| Colossians ພຣະທັມໂກໂລຊາຍ |
|
![]() |
|
ພຣະທັມໂກໂລຊາຍ
ຈົດຫມາຍໂປໂລ
ທີ່ມີໄປເຖີງຄຣິສຕະຈັກໃນເມືອງ
ໂກໂລຊາຍ
1
ໂປໂລ
ອັຄສາວົກຂອງພຣະເຢຊູຄຣິດຕາມນ້ຳພຣະທັຍຂອງພຣະເຈົ້າ ກັບຕີໂມທຽວນ້ອງຊາຍຂອງເຮົາ
ເຖິງ
ພວກໄພ່ພົນຂອງພຣະເຈົ້າ
ແລະພວກພີ່ນ້ອງທີ່ເຫລື້ອມໃສສັດທາໃນພຣະຄຣິດທີ່ເມືອງໂກໂລຊາຍ
2
ຂໍໃຫ້ພຣະຄຸນແລະສັນຕິສຸກ
ຊຶ່ງມາຈາກພຣະບິດາເຈົ້າຂອງເຮົາທັງຫລາຍ
ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີນ
ຄຳອ້ອນວອນຂອງໂປໂລເພື່ອຄຣິສະຕຽນຊາວໂກໂລຊາຍ
3
ເມື່ອພວກເຮົາອ້ອນວອນເພື່ອເຈົ້າທັງຫລາຍ
ເຮົາກໍຂອບພຣະຄຸນພຣະບິດາເຈົ້າຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍຢູ່ສເມີ
4
ເພາະພວກເຮົາໄດ້ຍີນເຖິງຄວາມເຊື່ອຂອງເຈົ້າທັງຫລາຍໃນພຣະເຢຊູຄຣິດ
ແລະເຣື່ອງຄວາມຮັກຊຶ່ງພວກເຈົ້າມີຕໍ່ໄພ່ພົນທັງປວງຂອງພຣະເຈົ້າ
5
ໂດຍເຫດຊຶ່ງມີຄວາມຫວັງທີຊົງຮັກສາໄວ້ສຳລັບເຈົ້າທັງຫລາຍໃນສວັນ
ຊຶ່ງເມື່ອກ່ອນພວກເຈົ້າເຄີຍໄດ້ຍິນມາແລ້ວໃນຄຳອັນສັດຈິງ
ຄືຂ່າວປະເສີດນັ້ນ
6
ຊຶ່ງແຜ່ຜາຍມາເຖິງເຈົ້າທັງຫລາຍຕາມທີ່ກຳລັງເກີດຜົນ
ແລະທະວີຂຶ້ນທົ່ວໂລກ
ຢ່າງດຽວກັບກຳລັງເປັນຢູ່ໃນຖ້າມກາງເຈົ້າທັງຫລາຍດ້ວຍ
ຕັ້ງແຕ່ວັນທີ່ພວກເຈົ້າໄດ້ຍິນ
ແລະໄດ້ເຂົ້າໃຈໃນພຣະຄຸນຂອງພຣະເຈົ້າຕາມຄວາມຈິງ
7
ດັ່ງທີ່ເຈົ້າທັງຫລາຍໄດ້ຮຽນຮູ້ຈາກເອປາຟາ
ຜູ້ເປັນເພື່ອນຮ່ວມງານທີ່ຮັກຂອງພວກເຮົາ
ທ່ານເປັນຜູ້ປະຕິບັດອົງພຣະຄຣິດແທນເຮົາດ້ວຍໃຈສັດຊື່
8
ທ່ານໄດ້ເລົ່າໃຫ້ພວກເຮົາຟັງເຖິງຄວາມຮັກ
ຊຶ່ງພຣະວິນຍານຊົງປະທານແກ່ເຈົ້າທັງຫລາຍດ້ວຍ
9
ເພາະເຫດນີ້,
ນັບຕັ້ງແຕ່ວັນທີ່ເຮົາໄດ້ຍິນ
ເຮົາກໍບໍ່ໄດ້ຢຸດໃນການອ້ອນວອນເພື່ອເຈົ້າທັງຫລາຍ
ທູນຂໍເພື່ອໃຫ້ພວກເຈົ້າປະກອບເຕັມໄປດ້ວຍຄວາມຮູ້ເຖິງນ້ຳພຣະທັຍຂອງພຣະອົງ
ໃນສັພປັນຍາແລະຄວາມເຂົ້າໃຈຊຶ່ງມາຈາກພຣະວິນຍານ
10
ເພື່ອເຈົ້າທັງຫລາຍຈະໄດ້ດຳເນີນຊີວິດຢ່າງທີ່ຄວນຕໍ່ອົງພຣະຜູ້ເປັນເຈົ້າ
ແລະທີ່ຊອບພຣະທັຍພຣະອົງຢ່າງແທ້ຈີງ
ໃຫ້ເກີດຜົນໃນການດີທຸກຢ່າງ
ແລະຈະເຣີນຂຶ້ນໃນຄວາມຮູ້ເຖິງພຣະເຈົ້າ
11
ຂໍໃຫ້ເຈົ້າທັງຫລາຍມີກຳລັງແຂງແຮງຂຶ້ນທຸກຢ່າງ
ໂດຍຣິດອຳນາດອັນຮຸ່ງເຮືອງຂອງພຣະອົງ
ເພື່ອຈະສາມາດອົດທົນທຸກສິ່ງ
ແລະມີຄວາມຫມັ້ນພຽນດ້ວຍຄວາມຍິນດີ
