| Ephesians ພຣະທັມເອເຟໂຊ |
|
![]() |
|
ພຣະທັມເອເຟໂຊ
ຈົດຫມາຍຂອງໂປໂລ
ທີ່ມີໄປເຖິງຄຣິສຕະຈັກໃນເມືອງ
1
ໂປໂລ
ຜູ້ເປັນອັຄສາວົກຂອງພຣະເຢຊູຄຣິດ
ຕາມນ້ຳພຣະທັຍຂອງພຣະເຈົ້າ
ເຖິງພວກໄພ່ພົນຂອງພຣະເຈົ້າ
ຜູ້ທີ່ເຫລື້ອມໃສສັດທາໃນພຣະເຢຊູຄຣິດ
2
ຂໍໃຫ້ພຣະຄຸນແລະສັນຕິສຸກຊຶ່ງມາຈາກພຣະບິດາເຈົ້າຂອງເຮົາທັງຫລາຍ
ແລະຈາກພຣະອົງເຈົ້າເຢຊູຄຣິດສະຖິດຢູ່ກັບທ່ານທັງຫລາຍ
ພຣະພອນຝ່າຍວິນຍານໃນພຣະຄຣິດ
3
ສາທຸການແດ່ພຣະເຈົ້າ
ຄືພຣະບິດາຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ
ຜູ້ໄດ້ຊົງໂຜດປະທານພຣະພອນທຸກປະການຝ່າຍວິນຍານ
ໃຫ້ແກ່ເຮົາທັງຫລາຍໃນສວັນສະຖານໂດຍພຣະຄຣິດ
4
ໃນພຣະຄຣິດນັ້ນ
ພຣະອົງໄດ້ຊົງເລືອກພວກເຮົາໄວ້ຕັ້ງແຕ່ກ່ອນທີ່ຈະຊົງວາງຮາກສ້າງໂລກ
ເພື່ອເຮົາທັງຫລາຍຈະບໍຣິສຸດໂດຍບໍ່ມີຂໍ້ຕິຕຽນໄດ້ຕໍ່ພຣະພັກພຣະອົງ
5
ພຣະອົງໄດ້ຊົງຄາດຫມາຍພວກເຮົາໄວ້ກ່ອນດ້ວຍຄວາມຮັກ
ໃຫ້ເປັນບຸດຂອງພຣະອົງໂດຍ
ພຣະເຢຊູຄຣິດຕາມທີ່ຊອບພຣະທັຍພຣະອົງ
6
ເພື່ອຈະໃຫ້ເປັນທີ່ສັຣເສີນພຣະຄຸນອັນຮຸ່ງເຮືອງຂອງພຣະອົງ
ຊຶ່ງຊົງໂຜດປະທານແກ່ພວກເຮົາໃນພຣະເຢຊູຄຣິດຜູ້ຊົງເປັນທີ່ຮັກຂອງພຣະເຈົ້າ
7
ໃນພຣະເຢຊູນັ້ນ
ພວກເຮົາໄດ້ຮັບການໄຖ່ໃຫ້ພົ້ນດ້ວຍພຣະໂລຫິດຂອງພຣະອົງ
ຄືໄດ້ຮັບການອະພັຍການຫລົງຜິດຂອງເຮົາ
ໂດຍພຣະກະຣຸນາອັນອຸດົມຂອງພວກເຈົ້າ
8
ຊຶ່ງໄດ້ຊົງປະທານແກ່ພວກເຮົາຢ່າງລົ້ນເຫລືອ
ຕາມພຣະສະຕິປັນຍາແລະຄວາມສລາດສລຽວທຸກປະການ
9
ພຣະເຈົ້າໄດ້ຊົງໂຜດໃຫ້ພວກເຮົາຮູ້ຈັກຄວາມລັບເລິກໃນນ້ຳພຣະທັຍຂອງພຣະອົງຕາມພຣະເຈຕະນາຂອງພຣະອົງ
ຊຶ່ງພຣະອົງໄດ້ຊົງຕັ້ງພຣະທັຍໄວ້ກ່ອນໃນພຣະຄຣິດ
10 ປະສົງວ່າເມື່ອເວລາກຳນົດຄົບບໍຣິບູນແລ້ວ
ພຣະອົງຈະຊົງຮວບຮວມສິ່ງສາຣະພັດທັງທີ່ມີຢູ່ໃນຟ້າສວັນແລະແຜ່ນດິນໂລກ
ໄວ້ໃນອົງພຣະຄຣິດຜູ້ຊົງເປັນພຣະປະມຸກ
11 ໃນພຣະຄຣິດນັ້ນ
ພວກເຮົາໄດ້ຕົກເປັນສ່ວນຂອງພຣະເຈົ້າ
ຕາມການຊົງຕັ້ງພຣະທັຍໄວ້ກ່ອນຂອງພຣະອົງ
ຜູ້ຊົງກະທຳໃຫ້ສິ່ງສາຣະພັດດຳເນີນໄປໃຫ້ສົມກັບນ້ຳພຣະທັຍຂອງພຣະອົງ
12 ພວກເຮົາຜູ້ເປັນຄົນແຮກທີ່ຫວັງໃຈໃນພຣະຄຣິດ
ໄດ້ຮັບກຳນົດແລະຮັບການແຕ່ງຕັ້ງໃຫ້ເປັນທີ່ຖວາຍສັຣເສີນແດ່ພຣະກຽດຕິຍົດຂອງພຣະອົງ
13 ໃນພຣະອົງນັ້ນທ່ານທັງຫລາຍກໍເຫມືອນກັນ
ເມື່ອໄດ້ຍິນພຣະທັມອັນສັດຈິງ
ຄືຂ່າວປະເສີດເຣື່ອງຄວາມພົ້ນຂອງພວກທ່ານ
ແລະໄດ້ວາງໃຈໃນພຣະອົງ
ກໍໄດ້ຖືກຊົງປະທັບຕາຫມາຍໄວ້ດ້ວຍພຣະວິນຍານບໍຣິສຸດທີ່ຊົງສັນຍາໄວ້ນັ້ນ
14 ເປັນເຄື່ອງມັດຈຳຂອງການຮັບມໍຣະດົກຂອງພວກເຮົາ
ຈົນກວ່າເຮົາຈະໄດ້ຮັບເປັນກັມມະສິດ
ເປັນທີ່ຖວາຍສັຣເສີນແດ່ພຣະກຽດຕິຍົດຂອງພຣະອົງ
ຄຳອ້ອນວອນຂໍສະຕິປັນຍາແລະຄວາມຮູ້
15 ເຫດສັນນັ້ນ,
ເມື່ອເຮົາໄດ້ຍິນຂ່າວວ່າທ່ານທັງຫລາຍໄດ້ວາງໃຈໃນພຣະເຢຊູເຈົ້າ
ແລະພວກທ່ານຮັກພວກໄພ່ພົນຂອງພຣະເຈົ້າ
16 ເຮົາຈຶ່ງຂອບພຣະຄຸນ
ເພາະທ່ານທັງຫລາຍຢູ່ສເມີບໍ່ຂາດ
ແລະລະນຶກເຖິງພວກທ່ານເມື່ອເຮົາອ້ອນວອນ
17 ເຮົາອ້ອນວອນວ່າຂໍພຣະເຈົ້າຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ
ຄືພຣະບິດາຜູ້ຊົງພຣະສະງ່າຣາສີ
ຊົງໂຜດປະທານໃຫ້ທ່ານທັງຫລາຍມີຈິດໃຈປະກອບດ້ວຍສະຕິປັນຍາແລະຄວາມຮູ້ແຈ້ງເຫັນຈິງເຖິງເຣື່ອງພຣະອົງ
18 ແລະຂໍຊົງໂຜດໃຫ້ຕາພາຍໃນຂອງທ່ານທັງຫລາຍສວ່າງຂຶ້ນ
