Acts ພຣະທັມ​ກິ​ຈການ

go back/ກັບຄືນ

 

ພຣະທັມ​ກິ​ຈການ

 

1

2

3

4

5

6

7

8

9

10

11

12

13

14

15

16

17

18

19

20

21

22

23

24

25

26

27

28

 

 

 

ກິ​ຈກ

ຂອງ

ພວກ​ອັ​ຄ​ສາ​ວົກ

 

1. ສັນ​ຍາ​ຈະ​ຊົງ​ປະ​ທານ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

1        ທ່ານ​ເທ​ໂອ​ຟີ​ໂລເອີຍ, ໃນ​ຫນັງ​ສື​ເຫລັ້ມ​ຕົ້ນ ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກ່ຽວ​ກັບ​ສິ່ງ​ທັງ​ປວງ​ທີ່​ພຣະ​ເຢ​ຊູ​ໄດ້​ຊົງ​ຕັ້ງ​ຕົ້ນ​ກະ​ທຳ​ແລ​ສັ່ງ​ສອນ

2        ຈົນ​ເຖິງວັນ​ທີ່​ພຣະ​ເຈົ້າ​ຊົງ​ຮັບ​ພຣະ​ອົງ​ຂຶ້ນ​ເມືອ ຄື​ພາຍ​ຫລັງ​ທີ່​ພຣະ​ອົງ​ຊົງ​ສັ່ງ​ໂດຍ​ເດດ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ແກ່​ພວກ​ອັ​ຄ​ສາ​ວົກ​ທີ່​ຊົງ​ເລືອ​ກໄວ້​ນັ້ນ

3        ຄັນ​ພຣະ​ອົງ​ຊົງ​ທົນ​ທຸກທໍ​ຣະ​ມານ ແລ້ວ​ໄດ້​ຊົງ​ສະ​ແດງ​ພຣະ​ອົງ​ແກ່​ຄົນພວກ​ນັ້ນ​ດ້ວຍ​ຫລັກ​ຖານ​ຫລາຍ​ຢ່າງ ພິ​ສູດ​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ແລະ​ໄດ້​ຊົງ​ປາ​ກົດ​ແກ່​ເຂົາ​ລະ​ຫວ່າງ​ສີ່​ສິບ​ວັນ ແລະ​ໄດ້​ຊົງ​ສົນ​ທະ​ນາ​ກັບ​ເຂົາ​ເຖິງ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ

4        ໃນ​ເວ​ລາ​ທີ່​ພຣະ​ອົງ​ຊົງ​ຮ່ວມ​ປະ​ຊຸມ​ຢູ່​ກັບ​ເຂົາ ຈຶ່ງ​ຊົງ​ສັ່ງ​ເຂົາ​ບໍ່​ໃຫ້​ອອກ​ໄປ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ ແຕ່​ໃຫ້​ຄອຍ​ຮັບ​ຕາມ​ພຣະ​ສັນ​ຍາ​ຂອງ​ພຣະ​ບິ​ດາ ຄື​ພຣະ​ອົງ​ໄດ້​ຊົງ​ບອກວ່າ, ຕາ​ມທີ່​ທ່ານ​ທັງ​ຫລາຍ​ໄດ້​ຍິນ​ຈາກ​ເຮົາ​ນັ້ນ​ແຫລະ

5        ເພາະ​ວ່າ​ໂຢ​ຮັນ​ໃຫ້​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ​ກໍ​ແມ່ນ ແຕ່ຕໍ່​ໄປ​ອີກ​ບໍ່​ເຫິງ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

ການ​ສະ​ເດັດ​ສູ່​ສວັນ

(ມຣກ 16:19-20; ລກ 24:50-53)

6        ເມື່ອ​ເຂົາ​ໄດ້​ປະ​ຊຸມ​ພ້ອມ​ກັນ ເຂົາ​ຈຶ່ງ​ທູນ​ຖາມ​ພຣະ​ອົງ​ວ່າ, ຂ້າ​ແຕ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະ​ຊົງ​ຕັ້ງ​ຣາ​ຊ​ອາ​ນາ​ຈັກ​ຄືນ​ໃຫມ່​ໃຫ້​ແກ່​ພວກ​ອິ​ສ​ຣາ​ເອນ​ໃນ​ບັດ​ນີ້​ຫລື

7        ພຣະ​ອົງ​ຊົງ​ຕອບເຂົາ​ວ່າ, ບໍ່​ແມ່ນ​ຫນ້າ​ທີ່​ຂອງ​ພວກ​ທ່ານ​ທີ່​ຈະ​ຮູ້​ເວ​ລາ​ຫລື​ຍາມ​ກຳ​ນົດ ຊຶ່ງ​ພຣະ​ບິ​ດາ​ໄດ້​ຊົງ​ຕັ້ງ​ໄວ້​ດ້ວຍ​ສິດ​ຂອງ​ພຣະ​ອົງ​ເອງ

8        ແຕ່​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຣັບ​ພຣະ​ຣາ​ຊ​ທານ​ຣິດ​ເດດ ເມື່ອ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຈະ​ສະ​ເດັດ​ມາ​ເຖິງ​ພວກ​ທ່ານ ແລະ​ພວກ​ທ່ານ​ຈະ​ເປັນ​ພຍານ​ຝ່າຍ​ເຮົາ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ, ຕລອດ​ທົ່ວ​ແຂວງ​ຢູ​ດາຍ, ກັບ​ແຂວງ​ຊາ​ມາ​ເຣັຽ, ແລະ​ຈົນ​ເຖິງ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ

9        ເມື່ອ​ພຣະ​ອົງ​ຊົງ​ກ່າວ​ດັ່ງ​ນັ້ນ​ແລ້ວ ພຣະ​ເຈົ້າ​ຊົງ​ຮັບ​ພຣະ​ອົງ​ຂຶ້ນ​ເມືອ ຂນະ​ທີ່​ເຂົາ​ກຳ​ລັງ​ເບິ່ງ​ຢູ່ ແລ​ມີ​ເມກ​ມາ​ຮັບ​ພຣະ​ອົງໃຫ້​ພົ້ນ​ຈາກ​ສາຍ​ຕາ​ຂອງ​ເຂົາ

10   ເມື່ອ​ເຂົາ​ກຳ​ລັງ​ແນມ​ເບິ່ງຟ້າ ຂ​ນະ​ທີ່​ພຣະ​ອົງ​ສະ​ເດັດ​ຂຶ້ນເມືອ​ນັ້ນ ເບິ່ງ​ແມ໋, ມີ​ສອງ​ຄົນ​ນຸ່ງ​ເຄື່ອງ​ຂາວ​ມາ​ປາ​ກົດ​ຢືນ​ຢູ່​ໃກ້​ເຂົາ

11   ສອງ​ຄົນ​ນັ້ນ​ຈຶ່ງ​ກ່າວ​ວ່າ, ຊາວ​ຄາ​ລີ​ເລ​ເອີຍ, ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ຢືນ​ເບິ່ງ​ທ້ອງ​ຟ້າ ພຣະ​ເຢ​ຊູ​ອົງ​ນີ້​ຊຶ່ງ​ຊົງ​ຮັບ​ໄປ​ຈາກ​ພວກ​ທ່ານ​ຂຶ້ນ​ເມືອ​ສວັນ​ແລ້ວ ຈະ​ສະ​ເດັດ​ມາ​ອີກ​ເຫມືອນ​ຢ່າງ​ທີ່​ພວກ​ທ່ານ​ໄດ້​ເຫັນ​ພຣະ​ອົງ​ຂຶ້ນ​ເມືອ​ຍັງ​ສວັນ​ນັ້ນ

ເລືອກ​ຄົນ​ນຶ່ງ​ແທນ​ຢູ​ດາ​ອິ​ສະ​ກາ​ຣິ​ອົດ

12   ແລ້ວ​ພວກ​ອັ​ຄ​ສາ​ວົກ​ໄດ້​ລົງ​ມາ​ຈາກ​ພູ​ທີ່​ຊື່​ວ່າ​ເອ​ລາຍ​ອົນ ກັບ​ຄືນ​ໄປ​ຍັງ​ກຸງ​ເຢຣູ​ຊາ​ເລັມ ຊຶ່ງ​ຢູ່​ໄກ​ຈາກ​ກັນ​ທໍ່​ກັບ​ລະ​ຍະ​ທາງ​ທີ່​ກຳ​ນົດ​ໃຫ້​ທຽວ​ໃນ​ວັນ​ສະ​ບາ​ໂຕ

13   ເມື່ອ​ເຂົ້າ​ກຸງ​ແລ້ວ​ເຂົາ​ເຫລົ່າ​ນັ້ນ​ຈຶ່ງ​ຂຶ້ນ​ເມືອ​ຍັງ​ຫ້ອງ​ຊັ້ນ​ເທິງ​ທີ່​ເຄີຍ​ພັກ​ຢູ່​ນັ້ນ ມີ​ເປ​ໂຕ, ໂຢ​ຮັນ, ຢາ​ໂກ​ໂບ​ກັບ​ອັນ​ເດ​ອາ, ຟີ​ລິບ​ກັບ​ໂທ​ມາ, ບາ​ຣະ​ໂທ​ໂລ​ມາຍ​ກັບ​ມັດ​ທາຍ, ຢາ​ໂກ​ໂບ​ລູກ​ຂອງ​ອາ​ລະ​ຟາຍ, ຊີ​ໂມນ​ພັກ​ຊາດ​ນິ​ຍົມ, ແລະ​ຢູ​ດາ​ລູກ​ຂອງ​ຢາ​ໂກ​ໂບ

14   ເຂົາ​ເຫລົ່າ​ນີ້​ໄດ້​ຮ່ວມ​ໃຈ​ກັນ​ໄຫວ້ວອນ​ດ້ວຍ​ຄວາມ​ຫມັ້ນ​ໃຈ ພ້ອມ​ກັບ​ພວກ​ແມ່​ຍິງ​ແລະ​ນາງ​ມາ​ຣິ​ອາ​ມານ​ດາ​ຂອງ​ພຣະ​ເຢ​ຊູ ທັງ​ພວກ​ນ້ອງ​ຊາຍ​ຂອງ​ພຣະ​ອົງ

15   ໃນ​ຄາວ​ນັ້ນ​ເປ​ໂຕ​ໄດ້​ຢືນ​ຂຶ້ນ​ຖ້າມ​ກາງ​ພີ່​ນ້ອງ​ທັງ​ຫລາຍ ຊຶ່ງ​ປະ​ຊຸມ​ກັນ​ຢູ່​ຮ່ວມ​ທັງ​ຫມົດ​ມີ​ປະ​ມານ​ຮ້ອຍ​ຊາວຄົນ ແລະ​ກ່າວ​ວ່າ,

16   ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຂໍ້​ພຣະ​ຄັມ​ພີ​ທີ່​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຊົງ​ກ່າວ​ລ່ວງ​ຫນ້າ​ໄວ້​ໂດຍ​ພຣະ​ໂອດ​ຂອງ​ກະ​ສັດ​ດາ​ວິດ ຈະ​ເປັນ​ຕ້ອງ​ສຳ​ເຣັດ ຄຳ​ນັ້ນ​ທີ່​ເວົ້າ​ເຖິງ​ຢູ​ດາ​ຊຶ່ງ​ກາຍ​ເປັນ​ຜູ້​ນຳ​ຄົນ​ທັງ​ຫລາຍທີ່​ໄປ​ຈັບ​ພຣະ​ເຢ​ຊູ

17   ເພາະ​ຢູ​ດານັ້ນ​ກໍ​ນັບ​ເຂົ້າ​ໃນ​ຈຳ​ນວນ​ພວກ​ເຮົາ ແລະ​ໄດ້​ຮັບ​ສ່ວນ​ໃນ​ການ​ງານ​ນີ້​ເຫມື​ອນ​ກັນ

18   ຝ່າຍ​ຜູ້​ນີ້​ໄດ້​ເອົາ​ຄ່າ​ບໍາ​ເຫນັດ​ແຫ່ງ​ກາ​ນຊົ່ວ​ຂອງ​ຕົນ​ໄປ​ຊື້​ດິນ​ຕອນ​ນຶ່ງ ແລະ​ກໍ​ລົ້ມ​ລົງ​ແຕ​ກກາງ​ຕົວ​ຈົນ​ໃສ້​ໄຫລ​ອອກ​ທັງ​ຫມົດ

19   ເຫດ​ການ​ນີ້​ກໍ​ປາ​ກົດ​ແກ່​ຊາວ​ກຸງ​ເຢ​ຣູ​ຊາເລັມ​ທັງ​ຫມົດ ເຂົາ​ຈຶ່ງ​ເອີ້ນ​ດິນ​ຕອນ​ນີ້​ຕາມ​ພາ​ສາ​ຂອງ​ເຂົາ​ວ່າ​ຮາ​ເກນ​ດາ​ມາ ຄື​ດິນ​ເລືອດ