12
ຈົ່ງຂອບພຣະຄຸນພຣະບິດາ
ຜູໍ້ຊົງບັນດານໃຫ້ເຈົ້າທັງຫລາຍສົມກັບທີ່ຈະເຂົ້າສ່ວນໄດ້ຮັບມໍຣະດົກດ້ວຍກັນກັບພວກໄພ່ພົນໃນຄວາມສວ່າງ
13
ພຣະອົງໄດ້ຊົງໂຜດດຶງເຮົາທັງຫລາຍໃຫ້ພົ້ນຈາກອໍານາດຂອງຄວາມມືດ
ແລະໄດ້ຊົງໂຍກຍ້າຍພວກເຮົາໄປຕັ້ງໄວ້ໃນຣາຊອານາຈັກແຫ່ງພຣະບຸດທີ່ຮັກຂອງພຣະອົງ
14
ໃນພຣະບຸດນັ້ນເຮົາທັງຫລາຍຈຶ່ງໄດ້ຮັບການໄຖ່ໃຫ້ພົ້ນ
ຄືຊົງໂຜດຍົກຜິດບາບທັງຫລາຍຂອງພວກເຮົາ
ຄວາມສົມບູນຂອງພຣະຄຣິດ
(ຢຮ
1:1-5)
15
ພຣະອົງຊົງເປັນແບບລັກສະນະຂອງພຣະເຈົ້າ ຜູ້ຊຶ່ງຕາເຫັນບໍ່ໄດ້
ຊົງເປັນບຸດແຮກເຫນືອສາຣະພັດທີ່ຊົງນີຣະມິດສ້າງຂຶ້ນນັ້ນ
16
ເພາະວ່າໃນພຣະອົງ ພຣະເຈົ້າໄດ້ຊົງສ້າງສັພສິ່ງຂຶ້ນ
ທັງໃນທ້ອງຟ້າແລະເທິງແຜ່ນດິນໂລກ
ສິ່ງທີ່ຕາເຫັນໄດ້
ແລະທີ່ເຫັນບໍ່ໄດ້
ຈະເປັນພຣະທີ່ນັ່ງຫລືເປັນອານຸພາບ
ເປັນຜູ້ປົກຄອງຫລືຜູ້ມີອຳນາດ
ສິ່ງທັງປວງເຫລົ່ານີ້ແມ່ນພຣະເຈົ້າໄດ້ສ້າງໂດຍທາງພຣະອົງແລະສຳລັບພຣະອົງ
17
ພຣະອົງຊົງເປັນຢູ່ກ່ອນສິ່ງສາຣະພັດ
ແລະສິ່ງສາຣະພັດນັ້ນເປັນລະບຽບຢູ່ໂດຍພຣະອົງ
18
ພຣະອົງຊົງເປັນສີສະຂອງກາຍ
ຄືຄຣິສຕະຈັກ
ພຣະອົງຊົງເປັນປະຖົມ
ເປັນຜູ້ແຮກທີ່ຖືກຊົງບັນດານໃຫ້ຄືນມາຈາກຕາຍ
ເພື່ອພຣະອົງຈະຊົງເປັນເອກໃນສັພສິ່ງທັງປວງ
19
ເພາະວ່າພຣະບິດາຊົງພໍພຣະທັຍ
ທີ່ຈະໃຫ້ສະພາບຂອງພຣະເຈົ້າສະຖິດຢູ່ໃນພຣະບຸດຢ່າງເຕັມບໍຣິບູນ
20
ແລະໂດຍພຣະບຸດນັ້ນຈະໄດ້ຊົງໃຫ້ສິ່ງສາຣະພັດກັບຄືນດີກັບພຣະເຈົ້າ
ບໍ່ວ່າສິ່ງນັ້ນຈະຢູ່ໃນແຜ່ນດິນໂລກ
ຫລືໃນສວັນ
ພຣະອົງໄດ້ຊົງບັນດານໃຫ້ເກີດສັນຕິພາບດ້ວຍພຣະໂລຫິດ
ຊຶ່ງໄຫລທີ່ໄມ້ກາງແຂນຂອງພຣະອົງ
21
ແລະເຈົ້າທັງຫລາຍ
ຊຶ່ງເມື່ອກ່ອນນັ້ນບໍ່ແມ່ນພົລເມືອງຂອງພຣະເຈົ້າ
ແຕ່ເປັນສັດຕຣູທາງດ້ານຈິດໃຈດ້ວຍການຊົ່ວຮ້າຍຕ່າງໆ
22
ບັດນີ້
ພຣະອົງຊົງໂຜດໃຫ້ກັບຄືນດີກັບພຣະອົງ
ໂດຍການສີ້ນພຣະຊົນແຫ່ງພຣະກາຍ
ຄືເນື້ອຫນັງຂອງພຣະອົງ
ເພື່ອຈະໄດ້ຊົງຖວາຍພວກເຈົ້າຕໍ່ພຣະພັກພຣະເຈົ້າ
ໃຫ້ເປັນຄົນບໍຣິສຸດທີ່ບໍ່ມີຕຳຫນີຕິຕຽນໄດ້
23
ແຕ່ເຈົ້າທັງຫລາຍຕ້ອງຕັ້ງຫມັ້ນຢູ່ໃນຄວາມເຊື່ອ
ຊຶ່ງໄດ້ວາງຮາກລົງຢ່າງແຫນ້ນຫນາຖາວອນແລ້ວ
ແລະຢ່າໄດ້ຫນີຈາກຄວາມໄວ້ໃຈໃນຂ່າວປະເສີດທີ່ພວກເຈົ້າໄດ້ຍິນແລ້ວ
ແລະໄດ້ປະກາດແລ້ວແກ່ມະນຸດທຸກຄົນທີ່ຢູ່ທົ່ວໃຕ້ຟ້າ