ເພື່ອພວກທ່ານຈະໄດ້ຮູ້ວ່າໃນການທີ່ພຣະອົງຊົງເອີ້ນພວກທ່ານນັ້ນ
ພຣະອົງໄດ້ຊົງປະທານຄວາມຫວັງອັນໃດແກ່ພວກທ່ານ
ແລະຮູ້ວ່າມໍຣະດົກຂອງພຣະອົງສຳລັບພວກໄພ່ພົນຂອງພຣະອົງນັ້ນມີສະງ່າຣາສີອັນອຸດົມສົມບູນພຽງໃດ
19 ແລະຮູ້ວ່າຣິດອຳນາດອັນໃຫຍ່ເຫລືອປະມານຂອງພຣະອົງມີຫລາຍພຽງໃດສຳລັບພວກເຮົາ
ທີ່ເຊື່ອ
ຕາມອຳນາດຂອງພຣະກຳລັງແລະຣິດທານຸພາບອັນໃຫຍ່ຫລວງຂອງພຣະອົງ
20 ຊຶ່ງພຣະອົງໄດ້ຊົງກະທຳໃນອົງພຣະຄຣິດ
ເມື່ອຊົງບັນດານໃຫ້ພຣະອົງຄືນພຣະຊົນ
ແລະຊົງໃຫ້ປະທັບເບື້ອງຂວາພຣະຫັດຂອງພຣະເຈົ້າໃນສວັນສະຖານ
21 ສູງກວ່າບັນດາຜູ້ປົກຄອງ
ຜູ້ມີອຳນາດ
ຜູ້ມີຣິດເດດ
ຜູ້ມີອານຸພາບ
ແລະເຫນືອກວ່ານາມຊື່ທັງປວງທີ່ເຂົາເອີ່ຍຂຶ້ນ
ບໍ່ໃຊ່ໃນສະໄຫມນີ້ເທົ່ານັ້ນ
ແຕ່ວ່າໃນສະໄຫມທີ່ຈະມາເຖິງດ້ວຍ
22 ພຣະເຈົ້າໄດ້ຊົງປາບສິ່ງສາຣະພັດທັງປວງລົງໃຕ້ພຣະບາດຂອງພຣະຄຣິດ
ແລະໄດ້ຊົງຕັ້ງພຣະອົງໄວ້ໃຫ້ເປັນພຣະປະມຸກເຫນືອສິ່ງສາຣະພັດແກ່ຄຣິສຕະຈັກ
23 ຊຶ່ງເປັນພຣະກາຍຂອງພຣະອົງ
ຄືຊຶ່ງເຕັມບໍຣິບູນດ້ວຍພຣະອົງ
ຜູ້ຊົງເຕັມໃນທຸກຫົນທຸກແຫ່ງທົ່ວສັພສິ່ງ
1
ພຣະເຈົ້າໄດ້ຊົງບັນດານໃຫ້ທ່ານທັງຫລາຍຄືນມີຊີວິດເຫມືອນກັນ
ເຖິງແມ່ນວ່າທ່ານທັງຫລາຍຕາຍແລ້ວໂດຍການຫລົງຜິດແລະເຮັດບາບ
2
ເມື່ອກ່ອນພວກທ່ານເຄີຍດຳເນີນຢູ່ໃນການບາບນັ້ນຕາມວິທີຂອງໂລກ
ຕາມເຈົ້ານາຍແຫ່ງຍ່ານອາກາດ
ຄືວິນຍານທີ່ຄອບຄອງຢູ່ໃນຄົນທັງຫລາຍທີ່ບໍ່ເຊື່ອຟັງ
3
ເມື່ອກ່ອນ,
ເຮົາທັງປວງເຄີຍດຳເນີນຊີວິດຕາມຕັນຫາຂອງຝ່າຍມະນຸດທັມມະດາເຫມືອນຄົນເຫລົ່ານັ້ນ
ຄືດຳເນີນໄປຕາມຄວາມປາຖນາຂອງຮ່າງກາຍແລະຂອງຈິດໃຈ
ຕາມສັນດານພວກເຮົາເປັນຄົນຄວນຖືກພຣະພິໂຣດເຫມືອນດັ່ງຄົນອື່ນ
4
ແຕ່ພຣະເຈົ້າຜູ້ຊົງປະກອບດ້ວຍພຣະກະຣຸນາອັນອຸດົມ
ເພາະເຫດຄວາມຮັກອັນໃຫຍ່ຫລວງທີ່ພຣະອົງຊົງຮັກພວກເຮົານັ້ນ
5
ເຖິງແມ່ນວ່າເມື່ອພວກເຮົາຕາຍໄປແລ້ວໃນການຫລົງຜິດ
ພຣະອົງຍັງໄດ້ຊົງບັນດານໃຫ້ເຮົາມີຊີວິດຢູ່ກັບພຣະຄຣິດ
(ທີ່ທ່ານທັງຫລາຍໄດ້ຖືກຊົງໂຜດໃຫ້ພົ້ນນັ້ນກໍພົ້ນດ້ວຍພຣະຄຸນ)
6
ແລະໄດ້ຊົງບັນດານໃຫ້ເຮົາເປັນຄືນມາດ້ວຍກັນກັບພຣະອົງ
ແລະຊົງໂຜດໃຫ້ເຮົານັ່ງໃນສວັນສະຖານດ້ວຍກັນກັບພຣະເຢຊູຄຣິດ
7
ເພື່ອໃນຄາວຕໍ່ໄປພຣະອົງຈະໄດ້ຊົງສະແດງພຣະຄຸນອັນອຸດົມເຫລືອລົ້ນຂອງພຣະອົງ
ໃນການຊຶ່ງພຣະອົງໄດ້ຊົງເມດຕາເຮົາທັງຫລາຍໃນພຣະເຢຊູຄຣິດ
8
ດ້ວຍວ່າຊຶ່ງທ່ານທັງຫລາຍໄດ້ຖືກຊົງໂຜດໃຫ້ພົ້ນນັ້ນ
ກໍຍ້ອນພຣະຄຸນດ້ວຍທາງຄວາມເຊື່ອ
ສິ່ງເຫລົ່ານີ້ບໍ່ໃຊ່ພວກທ່ານເຮັດເອົາເອງ
ແຕ່ພຣະເຈົ້າຊົງປະທານໃຫ້
9
ຄວາມພົ້ນນັ້ນບໍ່ໃຊ່ມີມາຍ້ອນການປະຕິບັດ
ເພື່ອບໍ່ໃຫ້ຄົນນຶ່ງຄົນໃດອວດໄດ້
10 ເພາະວ່າເຮົາທັງຫລາຍເປັນສີພຣະຫັດຂອງພຣະອົງ
ທີ່ຊົງສ້າງຂຶ້ນໃນພຣະເຢຊູຄຣິດ
ເພື່ອໃຫ້ປະກອບການດີ
ຊຶ່ງພຣະເຈົ້າໄດ້ຊົງຈັດຕຽມລ່ວງຫນ້າໄວ້ກ່ອນ
ເພື່ອໃຫ້ເຮົາທັງຫລາຍປະຕິບັດຕາມ
ເຮັດໃຫ້ສອງຝ່າຍເປັນອັນນຶ່ງອັນດຽວກັນໃນພຣະຄຣິດ
11 ເຫດສັນນັ້ນ,
ຈົ່ງລະນຶກວ່າເມື່ອກ່ອນທ່ານທັງຫລາຍເປັນຄົນຕ່າງຊາດຕາມເນື້ອກາຍ
ແລະພວກທີ່ເຂົາເອີ້ນວ່າຝ່າຍພິທີຕັດ
ຄືພວກທີ່ຮັບພິທີຕັດດ້ວຍມືມະນຸດນັ້ນເຄີຍເອີ້ນທ່ານທັງຫລາຍວ່າ
ຝ່າຍບໍ່ຮັບພິທີຕັດ
12 ຈົ່ງລະນຶກວ່າ
ເມື່ອນັ້ນທ່ານທັງຫລາຍເປັນຄົນຢູ່ນອກພຣະຄຣິດ