20   ດ້ວຍ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ທັມ​ເພງ​ສັຣ​ເສີນ​ວ່າ, ທີ່​ຢູ່​ຂອງ​ມັນ​ໃຫ້​ກາຍ​ເປັນ​ບ່ອນ​ຮ້າງ​ເປົ່າ ຢ່າ​ໃຫ້​ມີ​ຜູ້​ໃດ​ອາ​ໄສ​ຢູ່​ໃນ​ທີ່​ນັ້ນ ແລະ ສ່ວນ​ຫນ້າ​ທີ່​ຂອງ​ມັນ​ໃຫ້​ຄົນ​ອື່ນ​ຮັບ​ແທນ

21   ເຫດ​ສັນ​ນັ້ນ​ໃນ​ບັນ​ດາ​ຜູ້​ທີ່​ເປັນ​ພວກ​ດຽວ​ກັບ​ເຮົາ ຕລອດ​ເວ​ລາ​ທີ່​ພຣະ​ອົງ​ເຈົ້າ​ເຢ​ຊູ​ສະ​ເດັດ​ເຂົ້າ​ອອກ​ກັບ​ພວກ​ເຮົາ

22   ຄື​ຕັ້ງ​ແຕ່​ບັບ​ຕິ​ສະ​ມາ​ຂອງ​ໂຢ​ຮັນ​ຈົນ​ເຖິງວັນ​ທີ່​ພຣະ​ເຈົ້າ​ຊົງ​ຮັບ​ພຣະ​ອົງ​ຂຶ້ນ​ເມືອ​ຈກ​ພວກ​ເຮົາ ຄົນ​ນຶ່ງ​ໃນ​ພວກ​ນີ້​ຈະ​ຕ້ອງ​ກາຍ​ເປັນ​ພຍານ​ກັບ​ພວກ​ເຮົາ​ວ່າ ພຣະ​ອົງ​ໄດ້​ຊົງ​ຄືນ​ພຣະ​ຊົນ​ແລ້ວ

23   ແລ້ວ​ເຂົາ​ໄດ້​ສ​ເນີ​ຊື່​ສອງ​ຄົນ ຄື​ໂຢ​ເຊບ​ທີ່​ເອີ້ນ​ວ່າ​ບາ​ຣະ​ຊາ​ບາ ມີ​ນາມ​ສະ​ກຸນ​ວ່າ​ຢູ​ສະ​ໂຕ ແລະ​ມັດເທັຽ

24   ເຂົາ​ຈຶ່ງ​ພາ​ກັນ​ອ້​ອນ​ວອນ​ວ່າ, ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ຊົງ​ຢັ່ງ​ຮູ້​ຈິດ​ໃຈ​ຂອງ​ຄົນ​ທັງ​ປວງ ຂໍ​ພຣະ​ອົງ​ຊົງ​ຊີ້​ບອກວ່າ​ໃນ​ສອງ​ຄົນ​ນີ້​ພຣະ​ອົງ​ຊົງ​ເລືອກ​ເອົາ​ຄົນ​ໃດ

25   ເພື່ອ​ເຂົ້າ​ຮັບ​ສ່ວນ​ໃນ​ການ​ປະ​ຕິບັດ​ນີ້ ແລະ​ຮັບ​ຕຳ​ແຫນ່ງ​ເປັນ​ອັ​ຄ​ສາ​ວົກ ຊຶ່ງ​ຢູ​ດາ​ໄດ້​ປະ​ຖິ້ມ​ແລ້ວ​ໄປ​ສູ່​ບ່ອນ​ຂອງ​ຕົນ

26   ເຂົາ​ຈຶ່ງ​ໄດ້​ຈົກ​ສ​ລາກ​ກັນ ແລະ​ສ​ລາກ​ນີ້​ໄດ້​ຕົກ​ໃສ່​ມັດ​ເທັຽ ມັດ​ເທັຽ​ຈຶ່ງ​ຖືກ​ນັບ​ເຂົ້າ​ໃນ​ພວກ​ອັ​ຄ​ສາ​ວົກ​ສິບ​ເອັດ​ຄົນ​ນັ້ນ

 

2. ພຣະວິນ​ຍານ​ບໍ​ຣິ​ສຸດ​ສະ​ເດັດ​ມາ​ສະ​ຖິດ

1        ເມື່ອ​ຄົບ​ຮອບ​ວັນ​ເທ​ສ​ການ​ເພັນ​ເຕຄອ​ສ ເຂົາ​ທັງ​ຫມົດ​ໄດ້​ພ້ອມ​ກັນ​ຢູ່​ໃນ​ບ່ອນ​ດຽວ

2        ໃນ​ທັນ​ໃດ​ນັ້ນ​ເກີດ​ມີ​ສ​ຽງ​ມາ​ຈາກ​ຟ້າ​ສວັນ​ເຫມືອນ​ສຽງ​ລົມ​ພະ​ຍຸ​ກ້າ ກ້ອງ​ສ​ນັ່ນ​ທົ່ວ​ເຮືອນ​ທີ່​ເຂົາ​ນັ່ງ​ຢູ່​ນັ້ນ

3        ມີ​ລີ້ນ​ເປັນ​ຮູບ​ເຫມືອນ​ແປວ​ໄຟ​ໄດ້​ປາ​ກົດ​ໃຫ້​ເຂົາ​ເຫັນ​ແລະ​ລີ້ນ​ນັ້ນ​ແຕກ​ກະ​ຈາຍ​ອອກ​ໄປ​ຢູ່​ເທິງ​ເຂົາ​ທຸກ​ຄົນ​ຜູ້​ລະ​ລີ້ນ

4        ເຂົາ​ເຫລົ່​ນັ້ນ​ກໍ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ແລະ​ຕັ້ງ​ຕົ້ນ​ປາກ​ພາ​ສາ​ຕ່າງໆ​ຕາມ​ທີ່​ພຣະ​ວິນ​ຍານ​ຊົງ​ໂຜດ​ໃຫ້​ເຂົາ​ເວົ້​ນັ້ນ

5        ຂ​ນະ​ນັ້ນ​ມີ​ຊາວ​ຢິວ​ທີ່​ຢຳ​ເກງ​ພຣະ​ເຈົ້າ​ມາ​ຈາກ​ທຸກ​ປະ​ເທດ​ທົ່ວ​ໃຕ້​ຟ້າ ເຂົ້າ​ມາ​ພັກ​ເຊົາ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ

6        ເມື່ອ​ສຽງ​ນັ້ນ​ໄດ້​ເກີດ​ຂຶ້ນ ຝູງ​ຄົນ​ຫລວງ​ຫລາຍ​ໄດ້​ມາ​ໂຮມ​ກັນ ແລ້ວ​ສ​ງົນ​ສົນ​ເທ​ເພາະ​ຕ່າງ​ຄົນ​ກໍ​ຕ່າງ​ໄດ້​ຍິນ​ພວກ​ເຫລົ່າ​ນັ້ນ​ເວົ້າ​ພາສາ​ຂອງ​ໃຜ​ລາວ

7        ຄົນ​ທັງ​ປວ​ງ​ຈຶ່ງ​ປລາດ​ແລະ​ງຶດ​ອັ​ດສະຈັນ​ໃຈ​ເວົ້າ​ກັນ​ວ່າ, ເບິ່ງ​ແມ໋, ຄົນ​ທັງ​ຫລາຍ​ທີ່​ເວົ້າ​ກັນ​ຢູ່​ນັ້ນ​ແມ່ນ​ຊາວ​ຄາ​ລີ​ເລ​ທັງ​ຫມົດ​ ບໍ່​ແມ່ນ​ຫລື

8        ເປັນ​ແນວ​ໃດ​ພວກ​ເຮົາ​ທຸກ​ຄົນ​ຈຶ່ງ​ໄດ້​ຍິນ​ເຂົາ​ເວົ້າ​ພາ​ສາ​ບ້ານ​ເກີດ​ເມືອງນອນ​ຂອງ​ພວກ​ເຂົາ

9        ຄື​ຊາວ​ປາເທັຽ ຊາວເມ​ເດັ ຊາວເອ​ລາມ ແລະ​ຄົນ​ທີ່​ຢູ່​ໃນ​ປະ​ເທດ​ເມ​ໂຊ​ໂປ​ຕາ​ເມັຽ

10   ແຂວງ​ຢູ​ດາຍ, ແລະ​ປະ​ເທດ​ກັປ​ປາ​ໂດ​ເກັຽ ໃນ​ແຂວງປົນ​ໂຕ ແລະ​ອາເຊັຽ

11   ທັງ​ຊາດ​ຢິວ​ແລະ​ຄົນ​ທີ່​ນັບ​ຖື​ລັດ​ທິ​ຢິວ ຊາວ​ເກາະກະ​ເຣ​ເຕ​ແລະ​ຊາຍວ​ປະ​ເທດ​ອາ​ຣະ​ເບັຽ ພວກ​ເຮົາ​ໄດ້​ຍິນ​ເຂົາ​ກ່າວ​ເຖິງ​ມະ​ຫາຣາ​ຊ​ກິດ​ຂອງ​ພຣະ​ເຈົ້າ​ໃນ​ພາ​ສາຂ​ອງ​ເຮົາ​ເອງ

12   ເຂົາ​ທັງ​ຫລາຍ​ຈຶ່ງ​ອັດ​ສະ​ຈັນ​ໃຈ​ແລະ​ສ​ງົນ​ສົນ​ເທ​ເວົ້າ​ກັນ​ວ່າ, ການ​ນີ້​ອາດ​ຈະ​ເປັນ​ຢ່າງ​ໃດ​ຫນໍ

13   ແຕ່​ລາງ​ຄົນ​ເວົ້າ​ເຍາະ​ເຍີ້ຍ​ວ່າ, ຄົນ​ເຫລົ່າ​ນັ້ນ​ເຕັມ​ໄປດ້ວຍ​ເຫລົ້າ​ອະງຸ່ນ​ໃຫມ່

ຄຳ​ປາ​ສັຍ​ຂອງ​ເປ​ໂຕ​ໃນ​ວັນ​ເພັນ​ຕາ​ຄອ​ສ

( 2:28-32)

14   ແລ້ວ​ເປ​ໂຕ​ໄດ້​ຢືນ​ຂຶ້ນ​ກັບ​ອັ​ຄ​ສາ​ວົກ​ສິບ​ເອັດ​ຄົນ​ນັ້ນ ແລະ​ໄດ້​ກ່າວ​ຄຳ​ປາ​ສັຍ​ດ້ວຍ​ສຽງ​ດັງ​ໃຫ້​ເຂົາ​ຟັງ​ວ່າ, ທ່ານ​ຊາວ​ຢິວ​ ແລະ​ບັນ​ດາ​ຄົນ​ທີ່​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ເອີຍ, ຈົ່ງຊບ​ເຣື່ອງ​ນີ້​ແລະ​ຕັ້ງ​ຫູ​ຟັງ​ຖ້ອຍ​ຄຳ​ຂອງ​ຂ້າ​ພະ​ເຈົ້າ

15   ດ້ວຍ​ວ່າ​ຄົນ​ເຫລົ່າ​ນີ້​ບໍ່​ໄດ້​ເມົາ​ເຫລົ້າ​ເຫມືອນ​ດັ່ງ​ພວກ​ທ່ານ​ຄຶດ​ນັ້ນ ເພາະ​ຍັງ​ເປັນ​ເວ​ລາ​ສາມ​ໂມງ​ເຊົ້າ​ຢູ່

16   ແຕ່​ການ​ນີ້​ແຫລະ, ແມ່ນ​ຕາມ​ທີ່​ໄດ້​ຊົງ​ກ່າວ​ດ້ວຍ​ໂຢ​ເອນ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ,

17   ພຣະ​ເຈົ້າ​ຊົງ​ກ່າວ​ວ່າ ໃນ​ຄາວ​ສຸດ​ທ້າຍ​ເຮົາ​ຈະ​ຖອກ​ວິນ​ຍານ​ຂອງ​ເຮົາ​ປະ​ທານ​ລົງ​ໃສ່​ມະ​ນຸດ​ທັງ​ປວງ ລູກ​ຊາຍ​ແລະ​ລູກ​ຍິງ​ຂອງ​ພວກ​ທ່ານ​ຈະ​ທຳ​ນ​ວາຍ ຊາຍ​ຫນຸ່ມ​ຂອງ​ພວກ​ທ່ານ​ຈະ​ຝັນ​ເຫັນ

18   ຝ່າຍ​ເຮົາ​ໃນ​ຄາວ​ນັ້ນ​ເຮົາ​ຈະ​ຖ​ອກວິນ​ຍານ​ຂອງ​ເຮົາ​ປະ​ທານ​ລົງ​ໃສ່​ຂ້າ​ໃຊ້​ຊາຍ​ຍິງ​ຂອງ​ເຮົາ ແລະ​ເຂົາ​ຈະ​ທໍາ​ນ​ວາຍ

19   ເຮົາ​ຈະ​ສະ​ແດງ​ການ​ອັສ​ຈັນ​ໃນ​ອ​ກາດ​ເບື້ອງ​ເທິງ ແລະ​ຫມາຍ​ສຳ​ຄັນ​ທີ່​ແຜ່ນ​ດິນ​ໂລກ​ເບື້ອງ​ລຸ່ມ ຄື​ເລືອດ​ແລະ​ໄຟ​ກັບ​ອາຍ​ຄວັນ