ຊຶ່ງເຮົາ
ໂປໂລ
ເປັນຜູ້ຮັບໃຊ້ໃນການປະກາດຂ່າວປະເສີດນັ້ນ
ການຮັບໃຊ້ຂອງໂປໂລທີ່ມີຕໍ່ຄຣິສຕະຈັກ
24
ບັດນີ້
ເຮົາມີຄວາມຍິນດີໃນການທີ່ໄດ້ຮັບຄວາມທຸກເພື່ອເຈົ້າທັງຫລາຍ
ສ່ວນການຊົງທົນທຸກຂອງພຣະຄຣິດທີ່ຍັງຂາດຢູ່ນັ້ນ
ເຮົາກໍຮັບທົນຈົນສຳເຣັດໃນເນື້ອກາຍຂອງເຮົາ
ເພາະເຫັນແກ່ພຣະກາຍຂອງພຣະອົງ
ຄືຄຣິສຕະຈັກ
25
ເຮົາໄດ້ມາເປັນຜູ້ຮັບໃຊ້ຄຣິສຕະຈັກນັ້ນ
ຕາມທີ່ພຣະເຈົ້າໄດ້ຊົງໂຜດມອບພາຣະໃຫ້ເຮົາເພື່ອເຈົ້າທັງຫລາຍ
ເພື່ອຈະໄດ້ກ່າວຂ່າວພຣະທັມຂອງພຣະເຈົ້າຢ່າງຄົບຖ້ວນ
26
ຄືຂໍ້ຄວາມອັນລັບເລິກທີ່ໄດ້ຊົງບັງໄວ້ແຕ່ຫລາຍເຊັ່ນແລະຫລາຍຊົ່ວອາຍຸນັ້ນ
ມາບັດນີ້ໄດ້ຊົງໂຜດໃຫ້ປາກົດແຈ້ງແກ່ໄພ່ພົນຂອງພຣະອົງແລ້ວ
27
ພຣະເຈົ້າຊົງມີພຣະປະສົງທີ່ຈະສະແດງໃຫ້ໄພ່ພົນເຫລົ່ານັ້ນຮູ້ວ່າ
ໃນຖ້າມກາງຄົນຕ່າງຊາດອັນໃດເປັນຄວາມສົມບູນອັນປະກອບດ້ວຍສະງ່າຣາສີແຫ່ງຂໍ້ລັບເລິກ
ຄືທີ່ພຣະຄຣິດຊົງສະຖິດຢູ່ໃນເຈົ້າທັງຫລາຍ
ຊຶ່ງເປັນເຫດໃຫ້ຫວັງວ່າຈະໄດ້ເຖິງສະງ່າຣາສີນັ້ນ
28
ພຣະອົງນັ້ນແຫລະ,
ທີ່ພວກເຮົາປະກາດຢູ່
ໂດຍເຕືອນສະຕິແລະສັ່ງສອນທຸກຄົນດ້ວຍປັນຍາທຸກຢ່າງ
ເພື່ອຈະໄດ້ຖວາຍທຸກຄົນຕໍ່ພຣະພັກພຣະເຈົ້າເຫມືອນເປັນຄົນໃຫຍ່ຖ້ວນແລ້ວໃນພຣະຄຣິດ
29
ເພື່ອການນີ້ແຫລະ,
ເຮົາຈຶ່ງທົນການຫນັກຫນ່ວງດ້ວຍອົດສາສູ້
ຕາມພຣະກຳລັງຂອງພຣະອົງຜູ້ຊົງໂຜດກະທຳດ້ວຍຣິດອຳນາດໃນຕົວເຮົາຢູ່
1
ເພາະເຮົາຢາກໃຫ້ເຈົ້າທັງຫລາຍຮູ້ວ່າ
ເຮົາມີການອົດສາສູ້ຫລາຍພຽງໃດເພື່ອເຈົ້າທັງຫລາຍ
ເພື່ອຊາວເມືອງລາວດີເກອາ
ແລະເພື່ອຄົນທັງປວງທີ່ຍັງບໍ່ໄດ້ເຫັນໃນຫນ້າຂອງເຮົາ
2
ເພື່ອເຂົາທັງຫລາຍຈະໄດ້ຮັບຄວາມຊູໃຈ
ແລະເຂົ້າຕິດສນິດກັນໃນຄວາມຮັກ
ຈົນເຖິງຄວາມຮູ້ຄັກແນ່ອັນອຸດົມສົມບູນຊຶ່ງມາດ້ວຍຄວາມເຂົ້າໃຈ
ຈຶ່ງຈະໄດ້ສັງເກດຮູ້ຂໍ້ລັບເລິກຂອງພຣະເຈົ້າຄືພຣະຄຣິດ
3
ຊຶ່ງຊັບສົມບັດແຫ່ງສະຕິປັນຍາ
ແລະຄວາມຮູ້ທັງຫມົດຊົງບັງຊ່ອນໄວ້ໃນພຣະອົງ
4
ເຮົາກ່າວຢ່າງນີ້
ກໍເພື່ອບໍ່ໃຫ້ຜູ້ໃດຊັກຊວນເຈົ້າທັງຫລາຍດ້ວຍຄຳລໍ້ລວງຫນ້າຟັງ
5
ເພາະເຖິງແມ່ນຕົວຂອງເຮົາບໍ່ຢູ່ນຳເຈົ້າທັງຫລາຍ
ແຕ່ຈິດໃຈຂອງເຮົາກໍຢູ່ນຳພວກເຈົ້າ
ແລະມີຄວາມຊົມຊື່ນຍິນດີທີ່ໄດ້ເຫັນພວກເຈົ້າພາກັນຢູ່ຢ່າງຮຽບຮ້ອຍ
ແລະເຫັນຄວາມເຊື່ອຫມັ້ນຄົງຂອງເຈົ້າທັງຫລາຍໃນພຣະຄຣິດ
