​ທີ່​ຢູ່​ເບື້ອງ​ເທິງ​ນັ້ນ​ກໍ​ເປັນ​ອິ​ສ​ຣະ ແລະ​ເປັນ​ມານ​ດາ​ຂອງ​ເຮົາ​ທັງ​ຫລາຍ

27 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ໂອ ຍິງ​ຫມັນ​ຜູ້​ບໍ່​ເກີດ​ລູກ​ເອີຍ, ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ເທີນ ຍິງ​ຜູ້​ບໍ່​ເຈັບ​ທ້ອງ​ເກີດ​ລູກ​ເອີຍ, ຈົ່ງ​ເປັ່ງ​ສຽງ​ໂຮ່​ຮ້ອງ ເພາະ​ວ່າ​ລູກ​ຂອງ​ແມ່​ຮ້າງ​ກໍ​ຍັງ​ມີ​ຫລາຍກວ່າ​ລູກ​ຂອງ​ຍິງ​ຜູ້​ມີ​ຜົວ”

28 ແຕ່​ພີ່​ນ້ອງ​ທັ​ງ​ຫລາຍ​ເອີຍ, ເຮົ​ທັງ​ຫລາຍ​ກໍ​ເປັນ​ລູກ​ຂອງ​ພຣະ​ສັນ​ຍາ​ເຫມືອນ​ຢ່າງ​ອີ​ຊາກ

29 ແຕ່​ໃນ​ຄາວ​ນັ້ນ​ຜູ້​ທີ່​ເກີດ​ຕາມ​ທັມ​ມ​ດາ​ໄດ້​ຂົ່ມ​ເຫັງ​ຜູ້​ທີ່​ເກີດ​ຕາມ​ພຣະ​ວິນ​ຍານ​ສັນ​ໃດ ປັດ​ຈຸ​ບັນ​ນີ້​ກໍ​ເຫມືອນ​ກັນ​ສັນ​ນັ້ນ

30 ແຕ່​ພຣະ​ຄັມ​ພີ​ວ່າ​ຢ່າງ​ໃດກໍ​ວ່າ, “ຈົ່ງ​ຂັບ​ໄລ່​ຍິງ​ຂ້ອຍ​ຂ້າ​ກັບ​ລູກ​ຊາຍ​ຂອງ​ນາງ​ອອກ​ຫນີ​ເສັຽ ເພາະ​ວ່າ​ລູກ​ຂອງ​ຍິງ​ຂ້ອຍຂ້າ​ນັ້ນ​ຈະ​ຮັບ​ມໍ​ຣະ​ດົກ​ຮ່ວມ​ກັບ​ລູກ​ຂອງ​ຍິງ​ທີ່​ບໍ່​ເປັນ​ຂ້ອຍ​ຂ້າ​ນັ້ນ​ບໍ່​ໄດ້”

31 ເຫດ​ສັນ​ນັ້ນ, ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຮົາ​ບໍ່​ເປັນ​ລູກ​ຂອງ​ຍິງ​ຂ້ອຍ​ຂ້າ ແຕ່​ເປັນ​ລູກ​ຂອງ​ຍິງ​ທີ່​ບໍ່​ເປັນ​ຂ້ອຍ​ຂ້າ

 

5. ຕັ້ງຫມັ້ນຢູ່ໃນເສຣີພາບ

1   ເພື່ອ​ເສ​ຣີ​ພາບ​ນັ້ນ​ແຫລະ, ພຣະຄຣິດ​ຈຶ່ງ​ໄດ້​ຊົງ​ໂຜດ​ໃຫ້​ເຮົາ​ທັງ​ຫລາຍ​ເປັນ​ອິ​ສ​ຣະ ເຫດ​ສັນ​ນັ້ນ ຈົ່ງ​ຕັ້ງ​ຫມັ້ນ​ຢູ່ ແລະ​ຢ່າ​ຍອມ​ເຂົ້າ​ທຽມ​ແອກ​ເປັນ​ຂ້ອຍ​ຂ້າ​ອີກ

2   ເບິ່ງ​ແມ ເຮົາ, ຄື​ໂປ​ໂລ ຂໍ​ບອກ​ເຈົ້າ​ທັງ​ຫລາຍ​ວ່າ​ຖ້າ​ພວກ​ເຈົ້າ​ຮັບ​ພິ​ທີ​ຕັດ ພຣະຄຣິດ​ກໍ​ຈະ​ບໍ່​ເປັນ​ໂຍດອັນໃດແກ່ພວກເຈົ້າ