ຂາດຈາກການເປັນພົລເມືອງອິສຣາເອນ
ບໍ່ມີສ່ວນໃນບັນດາຄໍາຫມັ້ນສັນຍາທີ່ຊົງສັນຍາໄວ້ນັ້ນ
ຢູ່ໃນໂລກໂດຍບໍ່ມີຄວາມຫວັງ
ແລະບໍ່ມີພຣະເຈົ້າ
13 ແຕ່ບັດນີ້ທ່ານທັງຫລາຍຢູ່ໃນພຣະເຢຊູຄຣິດ
ຊຶ່ງເມື່ອກ່ອນນັ້ນເຄີຍຢູ່ຫ່າງໄກ
ແຕ່ໄດ້ຫຍັບເຂົ້າມາໃກ້ໂດຍພຣະໂລຫິດຂອງພຣະອົງ
14 ເພາະວ່າພຣະຄຣິດນັ້ນຊົງເປັນສັນຕິສຸກຂອງເຮົາທັງຫລາຍຄືເປັນຜູ້ຊົງກະທຳໃຫ້ທັງສອງຝ່າຍເຂົ້າເປັນພວກດຽວກັນ
ພຣະອົງໄດ້ຊົງຮຶ້ກຳແພງທີ່ຂັ້ນລະຫວ່າງການເປັນສັດຕຣູກັນຖິ້ມເສັຽດ້ວຍພຣະກາຍຂອງພຣະອົງ
15 ພຣະອົງໄດ້ຊົງຍົກເລີກກົດຂອງພຣະບັນຍັດທີ່ໃຫ້ຖືສິນຕ່າງໆ
ເພື່ອຈະກະທຳໃຫ້ທັງສອງຝ່າຍເປັນຄົນໃຫມ່ຄົນດຽວໃນພຣະອົງ
ຢ່າງນັ້ນແຫລະ,
ຈຶ່ງຊົງບັນດານໃຫ້ເກີດສັນຕິສຸກ
16 ແລະເພື່ອຈະຊົງກະທຳໃຫ້ທັງສອງພວກຄືນດີກັນກັບພຣະເຈົ້າ
ເປັນກາຍອັນດຽວກັນໂດຍໄດ້ກາງແຂນ
ຊຶ່ງເປັນສິ່ງທີ່ເຮັດໃຫ້ການເປັນສັດຕຣູກັນນັ້ນສູນສິ້ນໄປ
17 ພຣະອົງໄດ້ສະເດັດມາປະກາດຂ່າວປະເສີດເຣື່ອງສັນຕິສຸກແກ່ທ່ານທັງຫລາຍທີ່ຢູ່ຫ່າງໄປຈາກພຣະເຈົ້າ
ແລະປະກາດສັນຕິສຸກແກ່ພວກຄົນທີ່ຢູ່ໃກ້ພຣະອົງ
18 ເພາະໂດຍພຣະອົງນີ້ແຫລະ,
ເຮົາທັງສອງພວກຈຶ່ງມີໂອກາດເຂົ້າເຝົ້າພຣະບິດາໂດຍພຣະວິນຍານອົງດຽວກັນ
19 ເຫດສັນນັ້ນ,
ທ່ານທັງຫລາຍຈຶ່ງບໍ່ເປັນຄົນຕ່າງດ້າວທ້າວຕ່າງເມືອງອີກຕໍ່ໄປ
ແຕ່ວ່າເປັນພົລເມືອງອັນດຽວກັນກັບພວກໄພ່ພົນ
ແລະເປັນຄົວເຮືອນຂອງພຣະເຈົ້າ
20 ພວກທ່ານໄດ້ຖືກສ້າງຂຶ້ນເທິງຮາກຖານ
ຊຶ່ງພວກອັຄສາວົກແລະພວກຜູ້ປະກາດພຣະທັມໄດ້ວາງລົງແລ້ວ
ອົງພຣະເຢຊູຄຣິດເອງຊົງເປັນຫີນເສົາເອກ
21 ໃນພຣະອົງນັ້ນທຸກສ່ວນຂອງໂຄງຮ່າງກໍຕິດຕໍ່ເຊື່ອມສນິດກັນໂດຍດີ
ແລະຈະເຣິນຂຶ້ນເປັນພຣະວິຫານອັນສັກສິດໃນອົງພຣະຜູ້ເປັນເຈົ້າ
22 ໃນພຣະອົງນັ້ນທ່ານທັງຫລາຍກຳລັງຖືກກໍ່ຂຶ້ນ
ໃຫ້ເປັນທີ່ສະຖິດຂອງພຣະເຈົ້າໂດຍພຣະວິນຍານເຫມືອນກັນ
1
ເພາະເຫດນີ້ຂ້າພະເຈົ້າ,
ໂປໂລ
ຜູ້ທີ່ຖືກຈຳຈອງເພາະເຫັນແກ່ພຣະເຢຊູຄຣິດ
ເພື່ອທ່ານທັງຫລາຍທີ່ເປັນຄົນຕ່າງຊາດ
2
ຂ້າພະເຈົ້າເຊື່ອວ່າທ່ານທັງຫລາຍໄດ້ຍິນເຖິງພຣະຄຸນຂອງພຣະເຈົ້າ
ທີ່ຊົງໂຜດປະທານແກ່ຂ້າພະເຈົ້າແລ້ວວ່າໃຫ້ຮັບໃຊ້ປະຕິບັດຕາມຕຳແຫນ່ງນີ້ເພື່ອທ່ານທັງຫລາຍ
3
ຄືວ່າພຣະອົງໄດ້ຊົງສະແດງໃຫ້ຂ້າພະເຈົ້າຮູ້ຂໍ້ເລິກລັບຂອງອົງພຣະຄຣິດ
ຕາມທີ່ຂ້າພະເຈົ້າໄດ້ຂຽນໄວ້ແລ້ວຢ່າງຫຍໍ້ໆ
4
ເມື່ອທ່ານທັງຫລາຍອ່ານຄຳເຫລົ່ານັ້ນແລ້ວ
ທ່ານກໍຈະຮູ້ເຖິງຄວາມເຂົ້າໃຈຂອງຂ້າພະເຈົ້າໃນເຣື່ອງຄວາມລັບເລີກຂອງອົງພຣະຄຣິດ
5
ຊຶ່ງໃນສະໄຫມກ່ອນພຣະອົງບໍ່ໄດ້ຊົງໂຜດສະແດງແກ່ມະນຸດ
ເຫມືອນຢ່າງບັດນີ້ໄດ້ຊົງໂຜດສະແດງແກ່ພວກອັຄສາວົກທີ່ບໍຣິສຸດ
ແລະພວກຜູ້ປະກາດພຣະທັມໂດຍພຣະວິນຍານ
6
ວ່າຄົນຕ່າງຊາດນັ້ນໄດ້ເປັນຜູ້ຮັບມໍຣະດົກຮ່ວມກັນ
ແລະເປັນອະວັຍວະຂອງກາຍອັນດຽວກັນ
ກັບມີສ່ວນໄດ້ຮັບພຣະສັນຍາໃນພຣະເຢຊູຄຣິດໂດຍທາງຂ່າວປະເສີດ
7
ຂ້າພະເຈົ້າໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ຮັບໃຊ້ຂ່າວປະເສີດ ຕາມພຣະຄຸນຊຶ່ງເປັນຂອງພຣະຣາຊທານຈາກພຣະເຈົ້າ
ຊຶ່ງຊົງໂຜດປະທານແກ່ຂ້າພະເຈົ້າໂດຍຣິດອຳນາດຂອງພຣະອົງຊົງກະທຳ
8
ເຖິງແມ່ນຂ້າພະເຈົ້າເປັນຜູ້ນ້ອຍກວ່າຜູ້ນ້ອຍທີ່ສຸດໃນພວກໄພ່ພົນທັງຫມົດຂອງພຣະເຈົ້າ