20   ກ່ອນ​ວັນ​ອັນ​ໃຫຍ່​ແລະ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ​ເຈົ້າ​ຈະ​ມາ​ເຖິງ ດວງ​ອາ​ທິດ​ຈະ​ເກີດ​ມື​ດ​ມົວ ດວງ​ຈັນ​ຈະ​ກາຍ​ເປັນ​ເລືອດ

21   ແລ້ວ​ກໍ​ຈະ​ເປັນ​ດັ່ງ​ນີ້ ຄື​ບຸກ​ຄົນ​ໃດ​ທີ່​ຮ້ອງ​ອອກ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຈະ​ລອດ​ພົ້ນ

22   ຊາວ​ອິ​ສ​ຣາ​ເອນ​ທັງ​ຫລາຍ​ເອີຍ, ຈົ່ງ​ຟັງ​ຖ້ອຍ​ຄຳ​ເຫລົ່າ​ນີ້ ຄື​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ເປັນ​ຜູ້​ທີ່​ພຣະ​ເຈົ້າ​ຊົງ​ຊີ້​ແຈງ​ໃຫ້​ພວກ​ເຮົາ​ຮູ້ ດ້ວຍ​ການ​ອິດ​ທິ​ຣິດ, ການ​ອັສຈັນ ແລະ​ຫມາຍ​ສຳ​ຄັນ​ຕ່າງໆ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ໃນ​ຖ້າມ​ກາງ​ພວກ​ທ່ານ​ດ້ວຍ ທ່ານ​ຜູ້​ນັ້ນ ດັ່ງ​ທີ່​ພວກ​ທ່າ​ນຮູ້​ຢູ່​ແລ້ວ

23   ທ່ານ​ຜູ້​ນີ້​ໄດ້​ຖືກມອ​ບ​ໄວ້ ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ກຳ​ນົດ​ຄາດຫມາຍ​ແລະ​ຊົງຮູ້​ໄວ້​ລ່ວງ​ຫນ້າ​ກ່ອນ​ນັ້ນ ພວກ​ທ່ານ​ໄດ້​ໃຫ້​ຄົນ​ນອກ​ສາ​ສ​ນາ​ຄຶງ​ພຣະ​ອົງໄວ້​ທີ່​ໄມ້​ກາງ​ແຂນ​ແລະ​ປະ​ຫານ​ຊີ​ວິດ​ເສັຽ

24   ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ ດ້ວຍ​ຊົງ​ປັດ​ພຣະ​ອົງໃຫ້​ອອກ​ຈາກ​ຄວາມ​ເຈັບ​ປວດແຫ່ງ​ຄວາມ​ຕາຍ ເພາະ​ຄວາມ​ຕາຍ​ສະ​ກັດ​ຈ່ອງ​ພຣະ​ອົງ​ໄວ້​ບໍ່​ໄດ້

25   ເພາະ​ກະ​ສັດ​ດາ​ວິດ​ໄດ້​ຊົງ​ກ່າວ​ເຖິງ​ພຣະ​ອົງ​ວ່າ, ຂ້າ​ພະ​ເຈົ້າ​ໄດ້​ແນມ​ເບິ່ງ​ອົງ​ພຣະຜູ້​ເປັນ​ເຈົ້າ​ຢູ່​ສເມີ ເພາະ​ວ່າ​ພຣະ​ອົງ​ປະ​ທັບ​ຢູ່​ກ້ຳ​ຂວາ​ຂອງ​ຂ້າ​ພະ​ເຈົ້າ ເພື່ອຂ້າ​ພະ​ເຈົ້າ​ຈະບໍ່​ສະ​ທ້ານ​ຫວັ່ນ​ໄຫວ

26   ເພາະ​ເຫດ​ນີ້​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ປິ​ຕິຍິນ​ດີ ແລະ​ລີ້ນ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ຮ້ອງ​ຊົມ​ຊື່ນ​ຍິນ​ດີ ອີກ​ປະ​ການ​ນຶ່ງ ເນື້ອ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ພັກ​ຜ່ອນ​ຢູ່​ໃນ​ຄວາມ​ໄວ້​ໃຈ

27   ເພາະ​ພຣະ​ອົງ​ເຈົ້າ​ຈະ​ບໍ່​ຊົງ​ປະ​ຖິ້ມ ຈິດ​ວິນ​ຍານ​ຂອງ​ຂ້າ​ພຣະ​ອົງ​ໄວ້​ໃນ​ແດນ​ມໍ​ຣະ​ນາ ທັງ​ຈະ​ບໍ່​ໃຫ້​ຜູ້​ບໍ​ຣິ​ສຸດ​ຂອງ​ພຣະ​ອົງເປື່ອຍ​ເນົ່​ໄປ

28   ພຣະ​ອົງ​ໄດ້​ຊົງ​ໂຜດ​ໃຫ້​ຂ້າ​ພຣະ​ອົງຮູ້​ທາງ​ແຫ່ງ​ຊີ​ວິດ ພຣະ​ອົງ​ຈະ​ຊົງ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ເຕັມ​ບໍ​ຣິ​ບູນ​ດ້ວຍ​ຄວາມ​ຍິນ​ດີ​ເພາະ​ຢູ່​ຕໍ່​ພຣະ​ພັກ​ພຣະ​ອົງ

29   ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຂ້າ​ພະ​ເຈົ້າ​ມີ​ສິດ​ທີ່​ຈະ​ກ່າວ​ຢ່າງ​ເຊື່ອ​ຫມັ້ນ ໃຫ້​ທ່ານ​ທັງ​ຫລາຍ​ຟັງ​ເຖິງ​ເຣື່ອງ​ກະ​ສັດ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ນັ້ນ​ວ່າ ທ່ານ​ສິ້ນ​ຊີ​ວິດ​ແລະ​ຖືກ​ບັນ​ຈຸ​ໄວ້​ແລ້ວ ແລະ​ອຸບ​ໂມງ​ຂອງ​ທ່ານ​ຍັງ​ຢູ່​ຖ້າມ​ກາງ​ພວກ​ເຮົາ​ຈົນ​ເຖິງ​ທຸກວັນ​ນີ້

30   ທ່ານ​ເປັນ​ຜູ້​ທຳ​ນ​ວາຍ ແລະ​ຊາບ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ສັນ​ຍ​ແກ່​ທ່ານ​ດ້ວຍ​ຄຳ​ສາ​ບານ​ວ່າ ຈະ​ປະ​ທານ​ຜູ້​ນຶ່ງ​ໃນ​ວົງ​ຕະ​ກູນ​ຂອງ​ທ່ານ​ໃຫ້​ປະ​ທັບ​ເທິງ​ພຣະ​ທີ່​ນັ່ງ​ຂອງ​ທ່ານ

31   ກະ​ສັດ​ດາ​ວິດ​ກໍ​ຊົງ​ລ່ວງ​ຮູ້​ເຫດ​ການ​ນີ້​ໄວ້​ກ່ອນ ຈຶ່ງ​ຊົງ​ກ່າວ​ເຖິງ​ການ​ຄືນ​ພຣະ​ຊົນ​ຂອງ​ອົງ​ພຣະຄຣິດ​ວ່າ, ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ປະ​ຖິ້ມ​ທ່ານ​ໄວ້​ໃນ​ແດນ​ມໍ​ຣະ​ນາ​ທັງ​ເນື້ອ​ຕົວ​ຂອງ​ທ່ານ​ກໍ​ຈະ​ບໍ່​ເປື່ອຍ​ເນົ່​ໄປ

32   ພຣະ​ເຢ​ຊູ​ນີ້​ແຫລະ, ທີ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ​ແລ້ວ ຝ່າຍ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ເປັນ​ພຍານ​ເຖິງ​ເຣື່ອງ​ນີ້

33   ເມື່ອ​ຊົງ​ຖືກ​ຍົກ​ຂຶ້ນ​ຢູ່​ທີ່​ພຣະ​ຫັດ​ກ້ຳ​ຂວາ​ຂອງ​ພຣະ​ເຈົ້າ ແລະ​ໄດ້​ຊົງ​ຮັບ​ພຣະ​ວິນ​ຍາ​ນ​ບໍ​ຣິ​ສຸດ​ຈາກ​ພຣະ​ບິດາ​ຕາມ​ພຣະ​ສັນ​ຍາ​ ພຣະ​ອົງ​ໄດ້​ຊົງຖອກ​ພຣະ​ວິນ​ຍານ​ນັນ​ລົງ​ມາ​ດັ່ງ​ພວກ​ທ່ານ​ໄດ້​ເຫັນ​ແລະ​ໄດ້​ຍິນ​ແລ້ວ​ນັ້ນ

34   ເຫດ​ວ່າ​ກະ​ສັດ​ດາ​ວິດ​ບໍ່​ຂຶ້ນ​ໄປ​ຍັງ​ສວັ ແລະ​ທ່ານ​ເອງ​ໄດ້​ຊົງ​ກ່າວ​ວ່າ, ພຣະ​ເຈົ້າ​ຊົງ​ກ່າວ​ແດ່​ອົງ​ພຣະ​ຜູ້ເປັນ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ຈົ່ງ​ນັ່ງ​ທີ່​ຂວາ​ມື​ຂອງ​ເຮົາ,

35   ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດ​ຕ​ຣູ​ຂອງ​ທ່ານ​ໃຫ້​ຢູ່​ໃຕ້​ຕີນ​ຂອງ​ທ່ານ

36   ເຫດ​ສັນ​ນັ້ນ​ໃຫ້​ຍາດ​ວົງ​ອິ​ສ​ຣາ​ເອນ​ຮູ້​ຄັກ​ແນ່​ວ່າ ພຣະ​ເຈົ້າ​ໄດ້​ຊົງ​ຍົກ​ພຣະ​ເຢ​ຊູ​ນີ້ ຊຶ່ງ​ທ່ານ​ທັງ​ຫລາຍ​ໄດ້​ຕອກ​ຕິດ​ໄວ້​ທີ່​ໄມ້​ກາງ​ແຂນ​ນັ້ນ ຊົງ​ແຕ່ງ​ຕັ້ງ​ໃຫ້​ເປັນ​ທັງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ເປັນ​ພຣະຄຣິດ

37   ເມື່ອ​ຄົນ​ທັງ​ຫລາຍ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ​ກໍ​ຮູ້​ສຶກ​ເຈັບ​ຊ້ຳ​ກິນ​ແຫນງ​ໃຈ ຈຶ່​ງ​ກ່າວ​ແກ່​ເປ​ໂຕ​ແລະ​ອັ​ຄ​ສາ​ວົກ​ວ່າ, ພີ່​ນ້ອງ​ເອີຍ, ພວກ​ເຮົາ​ຈະ​ເຮັດ​ຢ່າງ​ໃດ?

38   ຝ່າຍ​ເປ​ໂຕ​ຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, ຈົ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫ​ມ່ ແລະ​ຣັບ​ບັບ​ຕິສະ​ມາ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ທຸກ​ຄົນ ເພື່ອ​ການ​ຊົງ​ຍົກ​ບາບ​ໂທດ​ຂອງ​ພວກ​ທ່ານ ແລ້ວ​ພວກ​ທ່ານ​ຈະ​ໄດ້​ຮັບ​ຂອງ​ພຣະ​ຣາ​ຊ​ທານ ຄື​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

39   ດ້ວຍ​ວ່າ​ພຣະ​ສັນ​ຍາ​ນັ້ນ​ກໍ​ມີ​ໄວ້​ແກ່​ທ່ານ​ທັງ​ຫລາຍ, ກັບ​ລູກ​ຫລານ​ຂອງ​ພວກ​ທ່ານ ແລະ​ແກ່​ຄົນ​ທັງ​ປວງ​ທີ່​ຢູ່​ຫ່າງ​ໄກ ຄື​ແກ່​ທູກ​ຄົນ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຊົງ​ເອີ້ນ​ມາ​ເຝົ້າ​ພຣະ​ອົງ​ນັ້ນ

40   ແລະ​ເປ​ໂຕ​ໄດ້​ກ່າວ​ສັ່ງ​ເຂົາ​ຫລາຍ​ປະ​ການ​ອີກ ແລະ​ເຕືອນ​ສ​ຕິ​ເຂົາ​ວ່າ, ຈົ່ງ​ເອົາ​ຕົວ​ລອດ​ພົ້ນ​ຈາກ​ເຊື້ອ​ຊາດ​ອັນ​ຄົດ​ລ້ຽວ​ນີ້​ເສັຽ

41   ຝ່າຍ​ຄົນ​ທັງ​ຫລາຍ​ທີ່​ໄດ້​ເຊື່ອ​ຮັບ​ຟັງ​ຖ້ອຍ​ຄຳ​ຂອງ​ເປ​ໂຕ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ວັນ​ນັ້ນ​ມີ​ຄົນ​ຕື່ມ​ເຂົ້າ​ເປັນ​ລູກ​ສິດ​ປະ​ມານ​ສາມ​ພັນ​ຄົນ

42   ແລະ​ເຂົາ​ໄດ້​ຫມັ້ນ​ຄົງ​ຢູ່​ໃນ​ຄຳ​ສອນ​ຂອງ​ພວກ​ອັ​ຄ​ສາ​ວົກ, ໃນ​ການ​ຮ່ວມ​ໃຈ​ກັນ, ໃນ​ການ​ຫັກ​ເຂົ້​ຈີ່ ແລະ​ໃນ​ການ​ໄຫວ້ວອນ