3   ເຮົາເປັນພຍານແກ່ທຸກຄົນທີ່ຮັບພິທີຕັດນັ້ນອີກວ່າ ເຂົາຖືກຜູກມັດໃຫ້ປະຕິບັດຕາມພຣະບັນຍັດທັງຫມົດ

4   ເຈົ້າທັງຫລທີ່ປານາຈະໄດ້ຊົງຖືວ່າເປັນຄົນຊອບທັມໂດຍພຣະບັນຍັດ ກໍໄດ້ຖືກຕັດຂາດເສັຽຈາກພຣະຄຣິດ ແລະໄດ້ຫລຸດຕົກຈາກພຣະຄຸນແລ້ວ

5   ເພາະວ່າຝ່າຍພວກເຮົ, ເຮົາຫວັງວ່າພຣະເຈົ້າຈະຊົງບັນດານໃຫ້ເຮົາເປັນຄົນຊອບທັມ ເຮົາຈຶ່ງລໍຄອຍການນັ້ນໂດຍພຣະວິນຍານແລະຄວາມເຊື່ອ

6   ເພາະວ່າໃນພຣະຄຣິດເຢຊູ ການທີ່ຮັບພິທີຕັດຫລືບໍ່ຮັບກໍບໍ່ເກີດໂຍດອັນໃດ ແຕ່ຄວາມເຊື່ອຊຶ່ງສະແດງອອກປັຜົນໂດຍທາງຄວາມຮັເທົ່ານັ້ນສຳຄັນ

7   ເຈົ້າທັຫລາຍກຳລັງແລ່ນແຂ່ງດີຢູ່ແລ້ວ ແມ່ນໃຜໄດ້ຂັດຂວາງພວກເຈົ້ບໍ່ໃຫ້ເຊື່ອຟັງຄວາມຈິງ

8   ການຊັກຊວນຢ່າງນັ້ນບໍ່ໄດ້ມາຈາກພຣະອົງຜູ້ຊົງເອີ້ນເຈົ້າທັງຫລາຍ

9   ເຊື້ອແປ້ງເລັກຫນ້ອຍກໍເຮັດໃຫ້ແປ້ງນວດທັງກ້ອນພຸຂື້

10 ເຮົາໄວ້ໃຈໃນອົງພຣະຜູ້ປັເຈົ້າວ່າ ເຈົ້ທັງລາຍຈະບໍ່ມີຄວາມຄິດຢ່າງອື່ນ ແຕ່ຝ່າຍຜູ້ທີ່ມາກໍ່ກວນພວກເຈົ້ນັ້ນ ຈະເປັນຜູ້ໃດກໍຕາມເຂົາຄົງຈະໄດ້ຮັບໂທດ

11 ພີ່ນ້ອງທັງຫລາຍເອີຍ, ຖ້າເຮົາຍັງປະກາດໃຫ້ຮັບພິທີຕັດ ເປັນດ້ວຍເຫດໃດເຮົາຈຶ່ງຍັງຖືກຂົ່ມເຫັງຢູ່ ຖ້າດັ່ງນັ້ນການສະດຸໃຈຍ້ອນໄມ້ກາງແຂນກໍຖືກຍົກເລີກເສັຽແລ້ວ

12 ສ່ວນຄົນເຫລົ່ານັ້ນທີ່ກໍ່ກວນຄວາມວຸ້ນວາຍຕໍ່ພວກເຈົ້າ ໃຫ້ເຂົາຕອນຕົວເອງເສັຽ

13 ພວກພີ່ນ້ອງເອີຍ, ທີ່ຊົງເອີ້ນເຈົ້າທັງຫລາຍກໍເພື່ອໃຫ້ມີເສຣິພາບ ແລະຢ່າເອົາເສຣີພາບນັ້ນເປັນຊ່ອງທາງປ່ອຍຕົວໄປຕາມທັມມະດາໂລກ ແຕ່ຈົ່ງຮັບໃຊ້ຊຶ່ງກັນແລະກັນດ້ວຍຄວາມຮັກເທີນ