ກໍຊົງໂຜດປະທານພຣະຄຸນນີ້ແກ່ຂ້າພະເຈົ້າ
ຄືໃຫ້ຂ້າພະເຈົ້າປະກາດຂ່າວປະເສີດແກ່ຄົນຕ່າງຊາດ
ເຖິງເຣື່ອງຄວາມບໍຣິບູນອັນຫາທີ່ປຽບບໍ່ໄດ້ຂອງອົງພຣະຄຣິດ
9
ແລະເຮັດໃຫ້ຄົນທັງປວງເຫັນແຈ້ງໃນແຜນການແຫ່ງຂໍ້ລັບເລິກ
ທີ່ຊົງອັດບັງໄວ້ກັບພຣະເຈົ້າຜູ້ຊົງນີຣະມິດສ້າງສັພສິ່ງທັງປວງ
ຄືຊົງອັດບັງໄວ້ຕັ້ງແຕ່ແຮກສ້າງໂລກ
10 ເພື່ອວ່າໃນປັດຈຸບັນນີ້ຜູ້ປົກຄອງແລະຜູ້ມີອຳນາດໃນສວັນສະຖານ
ຈະໄດ້ຮູ້ຍັງພຣະສະຕິປັນຍາອັນສັບຊ້ອນຂອງພຣະເຈົ້າໂດຍທາງຄຣິສຕະຈັກ
11 ອັນນີ້ກໍເປັນໄປຕາມພຣະປະສົງອັນຖາວອນຂອງພຣະເຈົ້າ
ທີ່ພຣະອົງໄດ້ຊົງກະທຳໃຫ້ສຳເຣັດດ້ວຍພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ
12 ໃນພຣະອົງນັ້ນພວກເຮົາຈຶ່ງມີໃຈກ້າ
ແລະມີໂອກາດທີ່ຈະເຂົ້າເຝົ້າພຣະເຈົ້າໄດ້
ດ້ວຍຄວາມໄວ້ໃຈເພາະຄວາມເຊື່ອໃນພຣະອົງ
13 ເຫດສັນນັ້ນ,
ຂ້າພະເຈົ້າຈຶ່ງຂໍຮ້ອງທ່ານທັງຫລາຍວ່າ
ຢ່າທໍ້ໃຈຍ້ອນຄວາມຍາກລຳບາກຂອງຂ້າພະເຈົ້າຊຶ່ງມີເພາະເຫັນແກ່ພວກທ່ານ
ອັນເປັນກຽດຕິຍົດຂອງພວກທ່ານເອງ
14 ເພາະເຫດນີ້,
ຂ້າພະເຈົ້າຈຶ່ງຄຸເຂົ່າລົງຕໍ່ພຣະພັກພຣະບິດາ
15 (ຄຳວ່າ
ບິດາ
ຂອງທຸກຄອບຄົວໃນສວັນແລະທີ່ແຜ່ນດີນໂລກ
ກໍໄດ້ຊື່ມາຈາກຄຳວ່າພຣະບິດາ)
16 ຂໍໃຫ້ພຣະອົງຊົງໂຜດປະທານກຳລັງອັນເຂັ້ມແຂງຝ່າຍຈິດໃຈແກ່ທ່ານທັງຫລາຍຕາມຄວາມອຸດົມສົມບູນແຫ່ງພຣະສະງ່າຣາສີຂອງພຣະອົງ
ໂດຍເດດພຣະວິນຍານຂອງພຣະອົງ
17 ເພື່ອພຣະຄຣິດຈະຊົງຕັ້ງຢູ່ໃນໃຈຂອງທ່ານທັງຫລາຍທາງຄວາມເຊື່ອ
ເພື່ອວ່າ,
ເມື່ອພວກທ່ານໄດ້ວາງຮາກລົງຫມັ້ນຄົງໃນຄວາມຮັກແລ້ວ
18 ພວກທ່ານກໍຈະມີຄວາມສາມາດເຂົ້າໃຈ
ພ້ອມກັບໄພ່ພົນທັງປວງຂອງພຣະອົງ
ເຖິງຄວາມກວ້າງ
ຄວາມຍາວ ຄວາມສູງ
ແລະຄວາມເລິກ
19 ທັງຈະຮູ້ຈັກຄວາມຮັກຂອງອົງພຣະຄຣິດຊຶ່ງເກີນຄວາມຮູ້
ເພື່ອທ່ານທັງຫລາຍຈະໄດ້ຮັບຄວາມເຕັມບໍຣິບູນຂອງພຣະເຈົ້າທຸກປະການ
20 ຂໍໃຫ້ພຣະກຽດຈົ່ງມີແກ່ພຣະອົງ
ຜູ້ຊົງຣີດສາມາດກະທຳນອກເຫນືອສາຣະພັດ
ຫລືຊົງສາມາດກະທຳເຫນືອກວ່າທີ່ພວກເຮົາຈະຂໍ
ຫລືຄຶດໄດ້
ຕາມຣິດອຳນາດທີ່ກຳລັງດຳເນີນຢູ່ພາຍໃນຕົວເຮົາທັງຫລາຍ
21 ຈົ່ງຖວາຍພຣະກຽດແກ່ພຣະອົງໃນຄຣິສຕະຈັກແລະໃນພຣະເຢຊູຄຣິດ
ທຸກຊົ່ວອາຍຸຄົນຕລອດໄປເປັນນິດ
ອາແມນ
1
ເຫດສັນນັ້ນຂ້າພະເຈົ້າ,
ຜູ້ຖືກຈຳຈອງເພາະເຫັນແກ່ອົງພຣະຜູ້ເປັນເຈົ້າ
ຈຶ່ງວອນຂໍທ່ານທັງຫລາຍໃຫ້ດຳເນີນຊີວິດສົມກັບທີ່ພວກທ່ານໄດ້ຖືກຊົງເອີ້ນເອົາແລ້ວນັ້ນ
2
ຄືຈົ່ງມີໃຈຖ່ອມລົງທຸກຢ່າງແລະໃຈອ່ອນສຸພາບ
ດ້ວຍຄວາມພຽນອົດທົນ
ແລະຜ່ອນຫນັກຜ່ອນເບົາເຊິ່ງກັນແລະກັນດ້ວຍຄວາມຮັກ
3
ຈົ່ງພຽນພຍາຍາມເອົາສັນຕິສຸກຜູກມັດ
ເພື່ອຮັກສາຄວາມເປັນນ້ຳນຶ່ງໃຈດຽວກັນ
ຊຶ່ງພຣະວິນຍານຊົງປະທານໃຫ້ນັ້ນ
4
ມີກາຍດຽວແລະມີພຣະວິນຍານອົງດຽວ
ເຫມືອນມີຄວາມຫວັງໃຈອັນດຽວທີ່ເນື່ອງໃນການທີ່ຊົງເອີ້ນເອົາພວກທ່ານແລ້ວນັ້ນ
5
ມີອົງພຣະຜູ້ເປັນເຈົ້າອົງດຽວ
ມີຄວາມເຊື່ອດຽວ
ມີບັບຕິສະມາດຽວ
6
ມີພຣະເຈົ້າອົງດຽວ
ຄືພຣະບິດາຂອງຄົນທັງປວງ
ຜູ້ຊົງສະຖິດຢູ່ເທິງຄົນທັງປວງ
ແລະທົ່ວຄົນທັງປວງ
ແລະໃນຄົນທັງປວງ
7
ແຕ່ວ່າພຣະຄຸນນັ້ນຊົງໂຜດປະທານແກ່ເຮົາທຸກໆຄົນ
ຕາມຂອງພຣະຣາຊທານທີ່ພຣະຄຣິດໄດ້ຊົງກຳນົດໄວ້
8
ເຫດສັນນັ້ນ,
ຈຶ່ງມີພຣະທັມກ່າວວ່າ,
“ເມື່ອໄດ້ສະເດັດຂຶ້ນເມືອສູ່ສະຖານທີ່ສູງ