ຊີວິດການເປັນຢູ່ຂອງພວກສິດ

43   ທຸກ​ຄົນ​ເກີດ​ມີ​ຄວາມ​ຢ້ານ​ຢຳ​ນັບ​ຖື ສ່ວນ​ພວກ​ອັ​ຄ​ສາ​ວົກ​ກໍ​ໄດ້​ເຮັດ​ການ​ອັດສຈັນ​ແລ​ຫມາຍ​ສຳ​ຄັນ​ຫລາຍ​ປະ​ການ

44   ບັນດາ​ຜູ້​ທີ່​ເຊື່ອ​ຖື​ນັ້ນ​ກໍ​ໄດ້​ຢູ່​ຮ່ວມ​ກັນ ແລະ​ຊັບ​ສິ່ງ​ຂອງ​ຂອງ​ເຂົາ​ເຫລົ່​ນັ້ນ​ເຂົາ​ກໍ​ຖື​ເປັນ​ຂອງ​ສ່ວນ​ຮວມ

45   ແລະ​ເຂົ​ໄດ້​ຂາຍ​ທີ່​ດິນ​ແລະ​ຊັບ​ສິ່ງ​ຂອງ ມາ​ແຈກ​ຢາຍ​ໃຫ້​ຄົນ​ທັງ​ປວງ​ຕາມ​ທີ່​ທຸກ​ຄົນ​ຕ້ອງ​ການ

46   ເຂົາ​ໄດ້​ຫມັ່ນ​ຮ່ວມ​ປະ​ຊຸມ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ທຸກວັນ ແລະ​ຫັກ​ເຂົ້າ​ຈີ່ ຕາມ​ເຮືອນ​ຂອງ​ເຂົາ ຮ່ວມ​ຮັບ​ປະ​ທານ​ອາ​ຫານ​ດ້ວຍຄວາມ​ຊື່ນ​ຊົມ​ຍິນ​ດີ​ແລະ​ໃຈ​ສັດ​ຊື່

47   ທັງ​ໄດ້​ສັຣ​ເສີນ​ພຣະ​ເຈົ້າ ແລະ​ພົ​ລເມືອງ​ທັງ​ຫມົດ​ກໍ​ຊອບ​ໃຈ​ນຳ ຝ່າຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ຄົນ​ທັງ​ຫລາຍ​ຊຶ່ງ​ກຳ​ລັງ​ຈະ​ລອດ​ພົ້ນ​ນັ້ນ​ມາ​ເຂົ້າ​ກັບ​ພວກ​ສິດ​ທຸກໆ​ວັນ

 

3. ຄົນ​ງ່ອຍ​ຜູ້​ນຶ່ງ​ດີ​ພ​ຍາດ​ທີ່​ປະ​ຕູ​ງາມ

1        ຝ່າຍ​ເປ​ໂຕ​ກັບ​ໂຢ​ຮັນ​ກຳ​ລັງ​ຂຶ້ນໄປ​ຈະ​ເຂົ້າບໍ​ຣິ​ເວນ​ພຣະ​ວິ​ຫານ ເປັນ​ຍາມ​ອ້ອນວອນ​ຄື​ເວ​ລາ​ເກົ້າ​ໂມງ

2        ມີ​ຊາຍ​ຄົນ​ນຶ່ງ​ເປັນ​ງ່ອຍ​ຕັ້ງ​ແຕ່​ຢູ່​ໃນ​ທ້ອງ​ແມ່ ຊຶ່ງ​ເຂົາ​ເຄີຍ​ຫາມ​ມາວາງ​ໄວ້​ທຸກວັນ​ທີ່​ຮີມ​ປະ​ຕູບໍ​ຣິ​ເວນ​ພຣະ​ວິ​ຫານ ຊຶ່ງ​ມີ​ຊື່​ວ່າ​ປະ​ຕູ​ງາມ ເພື່ອ​ໃຫ້​ຂໍ​ທານ​ຈາກ​ຄົນ​ທີ່​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ນັ້ນ

3        ເມື່ອ​ຄົນ​ນັ້ນ​ເຫັນ​ເປ​ໂຕ​ກັບ​ໂຢ​ຮັນ​ຈະ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ກໍ​ຂໍ​ທານ

4        ຝ່າຍ​ເປ​ໂຕ​ກັບ​ໂຢ​ຮັນ​ກໍ​ເພ່ງ​ເບິ່ງ​ຄົນ​ນັ້ນ​ບອກວ່າ, ຈົ່ງ​ເບິ່ງ​ພວກ​ເຮົາ

5        ແ​ລະ​ຄົນ​ນັ້ນ​ໄດ້​ລໍ​ເບິ່ງ ນຶກວ່າ​ຈະ​ໄດ້​ຮັບ​ສິ່ງ​ນຶ່ງ​ຈາກ​ທ່ານ

6        ແຕ່​ເປ​ໂຕ​ໄດ້​ກ່າວ​ວ່າ, ເງິນ​ແລະ​ຄຳ​ເຮົາ​ບໍ່​ມີ ແຕ່​ອັນ​ທີ່​ເຮົາ​ມີ​ຢູ່​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ ຄື​ໃນ​ພຣະ​ນາມ​ແຫ່ງ​ພຣະ​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ຈົ່ງ​ຍ່າງ​ໄປ

7        ແລ້ວ​ເປ​ໂຕ​ຈັບ​ມື​ເບື້ອງ​ຂວາ​ຜູ້​ນັ້ນ​ດຶງ​ຂຶ້ນ ໃນ​ທັນ​ໃດ​ນັ້ນ​ຕີນ​ແລະ​ຂໍ່​ຕີນ​ຂອງ​ເຂົາ​ກໍ​ມີ​ແຮງມາ

8        ເຂົາ​ໄດ້​ໂດດ​ຢືນ​ຂຶ້ນ​ຍ່າງ​ໄປ​ມາ ແລ້ວ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ພ້ອມ​ກັນ​ກັບ​ທ່ານ​ທັງ​ສອງ ຍ່າງ​ແລະ​ເຕັ້ນ​ພ້ອມ​ສັຣ​ເສີນ​ພຣະ​ເຈົ້າ​ໄປ

9        ພົ​ລ​ເມືອງ​ທັງ​ຫລາຍ​ໄດ້​ເຫັນ​ຜູ້​ນັ້ນ​ຍ່າງ​ໄປ​ມາ​ສັຣ​ເສີນ​ພຣະ​ເຈົ້າ

10   ຈຶ່ງ​ຮູ້​ວ່າ​ເປັນ​ຄົນ​ນັ້ນ​ທີ່​ເຄີຍ​ນັ່ງ​ຂໍ​ທານ​ຢູ່​ທີ່​ປະ​ຕູ​ງາມ​ແຫ່ງບໍ​ຣິ​ເວນ​ພຣະ​ວິ​ຫານ ເຂົາ​ຈຶ່ງ​ພາ​ກັນ​ເຕັມ​ໄປ​ດ້ວຍ​ຄວາມ​ງຶດ​ງໍ້​ອັ​ສຈັນ​ໃຈ​ເພາະ​ເຫດ​ການ​ທີ່​ເກີດ​ຂຶ້ນ​ແກ່​ຄົນ​ນັ້ນ

ຄຳ​ປາ​ສັຍ​ຂອງ​ເປ​ໂຕທີ່​ລະ​ບຽງ​ຂອ​ງ​ໂຊ​ໂລ​ໂມນ

11   ເມື່ອ​ຄົນ​ນັ້ນ​ຍັງ​ຈັບ​ຫນ່ວງ​ເປ​ໂຕ​ແລະ​ໂຢ​ຮັນ​ຢູ່ ພົ​ລ​ເມືອງ​ທັງ​ປວງ​ກໍ​ອັດສະຈັນ​ໃຈ ຈຶ່​ງ​ແລ່ນ​ມາ​ຫາ​ເຂົາ​ທີ່​ລະ​ບຽງ​ຊຶ່ງ​ມີ​ຊື່​ວ່າ​ລະ​ບຽງ​ໂຊ​ໂລ​ໂມນ

12   ເມື່ອ​ເປ​ໂຕ​ໄດ້​ເຫັນ​ດັ່ງ​ນັ້ນ​ກໍ​ກ່າວ​ແກ່​ພົ​ລເມືອງວ່າ,  ວ​ອິ​ສ​ຣາເອນ​ເອີຍ, ເປັນ​ຫຍັງ​ພວກ​ທ່ານ​ພາ​ກັນ​ປ​ລາດ​ໃຈ​ດ້ວຍ​ເຣື່ອງ​ຂອງ​ຄົນ​ນີ້ ແລະ​ເພ່ງ​ເບິ່ງ​ພວກ​ເຮົາ​ເຫມືອນ​ກັບ​ວ່າ ພວກ​ເຮົາ​ໄດ້​ເຮັດ​ໃຫ້​ຄົນ​ນີ້​ຍ່າງ​ໄດ້​ໂດຍ​ອຳ​ນາດ​ຂອງ​ເຮົາ​ເອງ ຫລື​ດ້ວຍ​ການ​ທີ່​ພວກ​ເຮົາ​ນັບ​ຖື​ພຣະ​ເຈົ້າ​ຢ່າງ​ຖືກ​ຕ້ອງ

13   ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ ພຣະ​ເຈົ້າ​ຂອງ​ອີ​ຊາກ ແລະ​ຂອງ​ຢາ​ໂຄບ ຄື​ພຣະ​ເຈົ້າ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ ໄດ້​ຊົງ​ໂຜດ​ປະ​ທານ​ພຣະ​ກຽດ​ແດ່​ຜູ້​ຣັບ​ໃຊ້​ຂອງ​ພຣະ​ອົງ​ຄື ພຣະ​ເຢ​ຊູ ຊຶ່ງ​ທ່ານ​ທັງ​ຫລາຍ​ໄດ້ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ​ແລະ​ໄດ້​ປະ​ຕິ​ເສດ​ພຣະ​ອົງ

14   ຊຶ່ງ​ເປັນ​ອົງ​ບໍ​ຣິ​ສຸດ​ແລະ​ຊອບ​ທັມ ແລະ​ໄດ້​ຂໍ​ທ່ານ​ປ່ອຍ​ຜູ້​ຂ້າ​ຄົນ​ໃຫ້​ແກ່​ທ່ານ​ທັງ​ຫລາຍ

15   ຈຶ່ງຂ້າ​ພຣະ​ອົງ​ຜູ້​ຊົງ​ເປັນ​ເຈົ້າ​ຊີ​ວິດ​ເສັຽ ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ພຣະ​ອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ຝ່າຍ​ພວກ​ເຮົາ​ເປັນ​ພຍານ​ໃນ​ເຣື່ອງ​ນີ້

16   ໂດຍ​ຄວາມ​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ພຣະ​ນາມ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ຄົນ​ນີ້​ມີ​ແຮງ​ຂຶ້ນ ຄື​ຜູ້​ຊຶ່ງ​ທ່ານ​ທັງ​ຫລາຍ​ເຫັນ ແລະ​ຮູ້​ຈັກ​ນີ້​ກໍ​ແມ່ນ​ຄວາມ​ເຊື່ອ​ຊຶ່ງ​ເກີດ​ດ້ວຍ​ພຣະ​ອົງ​ນັ້ນ​ທີ່​ໄດ້​ເຮັດ​ໃຫ້​ຄົນ​ນີ້​ດີ​ເປັນ​ປົກ​ກະ​ຕິ​ຕໍ່​ຫນ້າ​ທ່ານ​ທັງ​ຫລາຍ

17   ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ບັດ​ນີ້​ຂ້າ​ພະ​ເຈົ້າ​ຮູ້​ແລ້ວ​ວ່າ ທ່ານ​ທັງ​ຫລາຍ​ໄດ້​ເຮັດ​ໄປ​ຕາມ​ຄວາມ​ບໍ່​ຮູ້ ທັງ​ພວກ​ເຈົ້າ​ນາຍ​ຂອງ​ທ່ານ​ກໍ​ເຮັດ​ເຫມືອນ​ກັນ

18   ແຕ່​ເຫດ​ເຫລົ່າ​ນັ້ນ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ປະ​ກາດ​ໄວ້​ລ່ວງ​ຫນ້າ ໂດຍ​ປາກ​ຂອງ​ພວກ​ຜູ້​ທຳ​ນ​ວາຍ​ທັງ​ຫມົດ​ວ່າ ພຣະຄຣິດ​ຂອງ​ພຣະ​ອົງ​ຕ້ອງ​ທົນ​ທຸກທໍ​ຣະ​ມານ ພຣະ​ອົງ​ຈຶ່ງ​ຊົງ​ໃຫ້​ສຳ​ເຣັດ​ດັ່ງ​ນີ້

19   ເຫດ​ສັນ​ນັ້ນ​ທ່ານ​ທັງ​ຫລາຍ​ຈົ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ແລ້ວ​ຫລົບ​ລ່າວ​ຕ່າວ​ຄືນ ເພື່ອ​ພຣະ​ເຈົ້າ​ຈະ​ຊົງ​ລົບ​ລ້າງ​ຄວາມ​ຜິດ​ບາບ​ຂອງ​ພວກ​ທ່ານ​ເສັຽ