ຄວາມສົມບູນຂອງຊີວິດໃນພຣະຄຣິດ
6
ເຫດສັນນັ້ນ
ເມື່ອທ່ານທັງຫລາຍໄດ້ຮັບພຣະເຢຊູຄຣິດເປັນອົງພຣະຜູ້ເປັນເຈົ້າແລ້ວສັນໃດ
ຈົ່ງດຳເນີນຊີວິດຢູ່ໃນພຣະອົງສັນນັ້ນ
7
ຈົ່ງຢັ່ງຮາກແລະກໍ່ຮ່າງສ້າງຂຶ້ນໃນພຣະອົງ
ແລະຕັ້ງຫມັ້ນຄົງຢູ່ໃນຄວາມເຊື່ອ
ຕາມທີ່ເຈົ້າທັງຫລາຍໄດ້ຮັບຄຳສັ່ງສອນມາແລ້ວ
ຈົ່ງໃຫ້ຈິດໃຈເຕັມລົ້ນດ້ວຍການຂອບພຣະຄຸນ
8
ຈົ່ງລະວັງໃຫ້ດີ
ຢ່າໃຫ້ຜູ້ນຶ່ງຜູ້ໃດນຳເຈົ້າທັງຫລາຍຕົກໄປເປັນເຫຍື່ອສະຕິປັນຍາຂອງໂລກ
ຊຶ່ງເປັນຄຳຫລອກລວງ
ແລະໄຮ້ສາຣະຕາມຕຳນານຂອງມະນຸດທີ່ສືບຕໍ່ກັນມາ
ຕາມອຳນາດສິ່ງສັກສິດແຫ່ງສາກົນຈັກກະວານແລະບໍ່ໃຊ່ຕາມອົງພຣະຄຣິດ
9
ເພາະວ່າໃນພຣະອົງນັ້ນສະພາບຂອງພຣະເຈົ້າສະຖິດຢູ່ໃນພຣະກາຍຢ່າງເຕັມບໍຣິບູນ
ແລະເຈົ້າທັງຫລາຍໄດ້ມີຊີວິດຄົບບໍຣິບູນໃນພຣະອົງ
10
ຜູ້ຊົງເປັນປະມຸກຂອງການປົກຄອງແລະອຳນາດທຸກປະການ
11
ໃນພຣະອົງນັ້ນເຈົ້າທັງຫລາຍໄດ້ຮັບພິທີຕັດທີ່ບໍ່ແມ່ນມືມະນຸດໄດ້ເຮັດ
ໂດຍທີ່ເຈົ້າທັງຫລາຍໄດ້ຮັບພິທີຕັດຂອງພຣະຄຣິດ
ຊຶ່ງເປັນການຊົງໂຜດໃຫ້ພົ້ນຈາກກິເລດຕັນຫາຂອງເນື້ອກາຍນີ້
12
ແລະໄດ້ຖືກຝັງໄວ້ກັບພຣະອົງໃນພິທີບັບຕິສະມາແລ້ວ
ແລະໃນພິທີນັ້ນພວກເຈົ້າໄດ້ຮັບການຊົງບັນດານໃຫ້ຄືນມາດ້ວຍກັນກັບພຣະອົງ
ໂດຍຄວາມເຊື່ອໃນການອິດທິຣິດຂອງພຣະເຈົ້າຜູ້ຊົງບັນດານໃຫ້ພຣະອົງຄືນພຣະຊົນ
13
ແລະຝ່າຍເຈົ້າທັງຫລາຍທີ່ຕາຍໄປແລ້ວດ້ວຍການຫລົງຜິດຂອງພວກເຈົ້າ
ແລະດ້ວຍເຫດທີ່ເນື້ອກາຍຂອງພວກເຈົ້າບໍ່ໄດ້ຮັບພິທີຕັດ
ພຣະອົງໄດ້ຊົງບັນດານໃຫ້ພວກເຈົ້າມີຊີວິດຮ່ວມກັນກັບພຣະອົງ
ແລະຊົງໂຜດຍົກໂທດການຫລົງຜິດທັງຫລາຍຂອງພວກເຮົາ
14
ພຣະອົງໄດ້ຊົງລຶບລ້າງຂໍ້ກົດທີ່ຜູກມັດເຮົາດ້ວຍບັນຍັດຕ່າງໆຊຶ່ງຂັດຂວາງພວກເຮົານັ້ນ
ແລະໄດ້ຊົງຍົກເລີກເສັຽໂດຍຕອກຕິດໄວ້ທີ່ໄມ້ກາງແຂນ
15
ໂດຍໄມ້ກາງແຂນນັ້ນ
ພຣະອົງໄດ້ຊົງປົດຜູ້ປົກຄອງແລະອຳນາດທັງຫລາຍເສັຽ
ແລະໄດ້ຊົງປະຈານເຂົາຢ່າງເປີດເຜີຍໂດຍນຳເຂົາເປັນຊະເລີຍໃນຂະບວນແຫ່ງຊັຍຊະນະຂອງພຣະອົງ
16
ເຫດສັນນັ້ນ
ຢ່າໃຫ້ຜູ້ໃດກ່າວໂທດເຈົ້າທັງຫລາຍໃນເຣື່ອງການກິນການດື່ມ
ໃນເຣື່ອງເທສການ
ເຣື່ອງວັນຕົ້ນເດືອນ
ຫລືວັນສະບາໂຕ
17
ສິ່ງເຫລົ່ານີ້ເປັນພຽງແຕ່ເງົາຂອງເຫດການທີ່ຈະມາພາຍຫລັງ
ແຕ່ຕົວຈິງນັ້ນກໍຄືອົງພຣະຄຣິດ
18