ພຣະອົງກໍຊົງນຳພາພວກຊະເລີຍໄປ
ແລະຊົງປະທານຂອງພຣະຣາຊທານໃຫ້ແກ່ມະນຸດ”
9
(ທີ່ກ່າວວ່າ,
“ພຣະອົງໄດ້ສະເດັດຂຶ້ນເມືອ”
ນັ້ນ ຈະຫມາຍຄວາມຢ່າງອື່ນບໍ່ໄດ້
ນອກຈາກວ່າພຣະອົງໄດ້ສະເດັດລົງໄປສູ່ເບື້ອງຕ່ຳຂອງແຜ່ນດິນໂລກແລ້ວດ້ວຍ
10 ພຣະອົງຜູ້ສະເດັດລົງໄປນັ້ນ
ກໍຄືພຣະອົງຜູ້ທີ່ໄດ້ສະເດັດຂຶ້ນເມືອສູ່ທີ່ສູງເຫນືອຟ້າສວັນທັງປວງນັ້ນເອງ
ເພື່ອຈະໄດ້ສະຖິດຢູ່ໃນທົ່ວພິພົບ)
11 ຂອງພຣະຣາຊທານຂອງພຣະອົງກໍຄືໃຫ້ລາງຄົນເປັນອັຄສາວົກ
ລາງຄົນເປັນຜູ້ປະກາດພຣະທັມ
ລາງຄົນເປັນຜູ້ປະກາດຂ່າວປະເສີດ
ລາງຄົນເປັນສິດຍາພິບານແລະອາຈານ
12 ເພື່ອຈັດຕຽມໄພ່ພົນທັງຫລາຍຂອງພຣະອົງໃຫ້ເປັນຜູ້ຮັບໃຊ້ທີ່ເຫມາະສົມ
ເພື່ອເສີມສ້າງພຣະກາຍຂອງພຣະຄຣິດໃຫ້ຈະເຣີນຂຶ້ນ
13 ຈົນກວ່າເຮົາທຸກຄົນຈະບັນລຸເຖິງຄວາມເປັນນ້ຳນຶ່ງໃຈດຽວກັນໃນຄວາມເຊື່ອ
ແລະໃນຄວາມຮູ້ເຖິງເຣື່ອງພຣະບຸດຂອງພຣະເຈົ້າ
ຈົນກວ່າເຮົາຈະເປັນຄົນໃຫຍ່ເຕັມສ່ວນ
ຄືເຕັມເຖິງຂະຫນາດຄວາມສົມບູນຂອງພຣະຄຣິດ
14 ເພື່ອພວກເຮົາຈະບໍ່ໄດ້ເປັນເດັກນ້ອຍອີກຕໍ່ໄປ
ຖືກພັດໄປພັດມາ
ແລະຫັນເຫໄປມາດ້ວຍລົມປາກຂອງຄຳສັ່ງສອນທຸກຢ່າງ
ແລະດ້ວຍເລ່ກົນຂອງມະນຸດທີ່ຫລອກລວງໃຫ້ຫລົງຕາມອຸບາຍອັນສລາດຂອງເຂົາ
15 ແຕ່ໃຫ້ພວກເຮົາຍຶດເອົາຄວາມຈິງດ້ວຍໃຈຮັກ
ເພື່ອຈະຈະເຣີນຂຶ້ນທຸກຢ່າງຈົນເຖິງພຣະອົງຜູ້ເປັນສີສະ
ຄືພຣະຄຣິດ
16 ເນື່ອງຈາກພຣະອົງນັ້ນ
ຮ່າງກາຍທັງສິ້ນທີ່ຕິດຕໍ່ສນິດແລະຜູກພັນກັນໂດຍທຸກໆຂໍ້ຕໍ່ທີ່ຊົງປະທານ
ຈຶ່ງໄດ້ຈະເຣີນໃຫຍ່ຂຶ້ນດ້ວຍຄວາມຮັກ
ເມື່ອອະວັຍວະທຸກສ່ວນເຮັດຫນ້າທີ່ຕາມຄວາມເຫມາະສົມແລ້ວ
ຊີວິດໃຫມ່ໃນພຣະຄຣິດ
17 ເຫດສັນນັ້ນ,
ຂ້າພະເຈົ້າຈຶ່ງຂໍຢືນຢັນ
ແລະເປັນພຍານໃນພຣະນາມຂອງອົງພຣະຜູ້ເປັນເຈົ້າວ່າ
ຕັ້ງແຕ່ນີ້ຕໍ່ໄປທ່ານທັງຫລາຍຢ່າດຳເນີນຊີວິດຕາມຢ່າງຄົນຕ່າງຊາດທີ່ເຂົາດຳເນີນກັນນັ້ນ
ຄືດ້ວຍໃຈໂງ່ອັນຫາປໂຍດບໍ່ໄດ້
18 ໂດຍທີ່ຄວາມຄຶດຂອງເຂົາມືດມົນໄປ
ແລະເຂົາຢູ່ຫ່າງຈາກຊີວິດຊຶ່ງມາຈາກພຣະເຈົ້າ
ເພາະເຫດຄວາມບໍ່ຮູ້ເທົ່າເຖິງການທີ່ມີຢູ່ໃນຕົວເຂົາ
ອັນເນື່ອງຈາກໃຈແຂງກະດ້າງຂອງເຂົາ
19 ເຂົາບໍ່ມີຄວາມຮູ້ສຶກຢ້ານກົວຕໍ່ບາບ
ຈຶ່ງໄດ້ປ່ອຍຕົວໄປໃນທາງໂລພະຕັນຫາ
ເພື່ອເຮັດການຊົ່ວຮ້າຍທຸກຢ່າງໂດຍສຸດຄວາມປາຖນາ
20 ແຕ່ວ່າທ່ານທັງຫລາຍບໍ່ໄດ້ຮຽນຮູ້ຈັກພຣະຄຣິດຢ່າງນັ້ນ
21 ຖ້າແມ່ນວ່າພວກທ່ານໄດ້ຍິນເຣື່ອງພຣະອົງ
ແລະໄດ້ຮັບຄຳສັ່ງສອນເຣື່ອງພຣະອົງຕາມຄວາມຈິງຊຶ່ງມີຢູ່ໃນພຣະເຢຊູແລ້ວ
22 ພວກທ່ານຈົ່ງຖອດຖິ້ມສະພາບມະນຸດເກົ່າຂອງຕົນຊຶ່ງຄູ່ກັບວິຖີຊີວິດເດີມນັ້ນເສັຽ
ທີ່ກຳລັງເສື່ອມເສັຽໄປສູ່ຄວາມຕາຍຕາມຕັນຫາອັນເປັນທີ່ຫລອກລວງນັ້ນ
23 ແລະຈົ່ງໃຫ້ວິນຍານຈິດຂອງທ່ານຖືກຊົງຕັ້ງຂຶ້ນໃຫມ່
24 ແລະໃຫ້ທ່ານທັງຫລາຍສວມສະພາບມະນຸດໃຫມ່
ຊຶ່ງຊົງສ້າງຂຶ້ນໃຫມ່ຕາມແບບລັກສະນະຂອງພຣະເຈົ້າໃນຄວາມຊອບທັມ
ແລະຄວາມບໍຣິສຸດທີ່ແທ້ຈິງ
25 ເຫດສັນນັ້ນ,
ທ່ານທັງຫລາຍຈົ່ງເລີກກ່າວຄວາມຕົວະເສັຽ
“ທຸກຄົນຈົ່ງກາວຄວາມຈິງຕໍ່ເພື່ອນບ້ານຂອງຕົນ”
ເພາະວ່າເຮົາທັງຫລາຍເປັນອະວັຍວະຂອງກັນແລະກັນ
26 ຈະຮ້າຍກໍຮ້າຍໄດ້
ແຕ່ຢ່າໃຫ້ຄວາມຮ້າຍເປັນເຫດໃຫ້ເກີດການຜິດບາບ
ຢ່າຮ້າຍຢູ່ຈົນຕາເວັນຕົກ
27 ແລະຢ່າປ່ອຍໂອກາດໃຫ້ມານ
28 ຝ່າຍຄົນຂີ້ລັກ