20   ເພື່ອ​ເວ​ລາ​ແຫ່ງ​ຄວາມ​ພັກ​ຜ່ອນ​ຢ່ອນ​ໃຈ ຈະ​ໄດ້​ມາ​ຈາກ​ພຣະ​ພັກ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ພຣະ​ອົງ​ຈະ​ໄດ້​ຊົງ​ໃຊ້​ພຣະຄຣິດ​ຊຶ່ງ​ຊົງ​ກຳ​ນົດ​ໄວ້​ແລ້ວ​ນັ້ນ​ມາ​ເພື່ອ​ທ່ານ​ທັງ​ຫລາຍ ຄື​ພຣະ​ເຢ​ຊູ

21   ພຣະ​ອົງ​ນັ້ນ​ຟ້າ​ສວັນ​ຈະ​ຕ້ອງ​ຮັບ​ໄວ້​ຈົນ​ເຖິງ​ເວ​ລາ​ເມື່ອ​ສິ່ງ​ສາ​ຣະ​ພັດ​ຈະ​ຕັ້ງ​ຂຶ້ນ​ໃຫມ່ ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ໂດຍ​ປາກ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ຕັ້ງ​ແຕ່​ຄາວ​ບູ​ຮານ​ມາ

22   ສ່ວນ​ໂມ​ເຊ​ໄດ້​ກ່າວ​ໄວ້​ວ່າ, ພຣະ​ຜູ້​ເປັນ​ເຈົ້າ​ ພຣະ​ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ​ຈະ​ຊົງ​ໃຫ້​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ນຶ່ງ ເກີດ​ຂຶ້ນ​ຈາກ​ຈຳ​ພວກ​ພີ່​ນ້ອງ​ຂອງ​ພວກ​ທ່ານ​ເຫມືອນ​ຢ່າງ​ເຮົາ ພວກ​ທ່ານ​ຈະ​ຕ້ອງ​ເຊື່ອ​ຟັງ​ທຸກ​ສິ່ງ​ທີ່​ທ່ານ​ຈະ​ບອກ​ແກ່​ພວກ​ທ່ານ

23   ແລ້ວ​ກໍ​ຈະ​ໄດ້​ເປັນ​ມາ​ດັ່ງ​ນີ້ວ່າ ທຸກ​ຄົນ​ທີ່​ບໍ່​ເຊື່ອ​ຟັງ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ນັ້ນ ຄົນ​ນັ້ນ​ຈະ​ຖືກ​ຕັດ​ຂາດ​ໃຫ້​ຈິບ​ຫາຍ​ໄປ​ຈາກ​ພົລ​ເມືອງ

24   ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ທີ່​ໄດ້​ກ່າວ​ໄວ້ ນັບ​ຕັ້ງ​ແຕ່​ຊາ​ມູ​ເອນ​ເປັນ​ລຳ​ດັບ​ມາ ກໍ​ໄດ້​ປະ​ກາດ​ເຖິງ​ຄາວ​ນີ້​ເຫມືອນ​ກັນ

25   ທ່ານ​ທັງ​ຫລາຍ​ເປັນ​ລູກ​ຫລານ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ຂອງ​ພຣະ​ສັນ​ຍາ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ສັນ​ໄວ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ ຄື​ໄດ້​ຊົງ​ກ່າວ​ກັບ​ອັບ​ຣາ​ຮາມ​ວ່າ ຄອບ​ຄົວ​ທັງ​ຫມົດ​ທົ່ວ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ພອນ​ເພາະ​ເຊື້ອ​ສາຍ​ຂອງ​ເຈົ້າ

26   ເມື່ອ​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ອົງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ເປັນ​ຄືນ​ມາ​ແລ້ວ ກໍ​ຊົງ​ໃຊ້​ພຣະ​ອົງ​ມາ​ຍັງ​ທ່ານ​ທັງ​ຫລາຍ​ກ່ອນ ເພື່ອ​ອວຍ​ພຣະ​ພອນ​ແກ່​ພວກ​ທ່ານ ໂດຍໃຫ້​ທຸກ​ຄົນ​ກັບ​ຈາກ​ການ​ຊົ່ວ​ຮ້າຍ​ຂອງ​ຕົນ

 

4. ເປ​ໂຕ​ແລະ​ໂຢ​ຮັນ​ຕໍ່​ຫນ້າ​ສານ​ສູງ​ສຸດ

1        ຂ​ນະ​ທີ່​ເປ​ໂຕກັບ​ໂຢ​ຮັນ​ຍັງ​ກ່າວ​ກັບ​ພົລ​ເມືອງ ພວກ​ປະ​ໂຣ​ຫິດ ກັບ​ນາຍ​ທະ​ຫານ​ຮັກ​ສາ​ພຣະ​ວິ​ຫານ ແລະ​ພວກ​ຊາ​ດູ​ກາຍ​ເຂົ້າ​ມາ​ຫາ​ທ່ານ​ທັງ​ສອງ

2        ເຂົາ​ຂັດ​ໃຈ​ໃນ​ການ​ທີ່​ທ່ານ​ທັງ​ສອງ​ໄດ້​ສັ່ງ​ສອນ ແລະ​ປະ​ກາດ​ແກ່​ພົ​ລ​ເມືອງ​ເຖິງ​ເຣື່ອງ​ການ​ຄືນ​ມາ​ຈາກ​ຕາຍ ໂດຍ​ອ້າງວ່າ​ພຣະ​ເຢ​ຊູ​ຄືນ​ພຣະ​ຊົນ​ແລ້ວ

3        ເຂົາ​ຈຶ່ງ​ຈັ​ບ​ທ່ານ​ທັງ​ສອງ​ໄປ​ຂັງ​ໄວ້​ໃນ​ຄຸກ​ຈົນ​ເຖິງ​ມື້​ຫນ້າ ເພາະ​ເປັນ​ເວ​ລາ​ຄ່ຳ​ແລ້ວ

4        ສ່ວນ​ຄົນ​ທີ່​ໄດ້​ຍິນ​ຄຳ​ສອນ​ນັ້ນ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ ຈຳ​ນວນ​ຜູ້​ຊາຍ​ຕື່ມ​ຂຶ້ນ​ຈົນ​ນັບ​ໄດ້​ປະ​ມານ​ຫ້າ​ພັນ​ຄົນ

5        ຕົກ​ມື້​ຫນ້າ​ມາ​ມີ​ການ​ປະ​ຊຸມ​ກັນ​ຢູ່​ກຸງ​ເຢ​ຣູ​ຊາ​ເລັມ​ລະ​ຫວ່າງ​ພວກ​ເຈົ້າ​ນາຍ ພວກ​ເຖົ້​ແກ່ ແລະ​ພວກ​ນັກ​ທັມ

6        ທັງ​ອັນ​ນາ ມະ​ຫາປະ​ໂຣ​ຫິດ ແລະ​ກາຢະ​ຟ ໂຢ​ຮັນ ອາ​ເລັກ​ຊັນ​ໂດກັບ​ຄົນ​ອື່ນໆ ທີ່​ເປັນ​ຍາດ​ຂອງ​ມະ​ຫາ​ປະ​ໂຣ​ຫິດ​ນັ້ນ

7        ເພື່ອ​ເຂົາ​ໄດ້​ໃຫ້​ເປ​ໂຕ​ແລະ​ໂຢ​ຮັນ​ຢືນ​ຢູ່​ຖ້າມ​ກາງ​ພວກ​ເຂົາ​ແລ້ວ ຈຶ່ງ​ໂຈດ​ຖາມ​ວ່າ, ທ່ານ​ທັງ​ສອງ​ໄດ້​ເຮັດ​ການ​ນີ້​ໂດຍ​ຣິດ​ອັນ​ໃດ​ຫລື​ໂດຍ​ນາມ​ອັນ​ໃດ

8        ຂ​ນະ​ນັ້ນ​ເປ​ໂຕ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ຈຶ່ງ​ຕອບ​ວ່າ, ພວກ​ທ່ານ​ຜູ້​ປົກ​ຄອງ​ພົ​ລ​ເມືອງ​ແລະ​ເຖົ້າ​ແກ່​ທັງ​ຫລາຍ​ເອີຍ,

9        ວັນ​ນີ້​ຖ້າ​ທ່ານ​ທັງ​ຫລາຍ​ຈະ​ໂຈດ​ຖາມ​ຂ້າ​ພະ​ເຈົ້າ​ທັງ​ສອງ ເຖິງ​ຄຸນ​ຄວາມ​ດີ​ທີ່​ໄດ້​ເຮັດ​ແກ່​ຄົນ​ພິ​ການ​ຜູ້​ນັ້ນ​ວ່າ ເຂົາ​ໄດ້​ດີ​ປົກ​ກະ​ຕິ​ດ້ວຍ​ຢ່າງ​ໃດ

10   ກໍ​ໃຫ້​ທ່ານ​ທັງ​ຫລາຍ​ກັ​ບ​ບັນ​ດາ​ພົ​ລ​ເມືອງ​ອິ​ສ​ຣາ​ເອນ​ຊາບ​ວ່າ ໂດຍ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄທ​ນາ​ຊາ​ເຣັດ ທີ່​ທ່ານ​ທັງ​ຫລາຍ​ໄດ້​ຕອກ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ ທີ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ ດ້ວຍພຣະ​ອົງ​ນັ້ນ​ແຫລະ, ຄົນຜູ້​ນີ້​ຈຶ່ງ​ດີປົກ​ກະ​ຕິ​ຢືນ​ຢູ່​ຕໍ່​ຫນ້າ​ພວກ​ທ່ານ

11   ພຣະ​ອົງ​ນັ້ນ​ແຫລະ, ເປັນ​ຫີນ​ທີ່​ພວກ​ທ່ານ​ຜູ້​ເປັນ​ພວກ​ຊ່າງ​ກໍ່​ໄດ້​ປະ​ຖິ້ມ​ບໍ່​ຍອມ​ໃຊ້ ຊຶ່ງ​ໄດ້​ກາຍ​ເປັນ​ຫີນ​ເສົາ​ເອກ​ແລ້ວ

12   ໃນ​ຜູ້​ອື່ນ​ຄວາມ​ລອດ​ພົ້ນ​ບໍ່​ມີ ດ້ວຍ​ວ່າ​ບໍ່​ມີ​ນາມ​ຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ ທີ່​ຊົງ​ປະ​ທານ​ແກ່​ມະ​ນຸດ ເພື່ອ​ໃຫ້​ເຮົາ​ທັງ​ຫລາຍຕ້ອງ​ໄດ້​ພົ້ນ

13   ເມື່ອ​ເຂົາ​ໄດ້​ເຫັນ​ຄວາມ​ກ້າ​ຫານ​ຂອງ​ເປ​ໂຕ​ກັບ​ໂຢ​ຮັນ ແລະ​ສັງ​ເກດ​ວ່າ​ທ່ານ​ທັງ​ສອງ​ຂາ​ດການ​ສຶກ​ສາ ແລະ​ເປັນ​ຄົນ​ທຳ​ມະ​ດາ​ສາ​ມັນ ກໍ​ປລາດ​ໃຈ ແລ້ວ​ສຳ​ນຶ​ກ​ໄດ້​ວ່າ​ຄົນ​ທັງ​ສອງ​ເຄີຍ​ຢູ່​ກັບ​ພຣະ​ເຢ​ຊູ

14   ເມື່ອ​ເຂົາ​ເຫັນ​ຄົນ​ທີ່​ດີ​ພ​ຍາດ​ນັ້ນ​ຢື​ນຢູ່​ກັບ​ເປ​ໂຕ​ແລະ​ໂຢ​ຮັນ ເຂົາ​ຈຶ່ງ​ບໍ່​ມີ​ຂໍ້​ທີ່​ຈະ​ປະ​ຕິ​ເສດ​ໄດ້

15   ແຕ່​ເມື່ອ​ສັ່ງ​ໃຫ້​ເປ​ໂຕ​ກັບ​ໂຢ​ຮັນ​ອອກ​ໄປ​ຈາກ​ທີ່​ປະ​ຊຸມ​ແລ້ວ ເຂົາ​ຈຶ່ງ​ປຶກ​ສາ​ກັນ

16   ວ່າ, ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ກັບ​ຄົນ​ທັງ​ສອງ​ນີ້ຫນໍ ເພາະ​ການ​ທີ່​ເຂົາ​ໄດ້​ເຮັດ​ຫມາຍ​ສຳ​ຄັນ ກໍ​ຊ່າ​ລືປາ​ກົດ​ແກ່​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ກຸງ​ເຢຣູ​ຊາ​ເລັມ​ແລ້ວ ແລະ​ພວກ​ເຮົາ​ກໍ​ປະ​ຕິ​ເສດ​ບໍ່​ໄດ້

17   ແຕ່​ເພື່ອ​ບໍ່​ໃຫ້​ເຣື່ອງ​ນີ້​ແຜ່ກວ້າງ​ອອກ​ໄປ​ໃນ​ຖ້າມ​ກາງ​ພົ​ລ​ເມືອງ ໃຫ້​ພວກ​ເຮົ​ຫ້າມ​ຂູ່​ເຂົາ​ບໍ່​ໃຫ້​ອ້າງ​ອອກນມ​ຊື່​ນັ້ນ​ແກ່​ຜູ້​ໃດ​ຈັກ​ເທື່ອ