14 ເພາະວ່າພຣະບັນຍັດທັງສິ້ນກໍຮວບຮວມເຂົ້າໃນຂໍ້ດຽວຄືຈົ່ງຮັກເພື່ອບ້ານເຫມືອນຮັກຕົນເອງ

15 ແຕ່ວ່າຖ້າເຈົ້າທັຫລາຍກັດກັນແລະກິນເນື້ອກັນ ຈົ່ງລະວັງ ຢ້ານວ່າຈະພາກັນຈິບຫາຍໄປ

ຜົນ​ຂອງ​ພຣະ​ວິນ​ຍານ​ແລະ​ການ​ງານ​ຂອງ​ມະ​ນຸດ​ທັມ​ມະ​ດາ

16 ແຕ່​ເຮົາ​ຂໍ​ບອກວ່າ ຈົ່ງ​ຍອມ​ໃຫ້​ພຣະ​ວິນ​ຍານ​ເປັນ​ຜູ້​ຊົງ​ນຳ​ພາ ແລະ​ເຈົ້າ​ທັງ​ຫລາຍ​ຈະ​ບໍ່​ໄດ້​ເຮັດ​ຕາມ​ຕັນ​ຫາ​ຂອງ​ມະ​ນຸດ

17 ເພາະ​ວ່າ​ມະ​ນຸດ​ທັມ​ມະ​ດາ​ມີ​ຕັນ​ຫາ​ຕໍ່​ສູ້​ກັບ​ພຣະ​ວິນ​ຍານ ແລະ​ພຣະ​ວິນ​ຍານ​ກໍ​ຕໍ່​ສູ້​ກັບ​ມະ​ນຸດ ເພາະ​ທັງ​ສອງ​ຝ່າຍ​ເປັນ​ສັດ​ຕຣູກັນ ດັ່ງ​ນັ້ນ​ສິ່ງ​ທີ່​ເຈົ້າ​ທັງ​ຫລາຍ​ຢາກ​ເຮັດ ພວກ​ເຈົ້​ຈຶ່ງ​ເຮັດ​ບໍ່​ໄດ້

18 ແຕ່​ຖ້າ​ພຣະ​ວິນ​ຍານ​ຊົງ​ນຳ​ພາເຈົ້​ທັງ​ຫລາຍ​ໄປ ພວກ​ເຈົ້າ​ກໍ​ບໍ່​ຢູ່​ໃຕ້​ພຣະ​ບັນ​ຍັດ

19 ແຕ່​ການ​ງານ​ຂອງ​ມະ​ນຸດ​ທັມ​ມະ​ດາ​ນັ້ນ​ກໍ​ປາ​ກົດ​ແຈ້ງ​ແລ້ວ ຄື​ການ​ຫລິ້ນ​ຊູ້ ການ​ບໍ່​ສະ​ອາດ ການໂລ​ພະ​ຕັນ​ຫາ

20 ການ​ໄຫວ້​ພຣະ​ທຽມ ການ​ເຊື່ອ​ເວດ​ມົນ​ຄາ​ຖາ ການ​ເປັນ​ສັດ​ຕຣູ​ກັນ ການ​ວິ​ວາດ​ຜິດ​ຖຽງ​ກັນ ການ​ເຫິງ​ສາ​ກັນ ການ​ຄຽດ​ແຄ້ນ​ກັນ ການ​ໃຝ່​ສູງ​ຕໍ່​ກັນ ການ​ແຕກ​ແຍກ​ກັນ ການ​ຖື​ພັກ​ຖື​ພວກ

21 ການ​ອິດ​ສາ​ກັນ ການ​ເສບ​ສຸ​ຣາ​ຢາ​ເມົາ ການ​ກິ​ນ​ລ້ຽງ​ຢ່າງ​ຊົ່ວ​ຊ້າ ແລະ​ການ​ອື່ນໆ​ໃນ​ທຳ​ນອງ​ນີ້​ອີກ ເຮົາ​ຂໍ​ເຕືອນ​ເຈົ້າ​ທັງ​ຫລາຍ​ເຫມືອນ​ກັບ​ທີ່​ເຮົາ​ໄດ້​ເຕືອນ​ພວກ​ເຈົ້​ລ່ວງ​ຫນ້າ​ແລ້ວ​ວ່າ ຄົ​ນ​ທີ່​ເຄີຍ​ເຮັດ​ການ​ຢ່າງ​ນັ້ນ​ຈະ​ບໍ່​ມີ​ສ່ວນ​ໃນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້

22 ຝ່າຍ​ຜົນ​ຂອງ​ພຣະ​ວິນ​ຍານ​ນັ້ນ ຄື​ຄວາມ​ຮັກ ຄວາມ​ຍິນ​ດີ ສັນ​ຕິ​ສຸກ ຄວາມ​ອົດ​ກັ້ນ​ໄວ້​ນານ ຄວາມ​ປາ​ນີ ຄວາມ​ດີ ຄວາມ​ສັດ​ຊື່

23 ຄວາມ​ສຸ​ພາບ​ອ່ອ&