ຢ່າໃຫ້ຜູ້ໃດໄດ້ສໍ້ໂກງເອົາຮາງວັນຂອງເຈົ້າທັງຫລາຍ
ດ້ວຍໃຊ້ກິຣິຍາທຳທ່າເປັນຜູ້ຖ່ອມຕົວລົງ
ໄຫວ້ເທວະດາແລະໄຝ່ຝັນຢູ່ໃນນີມິດທີ່ເຂົາເຫັນ
ແລະອວດອ້າງຕົວຂຶ້ນເປົ່າໆດ້ວຍຄວາມຄຶດຢ່າງທຳມະດາມະນຸດ
19
ແລະບໍ່ຍຶດຫມັ້ນໃນພຣະອົງຜູ້ຊົງເປັນສີສະ
ສີສະນັ້ນເປັນເຫດໃຫ້ກາຍທັງຫມົດໄດ້ຮັບການບຳຣຸງລ້ຽງ
ແລະຕິດຕໍ່ກັນດ້ວຍຂໍ່ແລະເອັນຕ່າງໆຈຶ່ງໄດ້ຈະເຣີນຂຶ້ນຕາມທີ່ພຣະເຈົ້າໄດ້ຊົງໂຜດໃຫ້ຈະເຣີນຂຶ້ນນັ້ນ
ການຕາຍແລະການຄືນມາດ້ວຍກັນພຣະຄຣິດ
20
ຖ້າເຈົ້າທັງຫລາຍໄດ້ຕາຍກັບພຣະຄຣິດ
ພົ້ນຈາກອຳນາດສິ່ງສັກສິດແຫ່ງສາກົນຈັກກະວານແລ້ວ
ເຫດສັນໃດພວກເຈົ້າຈຶ່ງມີຊີວິດຢູ່ເຫມືອນກັບວ່າພວກເຈົ້າຍັງຢູ່ຝ່າຍໂລກ
ຍອມຢູ່ໃຕ້ບັນຍັດຕ່າງໆ
21
ເປັນຕົ້ນວ່າ
“ຢ່າຈັບ”
“ຢ່າຊິມ”
“ຢ່າແຕະຕ້ອງ”
22
(ຄືກ່າວເຖິງສິ່ງທີ່ຕ້ອງສູນເສັຽໄປເມື່ອໃຊ້ມັນ)
ຊຶ່ງເປັນຫລັກທັມແລະຄຳສອນຂອງມະນຸດ
23
ຈິງຢູ່,
ສິ່ງເຫລົ່ານີ້ເບິ່ງທ່າທີເຫມືອນມີປັນຍາ
ຄືການເຕັມໃຈນະມັສການ
ການຖ່ອມຕົວລົງ
ການທໍຣະມານກາຍ
ແຕ່ບໍ່ມີປໂຍດອັນໃດໃນການຕໍ່ສູ້ກັບຄວາມປາຖນາຂອງຝ່າຍເນື້ອກາຍ
1
ຖ້າເຈົ້າທັງຫລາຍຮັບການຊົງບັນດານໃຫ້ຄືນມາດ້ວຍກັນກັບພຣະຄຣິດແລ້ວ
ກໍຈົ່ງສແວງຫາສິ່ງຊຶ່ງຢູ່ເບື້ອງເທິງ
ຄືບ່ອນທີ່ພຣະຄຣິດຊົງສະຖິດຢູ່
ຊົງປະທັບກ້ຳຂວາຂອງພຣະເຈົ້າ
2
ຈົ່ງເອົາໃຈໃສ່ສິ່ງທີ່ຢູ່ເບື້ອງເທິງ
ບໍ່ໃຊ່ສິ່ງຊຶ່ງຢູ່ທີ່ແຜ່ນດິນໂລກ
3
ເພາະວ່າເຈົ້າທັງຫລາຍໄດ້ຕາຍແລ້ວ
ແລະຊີວິດຂອງພວກເຈົ້າກໍຊົງບັງໄວ້ດ້ວຍກັນກັບພຣະຄຣິດໃນພຣະເຈົ້າ
4
ເມື່ອໃດພຣະຄຣິດ
ຜູ້ຊົງເປັນຊີວິດທີ່ແທ້ຈິງຂອງເຮົາທັງຫລາຍຊົງປາກົດ
ເມື່ອນັ້ນເຈົ້າທັງຫລາຍກໍຈະປາກົດພ້ອມກັນກັບພຣະອົງໃນສະງ່າຣາສີເຫມືອນກັນ
ຊີວິດເກົ່າແລະຊີວິດໃຫມ່
5
ເຫດສັນນັ້ນຈົ່ງປະຫານນິສັຍສ່ວນທີ່ອ່ຽງໄປຝ່າຍໂລກຂອງເຈົ້າທັງຫລາຍນັ້ນເສັຽ
ຄືການຫລິ້ນຊູ້
ການຊົ່ວຮ້າຍ
ຣາຄະຕັນຫາ
ຄວາມປາຖນາຊົ່ວ
ແລະຄວາມໂລບ
ຊຶ່ງເປັນການໄຫວ້ພຣະທຽມ
6
ເພາະສິ່ງເຫລົ່ານີ້ ພຣະພິໂຣດຂອງພຣະເຈົ້າຈຶ່ງຈະລົງມາເທິງຄົນທັງປວງທີ່ບໍ່ຍອມເຊື່ອຟັງ
7
ແຕ່ກ່ອນ,
ເຈົ້າທັງຫລາຍເຄີຍດຳເນີນຊີວິດໃນສິ່ງເຫລົ່ານັ້ນເຫມືອນກັນ
ຄືເມື່ອຊີວິດຂອງພວກເຈົ້າຍັງຢູ່ໃນສິ່ງເຫລົ່ານີ້
8
ແຕ່ບັດນີ້ເຈົ້າທັງຫລາຍຈົ່ງເລີກຖີ້ມສິ່ງສາຣະພັດເຫລົ່ານີ້ເສັຽ