18   ເຂົາ​ຈຶ່ງ​ເອີ້ນ​ເປ​ໂຕ​ແລະ​ໂຢ​ຮັນ​ມາ ແລ້ວ​ຫ້າມ​ເດັດ​ຂາດ​ບໍ່​ໃຫ້​ກ່າວ​ຫລື​ສອນ​ຢ່າງ​ນຶ່ງ​ຢ່າງ​ໃດ​ໃນ​ນາມ​ຂອງ​ພຣະ​ເຢ​ຊູ​ນັ້ນ

19   ຝ່າຍ​ເປ​ໂຕ​ກັບ​ໂຢ​ຮັນ​ໄດ້​ຕອບ​ເຂົາ​ວ່າ, ທີ່​ຈະ​ຟັງ​ຄຳ​ຂອງ​ພວກ​ທ່ານ​ຫລາຍກວ່າ​ຈະ​ຟັງ​ຄຳ​ຂອງ​ພຣະ​ເຈົ້າ ຈະ​ເປັນ​ການ​ຊອບ​ທັມ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ຫລື ຂໍ​ພວກ​ທ່ານ​ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງ

20   ເພາະ​ວ່າ​ຈະ​ເປັນ​ໄປ​ບໍ່​ໄດ້ ທີ່​ຈະ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ອຳ​ໄວ້​ໃນ​ສິ່ງ​ທີ່​ໄດ້​ເຫັນ​ແລະ​ໄດ້​ຍິນ​ແລ້ວ

21   ແລະ​ເມື່ອ​ຂູ່​ເຂົາ​ທັງ​ສອງ​ອີກ​ແລ້ວ​ກໍ​ປ່ອຍ​ໄປ ບໍ່​ເຫັນ​ມີ​ເຫດ​ທີ່​ຈະ​ໃສ່​ໂທດ​ຢ່າງໃດ ເພາະ​ເຫັນ​ແກ່​ພົ​ລ​ເມືອງ ດ້ວຍ​ວ່າ​ຄົນ​ທັງ​ປວງ​ພາ​ກັນ​ສັຣເສີນ​ພຣະ​ເຈົ້າ ເນື່ອງ​ດ້ວຍ​ເຫດ​ການ​ທີ່​ເກີດ​ຂຶ້ນ​ນັ້ນ

22   ເພາະ​ວ່າ​ຄົນ​ທີ່​ດີ​ພ​ຍາດ​ດ້ວຍ​ຫມາຍ​ສຳ​ຄັນ​ນັນ​ມີອ​ຍຸເກີນກວ່າ​ສີ່​ສິບ​ປີ​ແລ້ວ

ພວກ​ສິດ​ອ້ອນວອນ​ຂໍ​ຄວາມ​ກ້າ​ຫານ

23   ເມື່ອ​ຖືກ​ປ່ອຍ​ແລ້ວ​ທ່ານ​ທັງ​ສອງ​ກໍ​ໄປ​ຫາ​ເພື່ອນ​ຝູງ​ຂອງ​ຕົນ ແລະ​ເລົ່າ​ເຣື່ອງ​ທັງຫມົ​ດ​ທີ່​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ເຖົ້າ​ແກ່​ໄດ້​ເວົ້າ​ແກ່​ຕົນ​ນັ້ນ

24   ເມື່ອ​ເຂົາ​ທັງ​ຫລາຍ​ໄດ້​ຍິນ​ແລ້ວ ກໍ​ພ້ອມ​ໃຈ​ກັນ​ຍົກ​ສຽງ​ຂຶ້ນ​ທູນ​ພຣະ​ເຈົ້າ​ວ່າ, ຂ້າ​ແດ່​ພຣະ​ເຈົ້າ​ຕົນ​ມະ​ຫາ​ຣາ​ຊ ພຣະ​ອົງ​ໄດ້​ຊົງ​ສ້າງ​ຟ້າ​ສວັນ ແຜ່ນ​ດິນ​ໂລກ ນ້ຳ​ທະ​ເລ​ກັບ​ສັ​ພ​ສິ່ງ​ທີ່​ຢູ່​ໃນ​ບ່ອນ​ເຫລົ່າ​ນັ້ນ

25   ພຣະ​ອົງ​ຊົງ​ກ່າວ​ໄວ​ດ້​ໂດຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸ ດ້ວຍ​ປາກ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຄື​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ວ່າ, ດ້ວຍ​ເຫດ​ໃດ​ຊົນ​ຕ່າງ​ຊາດ​ຈຶ່ງ​ຮ້າຍ​ແຮງ​ຂຶ້ນ ແລະ​ຊົນ​ຊາດ​ທັງ​ຫລາຍ​ຈຶ່ງ​ຄຶດ​ປອງ​ຮ້າຍ​ເປັນ​ການ​ເປົ່າໆ

26   ບັນ​ດາ​ກະ​ສັດ​ແຫ່ງ​ແຜ່ນ​ດິນ​ໂລກ​ຕັ້ງ​ຕົ​ວ​ຂຶ້ນ ແລະ​ຜູ້​ປົກ​ຄອງ​ໄດ້​ຊຸມນຸມ​ກັນຕໍ່​ສູ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຕໍ່​ສູ້​ຜູ້​ທີ່​ພຣະ​ອົງ​ຊົງ​ຫົດ​ສົງ

27   ຈິງ​ແທ້​ໃນ​ເມືອງ​ນີ້ ທັງ​ເຮໂຣດ​ແລະ​ປົນຕີ​ອຸ​ສ​ປີ​ລາດ ກັບ​ຄົນ​ຕ່າງ​ຊາດ ແລະ​ຊາວ​ອິ​ສ​ຣາ​ເອນ ໄດ້​ປະ​ຊຸມ​ກັນ​ຕໍ່​ສູ້​ພຣະ​ເຢ​ຊູ​ຜູ້​ຮັບ​ໃຊ້​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ທີ່​ຊົງ​ຫົດ​ສົງ​ໄວ້​ແລ້ວ

28   ເພື່ອ​ໃຫ້​ສິ່ງ​ສາ​ຣະ​ພັດ​ຕາມ​ທີ່​ພຣະ​ຫັດ​ແລະ​ພຣະ​ທັຍ​ຂອງ​ພຣະ​ອົງ​ຊົງ​ກຳ​ນົດ ຕັ້ງ​ແຕ່​ກ່ອນ​ມາ​ແລ້ວ​ນັ້ນ​ເກີດ​ຂຶ້ນ

29   ຂ້າ​ແຕ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ບັດ​ນີ້ ຂໍ​ໂຜດ​ທອດ​ພຣະ​ເນດ​ການ​ຂູ່​ເຂັນ​ຂອງ​ເຂົາ ແລະ​ຂໍ​ໂຜດ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ກ່າວ​ພຣະ​ທັມ​ຂອງ​ພຣະ​ອົງ​ດ້ວຍ​ໃຈ​ກ້າ

30   ໂດຍ​ການ​ຊົງ​ຢຽດ​ພຣະ​ຫັດ​ຂອງ​ພຣະ​ອົງ​ອອກ ເພື່ອ​ເຮັດ​ໃຫ້​ດີ​ພ​ຍາດ​ແລະ​ໂຜດ​ໃຫ້​ຫມາຍ​ສຳ​ຄັນ​ກັບ​ການ​ອັ​​ສຈັນ​ບັງ​ເກີດ​ຂຶ້ນ ໂດຍ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຜູ້​ຮັບ​ໃຊ້​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ

31   ເມື່ອ​ເຂົາ​ອ້ອນວອນ​ຈົບ​ລົງ​ແລ້ວ ບ່ອນ​ທີ່​ເຂົາ​ປະ​ຊຸມ​ກັນ​ນັ້ນ​ກໍ​ສະ​ທ້ານ​ຫວັ່ນ​ໄຫວ ແລະ​ຄົນ​ເຫລົ່າ​ນັ້ນ​ໄດ້​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ທຸກ​ຄົນ ຈຶ່ງ​ພາ​ກັນ​ກ່າວ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ດ້ວຍ​ໃຈ​ກ້າ​ຫານ

ທຸກ​ສິ່ງ​ເປັນ​ຂອງ​ກາງ

32   ອັ​ນ​ນຶ່ງ​ຄົນ​ທັງ​ປວງ​ທີ່​ເຊື່ອ​ນັ້ນ​ກໍ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ແລະ​ບໍ່​ມີ​ຈັກ​ຄົນ​ອ້າງວ່າ​ສິ່ງ​ຂອງ​ທີ່​ຈົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ສ່ວນ​ຕົວ ແຕ່​ຖື​ວ່າ​ສິ່ງ​ຂອງ​ທັງ​ຫມົດ​ເປັນ​ຂອງ​ກາງ

33   ຝ່າຍ​ພວກ​ອັ​ຄ​ສາ​ວົກ​ກໍ​ເຕັມ​ໄປ​ດ້ວຍຣິດ​ເດດ​ອັນ​ໃຫຍ່ ແລະ​ເປັນ​ພຍານ​ວ່າ​ພຣະ​ເຢ​ຊູ​ເຈົ້າ​ໄດ້​ຊົງ​ຄືນ​ພຣະ​ຊົນ​ແລ້ວ ແລະ​ພຣະ​ຄຸນ​ອັນ​ໃຫຍ່​ໄດ້​ຢູ່​ກັບ​ເຂົາ​ທຸກ​ຄົນ

34   ເພາະ​ວ່າ​ໃນ​ພວກ​ເຂົາ​ນັ້ນ​ບໍ່​ມີ​ຜູ້​ໃດ​ຂັດ​ສົນ ດ້ວຍ​ວ່າ​ບຸກ​ຄົນ​ໃດ​ມີ​ໄຮ່​ນາ​ຫລື​ຢ້ວ​ເຮືອນ​ກໍ​ໄດ້​ຂາຍ​ເສັຽ ແລະ​ນຳ​ເງິນ​ຄ່າ​ຂອງ​ທີ່​ຂາຍ​ໄດ້​ນັ້ນ

35   ມາ​ມອບ​ໄວ້​ໃນ​ມື​ຂອງ​ພວກ​ອັ​ຄ​ສາ​ວົກ ແລ້ວ​ຈຶ່ງ​ມີ​ການ​ແຈ​ກ​ຢາຍ​ໃຫ້​ທຸກ​ຄົນ​ຕາມ​ທີ່​ຕ້ອງ​ການ

36   ຝ່າຍ​ໂຢ​ເຊຟ​ທີ່​ອັ​ຄ​ສາ​ວົກ​ເອີ້ນ​ວ່າ​ບາ​ຣ໌ນາ​ບັ​ສ (ແປ​ວ່າ ຜູ້​ມີ​ໃຈ​ອຸດ​ຫນູນ) ເປັນ​ພວກ​ເລ​ວີ​ໄທ​ເກາະ​ໄຊປ​ຣັ​ສ

37   ກໍ​ໄດ້​ຂາຍ​ນາ​ຂອງ​ຕົນ​ທົ່ງ​ນຶ່ງ ແລ້ວ​ນຳ​ເງິນ​ຈຳ​ນວນ​ນັ້ນ​ມາ​ມອບ​ໃຫ້​ແກ່​ພວກ​ອັ​ຄ​ສາ​ວົກ

 

5. ອາ​ນາ​ເນັຽກັບ​ຊະ​ຟີ​ຣາ

1        ແຕ່​ມີ​ຊາຍ​ຄົນ​ນຶ່ງ​ຊື່​ອາ​ນາ​ເນັຽ ພ້ອມກັບ​ພັ​ຣ​ຍາ​ຊື່​ຊະ​ຟີ​ຣາ ໄດ້​ຂາຍ​ທີ່​ດິນ​ຂອງຕົນ

2        ສ່ວນ​ເງິນ​ຈຳ​ນວນ​ນັ້ນ​ອານາເນັຽໄດ້​ມ້ຽນ​ໄວ້​ສ່ວນ​ນຶ່ງ ແລະ​ພັ​ຣ​ຍາ​ຂອງ​ຕົນ​ກໍ​ຮູ້​ນຳ ແລ້ວ​ສ່ວນ​ນຶ່ງ​ອາ​ນາ​ເນັຽໄດ້​ນຳ​ມາ​ມອບ​ໄວ້​ແກ່​ພວກ​ອັ​ຄ​ສາ​ວົກ

3        ຝ່າຍ​ເປ​ໂຕ​ຈຶ່ງ​ຖາມ​ວ່າ, ອາ​ນາ​ເນັຽ​ເອີຍ, ດ້ວຍ​ເຫດ​ໃດ​ໃຈ​ຂອງ​ເຈົ້າ​ເຕັມ​ໄປ​ດ້ວຍ​ຊາ​ຕານ ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະ​ວິນ​ຍານບໍ​ຣິ​ສຸດ ແລະ​ໄດ້​ມ້ຽນ​ຄ່າ​ທີ່​ດິນ​ນັ້ນ​ໄວ້​ສ່ວນ​ນຶ່ງ