ຢ່າໄດ້ລັກຕໍ່ໄປ
ແຕ່ໃຫ້ໃຊ້ມືອອກເຫື່ອແຮງຫາລ້ຽງຊີບໂດຍທາງຊອບດີກວ່າ
ເພື່ອຈະມີສ່ວນເຫລືອພໍແຈກໃຫ້ແກ່ຄົນຍາກຈົນ
29 ຢ່າໃຫ້ຄຳຫຍາບຊ້າອອກຈາກປາກຂອງພວກທ່ານຈັກເທື່ອ
ແຕ່ໃຫ້ໃຊ້ຄຳດີຊຶ່ງເປັນປໂຍດໃຫ້ຈະເຣີນຂຶ້ນ
ແລະໃຫ້ເຫມາະສົມກັບຄວາມຕ້ອງການ
ເພື່ອຈະໄດ້ເປັນຄຸນປໂຍດແກ່ຄົນທັງຫລາຍທີ່ໄດ້ຍິນໄດ້ຟັງ
30 ແລະຢ່າເຮັດໃຫ້ພຣະວິນຍານບໍຣິສຸດຂອງພຣະເຈົ້າເສັຽພຣະທັຍ
ເພາະໂດຍພຣະວິນຍານນັ້ນທ່ານທັງຫລາຍໄດ້ຖືກຊົງປະທັບຕາຫມາຍໄວ້
ເພື່ອວັນທີ່ຈະຊົງໄຖ່ໃຫ້ພົ້ນ
31 ສ່ວນໃຈຂົມຂື່ນ
ໃຈໂມໂຫໂທໂສ
ໃຈຄຽດຮ້າຍ
ການອຶກກະທຶກຜິດຖຽງກັນ
ການກ່າວສຽດສີກັນ
ແລະການຄຶດປອງຮ້າຍທຸກຢ່າງ
ຈົ່ງຖິ້ມໃຫ້ຫ່າງໄປຈາກທ່ານທັງຫລາຍເສັຽ
32 ຈົ່ງມີໃຈເມດຕາຕໍ່ກັນ
ມີໃຈເອັນດູກັນ
ແລະອະພັຍໂທດໃຫ້ກັນ
ເຫມືອນດັ່ງພຣະເຈົ້າໄດ້ຊົງໂຜດອະພັຍໂທດໃຫ້ແກ່ພວກທ່ານໃນອົງພຣະຄຣິດນັ້ນ
1
ເພາະສັນນັ້ນທ່ານທັງຫລາຍ
ຈົ່ງເປັນຜູ້ດຳເນີນຊີວິດຕາມແບບຢ່າງພຣະເຈົ້າເຫມືອນເປັນບຸດທີ່ຊົງຮັກ
2
ແລະຈົ່ງດຳເນີນຊີວິດນັ້ນໃນຄວາມຮັກ
ເຫມືອນດັ່ງພຣະຄຣິດໄດ້ຊົງຮັກທ່ານທັງຫລາຍ
ແລະຊົງສລະພຣະອົງເອງເພື່ອພວກເຮົາ
ໃຫ້ເປັນເຄື່ອງບູຊາແລະເຄື່ອງຖວາຍທີ່ມີກິ່ນຫອມຫວານແກ່ພຣະເຈົ້າ
3
ແຕ່ການເອີ່ຍເຖິງການຫລິ້ນຊູ້
ການຊົ່ວຮ້າຍທຸກຢ່າງ
ຫລືຄວາມໂລພະຕັນຫາກໍດີ
ຢ່າໃຫ້ມີຂຶ້ນໃນຖ້າມກາງທ່ານທັງຫລາຍ
ເພື່ອຈະໄດ້ເຫມາະສົມກັບພວກທ່ານເປັນໄພ່ພົນຂອງພຣະເຈົ້າ
4
ທັງຢ່າກ່າວຄຳຫຍາບຊ້າ
ຢ່າເວົ້າຢ່າງບໍ່ມີແກ່ນສານ
ຫລືເວົ້າຕລົກຫລິ້ນ
ຊຶ່ງເປັນການບໍ່ສົມຄວນ
ແຕ່ໃຫ້ມີການຂອບພຣະຄຸນດີກວ່າ
5
ເພາະວ່າເຣື່ອງນີ້ທ່ານທັງຫລາຍຄົງຮຼ້ແນ່ວ່າ
ຄົນຫລິ້ນຊູ້
ຄົນຊົ່ວຮ້າຍ
ຄົນໂລພະຕັນຫາ
(ທີ່ເປັນເຫມືອນຄົນທີ່ໄຫວ້ພຣະທຽມ)
ກໍດີ
ຈະມີສ່ວນໃນຣາຊອານາຈັກຂອງພຣະຄຣິດແລະຂອງພຣະເຈົ້າບໍ່ໄດ້
6
ຢ່າໃຫ້ຜູ້ໃດລໍ້ລວງພວກທ່ານດ້ວຍຄຳເວົ້າອັນໄຮ້ປໂຍດ
ເພາະການເຮັດເຫລົ່ານີ້ແຫລະ,
ພຣະພິໂຣດຂອງພຣະເຈົ້າຈຶ່ງຕົກໃສ່ຄົນທັງຫລາຍທີ່ບໍ່ຍອມເຊື່ອຟັງ
7
ເຫດສັນນັ້ນ,
ທ່ານທັງຫລາຍຢາຄົບຫາສະມາຄົມກັບຄົນເຫລົ່ານັ້ນຈັກເທື່ອ
8
ເພາະວ່າເມື່ອກ່ອນ,
ທ່ານທັງຫລາຍຢູ່ຝ່າຍຄວາມມືດ
ແຕ່ບັດນີ້ກໍຢູ່ຝ່າຍຄວາມສວ່າງໃນອົງພຣະຜູ້ເປັນເຈົ້າ
ຈົ່ງດຳເນີນຊີວິດເຫມືອນຢູ່ຝ່າຍຄວາມສວ່າງແລ້ວ
9
(ດ້ວຍວ່າຜົນຂອງຄວາມສວ່າງນັ້ນ
ຄືຄວາມດີ
ແລະຄວາມຊອບທັມກັບຄວາມຈິງທຸກຢ່າງ)
10 ທ່ານທັງຫາຍຈົ່ງພຍາຍາມຮຽນຮູ້ຈັກວ່າ
ເຮັດອັນໃດຈຶ່ງຈະເປັນທີ່ຊອບພຣະທັຍອົງພຣະຜູ້ເປັນເຈົ້າ
11 ແລະຢ່າເຂົ້າສ່ວນກັບກິຈການຂອງຄວາມມືດທີ່ບໍ່ມີປໂຍດ
ແຕ່ຈົ່ງເປີດເຜີຍກິຈການນັ້ນໃຫ້ປາກົດດີກວ່າ
12 ເພາະວ່າແມ່ນແຕ່ຈະເວົ້າເຖິງການເຫລົ່ານັ້ນທີ່ເຂົາເຮັດໃນທີ່ລັບລີ້
ກໍຍັງເປັນການຫນ້າອາຍ
13 ແຕ່ເມື່ອສິ່ງສາຣະພັດຖືກເປີດເຜີຍອອກໂດຍຄວາມສວ່າງ
ສິ່ງນັ້ນກໍປາກົດແຈ້ງ
ເພາະວ່າທຸກສິ່ງທີ່ປາກົດແຈ້ງກໍຄືຄວາມສວ່າງ
14 ເຫດສັນນັ້ນຈຶ່ງມີຄຳກ່າວວ່າ,
“ຄົນທີ່ນອນຫລັບເອີຍ,
ຈົ່ງຕື່ນຂຶ້ນ
ຈົ່ງຟື້ນຂຶ້ນມາຈາກຄວາມຕາຍ
ແລະພຣະຄຣິດຈະຊົງສ່ອງສວ່າງໃສ່ເຈົ້າ”
15 ເຫດສັນນັ້ນ,
ທ່ານທັງຫລາຍຈົ່ງລະວັງໃນການດຳເນີນຊີວິດໃຫ້ດີ
ຢ່າໃຫ້ເຫມືອນຄົນໄຮ້ປັນຍາ
ແຕ່ໃຫ້ເຫມືອນຄົນມີປັນຍາ
16 ຈົ່ງສວຍໂອກາດ
ເພາະວ່າທຸກວັນນີ້