ຄືຄວາມຄຽດ
ຄວາມໂມໂຫ
ການຄຶດປອງຮ້າຍ
ການກ່າວສຽດສີ
ແລະຄຳຫນ້າອາຍ
ຢ່າໃຫ້ອອກຈາກປາກຂອງພວກເຈົ້າ
9
ຢ່າກ່າວຄວາມຕົວະຕໍ່ກັນເພາະວ່າເຈົ້າທັງຫລາຍໄດ້ຖອດຖິ້ມສະພາບມະນຸດເກົ່າກັບການຂອງມະນຸດນັ້ນແລ້ວ
10
ແລະໄດ້ສວມສະພາບມະນຸດໃຫມ່ທີ່ກຳລັງຊົງສ້າງຂຶ້ນໃຫມ່ຢູ່ສເມີ
ໃຫ້ເຖິງຄວາມຮູ້ຈັກພຣະເຈົ້າຢ່າງຄົບຖ້ວນຕາມພຣະລັກສະນະຂອງພຣະອົງຜູ້ຊົງສ້າງຂຶ້ນນັ້ນ
11
ໃນການນີ້ຈະວ່າເປັນຄົນຕ່າງຊາດຫລືຄົນຢູດາຍ
ເປັນຄົນຮັບພິທີຕັດຫລືບໍ່ຮັບພິທີຕັດ
ເປັນຕ່າງປະເທດຫລືຄົນປ່າເຖື່ອນ
ເປັນຂ້ອຍຂ້າຫລືເປັນອິສຣະບໍ່ໄດ້
ແຕ່ວ່າພຣະຄຣິດຊົງເປັນສາຣະພັດ
ແລະຊົງສະຖິດຢູ່ໃນສາຣະພັດ
12
ເຫດສັນນັ້ນໃນຖານະທີ່ເປັນພວກຊຶ່ງພຣະເຈົ້າຊົງຮັກ
ແລະຊົງເລືອກໄວ້ໃຫ້ເປັນໄພ່ພົນຂອງພຣະອົງ
ຈົ່ງສວມໃນເມດຕາ
ໃຈປານີ
ໃຈຖ່ອມລົງ
ໃຈອ່ອນສຸພາບ
ໃຈອົດທົນດົນນານ
13
ຈົ່ງຜ່ອນຫນັກຜ່ອນເບົາເຊິ່ງກັນແລະກັນ
ແລະຖ້າແມ່ນຜູ້ໃດມີເຣື່ອງຕໍ່ກັນ
ກໍຈົ່ງຍົກໂທດໃຫ້ກັນແລະກັນ
ອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດຍົກໂທດໃຫ້ເຈົ້າທັງຫລາຍສັນໃດ
ພວກເຈົ້າກໍຈົ່ງຍົກໂທດໃຫ້ກັນແລະກັນສັນນັ້ນ
14
ແລ້ວນອກຈາກສິ່ງທັງປວງນີ້
ຈົ່ງເອົາຄວາມຮັກທີ່ເປັນສາຍຜູກມັດທຸກສິ່ງໄວ້ໃຫ້ເຖິງຄວາມຄົບຖ້ວນ
15
ແລະຈົ່ງໃຫ້ສັນຕິສຸກທີ່ມາຈາກພຣະຄຣິດຄຸ້ມຄອງຈິດໃຈຂອງເຈົ້າທັງຫລາຍ
ພຣະເຈົ້າໄດ້ຊົງເອີ້ນເຈົ້າທັງຫລາຍໄວ້ໃຫ້ເປັນກາຍອັນດຽວ
ກໍເພື່ອສັນຕິສຸກນັ້ນ
ແລະພວກເຈົ້າຈົ່ງມີໃຈກະຕັນຍູ
16
ຈົ່ງໃຫ້ພຣະທັມຂອງພຣະຄຣິດສະຖິດຢູ່ໃນໃຈຂອງພວກເຈົ້າຢ່າງບໍຣິບູນ
ຈົ່ງສັ່ງສອນແລະເຕືອນສະຕິກັນແລະກັນດ້ວຍປັນຍາທຸກຢ່າງ
ຈົ່ງຮ້ອງເພງດ້ວຍເພງສັຣເສີນ
ເພງນະມັສການ
ແລະເພງຍ້ອງຍໍສໍຣະເສີນຝ່າຍພຣະວິນຍານ
ຄືຈົ່ງຮ້ອງເພງຖວາຍແດ່ພຣະເຈົ້າດ້ວຍໃຈໂມທະນາພຣະຄຸນ
17
ແລະເມື່ອເຈົ້າທັງຫລາຍຈະເຮັດສິ່ງດ້ວຍວາຈາຫລືດ້ວຍການກະທຳກໍຕາມ
ຈົ່ງເຮັດທຸກສິ່ງໃນພຣະນາມຂອງພຣະເຢຊູເຈົ້າ
ແລະຂອບພຣະຄຸນພຣະບິດາເຈົ້າໂດຍພຣະອົງນັ້ນ
ຫນ້າທີ່ທາງສັງຄົມແລະຊີວິດໃຫມ່
(ອຟຊ
5:21--6:9)
18
ຝ່າຍເມັຽ
ຈົ່ງຍອມຟັງຜົວຂອງຕົນຊຶ່ງເປັນການສົມຄວນໃນອົງພຣະຜູ້ເປັນເຈົ້າ
19
ຝ່າຍຜົວກໍຈົ່ງຮັກແພງເມັຽຂອງຕົນ
ແລະຢ່າມີໃຈເຜັດຮ້ອນຕໍ່ນາງ
20