4        ເມື່ອ​ດິນ​ນັ້ນ​ບໍ່​ທັນ​ໄດ້​ຂາຍ​ກໍ​ເປັນ​ຂອງ​ເຈົ້າ ບໍ່​ແມ່ນ​ຫລື ແລະ​ເມື່ອ​ຂາຍ​ແລ້ວ​ເງິນ​ນັ້ນ​ກໍ​ຢູ່​ໃນ​ອຳ​ນາດ​ຂອງ​ເຈົ້າ ບໍ່​ແມ່ນ​ຫລື ມີ​ເຫດ​ໃດ​ເກີດ​ຂຶ້ນ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ຄຶດ​ດັ່ງ​ນີ້​ໃນ​ໃຈ ທີ່​ເຈົ້າ​ໄດ້​ຕົວະ​ນັ້ນ​ບໍ່​ແມ່ນ​ຕົວະ​ມະ​ນຸດ​ແຕ່​ຕົວະ​ພຣະ​ເຈົ້າ

5        ເມື່ອ​ອາ​ນາ​ເນັຽໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ກໍ​ລົ້ມ​ລົງ​ຕາຍ​ເສັຽ ຄັນ​ຄົນ​ທັງປວງ​ໄດ້​ຍິນ​ເຣື່ອງ​ນັ້ນ​ກໍ​ເກີດ​ມີ​ຄວາມ​ສະ​ດຸ້ງ​ຕົກ​ໃຈ

6        ຝ່າຍ​ພວກ​ຊາຍຫນຸ່ມ​ໄດ້​ລຸກ​ຂຶ້ນ​ຫໍ່​ສົບ​ເຂົ​ໄວ້ ແລ້ວ​ຫາມ​ອອກ​ໄປ​ຝັງ​ເສັຽ

7        ຫລັງ​ຈາກ​ນັ້ນ​ປະ​ມານ​ສາມ​ຊົ່ວ​ໂມງ​ພັ​ຣ​ຍາ​ຂອງ​ເຂົາ​ເຂົ້າ​ມາ ໂດຍ​ຍັງ​ບໍ່​ຮູ້​ເຖິງ​ເຣື່ອງ​ທີ່​ເກີດ​ຂຶ້ນ​ນັ້ນ

8        ຝ່າຍ​ເປ​ໂຕ​ໄດ້​ຖາມ​ນາງວ່າ, ຈົ່ງ​ບອກ​ເຮົາ​ດູ ເຈົ້າ​ທັງ​ສອງ​ຂາຍ​ທີ່​ດິນ​ໄດ້​ຣາ​ຄາ​ເທົ່າ​ນັ້ນ​ຫລື ນາງ​ໄດ້​ຕອບ​ວ່າ, ໂດຍ, ໄດ້​ເທົ່າ​ນັ້ນ​ແລ້ວ

9        ເປ​ໂຕ​ຈຶ່ງ​ຖາມ​ນາງວ່າ, ເປັນ​ດ້ວຍ​ເຫດ​ໃດ ເຈົ້າ​ທັງ​ສອງ​ຈຶ່ງ​ພ້ອມ​ໃຈ​ກັນ​ທົດ​ລອງ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເບິ່ງ​ແມ໋, ຕີນ​ຂອງ​ພວກ​ທີ່​ໄປ​ຝັງ​ສົບ​ຜົວ​ຂອງ​ເຈົ້າ​ກໍ​ມາ​ເຖິງ​ປະ​ຕູ​ແລ້ວ ເຂົາ​ຈະ​ຫາມ​ສົບ​ຂອງ​ເຈົ້າ​ອອກ​ໄປ​ເຫມືອນ​ກັນ

10   ໃນ​ທັນ​ໃດ​ນັ້ນ​ນາງ​ກໍ​ລົ້ມ​ລົງ​ຕາຍ​ແຄມ​ຕີນ​ຂອງ​ເປ​ໂຕ ເມື່ອ​ພວກ​ຊາຍ​ຫນຸ່ມ​ເຂົ້າ​ມາ​ກໍ​ເຫັນ​ວ່າ​ນາງ​ຕາຍ​ແລ້ວ ເຂາ​ຈຶ່ງ​ຫາມ​ສົບ​ນັ້ນ​ອອກ​ໄປ​ຝັງ​ໄວ້​ຂ້າງ​ສົບ​ສາ​ມີ​ຂອງ​ນາງ

11   ຝ່າຍ​ຄ​ຣິ​ສ​ຕະ​ຈັກ​ທັງ​ຫມົດ ແລະ​ຄົນ​ທັງ​ປວງ​ທີ່​ໄດ້​ຍິນ​ເຫດ​ການ​ນີ້ ກໍ​ເກີດ​ມີ​ຄວາມ​ສະ​ດຸ້ງ​ຕົກ​ໃຈ

ຫມາຍ​ສຳ​ຄັນ​ແລະ​ການ​ອັດສະຈັນ​ຫລາຍ​ຢ່າງ​ເກີດ​ຂຶ້ນ

12   ມີ​ຫ​ມາຍ​ສຳ​ຄັນແລະ​ການ​ອັ​ດສຈັນ​ຫລາຍ​ຢ່າງ​ທີ່​ເກີ​ດ​ຂຶ້ນ​ດ້ວຍ​ມື​ຂອງ​ພວກ​ອັ​ຄ​ສາ​ວົກ​ໃນ​ຖ້າມ​ກາງພົ​ລ​ເມືອງ,,,,,,, (ພວກ​ສາ​ວົກ​ທັງ​ຫມົດ​ໄດ້​ພ້ອມ​ກັນ​ຢູ່​ໃນ​ລະ​ບຽງ​ຂອງ​ໂຊ​ໂລ​ໂມນ

13   ສ່ວນ​ຄົນ​ອື່ນໆ​ນັ້ນ​ບໍ່​ມີ​ໃຜ​ກ້າ​ເຂົ້າ​ມາ​ຕິດ​ພັນ​ຢູ່​ນຳ ແຕ່​ພົ​ລ​ເມືອງ​ສັຣ​ເສີນ​ຍ້ອງ​ຍໍ​ເຂົາ​ຢູ່

14   ແລະ​ມີ​ຊາຍ​ແລະ​ຍິງ​ຈຳ​ນວນ​ຫລວງ​ຫລາຍ​ທີ່​ເຊື່ອ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຕື່ມ​ເຂົ້າ​ມາ​ຫລາຍກວ່າ​ເກົ່າ​ອີກ),,,,,,,,

15   ຈົນ​ວ່າ​ເຂົາ​ໄດ້​ເອົາ​ຄົນ​ເຈັບ​ປ່ວຍ​ໃສ່​ບ່ອນນອນ​ນ້ອຍ​ໃຫຍ່ ຫາມ​ອອກ​ໄປ​ວາງ​ໄວ້​ຕາມ​ຫົນ​ທາງ ເພື່ອ​ວ່າ​ເມື່ອ​ເປ​ໂຕ​ຍ່າງ​ຜ່ານ​ໄປ​ນັ້ນ ຢ່າງ​ຫນ້ອຍ​ເງົາ​ຂອງ​ທ່ານ​ຈະ​ໄດ້​ຖືກ​ບາງ​ຄົນ

16   ແລະ​ມີ​ຄົນ​ຈຳ​ນວນ​ຫລາຍ​ໄດ້​ອອກ​ມາ​ຈາກ​ເມືອງ​ຕ່າງໆ ທີ່​ຢູ່​ລ້ອມ​ຮອບ​ກຸງ​ເຢ​ຣູ​ຊາ​ເລັມ​ນຳ​ຄົນ​ເຈັບ​ປ່ວຍ​ມາ ແລະ​ຄົນ​ທີ່​ຖືກ​ຜີ​ຖ່ອຍ​ຮ້າຍ​ບຽດ​ບຽນ ແລະ​ທຸກ​ຄົນ​ກໍ​ດີ​ເປັນ​ປົກ​ກະ​ຕິ

ພວກ​ອັ​ຄ​ສາ​ວົກ​ຖືກ​ຂົ່ມ​ເຫັງ

17   ຝ່າຍ​ມະ​ຫາ​ປະ​ໂຣ​ຫິດ​ກັບ​ພັກ​ພວກ​ທັງ​ຫມົດ​ຂອງ​ຕົນ ຄື​ພວກ​ຊາ​ດູ​ກາຍ​ກໍ​ລຸກ​ຂຶ້ນ ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ເຫິງ​ສາ

18   ຈຶ່ງ​ໄດ້​ຈັບ​ເອົາ​ພວກ​ອັ​ຄ​ສາ​ວົກ​ໄປ​ຂັງ​ໄວ້​ໃນ​ຄຸກຕ​ລາງ

19   ແຕ່​ໃນ​ເວ​ລາ​ກາງ​ຄືນ ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ໄຂ​ປະ​ຕູ​ຄຸກ ​ແລະ​ນຳ​ພວກ​ອັ​ຄ​ສາ​ວົກ​ອອກ​ໄປ​ໂດຍບອກວ່າ,

20   ຈົ່ງ​ໄປ​ຢືນ​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ປະ​ກາດ​ບັນ​ດາ​ຖ້ອຍ​ຄຳ​ເຣື່ອງ​ຊີ​ວິດ​ນີ້​ໃຫ້​ພົ​ລ​ເມືອງ​ຟັງ

21   ເມື່ອ​ອັ​ຄ​ສາ​ວົກ​ໄດ້​ຍິນ​ຢ່າງ​ນັ້ນ​ແລ້ວ ພໍ​ຮຸ່ງ​ເຊົ້າ​ກໍ​ເຂົ້າ​ໄປ​ຕັ້ງ​ຕົ້ນ​ສັ່ງ​ສອນ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ຝ່າຍ​ມະ​ຫາ​ປະ​ໂຣ​ຫິດ​ກັບ​ພັກ​ພວກ​ຂອງ​ຕົນ ກໍ​ໄດ້​ເອີ້ນ​ສະ​ມາ​ຊິກ​ແຫ່ງ​ສານ​ສູງ​ສຸດ ຄື​ພວ​ກ​ເຖົ້າ​ແກ່​ຂອງ​ຊົນ​ຊາດ​ອິ​ສ​ຣາ​ເອນ​ໃຫ້​ມາ​ປະ​ຊຸມ ແລ້ວ​ໃຊ້​ຄົນ​ໄປ​ຍັງ​ຄຸກ​ໃຫ້​ພາ​ພວກ​ອັ​ຄ​ສາ​ວົກ​ອອກ​ມາ

22   ແຕ່​ພໍ​ພວກ​ນັ້ນ​ໄປ​ເຖິງ​ກໍ​ບໍ່​ເຫັນພວກ​ອັ​ຄ​ສາ​ວົກ​ຢູ່​ໃນ​ຄຸກ​ນັ້ນ ຈຶ່ງ​ກັບ​ຄືນ​ມາ​ຣາຍ​ງານ

23   ໂດຍ​ກ່າວ​ວ່າ, ພວກ​ຂ້າ​ນ້ອຍ​ໄດ້​ເຫັນ​ປະ​ຕູ​ຄຸກ​ອັດ​ແຫນ້ນ​ຫມັ້ນ​ຄົງ ແລະ​ຄົນ​ເຝົ້າ​ຍາມ​ກໍ​ຢືນ​ຢູ່​ຫນ້າ​ປະ​ຕູ​ນັ້ນ ແຕ່​ເມື່ອ​ໄຂ​ເຂົ້າ​ໄປ​ຂ້າງ​ໃນ​ກໍ​ບໍ່​ເຫັນ​ຜູ້​ໃດ

24   ເມື່ອ​ນາຍ​ທະ​ຫານ​ຮັກ​ສາ​ພຣະ​ວິ​ຫານ​ກັບ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ໄດ້​ຍິນ​ດັ່ງ​ນັ້ນ ກໍ​ສ​ງົນ​ສົນ​ເທ​ໃນ​ເຣື່ອງ​ຂອງ​ອັ​ຄ​ສາ​ວົກ​ວ່າ​ຈະ​ເປັນ​ຢ່າງ​ໃດ​ຕໍ່​ໄປ

25   ແລ້ວ​ມີ​ຜູ້​ນຶ່ງ​ມາ​ແຈ້ງ​ຄວາມ​ຕໍ່​ເຂົາ​ວ່າ, ຄົນ​ນັ້ນ​ທີ່​ທ່ານ​ທັງ​ຫລາ​ຍໄດ້​ຂັງ​ໄວ້​ໃນ​ຄຸກ​ນັ້ນ ກຳ​ລັງ​ຢືນ​ສັ່ງ​ສອນ​ພົ​ລ​ເມືອງ​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ

26   ແລ້ວ​ພວກ​ທະ​ຫານ​ຮັກ​ສາ​ພຣະ​ວິ​ຫານ​ກັບ​ພວກ​ເຈົ້າ​ພະ​ນັກ​ງານ ໄດ້​ໄປ​ນຳ​ພວກ​ອັ​ຄ​ສາ​ວົກ​ມາ​ໂດຍ​ດີ ເພາະ​ຢ້ານ​ວ່າ​ພົ​ລ​ເມືອງ​ຈະ​ຄວ່າງ​ຫີນ​ໃສ່