ເປັນຄາວຊົ່ວຮ້າຍ
17 ເຫດສັນນັ້ນ,
ຢ່າເປັນຄົນໂງ່
ແຕ່ຈົ່ງເຂົ້າໃຈນ້ຳພຣະທັຍຂອງອົງພຣະຜູ້ເປັນເຈົ້າວ່າເປັນຢ່າງໃດ
18 ແລະຢ່າເມົາເຫລົ້າແວງ
ຊຶ່ງພາໃຫ້ເສັຽຄົນ
ແຕ່ຈົ່ງເຕັມໄປດ້ວຍພຣະວິນຍານກໍດີກວ່າ
19 ຈົ່ງສົນທະນາກັນດ້ວຍເພງສັຣເສີນ
ເພງນະມັສການ
ແລະເພງຍ້ອງຍໍສໍຣະເສີນຝ່າຍພຣະວິນຍານ
ຄືຮ້ອງເພງແລະສັຣເສີນຈາກໃຈຂອງທ່ານທັງຫລາຍຖວາຍແດ່ອົງພຣະຜູ້ເປັນເຈົ້າ
20 ຈົ່ງຂອບພຣະຄຸນພຣະເຈົ້າ
ຄືພຣະບິດາສຳລັບສິ່ງສາຣະພັດສເມີ
ໃນພຣະນາມຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ
ບັນດາສາມີແລະພັຣຍາ
(ກລຊ
3:18-19)
21 ເນື່ອງດ້ວຍເຈົ້າມີຄວາມຢຳເກງພຣະຄຣິດ
ຈົ່ງຍອມຟັງເຊິ່ງກັນແລະກັນ
22 ຝ່າຍພັຣຍາ
ຈົ່ງຍອມຢູ່ໃຕ້ບັງຄັບສາມີຂອງຕົນ
ຫມືອນຍອມຟັງອົງພຣະຜູ້ເປັນເຈົ້າ
23 ເພາະວ່າສາມີເປັນສີສະຂອງພັຣຍາ
ເຫມືອນພຣະຄຣິດຊົງເປັນປະມຸກຂອງຄຣິສຕະຈັກ
ຊຶ່ງເປັນພຣະກາຍຂອງພຣະອົງ
ແລະພຣະອົງຊົງເປັນຜູ້ໂຜດໃຫ້ຄຣິສຕະຈັກນັ້ນພົ້ນ
24 ຄຣິສຕະຈັກຍອມຢູ່ໃຕ້ບັງຄັບຂອງພຣະຄຣິດສັນໃດ
ພັຣຍາກໍຄວນຍອມຢູ່ໃຕ້ບັງຄັບສາມີຂອງຕົນທຸກປະການສັນນັ້ນ
25 ຝ່າຍສາມີ
ຈົ່ງຮັກພັຣຍາຂອງຕົນ
ເຫມືອນດັ່ງພຣະຄຣິດໄດ້ຊົງຮັກຄຣິສຕະຈັກ
ແລະຊົງສລະພຣະອົງເອງເພື່ອຄຣິສຕະຈັກ
26 ເພື່ອຊົງຕັ້ງຄຣິສຕະຈັກນັ້ນໄວ້ສຳລັບພຣະເຈົ້າໂດຍການຊົງຊໍາຮະດ້ວຍນ້ຳກັບດ້ວຍຖ້ອຍຄຳ
27 ເພື່ອພຣະອົງນັ້ນຈະໄດ້ຮັບຄຣິສຕະຈັກສຳລັບພຣະອົງເອງ
ຄືຄຣິສຕະຈັກທີ່ມີສະງ່າຣາສີ
ບໍ່ມີຈຸດດ່າງພ້ອຍຫລືຮອຍຫນັງຫ່ຽວ
ແລະສິ່ງອື່ນໆໃນທຳນອງນັ້ນ
ເພື່ອຄຣິສຕະຈັກຈະບໍຣິສຸດບໍ່ມີຕຳຫນີ
28 ຢ່າງນັ້ນແຫລະ,
ສາມີຈຶ່ງຄວນຮັກພັຣຍາຂອງຕົນເຫມືອນກັບຮັກກາຍຂອງຕົນເອງ
ຜູ້ທີ່ຮັກພັຣຍາຂອງຕົນກໍຮັກຕົນເອງ
29 ເພາະວ່າບໍ່ມີຜູ້ໃດກຽດຊັງເນື້ອກາຍຂອງຕົນເອງຈັກເທື່ອ
ມີແຕ່ບໍາຣຸງຖະນອມລ້ຽງໄວ້
ເຫມືອນດັ່ງພຣະຄຣິດຊົງກະທຳແກ່ຄຣິສຕະຈັກ
30 ເພາະວ່າເຮົາທັງຫລາຍເປັນອະວັຍວະແຫ່ງພຣະກາຍຂອງພຣະອົງ
31 “ເພາະເຫດນີ້ຜູ້ຊາຍຈຶ່ງຈະລະບິດາມານດາຂອງຕົນໄປຜູກພັນກັບພັຣຍາ
ແລະເຂົາທັງສອງຈະເປັນກາຍອັນດຽວກັນ”
32 ຄວາມຈິງທີ່ຝັງຢູ້ໃນຂໍ້ນີ້ກໍເລິກເຊິ່ງ
ແຕ່ສ່ວນຂ້າພະເຈົ້າ
ເຂົ້າໃຈວ່າຫມາຍເຖິງພຣະຄຣິດ ແລະຄຣິສຕະຈັກ
33 ເຖິງຢ່າງໃດກໍດີ,
ພວກທ່ານທຸກຄົນຈົ່ງຮັກພັຣຍາຂອງຕົນເຫມືອນຮັກຕົນເອງ
ແລະພັຣຍາກໍຈົ່ງຢຳເກງສາມີຂອງຕົນ
1
ຝ່າຍບຸດທັງຫລາຍ,
ຈົ່ງນົບນ້ອມເຊື່ອຟັງບິດາມານດາຂອງຕົນ
ເພາະເຫັນແກ່ອົງພຣະຜູ້ເປັນເຈົ້າ
ເພາະເຮັດແນວນັ້ນເປນັການຖືກຕ້ອງ
2
“ຈົ່ງນັບຖືບິດາມານດາຂອງຕົນ”
ນີ້ເປັນພຣະບັນຍັດຂໍ້ຕົ້ນທີ່ມີພຣະສັນຍາໄວ້ດ້ວຍ
3
ຄື
“ເພື່ອເຈົ້າຈະຢູ່ເຢັນເປັນສຸກ
ແລະມີອາຍຸຫມັ້ນຍືນທີ່ແຜ່ນດິນນີ້”
4
ຝ່າຍພວກທ່ານທີ່ເປັນບິດາ
ຢ່າຮົບກວນບຸດຂອງຕົນໃຫ້ຂັດເຄືອງໃຈ
ແຕ່ຈົ່ງອົບຮົມເຂົາດ້ວຍການຕີສອນ
ແລະການເຕືອນສະຕິ
ຕາມຫລັກຄຳສອນຂອງອົງພຣະຜູ້ເປັນເຈົ້າ
ລະບຽບລະຫວ່າງຂ້ອຍຂ້າແລະນາຍ
5
ຝ່າຍພວກຂ້ອຍຂ້າ,
ຈົ່ງເຊື່ອຟັງຄວາມນາຍຝ່າຍໂລກດ້ວຍຄວາມຢຳເກງຈົນຕົວສັ່ນ
ດ້ວຍນ້ຳໃສໃຈຈິງເຫມືອນດັ່ງຟັງພຣະຄຣິດ
6
ບໍ່ເຫມືອນຢ່າງຄົນທີ່ເຮັດແຕ່ຕໍ່ຫນ້າ
ຢ່າງຄົນທີ່ເຮັດໃຫ້ຊອບໃຈມະນຸດ
ແຕ່ຈົ່ງເຮັດເຫມືອນຢ່າງຂ້ອຍຂ້າຂອງພຣະຄຣິດ
ຄືເຮັດຕາມຊອບພຣະທັຍພຣະເຈົ້າດ້ວຍຄວາມເຕັມໃຈ
7
ຈົ່ງຮັບໃຊ້ນາຍດ້ວຍໃຈຊື່ນບານ
ເຫມືອນກັບຮັບໃຊ້ອົງພຣະຜູ້ເປັນເຈົ້າ
ບໍ່ໃຊ່ເຫມືອນຮັບໃຊ້ມະນຸດ
8
ເພາະວ່າພວກທ່ານຮູ້ຢູ່ແລ້ວວ່າຜູ້ໃດເຮັດການດີປະການໃດ
ຜູ້ນັ້ນກໍຈະໄດ້ຮັບບຳເຫນັດຢ່າງນັ້ນຈາກອົງພຣະຜູ້ເປັນເຈົ້າ
ບໍ່ວ່າເຂົາຈະເປັນຂ້ອຍຂ້າ
ຫລືເປັນອິສຣະກໍດີ
9
ຝ່າຍນາຍກໍຈົ່ງເຮັດຕໍ່ຂ້ອຍຂ້າຂອງຕົນໃນທຳນອງດຽວກັນ
ຄືຢ່າຂູ່ເຂັນເຂົາ
ເພາະພວກທ່ານກໍຮູ້ແລ້ວວ່າ
ພຣະອົງຜູ້ຊົງເປັນນາຍຂອງເຂົາແລະຂອງທ່ານທັງຫລາຍນັ້ນຢູ່ໃນສວັນ
ແລະພຣະອົງບໍ່ຊົງເລືອກຫນ້າຜູ້ໃດຈັກເທື່ອ
ຍຸທພັນທັງຊຸດຊຶ່ງມາຈາກພຣະເຈົ້າ
10 ສຸດທ້າຍນີ້,
ຂໍພວກທ່ານຈົ່ງມີກຳລັງເພີ້ມຂຶ້ນໃນອົງພຣະຜູ້ເປັນເຈົ້າ
ແລະໃນຣິດເດດອັນແກ່ກ້າຂອງພຣະອົງ
11 ຈົ່ງສວມຍຸທພັນຄົບຊຸດຊຶ່ງມາຈາກພຣະເຈົ້າ
ເພື່ອທ່ານທັງຫລາຍຈະສາມາດຢືນຕໍ່ສູ້ກັບກົນອຸບາຍຂອງພຍາມານໄດ້
12 ເພາະວ່າເຮົາທັງຫລາຍບໍ່ໄດ້ຕໍ່ສູ້ກັບມະນຸດທັມມະດາ
ແຕ່ຕໍ່ສູ້ກັບຜູ້ປົກຄອງ
ຜູ້ມີອຳນາດ
ເຈົ້າໂລກທີ່ຢູ່ໃນໂມຫະຄວາມມືດແຫ່ງໂລກນີ້
ແລະຕໍ່ສູ້ກັບກຳລັງວິນຍານຝ່າຍຄວາມຊົ່ວຮ້າຍໃນອາກາດສະຖານ
13 ເຫດສັນນັ້ນ,
ຈົ່ງຮັບເອົາຍຸທພັນຄົບຊຸດຊຶ່ງມາຈາກພຣະເຈົ້າ
ເພື່ອທ່ານທັງຫລາຍຈະສາມາດຕໍ່ຕ້ານໃນວັນຊົ່ວຮ້າຍນັ້ນ
ແລະເມື່ອເຮັດແລ້ວຈະຢູ່ຢ່າງຫມັ້ນຄົງໄດ້
14 ເຫດສັນນັ້ນ,
ທ່ານທັງຫລາຍຈົ່ງຢືນຫມັ້ນ
ເອົາຄວາມຈິງຄາດແອວໄວ້ເອົາຄວາມຊອບທັມເປັນເຄື່ອງປ້ອງການເອິກໄວ້
15 ແລະເອົາຄວາມພັ່ງພ້ອມຝ່າຍຂ່າວປະເສີດເຣື່ອງສັນຕິສຸກມາສຸບໃສ່ຕີນ
16 ແລະພ້ອມກັບສິ່ງທັງຫມົດນີ້,
ຈົ່ງຍົກເອົາຄວາມເຊື່ອເປັນເຂນ
ດ້ວຍເຂນນັ້ນທ່ານທັງຫລາຍຈະສາມາດດັບລູກສອນໄຟທັງຫມົດຂອງຜູ້ຮ້າຍນັ້ນໃຫ້ມອດເສັຽ
17 ຈົ່ງເອົາຄວາມພົ້ນເປັນເຄື່ອງຄຽນປ້ອງຫົວໄວ້
ແລະຈົ່ງຖືພຣະແສງຂອງພຣະວິນຍານ
ຄືພຣະທັມຂອງພຣະເຈົ້າ
18 ຈົ່ງອ້ອນວອນແລະໄຫວ້ວອນທຸກຢ່າງ
ຈົ່ງອ້ອນວອນໂດຍພຣະວິນຍານທຸກເວລາ
ແລະຈົ່ງເຝົ້າລະວັງໃນການນັ້ນດ້ວຍຄວາມພຽນທຸກຢ່າງ
ຈົ່ງອ້ອນວອນເພື່ອໄພ່ພົນທັງປວງຂອງພຣະເຈົ້າ
19 ແລະອ້ອນວອນເພື່ອຂ້າພະເຈົ້າດ້ວຍ
ເພື່ອຈະຊົງໂຜດໃຫ້ຂ້າພະເຈົ້າເກີດໃຈກ້າຫານ
ອອກປາກສະແດງຂໍ້ລັບເລິກເຣື່ອງຂ່າວປະເສີດ
20 (ຍ້ອນຂ່າວປະເສີດນີ້ແຫລະ,
ຂ້າພະເຈົ້າຈຶ່ງເປັນຣາຊທູດຜູ້ຕິດໂສ້ຢູ່)
ເພື່ອຂ້າພະເຈົ້າຈະເລົ່າຂ່າວປະເສີດນັ້ນດ້ວຍໃຈກ້າຫານ
ຕາມທີ່ຂ້າພະເຈົ້າຄວນຈະກ່າວ
ຄຳສະແດງຄວາມຄຶດເຖິງໃນຕອນທ້າຍ
21 ບັດນີ້,
ເພື່ອໃຫ້ທ່ານທັງຫລາຍຮູ້ເຫດການທັງປວງຂອງຂ້າພະເຈົ້າ
ວ່າຂ້າພະເຈົ້າເປັນຢູ່ຢ່າງໃດ
ຕີຂີໂກ,
ຜູ້ເປັນນ້ອງທີ່ຮັກແລະເປັນຜູ້ປະຕິບັດທີ່ສັດຊື່ໃນອົງພຣະຜູ້ເປັນເຈົ້າ
ຈະໄດ້ບອກໃຫ້ທ່ານທັງຫລາຍຊາບເຖິງເຫດການທັງປວງຂອງຂ້າພະເຈົ້າ
22 ຂ້າພະເຈົ້າໄດ້ໃຫ້ຜູ້ນີ້ໄປຫາພວກທ່ານ
ກໍເພາະການນີ້ແຫລະ,
ຄືເພື່ອໃຫ້ພວກທ່ານໄດ້ຊາບເຖິງຄວາມເປັນຢູ່ຂອງຂ້າພະເຈົ້າ
ແລະເພື່ອໃຫ້ເຂົ່າຫນຸນນ້ຳໃຈຂອງພວກທ່ານ
23 ຂໍໃຫ້ພວກພີ່ນ້ອງໄດ້ຮັບສັນຕິສຸກ
ແລະຄວາມຮັກດ້ວຍຄວາມເຊື່ອ
ມາຈາກພຣະບິດາເຈົ້າ
ແລະຈາກພຣະເຢຊູຄຣິດເຈົ້າ
24 ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ນຳບັນດາຄົນທັງປວງທີ່ຮັກພຣະເຢຊູຄຣິດເຈົ້າຂອງພວກເຮົາຢ່າງບໍ່ຮູ້ເສື່ອມສູນ