ຝ່າຍລູກທັງຫລາຍ,
ຈົ່ງຟັງຄວາມພໍ່ແມ່ຂອງຕົນໃນທຸກສິ່ງ
ເພາະເຮັດຢ່າງນັ້ນເປັນທີ່ຊອບພຣະທັຍຂອງອົງພຣະຜູ້ເປັນເຈົ້າ
21
ຝ່າຍພໍ່,
ຢ່າຍົວະລູກຂອງຕົນໃຫ້ຂັດເຄືອງໃຈ
ຢ້ານວ່າເຂົາຈະທໍ້ຖອຍໃຈ
22
ຝ່າຍພວກຂ້ອຍຂ້າ,
ຈົ່ງຟັງຄວາມຜູ້ທີ່ເປັນນາຍຝ່າຍມະນຸດໃນທຸກສິ່ງ
ບໍ່ໃຊ່ເຮັດຖແລງຫນ້າເຫມືອນຢ່າງຄົນຜູ້ມັກເຮັດແຕ່ໃຫ້ຊອບໃຈມະນຸດເທົ່ານັ້ນ
23
ແຕ່ຈົ່ງເຮັດດ້ວຍນ້ຳໃສໃຈຈິງ
ດ້ວຍຄວາມຢຳເກງອົງພຣະຜູ້ເປັນເຈົ້າ
ສິ່ງນຶ່ງສິ່ງໃດທີ່ເຈົ້າເຮັດນັ້ນ
ຈົ່ງເຮັດດ້ວຍເຕັມໃຈເຫມືອນເຮັດຖວາຍແກ່ອົງພຣະຜູ້ເປັນເຈົ້າ
ບໍ່ໃຊ່ເຫມືອນເຮັດແກ່ມະນຸດ
24
ດ້ວຍຮູ້ແລ້ວວ່າ
ອົງພຣະຜູ້ເປັນເຈົ້າຈະຊົງໃຫ້ເຈົ້າທັງຫລາຍໄດ້ຮັບມໍຣະດົກເປັນຄ່າບຳເຫນັດ
ເພາະວ່າຜູ້ທີ່ເຈົ້າທັງຫລາຍຮັບໃຊ້ນັ້ນກໍແມ່ນພຣະຄຣິດເຈົ້າ
25
ສ່ວນຜູ້ທີ່ເຮັດການຊົ່ວກໍຈະໄດ້ຮັບຜົນຕາມການຊົ່ວທີ່ຕົນໄດ້ເຮັດນັ້ນ
ແລະບໍ່ມີການຊົງເຫັນແກ່ຫນ້າຜູ້ໃດເລີຍ
1
ຝ່າຍນາຍກໍຈົ່ງເຣັດແກ່ພວກຂ້ອຍຂ້າຂອງຕົນຕາມຄວາມຍຸດຕິທັມ
ແລະສມ່ຳສເມີກັນ
ດ້ວຍຮູ້ແລ້ວວ່າ
ເຈົ້າທັງຫລາຍກໍມີນາຍອົງນຶ່ງໃນສວັນເຫມືອນກັນ
ຄຳເຕືອນສະຕິ
2
ຈົ່ງຫມັ່ນພຽນໃສ່ໃຈໃນການອ້ອນວອນ
ຈົ່ງເຝົ້າລະວັງຢູ່ໃນການນັ້ນດ້ວຍຂອບພຣະຄຸນ
3
ແລະອ້ອນວອນເພື່ອພວກເຮົາດ້ວຍ
ເພື່ອພຣະເຈົ້າຈະໄດ້ຊົງໂຜດໄຂປະຕູໄວ້ສຳລັບພຣະທັມນັ້ນ
ໃຫ້ພວກເຮົາກ່າວຂໍ້ລັບເລິກເຣື່ອງພຣະຄຣິດ
(ທີ່ເຮົາຖືກຈຳຈອງຢູ່ກໍເພາະເຫດນີ້)
4
ເພື່ອເຮົາຈະໄດ້ກ່າວຊີ້ແຈງຂໍ້ລັບເລິກນັ້ນຕາມທີ່ເຮົາຄວນຈະກ່າວ
5
ຈົ່ງປະຕິບັດຕໍ່ຄົນພາຍນອກດ້ວຍໃຊ້ສະຕິປັນຍາ
ໂດຍສວຍໂອກາດ
6
ຈົ່ງໃຫ້ວາຈາຂອງເຈົ້າທັງຫລາຍປະກອບດ້ວຍເມດຕາຄຸນຢູ່ສເມີ
ປະສົມດ້ວຍເກືອ
ເພື່ອເຈົ້າທັງຫລາຍຈະໄດ້ຮູ້ວິທີຕອບທີ່ຖືກໃຈແກ່ທຸກຄົນ
ຄຳສະແດງຄວາມຄຶດເຖິງໃນຕອນທ້າຍ
(ອຟຊ
6:21-22)
7
ຕີຂີໂກ,
ຜູ້ເປັນນ້ອງທີ່ຮັກ
ແລະເປັນຜູ້ປະຕິບັດທີ່ສັດຊື່
ແລະເປັນເພື່ອນຮັບໃຊ້ຮ່ວມກັນກັບພວກເຮົາໃນອົງພຣະຜູ້ເປັນເຈົ້າ
ຈະບອກໃຫ້ເຈົ້າທັງຫລາຍຮູ້ເຖິງເຫດການທັງປວງຂອງພວກເຮົາ
8
ເຮົາໄດ້ໃຊ້ຜູ້ນີ້ໄປຫາພວກເຈົ້າກໍເພາະເຫດນີ້
ຄືເພື່ອເຈົ້າທັງຫລາຍຈະໄດ້ຮູ້ເຖິງການເປັນຢູ່ຂອງພວກເຮົາ
ແລະເພື່ອທ່ານຈະໄດ້ຫນຸນນ້ຳໃຈຂອງພວກເຈົ້າ
9
ໃຫ້ໂອເນຊີໂມ
ຜູ້ເປັນນ້ອງທີ່ຮັກແລະສັດຊື່