27   ເມື່ອ​ເຂົາ​ໄດ້​ນຳ​ພວກ​ອັ​ຄ​ສາ​ວົກ​ມາ​ແລ້ວ ກໍ​ໃຫ້​ຢືນ​ຢູ່​ຕໍ່​ຫນ້າ​ທີ່​ປະ​ຊຸມ ແລ້ວ​ມະ​ຫາ​ປະ​ໂຣ​ຫິດ​ຈຶ່ງ​ໂຈດ​ຖາມ​ເຂົາ​ໂດຍ​ກ່າວ​ວ່າ,

28   ພວກ​ເຮົາ​ໄດ້​ສັ່ງ​ຫ້າມ​ຫມູ່​ເຈົ້າ​ຢ່າງ​ແຂງ​ແຮງ​ບໍ່​ໃຫ້​ສອນ​ອອກ​ນາມ​ຊື່​ນີ້ ແຕ່​ເບິ່ງ​ແມ໋, ຫມູ່​ເຈົ້າ​ໄດ້​ໃຫ້​ຄຳ​ສອນ​ນັ້ນ​ແຜ່ໄປ​ທົ່ວ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ປາຖ​ນາ​ໃຫ້​ຄວາມ​ຜິດ​ກ່ຽວ​ກັບ​ຄວາມ​ຕາຍ​ຂອງ​ຜູ້​ນັ້ນ​ຕົກ​ໃສ່​ພວກ​ເຮົາ

29   ຝ່າຍ​ເປ​ໂຕ​ກັບ​ອັ​ຄ​ສາ​ວົກ​ອື່ນໆ​ຕອບ​ວ່າ, ພວກ​ຂ້າ​ນ້ອຍ​ຈຳ​ຕ້ອງ​ເຊື່ອ​ຟັງ​ພຣະ​ເຈົ້າ​ຫລາຍກວ່າ​ເຊື່ອ​ຟັງ​ມະ​ນຸດ

30   ພຣະ​ເຢ​ຊູ​ຊຶ່​ງທ່ານ​ທັງ​ຫລາຍ​ໄດ້​ຂ້າ​ເສັຽ​ໂດຍ​ແຂວນ​ໄວ້​ທີ່​ຕົ້ນ​ໄມ້​ນັ້ນ ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ໄດ້​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ໃຫມ່

31   ພຣະ​ອົງ​ນັ້ນ​ແຫລະ, ພຣະ​ເຈົ້າ​ໄດ້​ຊົງ​ຍົກ​ຕັ້ງ​ໄວ້​ທີ່​ພຣະ​ຫັດ​ກ້ຳ​ຂວາ​ຂອງ​ພຣະ​ອົງ ໃຫ້​ເປັນ​ອົງ​ພຣະ​ຜູ້​ນຳ​ແລະ​ອົງ​ພຣະ​ຜູ້​ໂຜດ​ໃຫ້​ພົ້​ນ ເພື່ອ​ຈະ​ໃຫ້​ຊົນອິ​ສ​ຣ​ເອນ​ກັບ​ໃຈ​ໃຫມ່ ແລ້ວ​ຈະ​ຊົງ​ໂຜດ​ຍົກ​ຄວາມ​ຜິດ​ບາບ​ຂອງ​ເຂົາ

32   ເຮົາ​ທັງ​ຫລາຍ​ຈຶ່ງ​ເປັນ​ພຍານ​ເຖິງ​ຣື່ອງ​ເຫລົ່າ​ນີ້ ແລະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ໃຫ້​ທຸກ​ຄົນ​ທີ່​ເຊື່ອ​ຟັງພຣະ​ອົງ​ນັ້ນ ກໍ​ຊົງ​ເປັນ​ພຍານ​ເຫມືອນ​ກັນ

33   ເມື່ອ​ທີ່​ປະ​ຊຸມ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ພາ​ກັນ​ເຈັບ​ແຄ້ນ​ແຫນ້ນ​ໃຈ​ຄຶດ​ຢາກ​ຂ້າ​ເຂົາ​ເສັຽ

34   ແຕ່​ມີ​ຟ​ຣີ​ຊາຍ​ຜູ້​ນຶ່ງ​ຊື່​ຄາ​ມາ​ລີ​ເອນ ເປັນ​ຄ​ຣູ​ບາ​ອາ​ຈານ​ທີ່​ນັ​ບຖື​ຂອງ​ພົ​ລ​ເມືອງ​ທັງ​ຫມົດ ໄດ້​ຢືນ​ຂຶ້ນ​ໃນ​ທີ່​ປະ​ຊຸມ​ ແລ້ວ​ສັ່ງ​ໃຫ້​ພາ​ພວກ​ອັ​ຄ​ສາ​ວົກ​ອອກ​ໄປ​ຈັກ​ຫນ້ອຍ​ນຶ່ງ

35   ທ່ານ​ຈຶ່ງ​ໄດ້​ກ່າວ​ແກ່​ທີ່​ປະ​ຊຸມ​ວ່າ, ຊາວ​ອິ​ສ​ຣາ​ເອນ​ເອີຍ, ຈົ່ງ​ລະ​ວັງຕົວ​ໃຫ້​ດີ​ໃນ​ສິ່ງ​ທີ່​ພວກ​ທ່ານ​ກຳ​ລັງ​ຈະ​ເຮັດ​ແກ່​ຄົນ​ເຫລົ່າ​ນີ້

36   ເມື່ອ​ຄາວ​ກ່ອນ​ມີ​ຄົນນຶ່ງ​ຊື່ ທູ​ດາໄດ້​ລຸກ​ຂຶ້ນອວດ​ວ່າ​ຕົວ​ເປັນ​ຜູ້​ສຳ​ຄັນ ມີ​ຄົນ​ທີ່​ຕິດ​ຕາມ​ຮ່ວ​ມ​ໄປ​ປະ​ມານ​ສີ່​ຮ້ອຍ​ຄົນ ແຕ່​ທູ​ດາ​ນັ້ນ​ໄດ້​ຖືກ​ຂ້າ​ເສັຽ ແລະ​ພັກ​ພວກ​ເຫລົ່າ​ນັ້ນ​ກໍ​ກະ​ຈັດ​ກະ​ຈາຍ​ສູນ​ຫາຍ​ໄປ

37   ພາຍ​ຫລັງຜູ້ນີ້​ມີ​ອີກ​ຄົນ​ນຶ່​ງຊື່ ຢູ​ດາ ເປັນ​ໄທ​ຄາ​ລີ​ເລ​ໄດ້​ປາ​ກົດ​ຂຶ້ນ​ໃນ​ຄາວ​ຈົດ​ບັນ​ຊີ​ສຳ​ມະ​ໂນ​ຄົວ ແລະ​ໄດ້​ຊັກ​ຈູງ​ພົ​ລ​ເມືອງ​ໃຫ້​ຕິດ​ຕາມ​ຕົວ​ໄປ ຄົນ​ຜູ້​ນັ້ນ​ກໍ​ຈິບ​ຫາຍ​ໄປ​ເຫມືອນ​ກັນ ແລະ​ຄົນ​ທັງ​ປວງ​ທີ່ເຊື່ອ​ຟັງ​ຜູ້​ນັ້ນ​ກໍ​ກະ​ຈັດ​ກະ​ຈາຍ​ໄປ​

38   ໃນ​ເຣື່ອງ​ນີ້​ຂ້າ​ພະ​ເຈົ້າ​ຈຶ່ງບອກ​ທ່ານ​ທັງ​ຫລາຍ​ວ່າ ຢ່າ​ກ່ຽວ​ກັບ​ຄົນ​ພວກ​ນີ້​ເທາ ປ່ອຍ​ເຂົາ​ເສັຽ ເພາະ​ວ່າ​ຖ້າ​ແຜນ​ການ​ຫລື​ກິ​ຈ​ການ​ນີ້​ມາ​ຈາກ​ມະ​ນຸດ ມັນ​ກໍ​ຈະ​ເສື່ອມ​ສູນ​ໄປ​ເອງ

39   ແຕ່​ຖ້າ​ມາ​ຈາກ​ພຣະ​ເຈົ້າ​ທ່ານ​ທັງ​ຫລາຍ​ຈະ​ບໍ່ສາ​ມາດ​ທຳ​ລາຍ​ເຂົາ​ໄດ້ ຢ້ານ​ວ່າ​ພວກ​ທ່ານຈະ​ກັບ​ເປັນ​ຜູ້ສູ້​ຮົບ​ຕໍ່​ພຣະ​ເຈົ້າ ແລ້ວ​ເຂົາ​ກໍ​ຍອມ​ຟັງ​ຄາ​ມາ​ລີ​ເອນ

40   ແລະ​ເມື່ອ​ໄດ້​ເອີ້​ນ​ພວກ​ອັ​ຄ​ສາ​ວົກ​ເຂົ້າມາ​ແລ້ວ ຈຶ່ງ​ຂ້ຽນ ​ແລະ​ສັ່ງ​ຫ້າມ​ບໍ່​ໃຫ້​ອອກ​ພຣະ​ນາມ​ຂອງພຣະ​ເຢ​ຊູ ແລ້ວ​ກໍ​ປ່ອຍ​ໄປ

41   ພວກ​ອັ​ຄ​ສາ​ວົກ​ຈຶ່ງ​ອອກ​ໄປ​ຈາກ​ທີ່​ປະ​ຊຸມ​ດ້ວຍ​ຄວາມ​ຍິນ​ດີ ທີ່​ຊົງ​ຖື​ວ່າ​ຕົນ​ສົມ​ຄວນ​ໄດ້​ຖືກ​ປ​ມາດ​ນິນ​ທາ​ເພາະ​ເຫັນ​ແກ່​ພຣະ​ນາມ​ນັ້ນ

42   ແລະ​ທຸກໆ​ວັນ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ແລະ​ຕາມ​ບ້ານ​ເຮືອນ ພວກ​ອັ​ຄ​ສາ​ວົກ​ໄດ້​ສັ່ງ​ສອນ​ແລະ​ປະ​ກາດ​ຂ່າວ​ປະ​ເສີ​ດບໍ່​ໄດ້​ຂາດ ວ່າ​ພຣະ​ເຢ​ຊູ​ຊົງ​ເປັນ​ພຣະຄຣິດ

 

6. ການ​ເລືອກ​ຕັ້ງ​ຄ​ນະ​ເຈັດ​ຄົນ

1        ໃນ​ຄາວ​ນັ້ນ​ເມື່ອ​ຈຳ​ນວນ​ພວກ​ສິດ​ກຳ​ລັງ​ທະວີ​ຫລາຍ​ຂຶ້ນ ພວກ​ທີ່​ປາກ​ພາ​ສາກ​ຣີກ​ໄດ້​ຈົ່ມ​ຕໍ່​ພວກ​ທີ່​ປກ​ພາ​ສາ​ເຮັບ​ເຣີ​ວ່າ ໃນ​ການ​ແຈກ​ທານ​ທຸກ​ໆ​ວັນ​ນັ້ນ​ເຂົາ​ເວັ້ນບໍ່​ໄດ້​ແຈກ​ໃຫ້​ພວກ​ແມ່​ຫມ້າຍ​ຊາວກ​ຣີກ

2        ຝ່າຍ​ອັ​ຄ​ສາ​ວົກ​ສິບ​ສອງ​ຄົນ​ຈຶ່ງ​ເອີ້ນ​ບັນ​ດາ​ພວກ​ສິດ​ໃຫ້​ປະ​ຊຸມ​ກັນ ແລ້ວ​ກ່າວ​ວ່າ, ຊຶ່ງ​ພວກ​ເຮົາ​ຈະ​ປະ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໄປ ເພື່ອ​ໄປ​ຮັບ​ໃຊ້​ການ​ກິນ​ການດື່ມ​ກໍ​ບໍ່​ສົມ​ຄວນ

3        ເຫດ​ສັນ​ນີ້​ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຈົ່ງ​ຊອກ​ຫາ​ເຈັດ​ຄົນ​ໃນ​ຖ້າມ​ກາງ​ພວກ​ທ່ານ​ທີ່​ມີ​ຊຶ່ສຽງ​ດີ ຜູ້​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ແລະ​ສະ​ຕິ​ປັນ​ຍາ ເຮົາ​ຈະ​ຕັ້ງ​ເຂົາ​ໃຫ້​ດູ​ແລ​ການ​ງານ​ນີ້

4        ສ່ວນ​ພວກ​ເຮົາ​ກໍ​ຈະ​ເອົາ​ໃຈ​ໃສ່​ໃນ​ການ​ອ້ອນວອນ​ແລະ​ການ​ສັ່ງ​ສອນ​ພຣະ​ທັມ

5        ຄົນ​ທັງ​ຫມົດ​ໄດ້​ມີ​ຄວາມ​ເຫັນ​ຊອບ​ກັບ​ຄຳ​ສ​ເນີ​ນີ້ ຈຶ່ງ​ເລືອກ​ເອົາ​ຊະ​ເຕ​ຟາ​ໂນ ຜູ້​ເຕັມ​ໄປ​ດ້ວຍ​ຄວາມ​ເຊື່ອ​ແລະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ກັບ​ຟີ​ລິບ ໂປ​ໂຄ​ໂຣ ນີ​ກາ​ໂນ ຕີ​ໂມນ ປາ​ເມ​ນາ ແລະ​ນີ​ໂກ​ລາ​ໂອ ໄທ​ເມືອງ​ອັນ​ຕີ​ໂອ​ເຂ&