ຊຶ່ງເປັນຄົນນຶ່ງໃນພວກເຈົ້າໄປດ້ວຍ
ເຂົາທັງສອງນັ້ນຈະເລົ່າໃຫ້ເຈົ້າທັງຫລາຍຮູ້ເຖິງເຫດການທັງປວງຢູ່ທີ່ນີ້
10
ອາຣິດຕາໂຂ,
ຜູ້ຖືກຄຸມຂັງຮ່ວມກັບເຮົາ
ກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍ
ແລະມາຣະໂກນ້ອງຂອງບາຣະນາບາກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍເຫມືອນກັນ
(ເຣື່ອງມາຣະໂກນັ້ນເຈົ້າທັງຫລາຍໄດ້ຮັບຄຳສັ່ງແລ້ວວ່າ
ຖ້າທ່ານໄປຫາພວກເຈົ້າຈົ່ງຕ້ອນຮັບທ່ານ)
11
ແລະເຢຊູ,
ຜູ້ທີ່ເຂົາເອີ້ນກັນວ່າຢູຊະຕູ
ກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍເຫມືອນກັນ
ໃນບັນດາເພື່ອນຮ່ວມງານຂອງເຮົາເພື່ອຣາຊອານາຈັກຂອງພຣະເຈົ້າ
ມີແຕ່ຄົນເຫລົ່ານີ້ເທົ່ານັ້ນທີ່ມາຈາກຝ່າຍພິທີຕັດ
ແລະເຂົາເປັນຜູ້ຫນຸນນ້ຳໃຈຂອງເຮົາ
12
ເອປາຟາ,
ຊຶ່ງເປັນຄົນນຶ່ງໃນພວກເຈົ້າ
ແລະເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດ
ກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍເຫມືອນກັນ
ທ່ານໄດ້ອົດສາສູ້ໃນການອ້ອນວອນສຳລັບເຈົ້າທັງຫລາຍຢູ່ສເມີ
ຫວັງຈະໃຫ້ພວກເຈົ້າຕັ້ງຫມັ້ນຢູ່ເປັນຜູ້ໃຫຍ່ຖ້ວນ
ແລະຮັບຄວາມແນ່ໃຈອັນແຫນ້ນຫນາໃນທຸກສິ່ງຕາມນ້ຳພຣະທັຍຂອງພຣະເຈົ້າ
13
ເຮົາເປັນພຍານຝ່າຍທ່ານວ່າ
ທ່ານໄດ້ເຮັດການຫນັກຫນ່ວງເພື່ອພວກເຈົ້າ
ແລະເພື່ອຄົນທີ່ຢູ່ເມືອງລາວດີເກອາ,
ທັງເປັນຄົນທີ່ຢູ່ເມືອງເຮັຽຣາໂປລີ,
14
ລູກາ,
ຫມໍຢາທີ່ຮັກ
ກັບເດມານັ້ນກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍ
15
ເຮົາຝາກຄວາມຄຶດເຖິງມາຍັງພວກພີ່ນ້ອງທີ່ຢູ່ເມືອງລາວດີເກອາ
ກັບນາງນິມຟາ
ທັງຄຣິສຕະຈັກທີ່ຢູ່ໃນເຮືອນຂອງນາງເຫມືອນກັນ
16
ແລະເມື່ອເຈົ້າທັງຫລາຍໄດ້ອ່ານຈົດຫມາຍສະບັບນີ້ແລ້ວ
ຈົ່ງສົ່ງໄປໃຫ້ອ່ານໃນຄຣິສຕະຈັກທີ່ຢູ່ເມືອງລາວດີເກອາດ້ວຍ
ແລ້ວຈົດຫມາຍທີ່ມາຈາກເມືອງລາວດີເກອານັ້ນ
ພວກເຈົ້າຈົ່ງອ່ານເຫມືອນກັນ
17
ແລະຈົ່ງບອກອາຂີໂປວ່າ,
“ສ່ວນການບົວລະບັດທີ່ເຈົ້າໄດ້ຮັບໃນອົງພຣະຜູ້ເປັນເຈົ້ານັ້ນ
ຈົ່ງລະວັງເຮັດໃຫ້ສຳເຣັດ”
18
ຄຳສະແດງຄວາມຄຶດເຖິງນີ້ເປັນລາຍມືຂອງເຮົາ, ໂປໂລ
ຂໍພວກເຈົ້າຈົ່ງລະນຶກເຖິງໂສ້ຂອງເຮົາຖ້ອນ
ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີນ